ຊາວລາວສລອງປີໃໝ່ ​ທ່າມກາງ ໂຄວິດ-19

ອຸ່ນແກ້ວ ສຸກສະຫວັນ
2021.04.15
ຊາວລາວສລອງປີໃໝ່ ​ທ່າມກາງ ໂຄວິດ-19 ຊາວນະຄອນຫຼວງວຽງຈັນ ພາກັນອອກໄປ ເຮັດບຸນ ຕາມຮີດຄອງ ປະເພນີ ແລະ ສົ່ງນໍ້າພຣະ ຢູ່ວັດ
RFA

ຊາວລາວຢູ່ຫຼາຍແຂວງ ໄດ້ສເລີມສລອງປີໃໝ່ລາວ ກັບຄອບຄົວຢ່າງມ່ວນຊື່ນ ແລະອອກໄປເຮັດບຸນ ຕາມຮີດຄອງປະເພນີສົ່ງນໍ້າ ພຣະຢູ່ວັດ, ສົມບັດສົມມາ ພໍ່ແມ່ ແລະ ຜູ້ອາວຸໂສ ໃນຄອບຄົວ, ແຕ່ ຍັງປະຕິບັດມາຕການ ເຝົ້າລະວັງ ແລະ ປ້ອງກັນໂຄວິດ19.

ຕາມທ້ອງຖນົນຍັງຄົງງຽບ ຍ້ອນຕ້ອງປະຕິບັດຕາມມາຕການ ປ້ອງກັນໂຄວິດ19 ທີ່ທາງການໄດ້ແຈ້ງເຕືອນອອກ. ຊາວນະຄອນ ຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າຕໍ່ເອເຊັຽເສຣີ ໃນວັນທີ 15 ເມສາ ວ່າ:

"ຮີດຄອງເຮົາມັນເຮັດທຸກປີ ແຕ່ງຂັນຫ້າ ນ້ຳອົບນ້ຳຫອມປັດໃຈ ສິນຝືນ ແພວາ ໝູ່ຫັ້ນ ເອົາແຕ່ຈະມີຈິດໃຈເອົາໃຫ້ເພິ່ນໃສ່ຂັນຂະມາ ຫັ້ນ ແລະກໍກ່າວຂໍຂະມາໂທດ. ວັດທົ່ວ ນະຄອນຫຼວງ ກໍເປີດໃຫ້ສົງຫົດນ້ຳ ແຕ່ວ່າ ຮັກສາໄລຍະຫ່າງຫັ້ນແຫຼະ ຫົດນ້ຳຢູ່ຫົນທາງ ກໍບໍ່ມີນ່າ ມັນກໍບໍ່ຄຶກຄື້ນ ຄືຜ່ານມາແຫຼະເນາະ."

ຂນະທີ່ຊາວບ້ານ ໃນນະຄອນຫຼວງພຣະບາງ ທ່ານນຶ່ງກ່າວວ່າ ຕົນເອງ ກໍເຮັດຕາມປະເພນີ ກັບຄອບຄົວເທົ່ານັ້ນ ແລະກໍໄປຫົດສົງ ນ້ຳພຣະຢູ່ ທາງວັດກໍມີການຈັດງານ ຕາມປະເພນີ ແຕ່ບໍ່ຈັດໃຫຍ່ໂຕ ຄື ໃນວັນທີ 13 ເມສາ ທີ່ຜ່ານມາ ກໍມີການຈັດພິທີແຫ່ຊ້າງ ທັງຈັດງານຕົບພະທາດຊາຍ ແລະ ກໍມີງານແຫ່ພຣະ ແຕ່ບໍ່ມີນາງສັງຂານ.

"ມີແຕ່ເຮັດພິສູ່ຂວັນ ກັນແລ້ວກໍຂະມາພໍ່ແມ່ເນາະ ແຕ່ວັດເຂົາເຈົ້າເພິ່ນ ກໍເອົາພະລົງຫັ້ນ ໄດ້ຫົດພະ ກ່ອນຫນ້າຫັ້ນ ກໍແມ່ນແຫ່ຊ້າງ ແຮ່ເຂີຍຫັ້ນນ່າ ແລ້ວກໍໄປຕົບພະທາດ ເຂົາເຈົ້າກໍ ເຮັດຫນ້ອຍນຶ່ງ ເຂົາເຈົ້າກໍມີການຈຳກັດ ນີ້ກໍຈະມີການແຫ່ຫວໍ ບໍ່ມີແຫ່ ນາງ ສັງຂານ ເຂົາເຈົ້າກໍມີໜ່ວຍ ສະເພາະກິດຈະດູແລ ຫັ້ນນ່າລົງກວດ."

