ເຮືອນຢູ່ຖາວອນ ຊາວບ້ານ ເຂື່ອນແຕກ ຊັກຊ້າ

ປະຊາຊົນ ຜູ້ສົບພັຍ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ເວົ້າວ່າ ການກໍ່ສ້າງ ເຮືອນຖາວອນ ນັ້ນ ຊັກຊ້າຫຼາຍ ແລະ ເບິ່ງຕາມຮູບແຜນ ຂອງການກໍ່ສ້າງແລ້ວ ອາຈບໍ່ໄດ້ມາຕຖານ

ສະພາບການປຸກສ້າງ ເຮືອນຢູ່ຖາວອນ ເຂດບ້ານດົງບາກ, ເມືອງສນາມໄຊ ແຂວງອັດຕະປື ທີ່ພາກຣັຖ ພວມປຸກໃຫ້ແກ່ຊາວບ້ານ ທີ່ປະສົບພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ດຳເນີນການໄປ ຢ່າງຊັກຊ້າ ແລະ ຍັງບໍ່ຮູ້ວ່າ ຈະແລ້ວມື້ໃດ ນັກຂ່າວພົລເມືອງ ທີ່ເມືອງສນາມໄຊ ແຂວງອັດຕະປື

ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຜົລກະທົບ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະຕ້ອງອາສັຍຢູ່ສູນພັກຊົ່ວຄາວ ນັ້ນ ຫຼັາສຸດນີ້ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ກໍໄດ້ເຣີ້ມລົງມືກໍ່ສ້າງເຮືອນຖາວອນ 700 ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ 6 ບ້ານນັ້ນແລ້ວ, ແຕ່ວ່າ ບາງບ້ານ ກໍຍັງຊອກສະຖານທີ່ ບໍ່ທັນໄດ້ເທື່ອ, ບາງບ້ານ ສະຖານທີ່ ທີ່ຈະສ້າງເຮືອນຖາວອນ ກໍຍັງເປັນຫ້ວຍ ເປັນໜອງຢູ່ ແລະບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນ ທີ່ເຊັນຮັບເອົາເຮືອນຖາວອນ ສ່ວນຫຼາຍກໍເວົ້າວ່າ ບໍ່ຮູ້ວ່າເຮືອນ ທີ່ເພິ່ນສ້າງໃຫ້ນີ້ ຈະສໍາ ເຣັດຕາມກໍານົດ 20 ເດືອນ ຫຼືບໍ່ ເພາະບໍຣິສັດດຽວ ເປັນຮັບເໝົາ, ດັ່ງຜູ້ປະສົບພັຍ ຢູ່ສູນດົງບາກ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ວັນແສງ ບໍຣິສັດ ຢູ່ວຽງຈັນຫັ່ນເດ້ ຮັບເບິດ ເປັນທໍ່ໃດຫຼັງເຮືອນ ຊ້າ ໂອ້ຍຈັກຊິແລ້ວຫຼືບໍ່ແຫຼະ 20 ເດືອນຄືວ່າ ຈັກຊິແລ້ວຫຼືບໍ່ ບໍ່ຊົງຄັນເປັນ ແນວນີ້ ຫາກະຖອກເສົາ ເທໃນເຮືອນຫຼັງນັ້ນ ບາດນີ້ແລ້ວໂຕນັ້ນ ແລ້ວໂຕນີ້ໄປຫັ່ນຕີ້ວ່າ ແນວເພ່ິນເອົາສອງຫຼັງຊ່າງຫັ້ນກະດາຍ ເປັນແນວນີ້ ເຮືອນຫັ່ນບໍ່ແລ້ວໄວຫັ່ນ ດິນຈີ່ ເພິ່ນເອົາໂຮງງານດຽວເນາະ ເຮືອນພັດ 3, 4, 500. 7-800 ຫຼັງ ດິນຈີ່ ພັດເອົາບໍ່ດຽວ ໂຮງງານດຽວ ມັນຊິໄປທັນ ມື້ລະຄັນຣົດມາ ເຮືອນເຈົ້າ 400-500 ຄັນນຶ່ງ ມີແຕ່ຊິໄດ້ທໍ່ໃດ ຣົດ 10 ລໍ້ ມັນກະບໍ່ທັນການ ກະນັ່ງຢູ່ດີ້ດອກຊ່າງກະດາຍ ບໍ່ໄດ້ເຮັດເຮືອນ ນັ່ງຖ້າດິນຈີ່ ນັ່ງຖ້ານັ້ນຖ້ານີ້ ຖ້າໄມ້ຖ້າຕອກ ມັນບໍ່ແລ້ວງ່າຍດອກ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ນອກຈາກວ່າ ການຂົນສົ່ງອຸປກອນກໍ່ສ້າງ ຈະມາຊ້າແລ້ວນັ້ນ ການສ້າງເຮືອນນີ້ ກໍຄົງບໍ່ໄດ້ມາຕຖານ ຍ້ອນເພິ່ນ ໃຊ້ແຕ່ເຄື່ອງຣາຄາຖືກໆ:

“ບາດນີ້ ດິນຈີ່ກະບໍ່ງາມໆ ດິນຈີ່ກະດິນຈີ່ບໍ່ສຸກ ເຮັດບໍ່ຊົງຊິມາຕຖາດອກ ເຫຼັກເພິ່ນຫັ້ນ ເອີ່ຄັກຢູ່ດອກ ເຫຼັກເພິ່ນຫັ້ນ ບາດດິນຈີ່ຫັ່ນຕີ້ ດິນຈີ່ ກະດິນຈີ່ບໍ່ສຸກ ຄັນແຮ່ກະແຮ່ບໍ່ໄດ້ລ້າງ ບໍ່ແລ້ງ ຊາຍບໍ່ໄດ້ສະອາດສະຫຍັງ ຊາຍກະມີແຕ່ຂີ້ດິນ ແຮ່ກະມີແຕ່ຂີ້ດິນ ເຮີ່ຍ...ບໍ່ເປັນຕາດອກ ເມື່ອຍໆ ໃຄແນ່ແຕ່ບໍ່ອອກໄປ ຄັນອອກໄປກະພໍໄດ້ເວົ້າ ບໍ່ເວົ້າກະພໍເວົ້າ ຄັນດິນຈີ່ ກະຫຼຽວເບິ່ງຜຸ່ຍບໍ່ຜຸ່ຍ ດິນຈີ່ບໍ່ສຸກ ເຮົາກະພໍເວົ້າແຫຼະ ຄັນເວົ້າວ່າ ໃຫ້ເອົາໂຕໃໝ່ ກະເວົ້າເນາະ ຄັນເວົ້າວ່າ ແນວຄັນເຈົ້າ ຊິເອົາດິນຈີ່ມາແບບນີ້ໃຫ້ ຈຸຂ້ອຍຊິໄປຊື້ເອົາເອງ ບໍ່ໄດ້ບໍ ມາໃສ່ ຈຸເຈົ້າກະໄລ່ເງິນໃຫ້ ຄັນຈຸເຈົ້າບໍ່ທັນ ຈຸຂ້ອຍຊິຊື້ມາເອງ ກະບໍ່ໄດ້ ຄັນບໍ່ໃຫ້ຈຸຂ້ອຍຊື້ມາເອງ ເຈົ້າກະໄປເອົາດິນຈີ່ບ່ອນມັນງາມໆແນ່ຕີ້ ບໍ່ມັນແພງ ຈຸຂ້ອຍເອົາຢູ່ໃນນີ້ ມັນກ້ອນ 200, ຂ້ອຍວ່າ 200 ຢູ່ດອກ ແນວຂອງມັນບໍ່ເປັນຕາ ຂອງເຂົາຕົກເກດ ຂອງເຂົາຖິ້ມລະ ເຂົາກະຂາຍແຫຼະ 200 ຂອງດີໆໃຜຊິຂາຍ 200. ເຈົ້າເອງ ເຈົ້າກະຊິບໍ່ຊື້ແຫຼະຂອງຖືກໆມາເຮັດເຮືອນເຈົ້າ ອັນນີ້ ເຈົ້າເຮັດໃຫ້ຈຸຂ້ອຍ ເຈົ້າກະເອົາຂອງຖືກໆແຫຼະ ພໍໃຫ້ເຈົ້າເຫຼືອແນ່ເງິນ ກະເມື່ອຍເວົ້າແຫຼະ ແມ່ເວົ້າຫຼາຍແຫຼະ ກະຄືເກົ່າຫັ່ນແຫຼະ.”

