ຣົດໂດຍສານເລີ້ມອອກ ຮັບຈ້າງ
2020.05.21
ຄົນຂັບຣົດໂດຍສານຮັບຈ້າງ ໃນລາວ ເລີ້ມອອກ ບໍຣິການແລ້ວ ແຕ່ຍັງບໍ່ມີ ລູກຄ້າຫຼາຍ ຕາມປົກກະຕິ ເຖິງແມ່ນວ່າ ທາງການອະນຸຍາດ ໃຫ້ມີການເດີນທາງ ໄດ້ຢ່າງສະດວກສບາຍ ພາຍໃນແລະຕ່າງແຂວງ ແລ້ວກໍຕາມ, ດັ່ງຜູ້ປະກອບການຣົດນຳທ່ຽວ ທ່ານນຶ່ງ ກ່າວຕໍ່ເອເຊັຽ ເສຣີ ໃນມື້ວນັທີ 19 ພຶສພາ ນີ້ວ່າ:
"ບໍ່ມີລູກຄ້າ ຊ່ວງນີ້ເພິ່ນຫາກໍເປີດແລ່ນຣົດໄປໄດ້ ທຸກແຂວງແລ້ວ ມື້ນີ້ກໍມີຈ່ອງມາຢູ່ ແຕ່ວ່າຂະເຈ້່ົາຍົກເລີກໄປແລ້ວ ປ່ຽນໃຈບໍ່ໄດ້ໄປ ບໍ່ມີ ໃຜຢາກເດີນທາງໄປໃສເທື່ອຫັ້ນນ່າ."
ທ່ານກ່າວຕື່ມວ່າ ໃນໄລຍະຂາດລູກຄ້າເກືອບສອງເດືອນມານີ້ ເຮັດໃຫ້ຕົນເດືອດຮ້ອນຫລາຍ ເນື່ອງຈາກບໍ່ມີເງິນພໍໃນການຈ່າຍງວດຣົດ ບາງເທ່ື່ອໄດ້ກູ້ເງິນມາໃຊ້ແທນ ແຕ່ຖ້າຫາກພາກສ່ວນກ່ຽວຂ້ອງ ມີມາຕການຊ່ອຍເຫລືອ ກໍຈະເປັນການດີ.
ຜູ້ປະກອບການຣົດແທັກຊີ້ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ຕົນບໍ່ໄດ້ຮັບລູກຄ້າດົນແລ້ວ ຍ້ອນການຣະບາດຂອງໂຣຄໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວຈາກຕ່າງປະເທດ ຊຶ່ງເປັນກຸ່ມລູກຄ້າຫລັກ ບໍ່ສາມາດເດີນທາງເຂົ້າມາ ທ່ຽວລາວ ໄດ້ຕາມປົກກະຕິ ຖ້າໃນໄລຍະນີ້ ຄັນມີລູກຄ້າຕົນກໍໄດ້ຫລຸດຄ່າ ໂດຍສານໃຫ້.
"ຕອນນີ້ບໍ່ມີລູກຄ້າເທື່ອ ລູກຄ້າລຸດລົງຫລາຍ ພວກຕ່າງປະເທດເຂົ້າມາບໍ່ໄດ້ແດ່ ເກືອບກວ່າ 70 ເປີເຊັນພຸ້ນແຫລະ ມີແຕ່ວ່າຊ່ວງໂຄວິດ ນີ້ເນາະ, ເຮົາມີສ່ວນຫລຸດໃຫ້ 20 ເປີເຊັນ ແລະ 50 ເປີເຊັນ ຕາມມິດເຕີ ນະ ຊ່ວງໂຄວິດນີ້ນະ ພວກເຮົາມີສ່ວນຫລຸດໃຫ້."
