ບຸນຊ່ວງເຮືອວັດປ່າພຸທຣາມ

ຈໍາປາທອງ
2014.09.22
F-boat-racing ການແຂ່ງຂັນ ຊ່ວງເຮືອ ຄັ້ງທໍາອິດ ຂອງຊຸມຊົນຊາວລາວ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ທີ່ ສວນ ສາທາຣະນະ Pohick ຢູ່ເມືອງ ລໍເຕິນ ຣັຖເວິຈີເນັຽ ໃນວັນອາທິດ ວັນທີ 21 ກັນຍາ 2014.
RFA

 

ທີມ ເຮືອຊ່ວງ ວັດປ່າ ພຸທຣາມ ຊນະ ການແຂ່ງຂັນ ຊ່ວງເຮືອ ຄັ້ງທໍາອິດ ຂອງ ຊຸມຊົນ ຊາວລາວ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ທີ່ ສວນ ສາທາຣະນະ Pohick ຢູ່ເມືອງ ລໍຕັນ ຣັດເວິຈີເນັຽ ໃນ ວັນອາທິດ ວັນທີ 21 ກັນຍາ 2014.

ບຸນຊ່ວງເຮືອ ຄັ້ງນີ້ມີ ເຮືອຊ່ວງ 9 ລໍາ ແລະ ສີພາຍ 27 ຄົນ ມີຫຼາຍທີມ ເຂົ້າ ແຂ່ງຂັນ ໃນໄລຍະ ປະມານ 300 ແມັດ ຢູ່ນໍ້າ Pohick. ທ່ານ ສີອໍາພອນ ອຸດົມ ປະທານ ຈັດງານ ໄດ້ກ່າວເຖິງ ຄວາມຮູ້ສຶກ ຂອງ ຕົນ ຕອນນຶ່ງວ່າ:

"ການ ຊ່ວງເຮືອ ໃນມື້ນີ້ ຫັ້ນເປັນ ປະຖົມມະເລີກ ທີ່ ເຮົາບໍ່ເຄີບ ເຮັດມາ ຈັກເທື່ອ ດີໃຈຫລາຍ ທີ່ວ່າ ແຂກຄົນ ຕ່າງ ປະເທສ ກໍມີ ແລະ ກະແຂກ ຕ່າງຣັດ ຕ່າງ ເມືອງກະມາ ຫລາຍປີ ໜ້ານີ້ ກະສິເຮັດ ໃຫ້ມັນຄັກ ກວ່ານີ້ ຄຶກຄື້ນ ກວ່ານີ້ ມ່ວນຊື່ນ ກວ່ານີ້".

ເມື່ອເວົ້າເຖິງ ຈຸດປະສົງ ແລະ ເປົ້າໝາຍ ຂອງ ບຸນຊ່ວງເຮືອ ນັ້ນ ທ່ານ ຈໍາປາ ຈັນທະວົງ ປະທານ ວັດລາວ ເວິຈີເນັຍ ກ່າວວ່າ:

"ຈຸດປະສົງ ກໍແມ່ນ ພວກເຮົາ ຢາກໃຫ້ ສືບທອດ ເຣຶ່ອງ ປະເພນີ ລາວ ເຮົາໄວ້ໃຫ້ ອະນຸຊົນ ລຸ້ນຫລັງ ໃຫ້ຮູ້ຈັກວ່າ ຄວາມເປັນມາ ຂອງ ບຸນ ຊ່ວງເຮືອ ນັ້ນ ເປັນແນວໃດ ອັນນີ້ແມ່ນ ຈຸດຫລັກ ເພາະວ່າ ອະນຸຊົນ ລຸ້ນຫລັງ ທີ່ເກີດໃໝ່ ໃຫຍ່ລຸນ ນັ້ນ ບໍ່ເຄີຍເຫັນ ບຸນຊ່ວງເຮືອ ຈັກເທື່ອ ກໍມີ ຄາດໝາຍ ສໍາຄັນ ທີ່ສຸດນີ້ ກະນຶ່ງ ແມ່ນເຣຶ່ອງ ການເຕົ້າໂຮມ ພີ່ນ້ອງ ປ້ອງປາຍ ເຮົາທັງໝົດ ໃນເຂດ ນີ້ ບໍ່ເຄີຍມີ ຈັກເທື່ອ ອັນນີ້ ກໍເປັນຈຸດ ດຶງເຮົາ ໄດ້ມາໂຮມກັນ ໃຫ້ເຫັນໜ້າ ເຫັນຕາກັນ ຫລາຍໆຄົນ ຫລາຍເຂດ ຫລາຍບ່ອນ ແລ້ວອັນນຶ່ງ ພໍດີ ມາຖືກ ກັບມື້ ບຸນ ຫໍ່ເຂົ້າສລາກ ກໍເລີຍ ປະກອບ ພິທີ ສັງກະທານ ເຮັດບຸນ ຊ່ວງເຮືອ ໄປພ້ອມ".

ໃນງານບຸນ ຄັ້ງນີ້ ມີການ ຄົບງັນກັນ ຕາມຮີດຄອງ ປະເພນີ ອັນດີງາມ ຂອງລາວ ມີຜູ້ເຂົ້າ ຮ່ວມຊົມ ຢ່າງ ຫຼວງຫຼາຍ ທັງ ຊາວລາວ ແລະ ຊາວ ຕ່າງ ປະເທສ ຊຶ່ງ ຕ່າງກໍມີ ຄວາມພໍອົກ ພໍໃຈ ແລະ ໄດ້ ສະແດງອອກ ເຖິງ ຄວາມ ສາມັກຄີ ຮັກແພງ ແລະ ສນິດສນົມ ກັນ ເປັນຢ່າງດີ ດັ່ງຊາວ ຕ່າງປະເທສທ່ ານນຶ່ງ ທີ່ມາ ຮ່ວມງານ ໄດ້ ສະແດງອອກ ເຖິງ ຄວາມຮູ້ສຶກ ຂອງຕົນວ່າ:

"ທ່ານວ່າ ທ່ານມັກ ຫລາຍ ມັນເປັນງານ ທີ່ຈົບງາມ ມີຄົນຫລວງຫຼາຍ ມາຮ່ວມ ທ່ານມັກ ຫລາຍທີ່ສຸດ".

ບຸນຊ່ວງເຮືອ ດໍາເນີນໄປ ຢ່າງຄຶກຄື້ນ ເບີກບານ ມ່ວນຊື່ນ ມີຄວາມເປັນ ຣະບຽບ ຮຽບຮ້ອຍ ຈົບງາມ ຊຶ່ງ ຜູ້ມາຊົມ ທັງຫລາຍ ຕ່າງ ກໍ ເວົ້າວ່າ ປີໜ້າ ມາພ້ອມກັນ ມ່ວນຊື່ນ ໃຫ້ຫຼາຍກວ່າ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.