ຊາວບ້ານ ທີ່ຢູ່ສູນພັກຊົ່ວຄາວດົງບາກ ອີກຄົນນຶ່ງເວົ້າວ່າດີໃຈ ທີ່ຂັ້ນເທິງມາສ້າງເຮືອນໃຫ້ແລ້ວ ແຕ່ກໍບໍ່ໄດ້ໃຈເຮົາ ຍ້ອນວ່າການກໍ່ສ້າງ ນັ້ນຊ້າຫຼາຍ:

“ກະດີໃຈຫັ້ນແຫຼະ ທີ່ເເຫັນພັກຣັຖເພິ່ນເຮັດໃຫ້ ແຕ່ມັນກະບໍ່ທັນມົກ ທັນໃຈ ໂຕບໍ່ທັນໄດ້ເຮັດກະມີ ໂຕເຮັດໄປແດ່ລະກະມີ ບາງຄົນກະບໍ່ ທັນໄດ້ເຮັດ ລົງເສົາດຽວກະປະຢູ່ຫັ້ນແລະເລີຍ ແມ່ນຊ່າງບໍ່ພໍເບາະ ຫຼືບໍຣິສັດ ເພິ່ນຫາຊ່າງມາບໍ່ໄດ້ເບາະ ກະບໍ່ຮັບຮູ້ນໍາເພິ່ນ ເພາະມາຮອດ ປັດຈຸບັນນີ້ ມັນຊ້າ ເຮົາກະຄືວ່າ ຢາກວ່າແດ່ຫັ່ນແຫຼະ ມັນບໍ່ທັນໝົກທັນໃຈເຮົາ ເພາະວ່າເຮົາເປັນຄົນຢູ່ເຮືອນເຫຼັກ ມັນກະແອອັດຫຼາຍ ເຮົາກະຢາກໜີ ຈາກນີ້ໄວໆຫັ້ນລະ ແຕ່ວ່າສາເຫດຂອງມັນ ຈັກວ່າຍ້ອນຫຍັງ ເພິ່ນບໍ່ມີຊ່າງເບາະ ສາເຫດໂຕໃດເຮົາກະບໍ່ຮູ້.”

ແລະຊາວບ້ານ ບ້ານຫິນລາດ ຜູ່ນຶ່ງກໍເວົ້າຄືກັນວ່າ ເຮືອນຂອງຕົນ ເພິ່ນຕັ້ງເສົາຂວັນໄວ້ເສົາດຽວ ປະໄວ້ເປັນເດືອນແລ້ວ ກໍຍັງບໍ່ມາສືບຕໍ່ ປານນີ້:

“ຫາກະຕັ້ງເສົາດຽວຫັ້ນແລ້ວ ຕັ້ງເສົານຶ່ງໄວ້ ເພິ່ນວ່າຕັ້ງໄວ້ກ່ອນ ໜ້ອຍເຂົ້າພັນ ສາລະຊິບໍ່ໄດ້ເຮັດ.”

ນອກຈາກນີ້ແລ້ວ ປະຊາຊົນບ້ານໃໝ່ ຄົນນຶ່ງ ເວົ້າວ່າ ການເຊັນຮັບເອົາເຮືອນຖາວອນນີ້ ກະບໍ່ໄດ້ເຕັມໃຈດອກ ແຕ່ກໍຕ້ອງເຊັນ ເພາະບໍ່ ຢາກທົນຢູ່ເຮືອນເຫຼັກ ທີ່ແອອັດນີ້ແລ້ວ:

“ຄັນຊິເວົ້າແລ້ວ ບັງຄັບປະຊາຊົນກະແມ່ນ ຫຼືວ່າເຮັດແນວໃດກະແມ່ນຫັ້ນນາ ປະຊາຊົນເຮົາກະ ຮັບຮອງເອົາໄປ ປະຊາຊົນເຮົາກະຮັບ ຮອງເອົາໄປ ດີກວ່າເຮົາຊິມາທົນຢູ່ແອອັດ ກັບເຮືອນເຫຼັກອັນຊີ້ຫັ້ນນາ ເຮົາຢາກອອກໜີຈາກຊຸມຊົນແອອັດນີ້ໜາ ເຮົາກະເລີຍວ່າເຊັນເອົາ ເພາະວ່າ ເຮືອນໃນບ້ານນີ້ ມັນມີ 4 ປະເພດເນາະ ຄືວ່າ ເຄິ່ງໄມ້ເຄິ່ງກໍ່ ນີ່ປະເພດນຶ່ງ, ລະກະເຮືອນວິນລ້າ ນີ່ປະເພດນຶ່ງ ລະກະມັນມີ ເຮືອນຫຼຸບອີກປະເພດນຶ່ງ ລະກະມີກໍ່ສອງຊັ້ນເນາະ ມັນມີ 3 ຫຼັງ ໃນບ້ານເຮົານີ້ນາ ເຂົາເຊັນເອົາເບິດແລ້ວ ບາດນີ້ ຄຶດວ່າ ຄັນວ່າໃຜບໍ່ ເຊັນນັ້ນກະ ກະບໍ່ຮູ້ວ່າຊິຖ້າໄປຮອດຍາມໃດຫັ້ນນາ ຄືຕາມພັກຣັຖ ເພິ່ນກະວ່າ ຄັນບໍ່ເຊັນໄດ້ ກະຊໍ່ານີ້ຄືເກົ່າ ມາຍາມໃດກະລຸ້ນນີ້ຄືເກົ່າ ເຮົາເລີຍກະຄຶດວ່າ ມັນບໍ່ຈໍາເປັນທີ່ວ່າເຮົາຊິຂັດໄດ້ຫັ້ນນາ.”

ທ່ານເວົ້າວ່າ ປະຊາຊົນ ຜູ້ປະສົບພັຍ ທີ່ເຊັນຮັບເອົາເຮືອນຖາວອນ ສ່ວນຫຼາຍ ກໍມີຂໍ້ຂ້ອງໃຈ ຢາກຖາມພາກສ່ວນກ່ຽວຂ້ອງ ໃນເຣື່ອງທີ່ວ່າ ຖ້າເຮືອນເກົ່າຂອງປະຊາຊົນ ແຕ່ກ່ອນທີ່ເຂື່ອນບໍ່ທັນແຕກ ມີຂນາດ 10X8 ແລ້ວເພິ່ນສ້າງໃຫ້ຫຼຸດນີ້ ເພິ່ນຈະທົດແທນຄືນແນວໃດ:

“ ເຮົາຢາກຮູ້ຫັ່ນນາ ຄືແບບວ່າ ສົມມຸດວ່າ ຄືເຮືອນເຂົາເນາະ ມີແບບວ່າ 10X8 ລະເພິ່ນມາເຮັດໃຫ້ 8X8 ລະເພິ່ນຊິ ມີການຊົດເຊີຍບໍ ຫັ່ນນາ ຄັນບໍ່ມີການຊົດເຊີຍ ກະຊິແລ້ວໄປ ຫຼືວ່າເພິ່ນມີບໍຫັ່ນນາ ເຮົາບໍ່ຮູ້ຫັ່ນນາ ຫຼືວ່າພັກຣັຖເຮົາ ເພິ່ນປິດບັງເຮົາບໍກະບໍ່ຮູ້ ບາງຄົນກະກໍ່ຢູ່, ໂບກຢູ່ ແຕ່ວ່າ ກະຫຼອກກະໂລ້ ຫຼືວ່າການຕົບແຕ່ງ ແພດອກແພດານ ມັນບໍ່ມີຫັ່ນນາ ບາດລາງຄົນ ເຂົາກະລຽບລ້ອຍເໝິດ ອິສັງອິສັງຫັ້ນ ລາງຄົນເຂົາກະຫຼຸບໂຕນັ້ນ ຫັ່ນນາ ລະເຂົາຢາກຮູ້ວ່າ ເພິ່ນຊິທົດແທນແນວໃດ ມັນຈັ່ງຊິສເມີພາບ ກັບພວກທຸກຍາກຫັ່ນນາ ທາງຂັ້ນແຂວງ ຂັ້ນເມືອງມາຍາມໃດ ປະຊາຊົນ ແມ່ນຖາມເຣື້ອງນີ້ຕລອດ ແຕ່ວ່າ ເພິ່ນກະວ່າ ເຣື່ອງນີ້ເຮົາບໍ່ຮັບຮູ້ ເພາະວ່າເພິ່ນແຕ່ງຕັ້ງລົງມາ ບໍ່ໄດ້ແຕ່ງ ຕັ້ງມາໃຫ້ຕອບຄໍາຖາມໂຕນີ້ ມີແຕ່ແຕ່ງຕັ້ງມາວ່າ ໃຫ້ປະຊາຊົນຍອມຮັບເຊັນເອົາເຮືອນ ເພິ່ນຕອບແຕ່ທໍ່ນັ້ນ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ນອກຈາກເຣື່ອງຂນາດເຮືອນແລ້ວນັ້ນ ກໍຍັງຢາກຖາມ ພາກສ່ວນກ່ຽວຂ້ອງຕື່ມອີກ ກ່ຽວກັບເຣື່ອງທີ່ວ່າດິນບ່ອນ ປຸກເຮືອນຂອງຕົນ ແລະປະຊາຊົນຄົນອື່ນໆ ຖືກບ່ອນຫຼຸບ ຍາມຝົນນໍ້າກໍຖ້ວມ ແລ້ວປະຊາຊົນຈະຢູ່ໄດ້ບໍ:

“ຄືເຮືອນເຮົານີ້ເນາະ ເພິ່ນກໍານົດ ມາໃຫ້ວ່າ ຄືເຮືອນວິນລ້ານິ່ ຄານມີແຕ່  70 ເຊັນ ບາດນີ້ ດິນເຮົານີ້ ເປັນດິນຕໍ່າ ເຮົາກະແຈ້ງ ເວົ້າຕໍ່ ບໍຣິສັດ ກັບພັກຣັຖ ຫັ້ນແລ້ວວ່າ ຢາກຂໍຄານຂຶ້ນ ຈາກ 70 ນິ່ເປັນແມັດ ຫຼືວ່າ ແມັດຊາວ ເພິ່ນກະບໍ່ຕອບວ່າ ຊິໄດ້ຫຼືບໍ່ໄດ້ ກະບໍ່ຕອບມີ ແຕ່ມິດເສີຍເລີຍໄປ ເວົ້າເຣື່ອງດິນຕໍ່າ ເມື່ອກ່ອນເນາະ ຕອນທີ່ວ່າ ແບ່ງປັນດິນ ທາງພັກຣັຖ ເພິ່ນກະເວົ້າວ່າ ດິນຕໍ່າກະບໍ່ເປັນຫຍັງ ໃຫ້ ຮັບເອົາໂລດ ທາງພັກຣັຖນິ່ ຊິຖົມໃຫ້ ກໍປະຊາຊົນຊິເຊັນເອົາໃດ໋ ສຸດທ້າຍເພິ່ນກະບໍ່ຖົມໃຫ້ ຈົນປັດຈຸບັນ ມາເຮັດເຮືອນ ກະເວົ້າຄືເກົ່າ ວ່າບໍ່ໄດ້ຖົມ ລະມາປັດຈຸບັນນີ້ ປະຊາຊົນກະເວົ້າວ່າ ໃຫ້ຍົກຣະດັບຄານຂຶ້ນໃຫ້ເຮົາຊິຖົມເອງ ເພິ່ນກະບໍ່ໃຫ້ຄໍາຕອບເຮົາຖ້າວ່າທາງບໍຣິສັດ ວ່າບໍ່ໄດ້ ກະຖືວ່າດິນເຮົາ ນີ້ເປັນດິນຕໍ່ານໍ້າຖ້ວມ ຜູ້ໃດໄດ້ດິນສູງກະດີ ແມ່ນຕົ່ວະຫວາ ຄືດິນເຮົານີ່ ນໍ້າຖ້ວມປີແລ້ວ ປີ 2019 ນີ່  ຖືກຢູ່ ແມັດຫ້າ, ແມັດຫົກ ບາດນີ້ ມາເຮັດຄານໃຫ້ 70 ເຊັນ ເພື່ອເຮົາຖົມດິນອີກ ບໍ່ໃຫ້ນໍ້າອັ່ງໃນໜ້າບ້ານເຮົານິ່ ກະຊິເຫຼືອຢູ່ປະມານ 30 ເຊັນ ເຮົາຊິຢູ່ເປັນບໍ ເຮືຶອນວິນລ້າ ຂີ້ລ້າຍກະແມັດ ຫຼື ແມັດຊາວ ດິນເພິ່ນຈັດສັນໃຫ້ ບໍ່ແມ່ນນໍ້າບໍ່ຖ້ວມໃດ໋ ດິນນໍ້າຖ້ວມ.”

