ເຂື່ອນແຕກເຄາະຮ້າຍຊໍ້າສອງ 5 ເດືອນ ບໍ່ໄດ້ເງິນ

ຊາວບ້ານ ເຂື່ອນແຕກ ເມືອງສນາມໄຊ ແຂວງ ອັດຕະປື ເວົ້າວ່າ ລໍຖ້າເງິນ ອັດຕຣາກິນ ແລະ ເງິນແຮຖົງ 250,000 ກີບ ຕໍ່ຄົນຕໍ່ເດືອນ ມາໄດ້ 5 ເດືອນ ແລ້ວ ແລະ ຍັງບໍ່ມີ ວີ່ແວວ ວ່າຈະໄດ້ຮັບ.

ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ເວົ້າວ່າ ລໍຖ້າເງິນອັດຕາກິນ ແລະ ເງິນແຮຖົງ 250,000 ກີບ ຕໍ່ຄົນຕໍ່ເດືອນ ມາໄດ້ 5 ເດືອນແລ້ວ ນັກຂ່າງພົລເມືອງ

ມາຮອດປັດຈຸບັນ ຊາວບ້ານ ບ້ານໃໝ່ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ປະສົບພັຍ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈໍານວນ 166 ຄອບຄົວ ຖືວ່າໄດ້ເຊັນຮັບເອົາເງິນ ຊົດເຊີຍ ສ່ວນທີ່ເຫຼືອ 50% ນັ້ນແລ້ວ. ແຕ່ຊີວິດການເປັນຢູ່ຂອງປະຊາຊົນ ຍິ່ງຫຍຸ້ງຍາກລໍາບາກຫຼາຍ ຂຶ້ນກວ່າເກົ່າ ຍ້ອນວ່າ ບໍ່ມີເງິນຊື້ຢູ່ຊື້ກິນ ເຖິງແມ່ນວ່າ ຈະເຊັນຮັບເອົາເງິນຊົດເຊີຍນັ້ນແລ້ວ ກໍຕາມ, ແຕ່ຍັງລໍຖ້າເງິນເຂົ້າບັນຊີຢູ່ ຮວມທັງ ຍັງລໍຖ້າເງິນອັດຕຣາກິນ ແລະເງິນແຮຖົງ ຈໍານວນ 250,000 ກີບ ຕໍ່ຄົນຕໍ່ເດືອນ ທີ່ທາງການເຄີິຍຈ່າຍໃຫ້ໃນແຕ່ລະເດືອນນັ້ນ ມາຮອດ ປັດຈຸບັນ ກໍຖືວ່າເປັນເວລາ 5 ເດືອນແລ້ວ ທີ່ບໍ່ທັນໄດ້ຮັບ, ດັ່ງຊາວ ບ້ານຜູ້ນີ້ ເວົ້າກັບວິທຍຸເອເຊັຽເສຣີວ່າ:

“ເຊັນແຕ່ເຫິງແລ້ວເດ ຍັງບໍ່ໃຫ້ປານນີ້ ບາດນີ້ ເງິນວັນກະບໍ່ມີ ຈັກເປັນຈັ່ງໃດ ກະຄືບໍ່ໄດ້ ບໍ່ອິຫຍັງ ມີ 3-4-5 ເດືອນລະເດ້ ເງິນວັນ ເງິນກິນ ຫັ້ນນາ ປະຊາຊົນກະຈົ່ມ ງອດໆແງດ ໂອ້ຍ... ຄັນບໍ່ເອົາໃຫ້ ກະເອົາເງິນວັນມາໃຫ້ພວກຂ້ອຍໃຄແນ່ ພໍໝວດຂ້ອຍຊື້ກິນ ເຮັດແນວໃດ ແນວບໍ່ໄດ້ເຮັດໄດ້ຫາ ຊິໄດ້ 5 ເດືອນລະເດ້.”

ຊາວບ້ານຄົນນີ້ ເວົ້າອີກວ່າ ຫຼາຍຄອບຄົວ ທີ່ເງິນຊົດເຊີຍໂຕເກົ່າໄດ້ໜ້ອຍ ເຂົາເຈົ້າໃຊ້ປະຈໍາວັນ ກໍໝົດໄປແລ້ວກໍມີ:

“ແນວເພ່ິນບໍ່ໃຫ້ເງິນວັນ ລະກະບໍ່ໃຫ້ເງິນຊົດເຊີຍ ເງິນຊົດເຊີຍໂຕເກົ່າ ຜູ້ບໍ່ມີກະບໍ່ມີແຫຼະ ຜູ້ເບິດກະເບິດໃດ໋ ແນວບໍ່ໄດ້ເຮັດໄດ້ຫາຊື້ກິນ ຊື້ຢາກ ຊື້ທຸກມື້ ທຸກມື້ ບໍ່ໄດ້ເຮັດໄດ້ຫາ ບໍ່ໄດ້ໄປໃສ ຜູ້ເບິດກະເບິດ ບໍ່ມີພໍດີ້ກະມີ ບາດນີ້ເງິນວັນກະບໍ່ເອົາມາໃຫ້ ກະແຮ່ງບໍ່ໄດ້ກິນແຫຼ້ວ ບ້ານອື່ນກະບໍ່ໄດ້ ບໍ່ມີໄດ້ຈັກບ້ານ ບ້ານໃດກະບໍ່ໄດ້ ຢູ່ງອດໆ ແງດໆຈັ່ງຊີ້ແຫຼ້ວ.”

ຊາວບ້ານ ໃນສູນຫາດຍາວ ຄົນນຶ່ງ ເວົ້າວ່າ ຄອບຄົວຂອງຕົນຍິ່ງລໍາບາກ ເພາະບໍ່ມີຫົວໜ້າຄອບຄົວ ແລະຕ້ອງລ້ຽງລູກນ້ອຍອີກ 4 ຄົນ ຕາມລໍາພັງ ຄອງຖ້າແຕ່ເງິນຊົດເຊີຍ ແລະເງິນອັດຕາກິນໃນແຕ່ລະເດືອນ ແຕ່ເພິ່ນກໍໄດ້ບໍ່ຈ່າຍໃຫ້ເປັນເວລາຫຼາຍເດືອນແລ້ວ:

"ແບບນີ້ແຫຼະ ຫຍຸ້ງຍາກນີ້ແຫຼະ ເອື້ອຍເອີ່ຍ ເງິນຄໍາກະບໍ່ມີໃຊ້ນະ ເງີນເດືອນ 5-6 ເດືອນ ລະກະບໍ່ອອກໃຫ້ ນ້ອງນີ້ແຮ່ງຮ້າຍ ຜົວກະບໍ່ມີ ມີແຕ່ລ້ຽງລູກ 4 ຄົນລູກນະ ເງິນເດືອນ 4-5 ເພິ່ນກະບໍ່ໃຫ້ເຮົາກິນແຫຼະ ຄັນວ່າເພິ່ນວ່າຊິໃຫ້ ບາດດຽວ 5 ເດືອນ ກະໃຫ້ເໝິດ 5 ເດືອນ ກະຍັງໃຄ ຍັງມີຫວັງນະ ອັນນີ້ບໍ່ຮູ້ເລີຍ ບໍ່ມີຫວັງ ຄືຄອບນ້ອງນີ້ແຫຼະ ບໍ່ມີໃຜຄຶດຫານະ ຄືພວກເຂົາເຈົ້າມີກະບໍ່ຕິແຫຼະ ພວກໄດ້ເງິນຫຼາຍນະ ເງິນທົດແທນ ອິຫຍັງ ເຂົາໄດ້ເປັນຕື້ ເປັນ 400-500 ບາດຄືຄອບຄົວນ້ອງ ໄດ້ 10 ປາຍລ້ານນະ ເຮັດຫຍັງກະບໍ່ເກີດ ເພິ່ນຕັດໄປເໝິດ ຕັດກະຫຼາຍຂນາດນະ ໂອ້ຍບໍ່ຢາກເວົ້າດອກ ກະເຊັນແລ້ວ ຊົດເຊີຍ 50% ບໍ່ໄດ້ນ່າ ເຫຼືອເຂົາຕັດນ້ອງກະຍັງເງິນ 10 ລ້ານນະ.”


ນາງກ່າວຕື່ມວ່າ ເບິ່ງໄປແລ້ວ ກະດູຄອບຄົວທີ່ທຸກຍາກ ມີພຽງແຕ່ສອງຜົວ-ເມັຽ ບໍ່ມີລູກເຕົ້າທີ່ຈະລ້ຽງດູ ເງິນຊື້ຢູ່ຊື້ກິນກໍບໍ່ມີ ເບິ່ງແລ້ວຍິ່ງ ເປັນຕາໜ້າສົງສານ:

“ບໍ່ມີຫັ່ນແຫຼະ ບໍ່ຮອດເຂົ້າຊິກິນຫັ່ນແຫຼະ ພວກ 2 ເຖົ້ານີ້ນະ ບໍ່ມີລູກລ້ຽງ ລູກຫຍັງກະມີ ບໍ່ມີຮອດເຂົ້າຊິກິນແລງກິນງາຍ ບ້ານເຮົາສະບາຍ ຍັງວ່າມີຫຍັງກະຫາກິນໄປນີ້ລະ ໃສ່ມອງໃສ່ໂຕ່ງ ກັບຫິນເຊ ກະໄດ້ກິນ ອັນນີ້ໂອ່ຍ ມາຢູ່ນີ້ ຄັນບໍ່ເງິນກະແມ່ນນັ່ງຫິວນະ ຍາກແຫຼ້ວ ບໍ່ມີ ບ່ອນເຮັດບ່ອນຫາ ຢູ່ບ້ານເກົ່າບໍ່ແມ່ນວ່າເວົ້າໃດ໋ ໄປຫາປາມາສົ່ງປາຖ້ຽວນຶ່ງນິ່ 3-4 ແສນນະ ໄປຄືນນຶ່ງ ສອງຄືນ 4-5 ແສນ ແຕ່ລະມື້ ເກັບເລີຍເງິນນະບໍ່ຂາດ ອັນນີ້ ໂອ້ຍບໍ່ຈັກເຮັດຈັກຫາ ມັນໄກທາງໄປ-ທາງມາ.”

ຊາວບ້ານ ໃນສູນດຽວກັນນີ້ ອີກຄົນນຶ່ງ ກໍເວົ້າວ່າ ປະຊົນໝົດທຸກຄົນໃນສູນ ກໍພາກັນຈົ່ມຍ້ອນບໍ່ມີເງິນໃຊ້ສອຍ ຊື້ຢູ່ຊື້ກິນ:

“5 ເດືອນແລ້ວ ບໍ່ທັນເຫັນຈ່າຍ ຢູ່ສູນກະເຊັ່ນດຽວກັນເບິດນີ້ແຫຼະ ປະຊາຊົນເຂົາກະຈົ່ມເລີຍຢູ່ ບໍ່ມີເງິນໃຊ້ເງິນສອຍ ອອກຕລາດຊື້ຢູ່ຊື້ກິນ ເຊົ້າ-ແລງ-ຄໍ່າ ເຂົາກະຈົ່ມເລີຍຢູ່ນີ້ ຈົ່ມເລື້ອຍວ່າ ບໍ່ມີເງິນເດືອນ ບໍ່ເຫັນເງິນຊົດເຊີຍອອກ ບໍ່ມີເງິນໃຊ້້.”

ໃນຂນະດຽວກັນ ຊາວບ້ານຢູ່ສູນດົງບາກ ຜູ້ນຶ່ງ ເວົ້າວ່າ ກໍໄດ້ຍິນແຕ່ເພິ່ນວ່າ ບໍ່ມີເງິນ ຈັກຊິເບີກມາ ຈາກຝ່າຍໃດເຮົາກໍບໍ່ຮູ້:

“ແມ່ນໆ ປະມານ 4 ເດືອນແລ້ວ ກະມີແຕ່ວ່າບໍ່ມີເງິນເພິ່ນວ່າ ເຮົາເອງກະບໍ່ໄດ້ຖາມອັນນີ້ນາ ກະໄດ້ຍິນແຕ່ຕາມຫາງສຽງ ເພິ່ນກະວ່າ ບໍ່ມີເງິນ ແຕ່ວ່າບໍ່ມີເງິນ ວ່າເບີກເງິນບໍ່ທັນໄດ້ ຈັກຊິເບີກມາແຕ່ຝ່າຍໃດ ເຮົາກະບໍ່ຮູ້.”

ແລະຊາວບ້ານໃນສູນ ດົງບາກ ອີກຄົນນຶ່ງ ກໍເວົ້າວ່າ ກໍບໍ່ເຂົ້າຄືກັນ ວ່າເງິນເພິ່ນເອົາເງິນໄປໃສແທ້ ມີແຕ່ພະນັກງານ ເພິ່ນມາບອກວ່າ ຄົ້ນຄວ້າເງິນບໍ່ທັນ ຈັກແມ່ນແທ້ຫຼືບໍ່ເຮົາກໍບໍ່ຮູ້:----

