ບ້ານໂພນສິມ ຂ.ສວັນນະເຂດ ຈັດບຸນບັ້ງໄຟ

ອຸ່ນແກ້ວ ສຸກສະຫວັນ
2021.05.04
ບ້ານໂພນສິມ ຂ.ສວັນນະເຂດ ຈັດບຸນບັ້ງໄຟ ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ພາກັນ ຈັດງານບຸນບັ້ງໄຟ ໃນວັນທີ 2 ພຶສພາ 2021
ນັກຂ່າວພົລເມືອງ

ອຳນາດການປົກຄອງ ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ພາກັນຈັດງານບຸນບັ້ງໄຟ ໃນວັນທີ 2 ພືສພາ 2021 ຊຶ່ງເປັນ ການລະເມີດຄຳສັງ ປ້ອງກັນໂຄວິດ-19. ຜູ້ຄົນພາກັນ ວິຈານເຖິງການຄວາມບໍ່ເອົາໃຈໃສ່ ເຖິງອຳນາດການປົກຄອງທ້ອງຖິ່ນໃນ ການສະກັດ ແລະປ້ອງກັນການຣະບາດ ຂອງໂຄວິດ-19.

ນັກວິຊາການທ່ານນຶ່ງ ໃຫ້ສຳພາດວ່າ: ການກະທຳແບບນີ້ ເປັນລັກສນະເພິ່ນວ່າ ຄວາຍເສັຽຈັ່ງລ້ອມຄອກຕາມພາຍຫລັງ.

ນັກວິຊາການ: ເລີ່ມສລຸບຂອງພະອາຈານອີ່ສັງ ຮອງເຈົ້າຄອງນະຄອນອອກມາເວົ້າ ມັນກະມີສ່ວນຜິດກັນຫຼາຍພາກສ່ວນໄດ໋ ຕາມທີ່ ຂ້າພະເຈົ້າຄິດ. ອ້າວ ກະຄືບົດຄວາມ ຮອງເຈົ້າຄອງນະຄອນ ໄກສອນ ພົມວິຫານ ກະຂຽນວ່າ ນາຍບ້ານໂພນສິມ ເຮັດບົດສເນີໄປ ຂໍອະນຸຍາດ ຈັດງານປະເພນີ ຕັ້ງແຕ່ວັນທີ 26 ເດືອນ 3 ພຸ້ນ ໃນສໄມນັ້ນກະວ່າບໍ່ທັນ ລະບາດ ອັນນີ້ຖືກຕ້ອງຕາມຄຳຂອງຮອງ ເຈົ້ານະຄອນ ໄກສອນ ພົມວິການ ເວົ້າ.

ມັນບໍ່ທັນລະບາດແທ້ແຕ່ ເດືອນ ມິນາ ແມ່ນບໍ່. ບາດນີ້ ເມື່ອເອກະສານເຂົາເຖິງເຈົ້າແລ້ວ ເຈົ້າພັດບໍ່ນຳກວດກາຄືນໃນເວລາທີ່ມັນ ລະບາດ ຕອນປີໃໝ່ລາວ ຕອນເດືອນ 4 ວັນທີ 17 ເດືອນ 4 ມາເຈົ້າໂລດ ປ່ອຍປະລະເລີຍ ບໍ່ກວດຄືນວ່າ ບ້ານນີ້ ເມືອງນີ້ ມັນມີຈຸດໃດ ທີ່ເຂົາເຮັດເອກສານຂຶ້ນມາຂໍອະນຸຍາດ. ຈັດງານປະເພນີ ເພື່ອຈັດງານດອງ ເພື່ອຈັດງານຊຸມນຸມ ຂຶ້ນເຮືອນໃໝ່ຕ່າງໆ ອັນຂາດການເຮັດວຽກຢ່າງມີປະສິດທິພາບ ເອີ້ນວ່າ ຂາດການເອົາໃນໃສ່ ການດູແລຮັກສາສັງຄົມ.

ນັກຂ່າວ: ບໍ່ມີການຕິດຕາມຕອນເຂົາສເນີມາຫັ້ນ?