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ທ່ານ ມີຄໍາເຫັນວ່າ:

“ຫຼັງຈາກເພິ່ນໄລ່ເຄຫາລະ ແຕ່ໜ້າດິນ ແຕ່ໜ້າດິນຂຶ້ນໄປ ຈະເອົາ 75 ໝົດບໍ່ວ່າຢູ່ຫຼຸບຢູ່ໂນນ ຊິເອົາແນວນັ້ນເໝິດ ແຕ່ວ່າຜູ້ຢູ່ຫຼຸບ ຊິໃຫ້ ແມັດປາຍບໍ, ແມັດຊາວ, ແມັດສິບບໍ່ໄດ້ ຜູ້ຢູ່ເທິງຊິເອົາລົງ 40-30 ກະບໍ່ໄດ້ ເພາະວ່າເປັນຫຼັກການຂອງ ຍທຂ ໄລ່ສໍາຣວດອອກແບບມາ ແນວນັ້ນ.”

ສໍາລັບ ເຮືອນຖາວອນ ຂອງປະຊາຊົນ ບ້ານທ່າແສງຈັນນັ້ນ ປັດຈຸບັນ ສະຖານທີ່ບ່ອນປຸກເຮືອນ ຍັງເປັນຫ້ວຍເປັນໜອງຢູ່, ດັ່ງນາຍບ້ານ ບ້ານທ່າແສງຈັນ ກ່າວວ່າ:

“ອັນສ່ວນເຮືອນຖາວອນນີ້ ພໍ່ແມ່ປະຊາຊົນ ເຂົາເຊັນເໝິດລະເດ້ ຈໍ້າໂປ້ ຈໍ້າມື ເບິດແລ້ວ ແຕ່ໂຕເຂົາຍັງຂັດຂ້ອງ ບ່ອນດິນສະຖານທີ່, ທີ່ ເຂົາຊິປຸກເຮືອນນັ້ນ ຍັງເປັນໜອງຍັງເປັນຫ້ວຍ ຍັງເປັນໂນນ ເຂົາບໍ່ໄດ້ປັບບໍ່ໄດ້ຫຍັງ ເປັນດິນຮາບພຽງຫັ່ນນາລູກ ແຕ່ດຽວນີ້ ຖ້າພັກຣັຖ ບໍ່ໄປປັບ ໄປເຮັດໃຫ້ເຂົາຫັ່ນ ກະເປັນບວກເປັນໜອງຫັ່ນແຫຼ້ວ ເຮືອນຊານບ້ານຊ່ອງເຂົາ ເພາະວ່າເຂົາໄປດຸດປ່າ ດຸດດົງເດ້ ມາປຸກເຮືອນ ປຸກຊານ.”

ໃນຂນະທີ່ ປະຊາຊົນ ບ້ານສມອງໃຕ້ ຈໍານວນ 90 ຄອບຄົວ ກໍຍັງທັນບໍ່ຮູ້ເທື່ອວ່າ ສະຖານທີ່ ປຸກເຮືອນຖາວອນຂອງຕົນນັ້ນ ຈະຖືກສ້າງ ຢູ່ຈຸດໃດ, ດັ່ງນາຍບ້ານ ບ້ານສມອງໃຕ້ ກ່າວວ່າ:

ບ້ານສມອງໃຕ້ເຮົານີ້ເນາະ ຢູ່ສູນປິ່ນດົງເຮົານີ້ ຖືວ່າບ້ານຖາວອນນີ້ ຍັງບໍ່ທັນໄດ້ຕັ້ງເຮືອນໃສ່ເນາະ ມັນເປັນຈັ່ງຊີ້ເນາະ ຄືສູນຂອງພວກເຮົາ ນີ້ເນາະພື້ນທີ່ ທີ່ຖາວອນຊິຕັ້ງໃສ່ຫັ່ນນະ ຖືວ່າຍັງຊອກບໍ່ທັນໄດ້ເນາະ ແຕ່ກ່ອນຫັ້ນໄດ້ບຸກເບີກແລ້ວ ມັນພັດເປັນດິນຫິນ ເປັນຫິນລາງຫັ້ນນ່າ ຫິນລາງລະ ທາງທໍຣະນີສາດເພິ່ນ ທາງແຣ່ງ ເພິ່ນມາກວດເບິ່ງ ເພິ່ນວ່າບໍ່ຜ່ານ ຄັນບໍ່ຜ່ານລະຕັ້ງໃສ່ບໍ່ໄດ້ເນາະ ຈັ່ງວ່າພື້ນທີ່ຊິຕັ້ງມັນບໍ່ທັນ ໄດ້ເນາະ ຖືວ່າໄດ້ເຮືອນມີແຕ່ 90 ຄອບຄົວເນາະ.”

ເຖິງຢ່າງໃດກໍຕາມ ເຣື່ອງເຮືອນຖາວອນ ທີ່ກໍາລັງສ້າງໃຫ້ປະຊາຊົນຢູ່ນີ້ ກໍບໍ່ໄດ້ເປັນສິ່ງທີ່ວ່າ ປະຊາຊົນນັ້ນໝັ້ນໃຈ ວ່າຈະເປັນບ້ານເປັນ ເຮືອນທີ່ເປັນທີ່ຢູ່ອາສັຍໃຫ້ພວກເຂົາເຈົ້າ ໄປຕລອດຊີວິດ ເພາະຍັັງມີອີກຫຼາຍອັນຫຼາຍແນວ ທີ່ວ່າ ບໍ່ເໝາະສົມ ໃຫ້ກັບແຕ່ລະຄອບຄົວ ຍ້ອນວ່າ ຄືດັ່ງທີ່ທ່ານໄດ້ຍິນ ຄວາມຈົ່ມຂອງປະຊາຊົນນັ້ນ.

ອີ​ງ​ຕາມ​ບົດ​ຣາຍ​ງານ ​ຂອງ​ເຈົ້າ​ແຂວງ ແຂວງ​ອັດ​ຕະ​ປື, ລົງ​ວັນ​ທີ 7 ເມ​ສາ 2020, ເຖິງ​ທ່ານ ສອນ​ໄຊ ສີ​ພັນ​ດອນ, ຮອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ, ບໍ​ຣິ​ສັດ ວັນ​ແສງ​ອັດ​ຕະ​ປື ກໍ່​ສ້າງ ແລະ ສ້ອມ​ແປງ​ເຄ​ຫາ​ສະ​ຖານ ເປັນ​ຜູ້​ຮັບ​ເໝົາ​ ກໍ່​ສ້າງ​ເຮືອນຢູ່​ຖາ​ວອນ 700 ຫຼັງ ໃຫ້​ແກ່​ປະ​ຊາ​ຊົນ ຜູ້ທີ່​ໄດ້​ຮັບ​ຜົລ​ກະ​ທົບ ​ຈາກ​ເຂື່ອນ​ແຕກ ໃນ​ຣາ​ຄາ​ 24.5 ລ້ານ​ໂດ​ລ້າຣສະຫະຣັຖ ຕ່ຳ​ກວ່າຣາຄາ ​ທີ່​ຂແນງ​ການ​ໂຍ​ທາ​ທິ​ການ​ ແລະ ຂົນ​ສົ່ງ ຫຼື ຍ​ທ​ຂ ໄດ້​ປະ​ເມີນ​ໄວ້ ແມ່ນ 30 ລ້ານ​ໂດ​ລ້າຣສະຫະຣັຖ. ການ​ກໍ່​ສ້າງເຮືອນຢູ່ຖາ​ວອນ 700 ຫຼັງນີ້ ຫາກໍ່​ເຣີ່ມ​ລົງ​ມື ແລະ ຍັງ​ບໍ່​ມີ​ກຳ​ນົດ​ວ່າ ຈະ​ສຳ​ເຣັດ​ເມື່ອ​ໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org