ເຮືອນໃໝ່ຂອງຜູ້ເຄາະຮ້າຍ ເຂື່ອນແຕກ
ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເລີ້ມສ້າງ ເຮືອນ ຖາວອນ 700 ຫຼັງ ໃຫ້ກັບ ຜູ້ປະສົບພັຍ ເຂື່ອນແຕກ ຢູ່ ເມືອງສນາມໄຊ ແຂວງ ອັດຕະປື.
-
ສຸພັດຕາ
2020-07-08 -
-
-
Your browser doesn’t support HTML5 audio
ບໍຣິສັດເຊປຽນ-ເຊນໍ້ານ້ອຍ ເຈົ້າຂອງໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ທີ່ເກີດເຫດສັນເຂື່ອນ D ແຕກ ເມື່ອວັນທີ 23 ກໍຣະກະດາ ປີ 2018 ກະທົບຕໍ່ຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ຢ່າງໜັກໜ່ວງ ຈົນເຮັດໃຫ້ມີຜູ້ເສັຽຊີວິດ ແລະ ຫາຍສາບສູນທັງໝົດ 71 ຄົນ, ບໍ່ມີບ່ອນຢູ່ອາສັຍປະມານ 7 ພັນຄົນ, ຫຼັາສຸດນີ້ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເລີ້ມລົງມືກໍ່ສ້າງເຮືອນຖາວອນ ໃຫ້ຊາວບ້ານທີ່ໄດ້ ຮັບຜົລກະທົບ ບໍ່ມີບ່ອນຢູ່ອາສັຍ ທັງໝົດ 5 ບ້ານ ຈໍານວນ 700 ຫຼັງ ພ້ອມດ້ວຍໂຄງຮ່າງພື້ນຖານ ທີ່ ຈໍາເປັນ, ດັ່ງເຈົ້າໜ້າທີ່ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ ນີ້ວ່າ:
“ທາງບໍຣິສັດເຊປຽນ-ເຊນໍ້ານ້ອຍ ຈະສ້າງເຮືອນໃຫ້ເມືອງສນາມໄຊຈໍານວນ 700 ຫຼັງ ເຊິ່ງເປັນເຮືອນຖາວອນ, ດຽວນີ້ເຂົາຕຽມລົງມືກໍ່ສ້າງ ແລ້ວ ເລີ່ມປີ 2020 ກໍານົດໃຫ້ສໍາເຣັດ ປີ 2021, ເຣື່ອງການຄຸ້ມຄອງ ໃນການປຸກສ້າງເຮືອນ ທາງການລາວ ຈະເປັນຜູ້ຄຸ້ມຄອງດູແລ, ສ່ວນບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຈະເປັນຜູ້ສນອງທຶນໃຫ້ໝົດ.”
ທ່ານວ່າ ບໍຣິສັດຮັບເໝົາ ໄດ້ຂົນເຄື່ອງຈັກ ແລະອຸປກອນກໍ່ສ້າງ ເຂົ້າໄປໃນພິື້ນທີ່ບ້ານດົງບາກ ເມືອງສນາມໄຊ ເພື່ອກໍ່ສ້າງເຮືອນຖາວອນ ໝົດແລ້ວ ສ່ວນຈຸດທີ່ຈະສ້າງເຮືອນຖາວອນນັ້ນ ຈະສ້າງອາສັຍຮວມກັນ 700 ຫຼັງ ເຮັດເປັນບ້ານໃຫຍ່ ພາຍໃຕ້ຊື່ ບ້ານດົງບາກຫ້ວຍຄໍາ ຕາມທີ່ທາງການລາວ ກໍານົດ, ມູນຄ່າທັງໝົດ 24,5 ລ້ານໂດລ້າ ສະຫະຣັຖ.
ທ່ານກ່າວຕື່ມວ່າ ສໍາລັບເຮືອນຖາວອນທີ່ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຈະສ້າງໃຫ້ຊາວບ້ານນັ້ນ ມີລັກສນະເປັນເຮືອນສມັຍໃໝ່ ຫຼື (Modern House) ທັງໝົດມີ 4 ປະເພດ ໂດຍຈະອີງ ຕາມການປະເມີນ ເຮືອນຫຼັງເກົ່າ ແລະຈໍານວນຄົນໃນຄອບຄົວ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ເຊິ່ງຈະມີເຮືອນນ້ອຍ, ເຮືອນໃຫຍ່ ປົນກັນໄປ ເປັນຕົ້ນ:ເຮືອນຂນາດ 1 ຫ້ອງນອນ, 2 ຫ້ອງນອນ, 3 ຫ້ອງນອນ ແລະຂນາດ 4 ຫ້ອງນອນ.