ນັກວິຊາການ: ກ່ອນການລະບາດ ມີເຂົາສເນີຫຍັງມາ ກວດກາຄືນລະສັ່ງຫ້າມທັນທີ ບາດນີ້ໂລດໄປສັ່ງຫ້າມຊ້າ ເຫັນບໍ່ ສັ່ງຫ້າມ ວັນທີ 25 ເມສາ. ສັ່ງຫ້າມວັນທີ 25 ກະແມ່ນຢູ່ວ່າ ກ່ອນໄລຍະກະມີແຕ່ເທົ່າໃດ ບໍ່ຮອດວັນທີ 30 ກະ 5 ມື້. ເອີ; ສັ່ງຫ້າມກະ ແບບວ່າ ບໍ່ເດັດຂາດ ສັ່ງຫ້າມ ສັ່ງຫ້າມແບບໃດ ສັ່ງຫ້າມ ແບບລົງຮາກຖານທັນທີເບາະ ຫລື ສັ່ງຫ້າມແບບ ເປົ່າຂ່າວໄປ. ມັນຕ່າງໃດ ມັນພາວະ ໂລກແບບນີ້ ເຈົ້າຕ້ອງລົງເຖິງຈຸດໂລດ ທັນທີໂລດວ່າ. ໜ່ວຍງານບໍຣິຫານ ຂັ້ນແຂວງນີ້ ຢູ່ເມືອງມີ ໜ່ວຍງານໃດແດ່ ສັ່ງໜ່ວຍນັ້ນລົງຂັ້ນກຸ່ມຫັ້ນ ທັນທີໂລດ ວ່າຫ້າມເດັດຂາດ ສັ່ງແບບນັ້ນແຫຼະ ຖ້າເຂົາບໍ່ປະຕິບັດ ລະເພິ່ນເວົ້າວ່າ ນາຍບ້ານ ເປັນການລັກເຮັດ ອັນນີ້ຖືກ.

ມັນຜິດກັນຄົນລະໜ້ອຍ ລະໜ້ອຍໄປນະ ຖ້າເຮົາສັ່ງການແຕ່ວັນທີ 20 ເມສາ ພຸ້ນ ເຮັດເອກສານເຖິງກຸ່ມເລີຍໂລດ ໃຫ້ຕຳຣວດ ຂອງກຸ່ມແຕ່ລະເມືອງ ສັ່ງການປິດມັນກະໄດ້. ເພິ່ນເຮັດ ແບບໃດ ເຮົາກະບໍ່ຮູ້ ຄັນວ່າ ເພິ່ນເຮັດຄື ຂ້າພະເຈົ້າເວົ້ານີ້ ແບບນາຍບ້ານ ເຮັດນີ້ ນາຍບ້ານຜິດໜັກ ກະທາງຝ່າຍອັນນີ້ ເຮົາກະບໍ່ຜິດ ຝ່າຍເຈົ້າຄອງນະຄອນໄກສອນ ພົມວິຫານ ນີ້ຄະນະພັກ ຄະນະນຳເພິ່ນນີ້ ກະບໍ່ມີຄວາມຜິດ.

ແຕ່ຖ້າສັ່ງໄປແບບ ມະລຸມມະລ້ວຍ ຖືວ່າ ມີຄວາມຜິດ ຂາດການເອົາໃຈໃສ່ ໃນການເຮັດວຽກ ຢ່ງຈິງຈັງ ຢ່າງແກ່ນເລິກເຊິ່ງ ເຖິງຖອງ. ເພິ່ນກະຄວບຄຸມຢູ່ ຊ້ວງນັ້ນກະຍັງວ່າ ມັນບໍ່ມີ ການລະບາດ ເພິ່ນກະເລີຍໂຍະຍານໃຫ້ປະຊາຊົນ ທີ່ຖືກກົດດັນມາ ຫຼາຍເດືອນ ປີໃໝ່ປີກາຍ ແຕ່ປີໃໝ່ສົງການກະປິດເລີຍ.

ນັກຂ່າວ: ທ່ານ ເຫັນບໍ່ ມາຕການຢູ່ ປະເທດລາວ ມີການດຳເນີນແບບເຄັ່ງລະຍານ ເຄັ່ງລະຍານ ມັນເປັນຈັ່ງຊິເບາະຫຼືວ່າຈັ່ງໃດ?

ນັກວິຊາການ: ເອີ; ເປັນຈັ່ງຊັ້ນແຫຼະ ເຄັ່ງລະຍານ ເຄັ່ງລະຍານ ປາດລະບາດລະເຄັ່ງຈິຫາຍໄດ໋ ແຕ່ເຄັ່ງມັນກະຄືກັນກັບງົວຫາຍ ແລ້ວລ້ອມຄອກ ຫັ້ນນ່າ. ເຄັ່ງຄັດບາດເວລາມັນຢູ່ດີ ສະບາຍລະພັດນອນຕົບພຸງບົວະບົວະ. ລະຄັນມີຄົນຕິດຢູ່ບ້ານເຂົາ ລະຄົນທີ່ ມີເຊື້ອລະມາຈາກໃສ.

ປະຊາຊົນລາວທ່ານນຶ່ງ ກໍໃຫ້ສໍາພາດວ່າ ມັນເປັນຄວາມບົກຜ່ອງຂອງອຳນາດ ການປົກຄອງບ້ານທີ່ປ່ອຍໃຫ້ມີເຫດການແບບນີ້.

