ຊາວກະສິກອນຈະປູກເຂົ້ານາແຊງບໍ່ໄດ້ເຕັມເມັດເຕັມໜ່ວຍ
ຊາວກະສິກອນ ຫຼາຍແຂວງ ຈະປູກເຂົ້ານາແຊງ ແລະ ພືດຜັກ - ໝາກໄມ້ລະດູແລ້ງບໍ່ໄດ້ເຕັມເມັດເຕັມໜ່ວຍ ຍ້ອນ ລະບົບຊົນລະປະທານ ເສຍຫາຍຈາກໄພນໍ້າຖ້ວມ 300 ໂຄງການ ລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 14,826 ເຮັກຕາ ໃນນັ້ນເສຍຫາຍຢ່າງຮ້າຍແຮງ 7,838 ເຮັກຕາ ມູນຄ່າເສຍຫາຍທັງໝົດ 592 ຕື້ກີບ.
-
ພອນ ພູມີທອນ
2024-11-06 -
-
-
Your browser doesn’t support HTML5 audio
ຊາວກະສິກອນ ຫຼາຍແຂວງ ຈະປູກເຂົ້ານາແຊງ ແລະ ພືດຜັກ - ໝາກໄມ້ລະດູແລ້ງບໍ່ໄດ້ເຕັມເມັດເຕັມໜ່ວຍ ຍ້ອນ ລະບົບຊົນລະປະທານເສຍຫາຍຈາກໄພນໍ້າຖ້ວມ 300 ໂຄງການລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 14,826 ເຮັກຕາ ໃນນັ້ນເສຍຫາຍຢ່າງຮ້າຍແຮງ 7,838 ເຮັກຕາ ມູນຄ່າເສຍຫາຍທັງໝົດ 592 ຕື້ກີບ. ໂດຍ 3 ແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງກວ່າໝູ່ ຄື ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ ແລະແຂວງຫົວພັນ. ສະເພາະແຂວງຫຼວງນໍ້າທາ ມີ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 14 ໂຄງການ ເນື້ອທີ່ຖືກກະທົບ 5,032 ເຮັກຕາ ມູນຄ່າເສຍຫາຍເບື້ອງຕົ້ນ 17 ຕື້ກີບ ເຮັດໃຫ້ ການຜະລິດໃນລະດູແລ້ງ ທີ່ຈະມາເຖິງນີ້ ຈະບໍ່ໄດ້ຜົນຜະລິດເຕັມເມັດເຕັມໜ່ວຍຍ້ອນບໍ່ສາມາດສ້ອມແປງຊົນລະປະທານທັນເວລາ. ດັ່ງເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ທ່ານກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 4 ພະຈິກ ນີ້ວ່າ:
"ກໍເລີ່ມໄປຕັ້ງແຕ່ເດືອນມັງກອນເດືອນນີ້ໄປຫັ້ນແຫຼະເນາະ ຊ່ວງການຜະລິດລະດູແລ້ງເນາະບາງຈຸດນີ້ມັນກໍຊິບໍ່ໄດ້ເຮັດເຕັມເມັດເຕັມໜ່ວຍຫັ້ນນາ ຍົກໂຕຢ່າງຄື ເຂດນໍ້າທາ 3 ເພາະວ່າຟື້ນຟູນີ້ພໍພຽງແຕ່ວ່າເອົານໍ້າເຂົ້ານາປີເນາະບໍ່ໃຫ້ເຂົ້າຖືກນໍ້າແຫ້ງແລ້ງ ຫຼັງຈາກນັ້ນມັນຕ້ອງໄດ້ສ້ອມແປງໃຫ້ມັນຮັບປະກັນເພື່ອຕອບສະໜອງການຜະລິດລະດູແລ້ງຫັ້ນ ໃຫ້ມັນໄດ້ຜະລິດໄດ້ຫັ້ນແຫຼະ"
ເຈົ້າໜ້າທີ່ທ່ານດຽວກັນນີ້ກ່າວຕື່ມວ່າໃນເດືອນພະຈິກຂອງແຕ່ລະປີທົ່ວປະເທດລາວຈະເລີ່ມເຂົ້າສູ່ຂະບວນການຜະລິດລະດູແລ້ງແຕ່ມາປີນີ້ລະບົບຊົນລະປະທານເພື່ອສະໜອງນໍ້າໃຫ້ປະຊາຊົນສາມາດທໍາການຜະລິດໄດ້ທັນລະດູການນັ້ນສາມາດຟື້ນຟູໄດ້ຈໍານວນໜຶ່ງແລ້ວ ຂະນະທີ່ອີກຈໍານວນໜຶ່ງຍັງຢູ່ໃນຂັ້ນຕອນສະເໜີຂໍທຶນສໍາລັບໄປໃຊ້ສ້ອມແປງ. ດັ່ງທ່ານກ່າວວ່າ:
"ຄັນເຮົາຫາກບໍ່ຟື້ນຟູທັນກໍຊິມີຜົນກະທົບຫັ້ນແຫຼະ ຟື້ນຟູສ້ອມແປງທັນຫັ້ນນາເພາະວ່າ ມັນຊິເຂົ້າລະດູແລ້ງແລ້ວຫັ້ນນາ ແລ້ວບາງຈຸດກໍຟື້ນຟູໄປຈໍານວນໜຶ່ງແລ້ວບາງຈຸດກໍຍັງສະເໜີທຶນ"
ສ່ວນນະຄອນຫຼວງວຽງຈັນມີລະບົບຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 15 ໂຄງການ ເນື້ອທີ່ຖືກກະທົບ1,676 ກວ່າເຮັກຕາ ມູນຄ່າເສຍຫາຍເບື້ອງຕົ້ນ 96 ຕື້ກວ່າກີບ ເຮັດໃຫ້ບາງບ້ານເປັນຕົ້ນ ບ້ານໜອງແຫ້ວ ແລະ ບ້ານໃກ້ຄຽງເມືອງຫາດຊາຍຟອງ ເຊິ່ງເປັນບ້ານຈະນິຍົມປູກເຂົ້ານາແຊງ, ສວນໝາກແຄນຕາລູບ ແລະ ປູກພືດຜັກສວນຄົວ ເປັນຕົ້ນຜັກກາດ ຜັກຫອມປ້ອມ ທຸກໆ ປີ ໃນລະດູແລ້ງນັ້ນໄດ້ຮັບຜົນກະທົບຫຼາຍ. ດັ່ງເຈົ້າໜ້າທີ່ເມືອງຫາດຊາຍຟອງທ່ານໜຶ່ງກ່າວວ່າ:
"ສ່ວນໃຫຍ່ມັນກໍເປ່ເພໜ້ອຍດຽວມັນກໍມີບັນຫາໂຕຈັກສູບນໍ້າລວມ ມີ 2 ຈຸດ ຄື ບ້ານໜອງແຫ້ວ ແລະ ບ້ານຖິ່ນເພຍຫັ້ນຄືວ່າຄືຊິບໍ່ສາມາດຊິເປີດໄດ້ແລ້ວຈັກກໍຍັງຈົ່ມນໍ້າຂອງພຸ້ນເພິ່ນຊິແຜນເກັບກູ້ຂຶ້ນແຕ່ວ່າເລື່ອງມາຕິດຕັ້ງໃໝ່ເປັນແພ ເປັນໝໍ້ຕອກ ມໍເຕີຫັ້ນ ແມ່ນອັນນັ້ນແມ່ນທາງນະຄອນຫຼວງ ແມ່ນຂຶ້ນແຜນງົບປະມານຍັງບໍ່ຮູ້ວ່າຊິໄດ້ເດືອນໃດ ຖ້າບໍ່ມີເຄື່ອງຈັກກໍຖືວ່າບໍ່ສາມາດທີ່ຈະເຮັດໄດ້ເນາະ"
