ຕ່ຳຫູກທໍໄໝກໍມີກຽດໃນ ສັງຄົມ ໄດ້

ຍາປ້າ ກົມມາລີ ຈັນທະວົງ ໄດ້ຮັບ ຣາງວັນ ກຽດຕິຄຸນ ເຣມອນ ແມັກໄຊໄຊ ຂອງ ປີ 2015 ໃນຂແນງ ຫັຖກັມ ຕໍ່າຫູກ ທໍໄໝ.

ຍາປ້າ ກົມມາລີ ຈັນທະວົງ ເປັນສັດຕຣີລາວ ທີ່ ມີຄວາມສງ່າງາມ ໃນວຽກງານ ທີ່ ເພິ່ນໄດ້ປະຕິບັດ ຕໍ່ສັງຄົມ Kommaly Chanthavong

ການໄດ້ຮັບ ຣາງວັນ ກຽຕຕິຄຸນ ດີເດັ່ນ ແຫ່ງ ເອເຊັຽ ຄື, ຣາງວັນ ເຣມັອນ ແມັກໄຊໄຊ ໃນປີ 2015 ຂອງ ຍາປ້າ ກົມມາລີ ຈັນທະວົງ ແມ່ຍິງລາວ ວັຍ 71 ປີ ມີຂຶ້ນ ແບບທີ່ ຍາປ້າ ບໍ່ ຄາດຄຶດ ມາກ່ອນ ເຖິງແມ່ນ ຍາປ້າ ຈະໄດ້ຄຸກຄຸ້ຍ ນຳ ວຽກງານ ຢູ່ໃນ ຂແນງ ການຜລິດ ຫັຖກັມ ທີ່ ມິດງຽບ ຢູ່ໃນ ສັງຄົມລາວ ມານານ ຫຼາຍປີ ຊຶ່ງ ຍາປ້າ ຖືເອົາ ການຕໍ່າຫູກ ທໍໄໝ ປູກ ມອນ ລ້ຽງມ້ອນ ສ້າງຣາຍໄດ້ ຊ່ວຍຄອບ ຊ່ວຍຄົວ. ແລະ ຂແນງການ ນີ້ ກໍເປັນ ຂແນງການ ທີ່ ຍັງບໍ່ມີ ສະຖາບັນ ໃດ ໃຫ້ ໃບ ປະກາດ ຮັບຮູ້ ວິຊາການ ຫລື ຍົກຍ້ອງ ຜົນງານ ຄືກັນກັບ ຂແນງການ ຜລິດ ອື່ນໆ ເຖິງແມ່ນວ່າ ຄົນ ຄົນນັ້ນ ຈະຕໍ່າຫູກ ທໍໄໝ ຕໍ່າແຜ່ນແພ ທີ່ ມີລວດລາຍ ສວຍງາມ, ຜລິດເສັ້ນໄໝ ລະອຽດ ປານີດ ປານໃດ ກໍຕາມ, ແລະ ນັ້ນກໍອາຈ ເປັນ ເຫດຜົລ ນຶ່ງ ທີ່ເຮັດໃຫ້ ຍາປ້າ ບໍ່ຄາດຄິດ ມາກ່ອນ ວ່າຕົນ ຈະໄດ້ຮັບ ຣາງວັນ ອັນສູງສົ່ງ ຄື ທີ່ວ່ານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org