ພິທີກັມ ການເສນເຮືອນ ແລະ ການແຊກຊຶມ ຈາກສິ່ງແວດລ້ອມ: ຕອນທີ່ ໑໖

ພິພິດທະພັນ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ.
ພິພິດທະພັນ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ. (Photo: RFA)

0:00 / 0:00

ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດ​ນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາ​ປ່າ​ໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.

ໃນສັປດານີ້, ວຽງໄຊ ຈະ​ກ່າວ​ເຖິງ ພິ​ທີ​ກັມ ການ​ເສ​ນ​ເຮືອນ, ຊຶ່ງ​ເຖິງ​ແມ່ນ​ວ່າ ຈະ​ປະ​ຕິ​ບັດ​ກັນ​ມາ ຢ່າງ​ເຄັ່ງ​ຄັດ​ແລ້ວ ກໍ​ຕາມ ແຕ່​ກໍ​ຍັງ ບໍ່​ສາ​ມາດ​ຫລີກ​ລ້ຽງ ຈາກ​ການ​ແຊກ​ຊຶມ ຂອງ​ສິ່ງ​ແວດ​ລ້ອມ ໄປ​ໄດ້. ເຊີນທ່ານຮັບຟັງ ຕອນ​ທີ່ ໑໖ ໄດ້​ເລີຍ.