ປະຊາຊົນ: ໄດ້ຍິນເພິ່ນສຳພາດນຳວິທຍຸ ນຳອັນນີ້ດອກ. ໄດ້ຍິນວ່າ ຊິດຳເນີນວິນັຍຢ່າງເດັດຂາດ ກັບນາຍບ້ານ ກັບອຳນາດການ ປົກຄອງບ້ານໂພນສິມ ວ່າຊັ້ນເດ້. ຝ່າຝືນວ່າ ຊັ້ນເດ້ ໄດ້ຍິນເພິ່ນວ່າຈັ່ງຊັ້ນຫັ້ນນ່າ ຝ່າຝືນລະບຽບເດ້ ຂໍ້ຫ້າມບໍ່ໃຫ້ຊຸມນຸມ 20 ຄົນ ຂຶ້ນໄປເດ້ເນາະ.

ຊຸມນຸມຫັ້ນນ່າ ແຕ່ວ່າເຮົາເອງກະເນາະ ຫລິ້ນບຸນບັ້ງໄຟເນາະ ຫ້ວຍມັນກະບໍ່ແມ່ນແນວຫັ້ນແຫຼະ ຢູ່ສວັນນະເຂດ. ບ້ານໂພນສິມ ກັບ ສວັນນະເຂດ ມັນກະບໍ່ໄດ້ໄກເນາະ ຊ່ຳຕລາດເຊົ້າ ກັບດອນໜູນນີ້ຕົ່ວວະ. ຕິດທາດອີງຮັງນີ້ລະເນາະ ບ້ານໂພນສິມ ນີ້ແນະກະທາງ ເຂົ້າທາດອີງຮັງ.

ນັກຂ່າວ: ມັນເປັນຈັ່ງໃດລະ ຂັ້ນຖ້າຫລິ້ນກັນຢູ່ຈັ່ງຊິ ຜູ້ເຄັ່ງຄັດລະ ເຄັ່ງຄັດເອົາແທ້ເອົາວ່າ?

ປະຊາຊົນ: ຄັນວ່າ ເຮົາບໍ່ປະຕິບັດຕາມຄຳສັ່ງກະ ຄວາມໝາຍວ່າ ກະຊິມີເຈົ້າໜ້າທີ່ບາງຄົນຫັ້ນຕິ ທີ່ຝ່າຝືນເນາະ ເຂົາເຊື່ອວ່າ ກະຕ້ອງມີນ່າໃນຫັ້ນ ບໍ່ວ່າ ຊິບໍ່ມີເຈົ້າໜ້າທີ່ ໃນລະດັບນຶ່ງ ທີ່ໄປຫລິ້ນນຳຢູ່ຫັ້ນ. ເພາະວ່າ ນາຍບ້ານກະຄະນະພັກເມືອງເດ້ ບໍ່ແມ່ນວ່າ ຄົນໂລໂລເລເລ ເດ້ ຜູ້ທີ່ຈະເປັນນາຍບ້ານຫັ້ນ່າ.

ເຂົາວ່າ ລະບຽບການບົກຄອງບ້ານເຮົາສູ່ມື້ນີ້ ກະຄື ນາຍບ້ານກະຕ້ອງເປັນ ຄະນະພັກເມືອງເດ້ ກະຄືສະມາຊິກພັກຢ່າງດີຕົ່ວວະ ຈັ່ງໄດ້ເປັນນາບ້ານໄດ້ ບໍ່ແມ່ນ ຕາມີຕາມາ ຊິເປັນໄດ້ໄດ໋ ດຽວນີ້ຫັ້ນນະ.

ຄະນະພັກຮາກຖານ ໄດ້ປັນຫົວໜ້າເຂດພ້ອມຫັ້ນແຫຼວ ເປັນນາຍບ້ານເລຂາພັກບ້ານຫັ້ນແຫລວ ມັນຕ້ອງສະມາຊິກພັກເມືອງໄດ໋ ຫັ້ນນະ ກະຄືຄະນະພັກເມືອງຫັ້ນແຫຼວ ມັນບໍ່ຄືແຕ່ກີ້ເດ້ ແຕ່ກີ້ກະເອົາເຈົ້າກົກເຈົ້າເຫລົ່າ ມາເປັນກະໄດ້.

