ໂຮງງານຕັດຫຍິບປະເຊີນ ບັນຫາ

ໂຮງງານຕັດຫຍິບ ຫລາຍແຫ່ງ ປະເຊີນ ບັນຫາຫຼາຍດ້ານ ຍ້ອນ ມາຕການ ປ້ອງກັນ ໂຄວິດ-19

ໂຮງງານຕັດຫຍິບແຫ່ງນຶ່່ງ ໃນນະຄອນຫຼວງວຽງຈັນ ນັກຂ່າວພົລເມືອງ

ປັດຈຸບັນ ມີໂຮງງານຕັດຫຍິບ ປະມານ 80 ແຫ່ງ ທົ່ວປະເທດລາວ ແລະ ມີຄົນງານ 26 ພັນ ຄົນ ທັງລາວ ແລະຕ່າງປະເທດໄດ້ຢຸດເຄື່ອນ ໄຫວທຸຣະກິດ ຍ້ອນວ່າ   ຣັຖບານໄດ້ສັ່ງປິດປະເທດ ເພື່ອປ້ອງກັນ ໂຄວິດ-19 ນັບແຕ່ເດືອນມີນາ ເປັນຕົ້ນມາ.

ໂຮງງານຕັດຫຍິບຂນາດນ້ອຍ ໄດ້ຢຸດດຳເນີນງານ ຫລັງຈາກບໍ່ມີຄຳສັ່ງຊື້ ຈາກໂຮງງານໃຫຍ່ ແລະ ກໍໄດ້ປິດໂຮງງານໄປ ສ່ວນວ່າ ຄົນງານ ກໍກັບບ້ານຊອກວຽກແນວອື່ນເຮັດ, ເຈົ້າຂອງໂຮງງານຕັດຫຍິບ ຂນາດນ້ອຍຄົນນຶ່ງ ທີ່ມີຄົນງານ 21 ຄົນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຈົ້າແມ່ນລະ ກະອໍເດີ້ ຫລຸດຫລາຍ ເພາະວ່າ ປົກກະຕິແມ່ນເຮັດວຽກ ບໍ່ໄດ້ຢູ່ໄດ້ເຊົາເລີຍແຫລະ ແຕ່ວ່າຊ້ວງນີ້ ມັນຖືກບັນຫາຫັ້ນແຫຼະ ບໍ່ມີ ອໍເດີ້ກະປິດໂຮງງານເລີຍຫັ້ນແຫລະ ປົກກະຕິມັນກໍບໍ່ໄດ້ພັກເລີຍນ່າ ເຮັດວຽກ 2 ກະ ໂຕນີ້ແມ່ນເຮົາປິດເລີຍ ນ່າອ້າຍ ຫລັງຈາກເຮົາມີຂ່າວ ເຮົາກະເຮັດເລີຍ."

ຜູ້ປອບການໂຮງງານຕັດຫຍິບ ຂນາດນ້ອຍ ທີ່ມີກັມມະກອນ 16 ຄົນ ໃນ ນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າກໍໄດ້ ຢຸດດຳເນີນງານ ຄືກັນເນື່ອງຈາກ ບໍ່ສາມາດຂາຍສິນຄ້າ ໄດ້ເປັນຕົ້ນ ແມ່ນໂສ້ງເສື້ອ ນັກຮຽນ ແລະ ເຄື່ອງແບບພະນັກງານ ທີ່ບໍ່ມີຄຳສັ່ງຊື້ ແລະ ໄດ້ປິດໂຮງງານ ແຕ່ຕົ້ນເດືອນມີນາ ຕໍ່ໄປອາດປິດຖາວອນເລີຍ ຖ້າຫາກບໍ່ມີຄຳສັ່ງຊື້.

"ເຮົາມີຫ້າງຮ້ານຈັ່ງຊີ້ເນາະ ເຮົາກະຕ້ອງເສັຍອາກອນ ເສີຍອີ່ຫຍັງໃຫ້ຣັຖບານເນາະ ແຕ່ລະເດືອນແຕ່ລະປີ ທຸກຄົນຕ້ອງໄດ້ຈ່າຍ ບາດນີ້ ສົມມຸດວ່າ ເຄື່ອງນຳເຂົ້າ ຂ້ອຍຢາກເອົາໄປຂາຍຢູ່ ແຈໃດກະມີ ຂ້ອຍຢາກສົ່ງຢູ່ໃສກະໄດ໋ ຂ້ອຍຢາກຫ້າມເລາະ ຫົນທາງກະໄດ້ ເຮົາກະ ຄາເຂົາໄດ໋ ເພາະເຂົາເປັນຜູ້ໄດ້ ເຂົາບໍ່ໄດ້ເສັຍຫຍັງເດ້ ຢາກໃຫ້ເພິ່ນຊ່ວຍຈຳກັດຂອບເຂດວ່າຊິສະ ເວົ້າລວມໆກະນຳເຂົ້ານີ້ແຫລະ."

