ຍ້ອນຫຼາຍບັນຫາ ເສຖກິຈລາວ ຈຶ່ງຫຍຸ້ງຍາກ
2019.12.05
ທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານຕໍ່ກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາຕລາວ ຊຸດທີ 8 ທີ່ກໍາລັງ ດໍາເນີນໄປຢູ່ ໃນຂນະນີ້ ວ່າ ຕລອດປີ 2019 ນີ້, ປະເທດລາວ ປະເຊີນບັນຫາຫຼາຍຢ່າງ ທີ່ພາໃຫ້ ການພັທະນາເສຖກິຈ ໃນປະເທດ ເກີດຄວາມຫຍຸ້ງຍາກ ແລະ ກະທົບ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ ຫຼາຍຢ່າງ, ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“ສະພາບ ພາຍໃນປະເທດພວກເຮົາ ມີຄວາມຫຍຸ້ງຍາກ ຫຼາຍປະການ ເສຖກິຈມະຫາພາກ, ຄັງສໍາຮອງ ເງິນຕຣາຕ່າງປະເທດ ກໍຕໍ່າ ເຮັດໃຫ້ຄ່າເງິນກີບ ອ່ອນຄ່າລົງ, ຄ່າຄອງຊີບ ຂອງປະຊາຊົນສູງ. ນອກນັ້ນ, ພັຍທັມຊາດ ກໍເກີດຂຶ້ນຫຼາຍ ຢ່າງຕໍ່ເນື່ອງ, ບົ້ງຝູງສາລີ ຢູ່ບັນດາແຂວງພາກເໜືອ, ພະຍາດອະຫິວາ ໝູອາຟຣິກາ ຢູ່ຫຼາຍແຂວງ ທົ່ວປະເທດ, ໄຂ້ຍຸງລາຍ ຣະບາດແຮງ.”
ທ່ານເວົ້າວ່າ ບັນຫາຕ່າງໆ ທີ່ເກີດຂຶ້ນຕລອດປີ 2019 ນີ້, ຣັຖບານລາວ ຕ້ອງໄດ້ໃຊ້ງົບປະມານ ຫຼວງຫຼາຍ ເພື່ອແກ້ໄຂ ບໍ່ໃຫ້ເກີດຜົລກະທົບ ໄລຍະຍາວ, ແຕ່ຫຼາຍບັນຫາ ກໍຍັງແກ້ໄຂ ບໍ່ທັນສໍາເຣັຈເທື່ອ. ເປັນຕົ້ນ, ການແກ້ໄຂບັນຫາທີ່ເກີດຈາກ ພັຍແຫ້ງແລ້ງ, ຈາກພຍາດ ອະຫິວາ ໝູອາຟຣິກາ, ການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ 6 ແຂວງພາກໃຕ້ ແລະ ບັນຫາອື່ນໆ.
ທ່ານກ່າວຕື່ມວ່າ ບັນຫາຫຼາຍຢ່າງ ທີ່ເກີດຂຶ້ນ ຖືວ່າເປັນສິ່ງທ້າທາຍ ແລະ ແກ້ໄຂຫຍຸ້ງຍາກ ຕ້ອງໃຊ້ບຸຄລາກອນ ທີ່ມີຄວາມສາມາດ ແລະ ງົບປະມານ ຫຼວງຫຼາຍ ກ່ອນຈະແກ້ໄຂໄດ້ສໍາເຣັຈ ຕາມເປົ້າໝາຍ. ແຕ່ໃນຂນະດຽວກັນ ທ່ານກໍເວົ້າວ່າ ຣາຍຮັບ ງົບປະມານແຫ່ງຣັຖ ໝົດປີ 2019 ນີ້, ຢູ່ທີ່ 25,744 ຕື້ກີບ ສ່ວນຣາຍຈ່າຍ ສູງເຖິງ 33,297 ຕື້ກີບ ເຮັດໃຫ້ ງົບປະມານແຫ່ງຣັຖ ຂາດດຸນ 7,553 ຕື້ກີບ. ສະນັ້ນ, ເພື່ອຮັກສາ ສະຖຽນຣະພາບ ດ້ານການເງິນໃຫ້ໝັ້ນຄົງ, ໃນປີ 2020 ຣັຖບານ ຈໍາເປັນຕ້ອງເຂັ້ມງວດ ໃນການໃຊ້ຈ່າຍເງິນ.
ເວົ້າສະເພາະແຂວງອຸດົມໄຊ, ຍານາງ ສົມຈັນ ຈິດວົງເດືອນ, ສະມາຊິກສະພາແຫ່ງຊາຕ ເຂດ 4 ແຂວງອຸດົມໄຊ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ວ່າ ປະຈຸບັນ ແຂວງອຸດົມໄຊ ປະເຊີນກັບບັນຫາ ພະຍາດອະຫິວາ ໝູອາຟຣິກາ ຣະບາດ. ປະຊາຊົນທີ່ລ້ຽງໝູ ຕ້ອງໄດ້ເປັນໜີ້ ເປັນສິນທນາຄານ ຍ້ອນກູ້ຢືມເງິນ ຈາກທນາຄານ ມາລົງທຶນລ້ຽງໝູ. ຍານາງສເນີ ໃຫ້ຣັຖບານ ເລັ່ງຊ່ອຍເຫຼືອ ປະຊາຊົນ ຢ່າງຮີບດ່ວນ:
“ພວກເຮົາຍັງມີບັນຫາ ທີ່ວ່າ ໂຕໝູເກີດພະຍາດ ອະຫິວາອາຟຣິກາ ຕາຍຈໍານວນຫຼວງຫຼາຍ ອັນນີ້ ກໍເຮັດໃຫ້ປະຊາຊົນ ຕິດໜີ້ຕິດສິນທນາຄານ. ຖືວ່າ ໄດ້ກູ້ຢືມທນາຄານ ມາລົງທຶນ ໃນການລ້ຽງໝູ, ແຕ່ວ່າ ຜົນຜລິຕ ພັດວ່າບໍ່ໄດ້, ຕາຍໝົດ. ອັນນີ້, ກໍຂໍສເນີ ທາງຣັຖບານ ເຮັດແນວໃດກໍເຮັດ.”
ແຂວງອຸດົມໄຊ ມີໝູເປັນພະຍາດ ອະຫິວາ ໝູອາຟຣິກາ ຢູ່ 8 ບ້ານ ຂອງ 4 ເມືອງ ໝູ ເກືືອບ 2,000 ໂຕ ເປັນພະຍາດ. ໃນນັ້ນ, ຕາຍໄປແລ້ວ 700 ໂຕ ຂນະທີ່ການຊ່ອຍເຫຼືອ ຈາກທາງການ ຍັງຫຼ້າຊ້າຢູ່.