ຊາວແຂວງສວັນນະເຂດ ທ່ານນຶ່ງ ກໍເວົ້າວ່າ ຕົນເອງກໍໄດ້ສເລີມສລອງປີໃໝ່ ໂດຍເຮັດຕາມປະເພນີ ສົ່ງນ້ຳພຣະ ຂໍຂະມາພໍ່ແມ່ ແລະ ຜູ້ເຖົ້າຜູ້ແກ່.

"ກະມ່ວນຢູ່ ກະເຮັດຢູ່ໃນຂອບເຂດ ມີຈຳກັດຄືກັນ ກະເຮັດຕາມຮີດປະເພນີ ທ້ອງຖິ່ນໃຜມັນຫັ້ນແລ້ວ ຜູກແຂນ ຄາຣະວະບູຊາ ພໍ່ແມ່ ຍາດຕິພີ່ນ້ອງ ແຕ່ວັດຕ່າງໆ ນີ້ ຢູ່ໃນວັດມີແຕ່ພະ ແລ້ວເອົາພະລົງແຫຼະ ເຂົາກໍຈະເອົາຂີ້ໝິ້ນ ອີ່ຫຍັງແຫຼະລົງໄປຫົດ."

ພຣະອາຈານ ອົງນຶ່ງ ຢູ່ວັດນະຄອນຫຼວງວຽງຈັນ ເວົ້າວ່າ ທາງວັດກໍເຮັດປົກກະຕິ ທົ່ວໄປຄືວັດອື່ນໆ ໃນນະຄອນຫຼວງວຽງຈັນ ຊຶ່ງ ບໍ່ມີການຈັດງານບຸນໃຫຍ່ໂຕ ມີພຽງແຕ່ໃຫ້ ຊາວບ້ານເຂົ້າມາສົ່ງນ້ຳ ພຣະພຸດທະຮູບ ເທົ່ານັ້ນ.

"ວັດເຮົາກະບໍ່ໄດ້ເຮັດຫຍັງຫຼາຍ ມີຕັ້ງແຕ່ເອົາພຣະລົງ ມາປະໄວ້ ໃຫ້ຍາດໂຍມເຂົ້າມາສົງຕາມພື້ນບ້ານຫັ້ນແຫຼະ ມີແຕ່ຍາດໂຍມ ຊາວບ້ານມາຫົດກະບໍ່ຫຼາຍ ປານໃດ ປະກາດໄປ ເບື້ອງຕົ້ນແລ້ວ ກະມີຕັ້ງແຕ່ວ່າ ມາສົງກໍວຽນກັນມາສົງ ວັດເຮົາກະບໍ່ໄດ້ມີເຄື່ອງມື ວັດແທກເບາະ ປ້ອງກັນໃຜປ້ອງກັນມັນ ເອົາຫັ້ນແຫຼະ."

ໃນຂນະດຽວກັນ ພຣະອາຈານ ຢູ່ນະຄອນຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ ໄລຍະປີໃໝ່ລາວນີ້ ບາງວັດກໍນຳພຣະພຸດທະຮູບ ລົງມາຕັ້ງ ໃຫ້ປະຊາຊົນຫົດສົງນ້ຳເທົ່ານັ້ນ ແລະ ຕົບພະທາດຊາຍ ແຕ່ກໍມີການແຈ້ງໃຫ້ ປະຊາຊົນປະຕິບັດຕາມ ມາຕການປ້ອງກັນ ໂຄວິດ19.

"ບາງວັດ ກໍເອົາແຕ່ພຣະພຸດທະຮູບ ລົງແລ້ວສົງແລ້ວກໍແລ້ວ ບາງວັດກໍເຮັດຕົບພະທາດຊາຍນຳ ກະຫຼາຍສົມຄວນຢູ່ ແຕ່ບໍ່ເຖິງຂັ້ນ ແອອັດ ກະແນະນຳໃຫ້ອັນນຶ່ງຢູ່ຫ່າງກັນ ກະໃຫ້ເຂົ້າເທື່ອໜ້ອຍ ບໍ່ໃຫ້ເຂົ້າເປັນກຸ່ມເປັນກ້ອນ ສອງມາກະໃສ່ຝ້າ ອັດປາກອັດດັງ ຫັ້ນແລ້ວ."