ຜູ້ປະກອບການຣົດໂດຍສານຮັບຈ້າງ ອີກທ່ານນື່ງ ຢູ່ບໍຣິເວນຕລາດເຊົ້າ ນະຄອນຫຼວງວຽງຈັນ ກໍເວົ້າວ່ານັບຕັ້ງແຕ່ມີການແຜ່ຣະບາດຂອງ ໂຣຄໂຄວິດ-19 ເປັນຕົ້ນມາ ເຮັດໃຫ້ຂາດລູກຄ້າຫລາຍ ຈົນຮອດ ປັດຈຸບັນກໍຍັງບໍ່່ດີຂຶ້ຶນ ເຮັດໃຫ້ຕົນຕັດສິນໃຈຢຸດແລ່ນຣົດຊົ່ວຄາວ ລໍຖ້າ ຈົນກວ່າມີ ປະຊາຊົນອອກມາຕລາດຫລາຍຂຶ້ນ ຈື່ງຈະກັບມາແລ່ນຣົດຕາມປົກກະຕິ, ດັ່ງທ່ານເວົ້າວ່າ:
"ມື້ນີ້ຂ້ອຍບໍ່ໄດ້ແລ່ນຣົດນະ ປະມານສອງເດືອນແລ້ວ ປົກກະຕິຢູ່ຕລາດເຊົ້າ ຢູ່ໃນເມືອງ ຕອນນີ້ຂ້ອຍຢູ່ ສວັນນະເຂດ ອີກປະມານອາທິດ ນຶ່ງຂ້່ອຍຈັ່ງຄອ່ຍກັບມາວຽງຈັນອີກທິດນຶ່ງ."
ຊາວນະຄອນຫລວງວຽງຈັນ ນາງນຶ່ງ ທີ່ເຄີຍໃຊ້ບໍຣິການຣົດໂດຍສານໄປມາເລື້ອຍໆ ເວົ້າວ່າໃນໄລຍະນີ້ ຕົນເຫັນຣົດແທກຊີແລະຣົດຮັບ ຈ້າງອອກມາແລ່ນຫນ້ອຍຜິດປົກກະຕິ ຍ້ອນຂາດລູກຄ້າ ແຕ່ຕົນກໍຍັງ ຢາກໃຊ້ບໍຣິການຄືເກົ່າ ເນື່ອງຈາກສະດວກສະບາຍ ກວ່າຂີ່ຣົດເມ.
"ເດືອນສາມມາ ບໍ່ຄອ່ຍເຫັນ ເພາະວ່າເດີ່ນບິນຂະເຈົ້າກໍປິດ ສ່ວນຫລາຍເຮົາໃຊ້່ຄັນນັ່ງ ແບບສ່ວນບຸກຄົນ ນັ່ງສ່ວນໂຕ ເພາະວ່າຂະເຈົ້າມີ ມິດເຕີຫັ້ນນ່າ ກະບໍ່ຢ້ານ ເຊພຢູ່ແລ້ວ ທຸກຄົນຂະເຈົ້າກະຢ້ານ ແລະ ຂະເຈົ້າກະໃສ່ ແມັສ ໃສ່ຫຍັງຢູ່ແລ້ວ."
ກ່ຽວກັບເຣື້ອງນີ້ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກົມຂົນສົ່ງ ເພື່ືອສອບຖາມກ່ຽວກັບມາຕການ ການຊ່ອຍເຫລືອຜູ້ປະກອບການ ຣົດຮັບຈ້າງ ເຈົ້າຫນ້າທີ່ ຜູ້ບໍ່ປະສົງອອກຊື່ແລະສຽງ ທ່ານນຶ່ງເວົ້າພຽງສັ້ນໆວ່າ ຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະພິຈາຣະນາ ບໍ່ສາມາດເວົ້າຕື່ມໄດ້.
ນອກຈາກຜູ້ປະກອບການຣົດຮັບຈ້າງ ທີ່ໄດ້ຮັບຜົລກະທົບແລ້ວ ກ່ອນຫນ້ານີ້ ບັນດາຜູ້ປະກອບການຣົດໂດຍສານຂົນສົ່ງ ແລະ ພະນັກງານ ຂັບຣົດຂົນສົ່ງ ກໍໄດ້ຣະບາຍຄວາມຮູ້ສຶກ ແບບດຽວກັນນີ້ ຕໍ່ວິທຍຸ ເອເຊັຽ ເສຣີ ຫລັງຈາກຂາດຣາຍໄດ້ໃນໄລຍະການແຜ່ຣະບາດ ຂອງ ໄວຣັສໂຄວິດ-19.