ນອກຈາກນີ້ ເຈົ້າຂອງໂຮງງານຂນາດນ້ອຍ ຍັງພົບບັນຫາການນຳເຂົ້າສິນຄ້າ ລາຄາຖືກເຂົ້າມາແຕ່ວຽດນາມ ແລະຈີນ ເຮັດໃຫ້ຜູ້ປະກອບ ການພາຍໃນຂາຍສິນຄ້າບໍ່ໄດ້ ແລະຮຽກຮ້ອງໃຫ້ພາກຣັຖຊ່ວຍຈຳກັດ ການນຳເຂົ້າສິນຄ້າ ເປັນຕົ້ນແມ່ນເຄື່ອງນັກຮຽນເຂົ້າມາແຕ່ວຽດນາມ ແລະຈີນ ເພື່ອໃຫ້ຜູ້ປະກອບການ ພາຍໃນ ທີ່ເສັຍພາສີໃຫ້ຣັຖ ສາມາດຂາຍສິນຄ້າໄດ້ ຖ້າບໍ່ດັ່ງນັ້ນ ກໍຈະຕ້ອງໄດ້ປິດໂຮງງານ.

"ມັນກະຢາກວ່າໄດ໋ ຄັນບໍ່ມີນ່າ ຄັນເຄື່ອງວຽດ ເຄື່ອງຈີນ ເຂົ້າມາກະເປັນຄືເກົ່າ ເພາະວ່າ ລາຄາຂອງເຂົາມັນຈະຖືກຫລາຍ ຄົນທີ່ຊື້ນະ ຂະເຈົ້າ ບໍ່ເວົ້າໄດ໋ ວ່າ ຄຸນນະພາບມັນຈະເປັນແນວໃດເນາະ ຂະເຈົ້າເບິ່ງ ທີ່ລາຄາວ່າຊິສະ ຄັນຖ້າຫາກວ່າ ພາກຣັຖ ເຮົາຄວບຄຸມເຄື່ອງ ນຳເຂົ້າ ແບບບໍ່ໄດ້ ຄັນຊິເອົາ ແບບໃຜຢາກເອົາເຂົ້າມາກະໄດ້ ມາຕີຕລາດບ້ານເຮົາ ມັນກະຈະຍາກຢູ່."

ດຣ. ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກັມ ຕັດຫຍິບ ປະເທດລາວ ກ່າວວ່າຕໍ່ສື່ມວນຊົນລາວ ໃນວັນທີ 20 ພຶສພາ ນີ້ວ່າໃນ ໄລຍະທີ່ເກີດການລະບາດ ຂອງເຊື້ອໂຄວິດ-19 ໂຮງງານຕັດຫຍິບ ເກືອບທຸກແຫ່ງຢຸດຜລິດສິນຄ້າເກືອບ 100 ເປີເຊັນ ໃນ ເດືອນເມສາ ແລະມີພຽງ 12 ໂຮງງານເທົ່ານັ້ນທີ່ເປີດເຄື່ອນໄຫວເປັນປົກກະຕິ ແລະມີຄົນງານລາວເຮັດວຽກນຳ ປະມານ 12 ໂຮງງານ ມີຈຳນວນ 3 ຫາ 4 ພັນຄົນ ຈາກ ທັງໝົດປະມານ 26 ພັນຄົນ.

"ດຽວນີ້ ອໍເດີ້ ພວກເຮົາມີຮອດເດືອນ 6 ເດືອນ 7 ບາງໂຮງງານມີຮອດເດືອນ 8 ແຕ່ຫຍັງຈາກເດືອນ 8 ເດືອນ 9 ໄປ ພວກເຮົາບໍ່ ແນ່ນອນ ວ່າຊິມີ ອໍເດີ້ ມາອີກບໍ່. ທ່ານ ຣັຖມົນຕຼີກະຊວງແຮງງານຂອງເຮົາ ໃຫ້ສົ່ງເຖິງຜູ້ສັ່ງຊື້ ນັ້ນວ່າ ຂໍຄວາມຮ່ວມມື ເພື່ອບໍ່ໃຫ້ຍົກ ເລີກອໍເດີ້ ຫລື ສັ່ງຊື້ຕ່າງໆ ກະຂໍໃຫ້ວາງສິນວາງຈັດຊື້ ຕໍ່ເຂົ້າໄປຢູ່ໃນນີ້ຕື່ມ."

ທ່ານກ່າວຕື່ມວ່າ ບາງໂຮງງານມີຍອດສັ່ງຊື້ ຮອດເດືອນມິຖຸນາ-ເດືອນສິງຫາ ແຕ່ຫລັງຈາກນັ້ນ ຍັງບໍ່ທັນມີຍອດສັ່ງຊື້ເຂົ້າມາ ເນື່ອງຈາກ ຄວາມຕ້ອງການ ຂອງຕລາດຫລຸດລົງ ເຊິ່ງເປັນຜົນພວງ ຈາກການລະບາດ ຂອງເຊື້ອໂຄວິດ19 ແລະ ຈະໄດ້ຫາລືກັບພາກສ່ວນກ່ຽວຂ້ອງ ຮ່ວມກັບພາກຣັຖເພີ່ມເຕີມ ເພື່ອຫາວິທີແກ້ໄຂຊ່ວຍຜູ້ປະກອບການໂຮງງານຕັດຫຍິບ.

ເພື່ອຊ່ວຍຫລຸດຜ່ອນຜົນກະທົບ ອີກຫົນທາງນຶ່ງ ໃຫ້ກັບໂຮງງານຕັດຫຍິບ ກະຊວງອຸດສາຫະກັມ ແລະການຄ້າ ກໍໄດ້ຊ່ວຍປະສານກັບຜູ້ສັ່ງຊື້ ສິນຄ້າ ໂດຍຂໍຄວາມຮ່ວມມື ບໍ່ໃຫ້ຍົກເລີກຊື້ສິນຄ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org