ທາງດ້ານເຈົ້າໜ້າທີ່ຕຳຫຼວດ ກໍຍັງມີມາຕການຕັ້ງດ່ານ ຕາມຈຸດຕ່າງໆ ເພື່ອກວດກາຄວາມປອດພັຍ ທັງເລື່ອງໂຄວິດ19 ແລະ ອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ ນີ້ນຳດ້ວຍ. ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ຕັ້ງດ່ານປົກກະຕິ ທາງອອກ ທາງເຂົ້າເມືອງກໍມີ ປີໃໝ່ແລ້ວ ກໍຕັ້ງດ່ານຫຼາຍ ເພາະວ່າ ໂຄວິດເຂົ້າມາປ້ອງກັນສະກັດກັ້ນ ໂຄວິດ ຫັ້ນເດ້ ຖາມວ່າໜ້າເປັນຫ່ວງບໍ ກະຄືປີກາຍຫັ້ນແຫຼະ ກະປົກກະຕິດີ."

ໃນເວລາດຽວກັນ ເຈົ້າໜ້າທີ່ຕຳຣວດ ແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ແຂວງສວັນນະເຂດ ເອງກໍມີ ການຕັ້ງຕ່ານຄືກັນເພື່ອ ຮັກສາຄວາມປອດພັຍ ໃນເລື່ອງໂຄວິດ19 ແລະ ອຸບັດຕິເຫດ ຊຶ່ງອຸບັດຕິເຫດປີນີ້ ກໍບໍ່ເປັນຫ່ວງ ເພາະລົດສັນຈອນໄປມາໜ້ອຍ.

"ເຂົາເຈົ້າກະເຮັດປົກກະຕິຢູ່ ບ່ອນຄວາມສ່ຽງຫຼາຍ ກະໄປຕັ້ງດ່ານໃສ ເຝົ້າລະວັງ ມັນບໍ່ແມ່ນໍໄປກວດຣົດກວດລາງ ຄືບໍ່ໜ້າເປັນຫ່ວງ ປານໃດດອກ ເພາະວ່າການສັນຈອນ ມັນກໍບໍ່ໄດ້ ແອອັດ ເພາະວ່າ ເຮົາບໍ່ໄດ້ເປີດແບບເສຣີ ໃຫ້ເຂົາເຈົ້າ ຢູ່ບ້ານໃດ ກໍເຮັດຕາມຮີດ ຕາມຮີດຄອງ ປະເພນີບ້ານນັ້ນ."

ສ່ວນໜ່ວຍກູ້ພັຍ ນະຄອນຫຼວງພຣະບາງ ກໍເວົ້າວ່າກໍມີເຈົ້າໜ້າທີ່ຕຳຣວດ ຕັ້ງດ່ານຄືກັນ ໃນການກວດຄົນເຂົ້າອອກ ສ່ວນເລື່ອງ ອຸບັດຕິເຫດ ປີໃໝ່ລາວນີ້ ຖືວ່າ ບໍ່ຄ່ອຍມີອຸບັດຕິເຫດ ຫຼາຍ, ແຕ່ ທີມງານກູ້ພັຍ ນະຄອນຫລວງພຣະບາງ ເອງກໍຕຽມພ້ອມ ຕລອດເວລາ.

"ເພິ່ນຕັ້ງ ຢູ່ໂຕເມືອງ ແຕ່ລະຈຸດ ກວດຣົດ ເຂົ້າເມືອງ ກວດກາທາງເຂົ້າອອກ ອຸບັດຕິເຫດແທ້ຫັ້ນ ຮ້າຍແຮງກໍບໍ່ຮ້າຍແຮງຫຼາຍເນາະ ແຕ່ວ່າ ປີນີ້ ມັນຫຼຸດລົງຫຼາຍ ອຸບັດຕິເຫດຕອນ ຊ້ວງປີໃໝ່ ອຸບັດຕິເຫດຕອນຊ້ວງປີໃໝ່ ເຈັດວັນອັນຕະລາຍ."

ເຖິງແມ່ວ່າ ໃນໄລຍະບຸນປີໃໝ່ລາວນີ້ ຊາວລາວຫຼາຍແຂວງ ຈະເຮັດຕາມຮີດຄອງປະເພນີ ກັບຄອບຄົວຢ່າງມ່ວນຊື່ນກໍຕາມ, ແຕ່ບັນ ຍາກາດກໍຍັງງຽບເຫງົາ ຍ້ອນວ່າ ຢູ່ໃນໄລຍະ ເຝົ້າລະວັງໂຄວິດ19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.