ສລອງປີໃຫມ່ລາວ ໃນຄອບຄົວ ແລະ ໃນວັດວາ

ສິດນີ
2021.04.13
ສລອງປີໃຫມ່ລາວ ໃນຄອບຄົວ ແລະ ໃນວັດວາ ຄິວຣົດເມ ສາຍເໜືອ ແລະສາຍໃຕ້ ຊາວລາວໃນປະເທດ ທີ່ຢູ່ຕ່າງແຂວງ ຕ່າງຖິ່ນລໍາເນົາເດີມ ກໍາລັງພາກັນ ເດີນທາງກັບບ້ານເກີດ ໃນຊ້ວງບຸນ ປີໃໝ່ລາວ ພສ 2564
RFA

ຫຼາຍແຂວງໃນລາວ ຕຽມສລອງບຸນປີຫໃມ່ລາວ ຕາມປົກກະຕິໃນປີນີ້ ເຖິງແມ່ນວ່າຈະມີມາຕການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ສ່ວນໃຫຍ່ຈະເຮັດຕາມຮີດຄອງປະເພນີ ແລະ ຈະບໍ່ຈັດໃຫຍ່ໂຕ ຍ້ອນຕ້ອງປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ຂອງທາງ ການ ເປັນຕົ້ນ ຢູ່ນະຄອນຫຼວງພຣະບາງ ກໍມີການເຮັດພິທີແຫ່ຊ້າງ ໃນມື້ວັນທີ 13 ເມສາ ປີ 2021 ໂດຍຈະແຫ່ ຈາກວັດຊຽງທອງ ໄປຫາວັດໃຫມ່ ຊຶ່ງກໍມີພຽງແຕ່ ພາກສ່ວນກ່ຽວຂ້ອງເທົ່ານັ້ນ ເຂົ້າຮ່ວມໃນພິທີ ນອກຈາກນັ້ນ ທາງວັດກໍຈະເອົາພຣະພຸທຮູບ ອອກມາ ວາງໄວ້ໃຫ້ຊາວບ້ານຫົດສົງ ແລະ ສັກກາຣະບູຊາ ຕາມປະເພນີ ບຸນປີໃຫມ່ລາວ ໃນແຕ່ລະປີ. ດັ່ງ ພຣະອາຈານ ຢູ່ວັດແຫ່ງນຶ່ງ ໃນນະຄອນຫລວງພຣະບາງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 13 ເມສາ ນີ້ວ່າ:

“ແຫ່ຮຽງກວຽນ ປົກກະຕິນຳເກົ່າຫັ້ນແລ້ວ ບໍ່ເຮັດໃຫຍ່ນ່າ ເຮັດນ້ອຍໆ ພໍເປັນພິທີຮີດຄອງແລ້ວກໍແລ້ວ ຈະເຮັດຄຶກຄື້ນຄືແຕ່ເກົ່າ ແຕ່ພຸ້ນຄືວ່າບໍ່ໄດ້ແຫລ້ວ ມີແຕ່ພຣະສົງບຸນແຫ່ວໍ ໄປຄາຣະວະພຣະສົງ ແລ້ວກໍກັບຄືນຊື່ໆ ມີສະຕິນຳກັນແລ້ວກໍແລ້ວ.“