ດຽວນີ້ ມັນບໍ່ໄດ້ໄດ໋ ຢາກບໍ່ຢາກ ມັນຕ້ອງຕິດຄະນະພັກເມືອງເດ້ ມັນຈັ່ງຄ່ອຍເປັນນາຍບ້ານໄດ້ເດ້ ລະກະອາຍຸ 60 ກະບໍ່ໃຫ້ເປັນອີກ ດຽວນີ້ຫັ້ນ ນາຍບ້ານກະດາຍ. ມັນຢູ່ໃນສະມາຊິກພັກ ລະຍັງໄປຝ່າຝືນ ຫ້ວຍກະສະແດງວ່າ ຈັ່ງໃດລະຊິວ່າ ກົດໝາຍບໍ່ສັກສິດ ເບາະ ຫຼືວ່າຈັ່ງໃດ ເຂົາພາກັນຂຶ້ນສື່ສັງຄົມອອນລາຍ. ໂອ ພວກນີ້ ເຮົາງົງໝົດເວີຍ.

ນັກຂ່າວ: ໂຕທີ່ບໍ່ປະຕິບັດນີ້ ມັນເປັນນຳນາຍບ້ານເບາະ ຫລືວ່າ ມັນເປັນນຳເມືອງ ນຳແຂວງ ທີ່ບໍ່ເຄັ່ງຄັດ ຫລືວ່າ ເຄັ່ງຄັດຢູ່ແຕ່ວ່າ ໄປບໍ່ເຖິງ?

ປະຊາຊົນ: ໂຕນີ້ນິ ເຮົາວ່າ ມັນຈະເປັນນຳນາຍບ້ານຫຼາຍກວ່າ ນາຍບ້ານຕຳຣວດເຂດ ພວກທີ່ວ່າ ຕຳຣວດເຂດ ທະຫານເຂດ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ບ້ານໂພນສິມ ທັງໝົດ 10 ຈະຖືກປະຕິບັດວິນັຍ ແລະ ໃຫ້ຢຸດການປະຕິບັດໜ້າທີ່.

ເຈົ້າໜ້າທີ່ຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນໂຄວິດ-19 ນະຄອນໄກສອນ ພົມວິຫານ ໄດ້ກ່າວວ່າ:

"ເອົາມາກັກຂັງໄວ້ກ່ອນ ເພື່ອດຳເນີນຄະດີ ກຳລັງເຕົ້າລວມກັນຢູ່ ປະຕິບັດວິນັຍ ບຸກຄົນດັ່ງກ່າວກ່ອນນີ້ລະ ອຳນາດການປົກຄອງ ບ້ານຫັ້ນແຫຼະ ປົດວ່າຊັ້ນສາເນາະ ປົກຈາກການ ເປັນເລຂາພັກ ນາຍບ້ານ ຄະນະພັກຮາກຖານນັ້ນແຫຼະ ມັນມີຫຼາຍຫັ້ນແຫຼະ ລວມຮອດກັມມະການພັກ ນະຄອນພຸ້ນແຫຼະ ທີ່ຊີ້ນຳໃນກຸ່ມນັ້ນແຫຼະ."

ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໃຫ້ໃຫ້ສໍພາດຕໍ່ນັກຂ່າວທ້ອງຖິ່ນວ່າ ການກະທຳດັ່ງກ່າວ ເປັນການລະເມີດລະບຽບການ.

"ກະຕໍ່ກັບການຈັດງານບຸນບັ້ງໄຟ ຂອງອຳນາດການປົກຄອງບ້ານໂພນສິມ ໃນຄັ້ງນີ້ ແມ່ນເປັນການລະເມີດຕໍ່ນິຕິກັມຕ່າງໆຂອງ ແຂວງ ແລະຂອງນະຄອນໄກສອນ ໄດ້ອອກໃນແຕ່ລະຄັ້ງຫັ້ນ ໂຕນີ້ ແມ່ນທາງອຳນາດການປົກຄອງ ນະຄອນໄກສອນ ໄດ້ອອກ ໃນແຕ່ລະຄັ້ງຫັ້ນ, ໂຕນີ້ ແມ່ນທາງອຳນາດການປົກຄອງ ຂອງນະຄອນໄກສອນ ແມ່ນ ບໍ່ໄດ້ອະນຸຍາດ ໃຫ້ບ້ານດັ່ງກ່າວ ຈັດບຸນບັ້ງໄຟ ຫລືວ່າ ງານຕາມຮີດຄອງປະເພນີ ເພິ່ນແຕ່ຢ່າງໃດ."

ປັດຈຸບັນ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ນະຄອນໄກສອນ ແຂວງສວັນນະເຂດ ປະມານ 100 ຄົນ ໄດ້ຕັ້ງດ່ານສະກັດກັ້ນ-ຫ້າມ ບໍ່ໃຫ້ຄົນເຂົ້າ-ຄົນອອກ ພາຍໃນບ້ານໂພນສິມ ຕລອດ 24 ຊົ່ວໂມງ ເພື່ອປ້ອງກັນການລະບາດຂອງໂຄວິດ-19.

ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ລາຍງານໃນວັນທີ 3 ພຶສພາ ວ່າ ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມ ທັງໝົດ 966 ຄົນ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.