ແຫລ່ງທ່ອງທ່ຽວ ແຂວງຫົວພັນ


2013.05.09
f-houaphanh ເຂດຮ່ອມພູ ຊົນນະບົດ ແຂວງຫົວພັນ
visit-Viengxay

 

ທາງການລາວ ເວົ້າວ່າ ແຂວງຫົວພັນ ມີ ສະຖານທີ່ ທ່ອງທ່ຽວ ຫລາຍແຫ່ງ ທີ່ຍັງບໍ່ໄດ້ ຮັບການ ພັທນາ ຍ້ອນຂາດ ງົບປະມານ. ເຈົ້າໜ້າທີ່ ຫ້ອງການ ການທ່ອງທ່ຽວ ແຂວງຫົວພັນ ທ່ານນຶ່ງ ເວົ້າວ່າ:

“ຫິນຕັ້ງນີ້ ກໍເປັນຈຸດນຶ່ງ ທີ່ວ່າມີ ແນວໂນ້ມ ທີ່ຈະພັທນາ ໃຫ້ເປັນແຫລ່ງ ທ່ອງທ່ຽວ ມໍຮະດົກ ຂອງໂລກ ເນາະ ແຕ່ກໍບໍ່ ທັນໄດ້ ພັທນາ. 1. ແມ່ນເສັ້ນທາງ; 2. ແລ້ວກໍສິ່ງ ອຳນວຍ ຄວາມສະດວກ ຢູ່ ແຖວນັ້ນ ກໍຍັງມີ ຄວາມຫຍຸ້ງຍາກ ຢູ່. ຕົວທີ່ສອງ ຫັ່ນ ບໍ່ນໍ້າອຸ່ນ ໜ້າເມືອງ ເປັນທີ່ໄດ້ ຮັບຄວາມນິຍົມ ຫລາຍຈາກ ພາຍໃນ ແຕ່ວ່າກໍ ຊຸດໂຊມ ຫລາຍແລ້ວ.”

ເຈົ້າໜ້າທີ່ ການທ່ອງທ່ຽວ ຜູ້ນີ້ເວົ້າ ອີກວ່າ ລວມທັງໝົດ ແຂວງຫົວພັນ ມີສະຖານທີ່ ທ່ອງທ່ຽວ ຢູ່ຊາວກວ່າ ແຫ່ງ ສ່ວນຫລາຍ ຍັງບໍ່ທັນ ໄດ້ຮັບການ ພັທນາ. ປັດຈຸບັນ ຣັຖບານ ໄດ້ຈັດ ງົບປະມານ ໄວ້ເຖິງ 1 ຕື້ກີບ ເພື່ອສ້າງ ພິພິທພັນ ປວັດສາດ ແລະ ສຸສານ ທະຫານ ວຽດນາມ ຢູ່ເມືອງວຽງໃຊ ສວນອຸທະຍານ ຫິນຕັ້ງ ທີ່ ເມືອງວຽງທອງ ແລະ ບໍ່ນ້ຳອຸ່ນ ໜ້າເມືອງ. ການສ້າງ ສະຖານທີ່ ທ່ອງທ່ຽວ ເຫລົ່ານີ້ ຈະໃຫ້ສໍາເຣັດ ພາຍໃນປີ 2020. ປັດຈຸບັນ ນັກທ່ອງທ່ຽວ ໄປແຂວງຫົວພັນ ຫລາຍຂື້ນ ເພື່ອໄປ ເບິ່ງຖໍ້າຜູ້ນຳ; ເມື່ອປີກ່ອນ ມີນັກທ່ອງທ່ຽວ ໄປປະມານ 26 ພັນ ຄົນ; ປີກາຍເພິ້ມ ຂື້ນເປັນ 30 ພັນຄົນ. ເຈົ້າໜ້າທີ່ ແຂວງຫົວພັນ ຫວັງວ່າ ຖ້າສະຖານທີ່ ທ່ອງທ່ຽວ ໃໝ່ ຖືກສ້າງສຳເຣັດ ນັກທ່ອງທ່ຽວ ແຮ່ງຈະໄປຫລິ້ນ ໄປທ່ຽວ ແຂວງຫົວພັນ ຫຼາຍຂື້ນ. ອີກຢ່າງນຶ່ງ ວຽດນາມ ກໍາລັງ ສ້າງ ສນາມບິນ ນານາຊາດ ຢູ່ ແຂວງຫົວພັນ ຄາດວ່າຈະ ສຳເຣັດ ພາຍໃນ ສາມສີ່ປີ ຂ້າງໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.