“ອັນ ເງິນທີ່ວ່າ ອັດຕາກິນ ລະກະເງິນອິສັງແຮຖົງຫັ້ນ ຄືເພິ່ນວ່າຫັ້ນ ເດືອນນຶ່ງ 250,000 ບໍ່ທັນໄດ້ 4-5 ເດືອນ ປານນີ້ ບໍ່ທັນໄດ້ ພະນັກງານເພິ່ນມາເວົ້າ ຈັກແມ່ນບໍ່ແມ່ນ ຈັກເພິ່ນຫາຕົວະ ກັນຫຼີ້ນບໍ ກະບໍ່ຈັກ ຂອງເພິ່ນວ່າ ເງິນມັນບໍ່ທັນ ເອີ້ນວ່າເພິ່ນຄົ້ນຄວ້າຍັງ ບໍ່ທັນແລ້ວ ຈັ່ງຊັ້ນຈັ່ງຊີ້ນີ້ແຫຼະ ຈັກເພິ່ນ ຫາວິທີອ້າງອີງເພິ່ນບໍ ເຮົາກະບໍ່ຮູ້ຈັກນໍາເພິ່ນຫັ້ນນາ ເພິ່ນວ່າ ເງິນບໍ່ທ່ວງບໍ່ທັນ ແຕ່ວ່າເຊັກ ໂຕເລຂໂຕເບີ ບໍ່ທັນຣະອຽດຣະອໍບໍແນວໃດເພິ່ນວ່າ ມັນຫຼາຍແນວດອກເພິ່ນເວົ້າ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ຢູ່ສູນດົງບາກ ທ່ານ ກ່າວກ່ຽວກັບເຣື່ອງ ນີ້ວ່າ:

-ນາຍບ້ານ ບ້ານໃໝ່----“ ເອີ່ກະອີງໃສ່ພັກ-ຣັຖ ຫັ່ນແຫຼ້ວ ເອີ່ ເພິ່ນກະຊິຈ່າຍ ແຕ່ວ່າເພິ່ນບໍ່ປະດອກ ບາງເທື່ອກະເດືອນນີ້ບໍ ເດືອນທີ່ 5, ເດືອນທີ່ 6 ເຮົາ ເດືອນ 7 ນີ້ແຫຼະ ທາງພັກ-ຣັຖ ເຮົານີ້ກະ ກະຄົ້ນຄວ້າຢູ່ ໃຫ້ພໍ່ແມ່ປະຊາຊົນ ຫັ່ນນາ ກະບໍ່ທ່ວງບໍ່ທັນຫັ່ນແຫຼະ ມັນຫຼາຍ ບໍ່ແມ່ນຊິຄອບຄົວ 2 ຄອບຄົວ ມັນກະເປັນ 600-700 ຫຼັງຄາເນາະ ຊາມຊິຄົບກັນ.

ສໍາລັບ ຢູ່ບ້ານ ທ່າແສງຈັນ ອໍານາດການປົກຄອງບ້ານ ກ່າວວ່າ ຢູ່ບ້ານຂອງທ່ານເອງ ປະຊາຊົນ ບໍ່ໄດ້ຮັບເງິນຊ່ອຍເຫຼືອ 250,000 ກີບຕໍ່ຄົນ ຕໍ່ເດືອນ ມາເປັນເວລາ 5 ເດືອນແລ້ວ ແລະກໍບໍ່ຮູ້ວ່າ ແມ່ນພາກສ່ວນໃດເປັນຜູ້ຮັບຜິດຊອບ:

ນາຍບ້ານ ບ້ານທ່ານແສງຈັນ----“ຍັງ ຍັງບໍ່ທັນໄດ້ ຍັງເພິ່ນວ່າ ຍັງຊິຄົ້ນຄວ້າຢູ່ ກິນອັດຕາກອກ ອາຕາກິນຍັງເພິ່ນຍັງບໍ່ທັນໃຫ້, ແຕ່ເພິ່ນໃຫ້ແລ້ວ ໃນເມື່ອກ່ອນຫັ້ນ ເດືອນ 1, ເດືອນ 2, ເດືອນ 3 ຫັ່ນເພິ່ນຈ່າຍແລ້ວ ຍັງເດືອນ 4, ເດືອນ 5, ເດືອນ 6, ເດືອນ 7 ນີ້ຍັງ  ແຕ່ດຽວນີ້ ເພິ່ນກະຍັງຄົ້ນຄວ້າຢູ່ເພິ່ນວ່າ ແຕ່ SK ຫັ້ນ ເພິ່ນກໍບໍ່ຮັບຜິດຊອບແລ້ວ ເພິ່ນມອບໃຫ້ຣັຖບານເຮົານີ້ແລ້ວ ເປັນຜູ້ຢຽວຢາ ເຣື່ອງເງິນອັດຕາກອກອັດຕາກິນ ເພິ່ນບໍ່ໄດ້ຮັບແລ້ວ ບໍ່ກະບໍ່ດົນ ແຕ່ເດືອນ 5, ເດືອນ 6, ເດືອນ 7, ເດືອນ 8 ນີ້ແຫຼະ ເພິ່ນບໍ່ຮັບຫັ່ນນະ ແຕ່ວ່າ ເດືອນ 1, ເດືອນ 2 ຫັ່ນເພິ່ນກະຍັງຈ່າຍຢູ່ ແຕ່ວ່າໂຕນີ້ ເຮົາກະບໍ່ຮູ້ ຈັກແມ່ນຜູ້ໃດຈະຮັບຜິດຊອບອັນນະ ຈັກແມ່ນ SK ບໍຮັບຜິດຊອບເງິນຢຽວຢານີ້ນະ ຈັກແມ່ນຣັຖບານເຮົາເບາະ ເຮົາກະບໍ່ຮູ້.”

