ເດັກຍິງລາວ 13 ປີກັບຄືນ ລາວແລ້ວ
2017.11.14

ເດັກນ້ອຍແມ່ຍິງລາວອາຍຸ 13 ປີ ຈາກເມືອງສຸຂຸມາແຂວງຈໍາປາສັກ ທີ່ອາສັຍຢູ່ກັບພໍ່ແມ່ ໃນແຄັມຄົນງານກໍ່ສ້າງ ທີ່ແຂວງສະມຸດສາຄອນ ຂອງໄທ ແລະໄດ້ໜີອອກຈາກແຄັມ ໄປເມື່ອຕົ້ນເດືອນ ພຶສຈິກາ ທີ່ຜ່ານມານັ້ນຖືກສົ່ງກັບບ້ານ ທີ່ປະເທດລາວແລ້ວ ໃນມື້ວັນທີ 9 ພຶສຈິກາ 2017 ນີ້ ຍ້ອນນາງບໍ່ຢາກ ຢູ່ໃນສູນນັ້ນ ອີກຕໍ່ໄປ.
ໃນການໄປສົ່ງນາງນ້ອຍຜູ້ນີ້ກັບຄືນບ້ານ ກໍມີເຈົ້າໜ້າທີມູນນິເຄືອຄ່າຍ ສົ່ງເສີມຄຸນນະພາບຊີວິດຄົນງານ ຫຼື LPN ຂອງໄທ ແລະກົມພັທນາ ສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ ແລະເຈົ້າໜ້າທີ່ ບ້ານພັກເດັກແລະສັຕຣີ ແຂວງສະມຸດສາຄອນ ໂດຍມີ ເຈົ້າໜ້າທີ່ລາວ ອັນຮວມທັງ ສະຫະພັນແມ່ຍິງ ແຂວງຈໍາປາສັກ ກັມບານ ແລະມູນນິທິພິທັກສັຕຣີ ມາຮັບເອົາຕົວນາງທີ່ດ່ານຊາຍແດນ ວັງເຕົ່າ-ຊ່ອງເມັກ ເພື່ອໃຫ້ການ ຊ່ວຍເຫລືອ ຮວມທັງການຫາບ່ອນຢູ່ ແລະບ່ອນຮຽນໃຫ້ ຕາມທີ່ນາງ ຢາກຮຽນນັ້ນ ນໍາດ້ວຍ.
ສິ່ງດັ່ງກ່າວ ເປັນໄປຕາມການຕົກລົງກັນ ທີ່ສະຖານທູດລາວ ໃນບາງກອກ ຕອນທີ່ເຈົ້າໜ້າທີ່ໄທ ໄດ້ພານາງນ້ອຍ ແລະພໍ່ແມ່ຂອງນາງໄປ ເພື່ອປຶກສາຫາຣື ກັບເຈົ້າໜ້າທີ່ ທາງການລາວ ກ່ອນໜ້ານີ້ ທີ່ວ່າຈະໃຫ້ນາງ ນ້ອຍຜູ້ນີ້ ກັບໄປຢູ່ລາວ ໂດຍຈະໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງ ຊອກຫາ ບ່ອນຮຽນໃຫ້ ຕາມທີ່ນາງຢາກຮຽນ. ສ່ວນພໍ່ແມ່ຂອງນາງນ້ອຍ ກໍໃຫ້ກັບມາເຮັດວຽກ ຢູ່ໄທຄືເກົ່າຊຶ່ງເຈົ້າໜ້າທີ່ LPN ກໍໄດ້ກ່າວ ຕໍ່ຜູ້ເປັນພໍ່ແມ່ ຂະນະທີ່ໄປສົ່ງນັ້ນວ່າ:
"ຄັນເດັກນ້ອຍມັນຢາກຮຽນ ຢາກເຂົ້າໄປຢູ່ໃນສະຖານທີ່ປອດພັຍ ຜົມກະຖືວ່າກະດີໃດ໊ ຄັນຢູ່ບ້ານຝັ່ງພຸ້ນນະມັນໄດ້ໄປຮຽນມີອົງກອນເພິ່ນ ຊ່ວຍນໍາ ເຮົາກະໄປຢ້ຽມ ລະເອົາລູກ ມາຢູ່ນໍາຊ່ວງນຶ່ງ ກໍໄດ້ຊ່ວງປິດຮຽນ ເຈົ້າຂອງ ກະເຮັດງານໄປ ກະສິໄດ້ ສະບາຍໃຈ".
ຕາມຄໍາເວົ້າຂອງເຈົ້າໜ້າທີ່ ບ້ານພັກເດັກນ້ອຍ, ນາງນ້ອຍວັຍ 13 ປີ ຜູ້ນີ້ ບໍ່ຢາກອາສັຍຢູ່ໃນແຄັມຄົນງານ ກໍ່ສ້າງ ຍ້ອນຢ້ານບໍ່ປອດພັຍ ເພາະມີພວກກັມມະກອນ ຈາກປະເທດອື່ນ ຫລາຍຄົນ ຢູ່ທີ່ນັ້ນນໍາດ້ວຍ ແລະທັງບໍ່ມີບ່ອນ ຮຽນໜັງສື ຕາມທີ່ນາງ ຢາກຮຽນເຮັດໃຫ້ນາງ ໜີຈາກ ພໍ່ແມ່ໄປ.
ນາງນ້ອຍຕ້ອງໄດ້ຢູ່ ບ້ານພັກເດັກນ້ອຍ ເຖິງ 6 ເດືອນ ຫລັງຈາກເຈົ້າໜ້າທີ່ ຕໍາຣວດ ແຂວງສະມຸດສາຄອນ ພົບເຫັນນາງຍ່າງເລ້ລ້ອນ ຢູ່ແຄມທາງ ໃນຄືນວັນທີ 8 ພຶສພາ. ໃນຣະຫວ່າງນັ້ນ ເຈົ້າໜ້າທີ່ ກໍຊອກຫາຄອບຄົວ ຂອງນາງບໍ່ພົບ ຈົນກະທັ້ງ ໄດ້ມູນນິທິ LPN ຊ່ວຍ ຕິດຕາມຫາ ຈຶ່ງພົບກັບພໍ່ແມ່ ຂອງນາງ ເມື່ອທ້າຍເດືອນຕຸລາ ທີ່ຜ່ານມານີ້.