ໃນຂະນະທີ່ຢູ່ແຂວງຫົວພັນມີລະບົບຊົນລະປະທານໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 5 ໂຄງການເນື້ອທີ່ຖືກຜົນກະທົບ 60ເຮັກຕາ ມູນຄ່າເສຍຫາຍເບື້ອງຕົ້ນ 5 ຕື້ກວ່າກີບ ເຮັດໃຫ້ປະຊາຊົນທີ່ອາໄສນໍ້າຈາກຊົນລະປະທານເພື່ອປູກພັກລະດູແລ້ງບໍ່ມີນໍ້າສະໜອງແກ່ການຜະລິດຄືກັນ. ດັ່ງເຈົ້າໜ້າທີ່ແຂວງຫົວພັນ ທ່ານກ່າວວ່າ:
"ຊົນລະປະທານນາຖ້າວ່າໄດ້ຮັບຜົນກະທົບບໍ່ໄດ້ຊົມໃຊ້ຄືນມັນກໍນາບໍ່ມີນໍ້າຫັ້ນແຫຼະ ບໍ່ມີນໍ້າໃສ່ນາຫັ້ນແຫຼະແຕ່ລະບ້ານເຂົາກໍມີບົດລາຍງານມາຫາຫ້ອງການເດ້ ຖ້າວ່າ ມທຶນສ້ອມແປງຫັ້ນນາແບບວ່າສໍາຊາເຂົາເຮັດເອົາມາຊົມໃຊ້ແບບພື້ນບ້ານເຂົາກໍເຮັດໄດ້ເນາະ ເອົາດິນ ເອົາຫີນ ເອົາໄມ້ແຫຼະ ແກ້ໄຂເຂົາກໍເຮັດແນວນັ້ນຊົ່ວຄາວຫັ້ນນາບາງບ່ອນ ຖ້າວ່າມັນເກີນໄປມັນກໍແປງບໍ່ໄດ້."
ສ່ວນອີກ 9 ແຂວງ ແມ່ນລະບົບຊົນລະປະທານໄດ້ຮັບຜົນກະທົບເຊັ່ນດຽວກັນແຕ່ບໍ່ຮ້າຍແຮງລວມມີ, ແຂວງຜົ້ງສາລີ 11ໂຄງການ, ບໍ່ແກ້ວ 10 ໂຄງການ, ອຸດົມໄຊ 26 ໂຄງການ, ຫລວງພະບາງ 10 ໂຄງການ, ຊຽງຂວາງ 8 ໂຄງການ, ໄຊຍະບູລີ 10 ໂຄງການ, ບໍລິຄໍາໄຊ 22 ໂຄງການ, ຄໍາມ່ວນ 31 ໂຄງການ ແລະ ເຊກອງ 10 ໂຄງການ.ເຖິງຢ່າງໃດກໍຕາມ ກະຊວງ ກະສິກໍາ ແລະ ປ່າໄມ້ ຈະໄດ້ຮີບຮ້ອນສ້ອມແປງ ລະບົບຊົນລະປະທານທີ່ເປ່ເພທັງໝົດນີ້ ໂດຍສະເພາະໂຄງການທີ່ເປັນບຸລິມະສິດຮັບໃຊ້ການຜະລິດລະດູແລ້ງທີ່ຈະມາເຖິງນີ້ເພື່ອໃຫ້ສາມາດສະໜອງນ້ຳໃຫ້ປະຊາຊົນສາມາດທໍາການຜະລິດໄດ້ທັນລະດູການ. ອີງຕາມຄວາມເວົ້າ ຂອງທ່ານ ທອງເລີຍ ແສງອານົງ ຮອງຫົວໜ້າກົມຊົນລະປະທານ, ກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນນີ້.