ປີໃໝ່ປີນີ້ ຍັງຕ້ອງໃຊ້ ມາຕການ ຕ້ານໂຄວິດ

ໄຊຍາ
2021.04.05
ປີໃໝ່ປີນີ້ ຍັງຕ້ອງໃຊ້ ມາຕການ ຕ້ານໂຄວິດ ຊາວລາວ ຢູ່ ແຂວງສວັນນະເຂດ ພາກັນສົງນໍ້າພຣະ ຢູ່ຕາມວັດວາອາຣາມ ຂອງຄຸ້ມບ້ານໃຜລາວ ເມື່ອປີ ພສ 2563 ຜ່ານມາ
File photo: RFA

ບຸນປີໃໝ່ ປະຈຳ ພສ 2564 ສຳນັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ໃນຂອບເຂດທົ່ວປະເທດ ຕ້ອງຮັກສາມາຕການ ປ້ອງກັນພຍາດໂຄວິດ-19 ໃຫ້ເຂັ້ມງວດ ດັ່ງຈະບໍ່ ອະນຸຍາດ ໃຫ້ຈັດງານໃຫຍ່ ທີ່ມີຄົນໂຮມກັນຫຼາຍ. ສ່ວນການມ່ວນຊື່ນ ຕາມ ປະເພນີຕາມ ວັດວາອາຣາມຕ່າງໆ ຍັງຄົງຈັດໃຫ້ສົງພຣະ ຕາມປະເພນີ ແລະ ຈັດງານມ່ວນຊື່ນພາຍໃນ ຄອບຄົວ. ທີ່ສຳຄັນແມ່ນ ຫ້າມຈັດກຸ່ມກ້ອນ ຫົດນໍ້າຕາມແຄມທາງ. ດັ່ງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມພຍາດໂຄວິດ-19 ນະຄອນຫຼວງ ໄດ້ກ່າວຕໍ່ RFA ໃນວັນທີ 05 ເມສາ ວ່າ:

"ເພິ່ນປະຕິບັດຕາມແຈ້ງການ ກ່ອນເນາະ ແຕ່ລະເດືອນ ເພິ່ນຈະມີແຈ້ງການມາຕ່າງຫາກ, ນັກທ່ອງທ່ຽວພາຍໃນ ກໍຈະບໍ່ມີບັນຫາ ຫຍັງເນາະຫຼີ້ນນໍ້າຫຼິ້ນໄດ້ແຕ່ວ່າ ພວກຊຸມນຸມ ເສບວົງດົນຕຣີ ຄອນເສີດ ອີຫຍັງກະບໍ່ໃຫ້ຈັດ."

ແຂວງສວັນນະເຂດ ກໍໄດ້ປະຕິບັດຕາມການປະກາດ ຂອງສຳນັກງານ ນາຍົກຣັຖມົນຕຣີ ສຳລັບການສລອງປີໃໝ່ປີນີ້ໂດຍໄດ້ ປະກາດຂໍໃຫ້ປະຊາຊົນໃນແຂວງ ມີສ່ວນຮ່ວມເພື່ອ ປະຕິບັດມາຕການປ້ອງກັນ ເພາະມັນຫລີກບໍ່ໄດ້ ໃນໄລຍະຫລິ້ນບຸນປີໃໝ່ ເຈົ້າໜ້າທີ່ກໍ ຄວບຄຸມໄດ້ຍາກເພາະສະນັ້ນ ຫລາຍຄົນຕ້ອງຕື່ນໂຕນຳກັນ. ດັ່ງເຈົ້າໜ້າທີ່ ສະເພາະກິຈໄດ້ ກ່າວວ່າ:

"ມາຕການຂຶ້ນປີໃຫມ່ ພວກເຮົາກໍໄດ້ອອກແຈ້ງການ ອອກໄປຕາມເພິ່ນ ແຈ້ງອອກມາຫັ້ນແຫຼະ ແມ່ນໃຫ້ທຸກຄົນເປັນເຈົ້າການນໍາກັນ ເຮົາກະຊິໄປເອົາຣະອຽດບຸກຄົນ ບຸກຄົນໄປມັນ ເປັນຕາຍາກຢູ່ໄທເຮົາກະໃຫ້ ທາງຜູ້ປະກອບການ ແລ້ວກະທາງທອງທ່ຽວຫັ້ນແຫຼະ ປະຕິບັດນຳກັນຮັກສາໄລຍະຫ່າງ ຫຼືວ່າມີຜ້າອັດປາກ ຖ້າວ່າມັນຢູ່ທີ່ວ່າແອອັດ."

ຕໍ່ກັບມາຕການປ້ອງກັນໂຄວິດ-19 ຂອງທາງການ ທີ່ແຈ້ງອອກມາ ພຣະອາຈານ ວັດສີເມືອງ ກໍໄດ້ຢັ້ງຢືນວ່າ ທາງວັດຈະຈັດຕາມ ປະເພນີ ຕາມທາງການປະກາດລົງມາ ແຕ່ທາງວັດ ກໍຍັງຄົງໃຫ້ຍາດຍົມ ເຂົ້າມາປະຕິບັດກິຈກັມ ທາງສາສນາ ໃນໂອກາດບຸນປີໃຫມ່ ລາວ ປີນີ້.

"ກະຊິເຮັດຢູ່ເຈົ້າ ກະຊິເຮັດແບບປະເພນີ ເຮັດເລັກໆນ້ອຍໆ. ປັດຈຸບັນນີ້ເພິ່ນກຳລັງກຽມປະຊຸມ ປຶກສາຫາລືກັນ ຄົນມາກໍໃຫ້ມີ ສະຕິຣະມັດຣະວັງໂຕ ເອົາໃຜເອົາລາວ ຫັ້ນນ່າ. ໜ້າຈະໄດ້ໃຊ້ຜ້າອັດປາກ ເພາະວ່າ ເພິ່ນປະກາດວ່າຍົກເລີກ ບໍ່ໃຫ້ສົ່ງສະການ."

ຊາວຄ້າຂາຍກໍເປັນກັງວົນ ເພາະທຸກມື້ການຄ້າຂາຍ ບໍ່ຄ່ອຍດີປານໃດ ຍ້ອນວ່າເສຖກິຈຂອງລາວ ຍັງບໍ່ດີຂຶ້ນ ອີກຢ່າງສິນຄ້າກໍແພງ ຂຶ້ນ, ຄົນຊື້ກໍບໍ່ຫຼາຍຄືແຕ່ກ່ອນ.

"ບໍ່ຄຶກຄື້ນຄືເກົ່າ ຂາຍເຄື່ອງບໍ່ຄ່ອຍດີເພາະວ່າ ເສຖກິຈລາວ ມັນບໍ່ດີແດ່ ແລະ ກະຜູ້ຄົນກະຢ້ານແດ່ ເຄື່ອງຂອງກະແພງຂຶ້ນທຸກຢ່າງ."

ແຈ້ງການຂອງຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຣີ ເມື່ອວັນທີ 25 ມິນາ ຜ່ານວ່າ ກຳນົດວັນສລອງປີໃໝ່ ປະຈຳ ພສ 2564 ກຳນົດ ເອົາວັນທີ 14-15-16 ເດືອນ ເມສາ. ຫ້າມຈັດງານໃຫຍ່ ທີ່ຈະມີຄົນມາໂຮມກັນຫຼາຍ ສວ່ນຕາມວັດວາອາຣາມ ອະນຸຍາດ ໃຫ້ຈັດຕາມຮີດຄອງປະເພນີ ທີ່ໄດ້ກຳນົດ ໃນແຈ້ງການຫ້ອງວ່າການ ນາຍົກຣັຖມົນຕຣີ ສະບັບເລກ ທີ 286 ລົງວັນທີ 25 ເດືອນ ມິນາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.