ລາວຄຣິສຕຽນ ອອກຄຸກແລ້ວ
ລາວຄຣິສຕຽນ 3 ຄົນ ທີ່ຖືກຈັບ ຂັງຄຸກ ຢູ່ ເມືອງພິນ ຖືກປ່ອຍ ແລ້ວ ແລະ ຕ້ອງໄດ້ ຍອມຮັບວ່າ ຈະຈ່າຍຄ່າ ຢູ່ກິນ ໃນຄຸກ.
-
2013-03-25 -
-
-
Your browser doesn’t support HTML5 audio
ຊາວຄຣິສຕຽນ 3 ຄົນ ທີ່ຖືກຈັບ ຂັງຄຸກ ຢູ່ ເມືອງພິນ ຖືກປ່ອຍ ແລ້ວ ແລະ ຕ້ອງໄດ້ ຍອມຮັບວ່າ ຈະຈ່າຍຄ່າ ຢູ່ກິນ ໃນຄຸກ.
ຊາວຄຣິສຕຽນ 3 ຄົນ ຢູ່ ເມືອງພິນ ແຂວງ ສະຫວັນນະເຂດ ຖືກປ່ອຍແລ້ວ ໃນວັນທີ 8 ມີນາ ພາຍຫລັງ ທີ່ຖືກ ເຈົ້າໜ້າທີ່ ຈັບໂຕໄປ ຕັ້ງແຕ່ວັນທີ 5 ກຸມພາ 2013. ຊາວລາວ ຄຣິສຕຽນ ຜູ້ນຶ່ງ ເວົ້າເຖິງ ສາເຫດ ກ່ອນການ ຈັບ ລາວຄຣິສຕຽນ 3 ຄົນ ນັ້ນວ່າ:
"ຕໍາຣວດ ຈັບເຂົາ ເຂົາໄປ ອັດກາແຊັດ ອັດຊີດີ ທີ່ຕລາດ ເມືອງພິນ ເຣື່ອງ ຂອງພຣະເຈົ້າ ແຕ່ວ່າ ກົດໝາຍລາວ ກໍສິດເສຣີພາບ ບໍ່ແມ່ນເຂົາ ອັດກາແຊັດ ໄປແຈກ ໃຫ້ຄົນອື່ນ ແຕ່ວ່າເຂົາອັດ ເພື່ອຄົນ ໃນຄອບຄົວ ຂອງເຂົາ ແຕ່ກໍຍັງຊີ່ ຖືກຈັບ ເພາະວ່າ ເຂດນັ້ນ ກໍຄືບໍ່ໃຫ້ມີ ຄຣິສຕຽນ ໃນທີ່ນັ້ນ".
ເລົາເວົ້າ ຕໍ່ໄປວ່າ ພາຍຫລັງ ປ່ອຍຕົວແລ້ວ ທາງ ເຈົ້າໜ້າທີ່ ຕໍາຣວດ ກໍຍັງ ຕ້ອງການ ໃຫ້ ຊາວຄຣິສຕຽນ ທັງ 3 ຄົນ ນັ້ນ ເສັຽຄ່າໃຊ້ ຈ່າຍ-ສິ້ນ ເປືອງຣະຫວ່າງ ທີ່ຢູ່ໃນຄຸກ ຜູ້ລະ 5 ແສນ ກີບ ແຕ່ທັງ 3 ບໍ່ມີເງິນຈ່າຍ ຈຶ່ງໄດ້ເຊັນ ບັນທຶກ ຕິດໜີ້ ໂດຍມີກໍານົດ ເວລາ 2 ເດືອນ ໃຫ້ນໍາເງິນ ຈໍານວນນັ້ນ ມາຈ່າຍໃຫ້ ທາງຕໍາຣວດ ເມືອງພິນ.
ຢູ່ແຂວງ ສະຫວັນນະເຂດ ມີບັນຫາ ເຣື່ອງຊາວ ຄິຣສຕຽນ ກັບ ທາງການ ເກີດຂຶ້ນຢູ່ ຫລາຍ ໂດຍສະເພາະ ໃນເຂດ ທີ່ຢູ່ຫ່າງອອກໄປ ຈາກ ຕົວເມືອງ ຊຶ່ງກໍເປັນ ບັນຫາ ທີ່ແກ້ບໍ່ຕົກ ແລະ ກໍປາກົດວ່າ ຍັງຈະເກີດຂຶ້ນ ອີກຕໍ່ໄປ.