ໃນຂນະດຽວກັນ ຢູ່ນະຄອນຫຼວງວຽງຈັນ ຫຼາຍວັດ ກໍມີການກະຕຽມເອົາພຣະພຸທຮູບອອກມາວາງໄວ້ ເພື່ອໃຫ້ປະຊາຊົນໄດ້ຫົດສົງ ຕາມຮີດຄອງປະເພນີ ບຸນປີໃຫມ່ລາວແລ້ວ ຊຶ່ງບຸນປີໃຫມ່ປີນີ້ ບໍ່ໄດ້ຈັດງານໃຫຍ່ ຄືແຕ່ກອ່ນ ຍ້ອນຕ້ອງໄດ້ປະຕິບັດ ຕາມມາຕການ ປ້ອງກັນໂຄວິດ-19 ທາງການຫ້າມຈັດງານໃຫຍ່ ດັ່ງ ພຣະອາຈານອົງນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປີນີ້ມັນກໍເປັນປີໂຄວິດ ຫັ້ນນ່າ ສົງນ້ຳພຣະຕາມວັດ ກະມີຢູ່ປົກກະຕິ ກະຕຽມຢູ່ໂຕນີ້ ຄືຕອນນີ້ກະຊວງຖແລງຂ່າວ ເພິ່ນກໍອອກ ແຈ້ງການເນາະຫ້າມຈັດງານປີນີ້ ສະຖານທີ່ບັນເທິງ ແມ່ນປິດຫມົດ ແລະ ກະງານລ້ຽງຕ່າງໆຫ້າມຈັດ ທີ່ເປັນລັກສນະຄົນຫຼາຍ ຫັ້ນນ່າ ປີໃຫມ່ສລອງກັນ ໃນຄອບຄົວກໍໂອເຄຢູ່.”

ຢູ່ແຂວງສວັນນະເຂດ ພຣະອາຈານ ອົງນຶ່ງກ່າວວ່າ ຫລາຍວັດຢູ່ແຂວງສວັນນະເຂດ ກໍພຽງແຕ່ໃຫ້ປະຊາຊົນເຂົ້າມາສົງນ້ຳ ພຣະພຸທຮູບເທົ່ານັ້ນ ບໍ່ມີການຈັດງານ ຊຶ່ງໃນໄລຍະທີ່ ປະຊາຊົນຈະເຂົ້າມາສົງພຣະ ໃນວັດກໍຕ້ອງໃສ່ຜ້າປິດປາກປິດດັງ ເພື່ອປ້ອງກັນໂຄວິດ-19.

“ມື້ນີ້ກະຕຽມຢູ່ນີ້ ເລີ້ມມື້ອື່ນ ບໍ່ໄດ້ເຮັດໃຫຍ່ ຫົດສົງ ພຣະພທຸຮູບທັມມະດານີ້ແຫລະ ເຮັດພິທີຮີດບໍ່ໃຫ້ຫມອງ ຄອງບໍ່ໃຫ້ເສົ້າຈັ່ງຊີ້ນ່າ ຕາມຮີດຄອງ ກະມີມາຕການປ້ອງກັນໂຄວິດຫັ້ນ ກະໃສ່ ແມສປິດປາກ.”

ຊາວບ້ານໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງກ່າວວ່າ ຕົນເອງກໍພ້ອມຈະປະຕິບັດ ຕາມມາຕການໂຄວິດ-19 ຂອງທາງການ ເພາະຮູ້ສຶກຢ້ານ ຍ້ອນວ່າ ໃນປັດຈຸບັນ ມີຄົນຕິດເຊື້ອ ເພີ້ມອີກ ມາຈາກຕ່າງປະເທດ ຕົນເອງກໍຈະເຮັດບຸນ ຕາມປະເພນີ ໃນຂອບເຂດເທົ່ານັ້ນ ເພື່ອປ້ອງກັນໂຕເອງ.

“ເຮັດແບບວ່າຢູ່ໃນຂອບເຂດ ຢ້ານແລ້ວ ເພາະວ່າມັນມາໃຫມ່ ມີຄົນຕ່າງປະເທດ ຍົກໂຕຢ່າງເຮົາຈະໄປສົງນ້ຳວັນນັ້ນ ວັດນີ້ໄປ ແບບຫ່າງໆກັນ ໃຫ້ໃສ່ຜ້າອັດປາກຕລອດ ບໍ່ໃຫ້ຊຸມນຸມຫລາຍ ແອອັດເກີນໄປ ແລະກໍບໍ່ໃຫ້ເສບ ບໍ່ໃຫ້ເປີດດົນຕຣີ ກະບໍ່ໃຫ້ ໄປແຫ່ຄືເກົ່າ ເຂົາເຈົ້າກະບໍ່ເຮັດ.”