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ໃນເມືອງສາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ຈາກເຫດເຂື່ອນແຕກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ເຂື່ອນແຕກ ພາກັນຈົ່ມຫຼາຍ ວ່າຢາກໄດ້ເຮືອນຖາວອນໄວໆ ຈະໄດ້ຢູ່ອາສັຍແບບໝັ້ນຄົງ, ຍ້ອນວ່າດຽວນີ້ ຊາວບ້ານຍັງຢູ່ແບບ ທຸກຍາກລໍາບາກຫຼາຍຍ້ອນບໍ່ມີສິ່ງ ອໍານວຍຄວາມສະດວກ ຍັງຕ້ອງລໍຖ້າການຊ່ອຍເຫຼືອ ຈາກພາກຣັຖ ແລະ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຄືເກົ່າ ເຊັ່ນເຂົ້າສານ 20 ກິໂລ ຕໍ່ຄົນຕໍ່ເດືອນ, ສ່ວນເງິນຊົດເຊີຍ ໄດ້ຮັບແລ້ວ 50% ສ່ວນທີ່ເຫຼືອ ອີກ 50% ຍັງບໍ່ທັນໄດ້ຮັບເທື່ອ:
“ຍັງທຸກຢູ່ ເວລານີ້ ກໍາລັງຂຸ້ນຂ້ຽວໃສ່ ປຶກສາຫາລືກັນແລ້ວ ເຮັດຈັ່ງໃດ ພໍ່ແມ່ພີ່ນ້ອງພວກເຮົາ ຈະໄດ້ຢູ່ເຮືອນ ຢູ່ຊານນີ້ແລ້ວ, ຖ້າມືທຶນ ມີຮອນແນວໃດ ຣະດົມໄດ້ ກະມາຊ່ວຍແດ່ທາງນີ້, ເງິນນິ່ເພິ່ນໄດ້ຈ່າຍແລ້ວ 50% ເບື້ອງຕົ້ນ ຖືວ່າຍັງ 50% ຕອນທ້າຍນີ້.”
ຊາວບ້ານອີກຜູ່ນຶ່ງ ໃນເມືອງສນາມໄຊ ກໍເວົ້າວ່າ ຕອນນີ້ເຫັນທາງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ແລະ ທາງການແຂວງ ບຸກເບີກດິນ ທີ່ຈະ ສ້າງເຮືອນຖາວອນ ໃຫ້ຊາວບ້ານ ສໍາເຣັດແລ້ວ ແຕ່ກະບໍ່ຮູ້ວ່າ ຈະສໍາເຣັດປີໃດ, ສ່ວນເງິນຊົດເຊີຍນັ້ນ ຍັງບໍ່ຮູ້ວ່າ ຈະຊົດເຊີຍ ໃຫ້ມື້ໃດແທ້ ເພາະຍັງບໍ່ມີພາກສ່ວນໃດ ມາແຈ້ງໃຫ້ຮູ້ເທື່ອ:
“ແບບວ່າ ດຽວນີ້ ທາງດິນ ປຸກສ້າງ ເຂົາໄດ້ໝົດແລ້ວ ຢູ່ດົງບາກນີ້ເດ້ ກໍາລັງເລີ້ມຈັດຕັ້ງປະຕິບັດ ບໍ່ທັນໄດ້ດອກ ຍັງເຫິງຊິໄດ້ນິ່ ບໍ່ທັນໄດ້ ຍິນຂ່າວເທື່ອ ນີ້ກະບໍ່ໄດ້ຫຼາຍດອກ ອ້າຍໄດ້ 4-5 ລ້ານກີບ ອ້າຍແມ່ນບໍ່ທັນໄດ້ ມີເຮືອນຢູ່ຫັ່ນນາ ຢູ່ນໍາພໍ່ເຖົ້າ-ແມ່ເຖົ້າ ຢູ່ນໍາພໍ່ແມ່ວ່າຊີ້ຊະ.”
