ໂຕນ້ອຍ ແຕ່ຫົວໃຈໃຫຍ່

FINNY ສູ້ເອົາ ແບບດຸເດືອດ ທີ່ເວທີມວຍ ໄທໄຟ້ ທີ່ຫົວຫີນ ປະເທດໄທ ເມື່ອວັນທີ 10 ເດືອນ 6 ປີ 2023.
FINNY ສູ້ເອົາ ແບບດຸເດືອດ ທີ່ເວທີມວຍ ໄທໄຟ້ ທີ່ຫົວຫີນ ປະເທດໄທ ເມື່ອວັນທີ 10 ເດືອນ 6 ປີ 2023. (ຮູບຈາກ Facebook ເພຈ: F’FINNY Aks.)

0:00 / 0:00

ຟິນນີ້ ອັກຄະສອນ ເປັນນັກມວຍຍິງລາວ ຄົນທໍາອິດ ທີ່ເຂົ້າມາຕີມວຍຄາດເຊືອກ ຢູ່ປະເທດໄທ ເປັນເວລາປະມານ 2 ປີ ເຊິ່ງຖືວ່າ ເປັນນັກມວຍທີ່ ໃຈເກີນລ້ອຍ, ສູ້ບໍ່ຖອຍ ເຖິງວ່າ ຜ່ານມາ ຈະມີອຸສັກໃນຊີວິດທີິ່ພໍ່ແມ່ບໍ່ສະໜັບສະໜູນ, ແຕ່ ຟິນນີ້ ກໍບໍ່ທໍ້ ຜ່ານຜ່າຈຸດນັ້ນມາໄດ້ ຈົນປະສົບຜົນສໍາເລັດໄດ້ ໃນທຸກມື້ນີ້.