ຊາວນະຄອນຫລວງພຣະບາງ ນາງນຶ່ງເວົ້າວ່າ ຢູ່ນະຄອນຫລວງພຣະບາງ ກໍມີການແຫ່ຊ້າງ ຈາກວັດຊຽງທອງ ໄປຫາວັດໃຫມ່ ກໍບໍໃຫຍ່ໂຕ ທາງວັດເຮັດຕາມປະເພນີເທົ່ານັ້ນ ຊຶ່ງ ໃນໄລຍະບຸນປີໃຫມ່ ນີ້ຕົນເອງກໍບໍ່ໄດ້ໄປໃສ ນອກຈາກເຮັດຕາມປະເພນີ ກັບຄອບຄົວ ແລະ ກໍອາດໄປສົງພຣະ ຢູ່ວັດໃກ້ຄຽງ.

“ເພິ່ນກະເຮັດຕາມຮີດຄອງປະເພນີ ເຮັດພາຍໃນຂອບເຂດ ຢູ່ໂຕຢ່າງວ່າ ຕອນເຊົ້າຂອງມື້ນີ້ ພິທີແຫ່ຊ້າງຮຽງກວຽນ ເນາະຜູ້ໃດ ບໍ່ມີສ່ວນກ່ຽວຂ້ອງ ກໍຈະບໍ່ໄດ້ໄປຮ່ວມ ໄປວັດເຮົາ ກໍໄປບູຊາຕົ້ນດອກໄມ້ຊື່ໆ ແລ້ວຫົດຍາມສົງນ້ຳ ກະເອົາໄປສົງ.”

ຊາວບ້ານຢູ່ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ຕົນເອງກໍຢ້ານໂຄວິດ-19 ຄືກັນ ກໍບໍ່ໄດ້ໄປໃສນອນຢູ່ເຮືອນ ຢູ່ກັບຄອບຄົວ ສ່ວນຢູ່ວັດ ກໍມີການສົງນ້ຳກັນຕາມປົກກະຕິ ແຕ່ທາງວັດ ກໍຈະມີການປ້ອງກັນໂຄວິດ-19 ໂດຍບໍ່ໃຫ້ຄົນເຂົ້າຫລາຍ.

“ຫລິ້ນກະມີສະຕິເນາະ ບໍ່ໄປຫລິ້ນໃສ ຢູ່ແຕ່ເຮືອນນີ້ແຫລະ ຢູ່ກັບຄອບຄົວ ບໍ່ໄປໃສຢ້ານໂຄວິດ ແຫລະມາໃຫມ່ ຢູ່ວັດຫັ້ນນ່າ ຕາມປະເພນີປົກກະຕິກະສົງນ້ຳ ແຕ່ວ່າ ກໍຈະຮັກສາ ໄລຍະຫ່າງບໍ່ໃຫ້ຄົນເຂົ້າຫລາຍ.”

ອິງຕາມການແຈ້ງການ ຂອງຫ້ອງການ ສຳນັກງານນຍົກຣັຖມົນຕຣີ, ປະຊາຊົນລາວ ສາມາດຈັດງານບຸນປີໃຫມ່ລາວ ໄດ້ຣະຫວ່າງ ມື້ວັນທີ 14 ຫາ 16 ເດືອນ ເມສາ ປີ 2021 ແຕ່ ເຮັດໃນຂອບເຂດ ຕາມຮີດຄອງປະເພນີ ເທົ່ານັ້ນ ຫ້າມຈັດງານໃຫຍ່ ທີ່ມີຄົນ ເຕົ້າໂຮມກັນຫລາຍ.

ໃນມື້ວັນທີ 13 ເມສາ ປີ 2021 ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ແຈ້ງການສັ່ງປິດ ສະຖານທີ່ບັນເທີງຊົ່ວຄາວ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະຫ້າມ ຈັດງານລ້ຽງ ງານດອງ ງານພົບປະສ້າງສັນ ທີ່ເຕົ້າໂຮມກັນຫລາຍຄົນ ໃນຂອບເຂດທົ່ວ ປະເທດ ຣະຫວ່າງ ວັນທີ 14 ເມສາ ຫາ ວັນທີ 30 ເມສາ ປີ 2021 ເພື່ອປ້ອງກັນໂຄວິດ-19 ຣະບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.