ຢ່າງໃດກໍຕາມ ບັນຫາທີ່ຊາວບ້ານ ຢາກສເນີໃຫ້ທາງການລາວ ເລັ່ງແກ້ໄຂ ຄືການຈັດສັນພື້ນທີ່ປຸກສ້າງ ເຮືອນຖາວອນ ຍັງບໍ່ທັນມີຄວາມ ເໝາະສົມ ເນື່ອງຈາກ ຍັງມີບ່ອນຫຼຸບບ່ອນໂນນ, ຣະບົບໄຟຟ້າ, ນໍ້າໃຊ້ ຍັງບໍ່ທັນພຽງພໍ, ການຈັດສັນພື້ນທີ່ທໍາການຜລິດ ຍັງບໍ່ທັນສາມາດ ຕອບສນອງ ໄດ້ເທົ່າທີ່ຄວນ ຮວມເຖິງເສັ້ນທາງ ຈາກບ້ານໄປຫາບ່ອນ ທໍາການຜລິດຍັງໄປຍາກ ລໍາບາກຢູ່.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ທາງການແຂວງອັດຕະປື ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງການປຸກສ້າງເຮືອນຖາວອນ ປັດຈຸບັນ ຢູ່ໃນຂັ້ນຕອນການກໍ່ສ້າງ, ສ່ວນເຣື່ອງການເບີກຈ່າຍ ເງິນອຸດໜູນ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກ 250 ພັນກີບ ຕໍ່ຄົນ ຕໍ່ເດືອນ ທີ່ຍັງຄ້າງຈ່າຍ 3 ເດືອນ ຄືເດືອນເມສາ, ພຶສພາ ແລະ ມິຖຸນາ ປີ 2020 ແມ່ນກໍາລັງ ຫາລືກັນຢູ່ຄາດວ່າຈະຈ່າຍເງິນອຸດໜູນ ໃຫ້ຊາວບ້ານ ບໍ່ເກີນເດືອນ ກໍຣະກະດາ ນີ້.
ນອກຈາກນີ້ ທາງແຂວງອັດຕະປື ຍັງຫາລືຮ່ວມກັນ ພິຈາຣະນາ ອາຈຢຸດຈ່າຍເງິນອຸດໜູນ ໃຫ້ຊາວບ້ານ ໂດຍເຣີ່ມແຕ່ເດືອນ ກໍຣະກະດາ 2020 ນີ້ເປັນຕົ້ນໄປ ເນື່ອງຈາກ ພາກຣັຖ ບໍ່ມີງົບປະມານ ພຽງພໍ, ດັ່ງທ່ານກ່າວວ່າ:
“ເອີ່ ກະຊິປຶກສາຫາລື ກັບປະຊາຊົນ ກັນອີກຕື່ມກ່ອນ ພາຍຫຼັງທີ່ເຮົາຈ່າຍເງິນຊົດເຊີຍ ໃຫ້ເພິ່ນໝົດແລ້ວ ເພິ່ນກະຢາກຕັດຫັ່ນນາ ອັນນີ້ ເປັນບັນຫາ ຕັ້ງຂຶ້ນຊື່ໆ ຍັງບໍ່ທັນໄດ້ ຊັດເຈນ.”
ປັດຈຸບັນ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ໄດ້ຈ່າຍເງິນຊົດເຊີຍ ຜົລເສັຍຫາຍໃຫ້ຄອບຄົວ ທີ່ໄດ້ຮັບຜົລກະທົບ ທັງໝົດ 7 ບ້ານ ຈໍານວນ 5 ຣາຍການ ປະກອບມີພາຫະນະ, ທຸຣະກິຈ ຄົວເຮືອນ, ເຄື່ອງໃຊ້ຄົວເຮືອນ, ສັດລ້ຽງແລະເຄື່ອງມື ກະສິກັມ-ສະບຽງອາຫານ ສໍາເຣັດແລ້ວ 100% ຕັ້ງແຕ່ເດືອນ ກໍຣະກະດາ ປີ 2019, ສ່ວນທີ່ເຫຼືອອີກ 50% ປະກອບມີສິ່ງປຸກສ້າງ ແລະ ວັຖຸມີຄ່າ ປັດຈຸບັນ ກໍາລັງຢູ່ໃນການ ປະເມີນຣາຄາ ຍັງບໍ່ມີກໍານົດຈ່າຍ ຄ່າຊົດເຊີຍເທື່ອ.
ຂ່າວວຽງຈັນທາມສ ຣາຍງານວ່າ ນອກຈາກບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຈະສ້າງເຮືອນຖາວອນ ໃຫ້ຜູ້ປະສົບພັຍເຂື່ອນແຕກ 700 ຫຼັງ ແລ້ວນັ້ນ ຣັຖບານໄທຍ ຍັງຊ່ວຍສ້າງ 45 ຫຼັງ ແລະ ຣັຖບານຍີ່ປຸ່ນ ຊ່ວຍສ້າງ 66 ຫຼັງ.