ທ່ານກ່າວຕື່ມວ່າ ປະຊາຊົນຫຼາຍຄອບຄົວ ທີ່ເງິນຊົດເຊີຍງວດກ່ອນບໍ່ເຫຼືອ ກໍບໍ່ມີຮອດເງິນ ທີ່ຈະຊື້ຢູ່ຊື້ກິນ ບາງມື້ກໍໄປຫາເກັບຜັກຫັກນໍ່, ຫາກົບຫາຂຽດມາກິນເພື່ອລ້ຽງຊີບ ບາງຄົນ ມີເປັດ-ມີໄກ່ ກໍຂາຍເປັດ-ຂາຍໄກ່ ເອົາມາຊື້ສູ່ຄອບຄົວກິນ ຫາເອງກິນເອງ ຊໍາຊາຂັ້ນເທິງ ເພິ່ນຊິຄົ້ນຄວ້າໃຫ້.

ສ່ວນຢູ່ສູນປິ່ນດົງ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວວ່າ ຍັງບໍ່ທັນໄດ້ຮັບເງິນນັ້ນເທື່ອ ແລະຣາຍຣະອຽດ ເພິ່ນກໍບໍ່ໄດ້ຊີ້ແຈງ ວ່າຍ້ອນຫຍັງ ຈຶ່ງຍັງບໍ່ຈ່າຍໃຫ້ປະຊາຊົນ:

“ຍັງ ຍັງໆ ໂອ້ ບໍ່ແມ່ນຍັງ 5 ເດືອນພຸ້ນຫວາ ແຕ່ຣາຍຣະອຽດ ເພິ່ນກະບໍ່ໄດ້ຊີ້ແຈງນະ ວ່າມັນເປັນຈັ່ງໃດຫັ່ນນາ ເພິ່ນກະບໍ່ໄດ້ຊີ້ແຈງນະ ວ່າເງິນນີ້ ມີບໍ ຫຼືບໍ່ມີ ກະຍັງບໍ່ທັນຮູ້ ຖືວ່່າ ຢູ່ໃນທຸກສູນ ກະຍັງເບິດຫັ່ນລະ ວ່າຊັ້ນຊະ ຖືວ່າເຂົ້າກິນນິ່ໄດ້ທຸກເດືອນເນາະ.”

ເຖິງແນວໃດກໍຕາມ ອີງຕາມການໂອ້ລົມກັບປະຊາຊົນ ຫຼາຍຄົນ ໃນສູນພັກຊົ່ວຄາວແລ້ວແມ່ນວ່າ ປັດຈຸບັນ ປະຊາຊົນທີ່ຢູ່ສູນພັກຊົ່ວຄາວ ສ່ວນຫຼາຍ ແມ່ນໄດ້ຍ້າຍອອກໄປຕັ້ງຕູບນ້ອຍ ຢູ່ດິນຈັດສັນ ທີ່ທາງການຈັດໃຫ້ ເນື່ອງຈາກວ່າ ສະພາບການເປັນຢູ່ໃນສູນພັກນັ້ນ ບໍ່ມີ ຄວາມສະດວກ ເປັນຕົ້ນ, ຫ້ອງນໍ້າເຕັມ, ໂປ້ມນໍ້າເພ ປະຊາຊົນບໍ່ມີນໍ້າໃຊ້, ບໍ່ມີຫ້ອງນໍ້າສໍາລັບ ຖ່າຍໜັກ ກໍບໍ່ມີໜ່ວຍງານໃດມາເບິ່ງແຍງ ຊ່ອຍເຫຼືອເລີຍ ດີແຕ່ຢ່າງດຽວ ຄືມີແຕ່ໄຟຟ້າໃຊ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org