ການນັບຖື ສາສນາ ໃນລາວ ຍັງຖືກຈຳກັດ

ສິດນີ
2017.08.22
F-CHRISTIAN ຄອບຄົວຊາວລາວຄຣິສຕຽນ 5 ຄອບຄົວ ຢູ່ເມືອງຊ່ອນ ແຂວງຫົວພັນ ຖືກໄລ່ອອກຈາກບ້ານ ແລ້ວພາກັນໄປຕັ້ງເຕັ້ນ ອາໃສຢູ່ເຂດເດີ່ນ ໂຮງໝໍເມືອງຊ່ອນ
Courtesy of world watch monitor.org photo: Open Doors

ກະຊວງຕ່າງປະເທດ ສຫະຣັດ ໄດ້ອອກບົດຣາຍງານ ປະຈຳປີກ່ຽວກັບ ສິດເສຣີພາບ ໃນການນັບຖື ສາສນາ ໃນໂລກ ເພື່ອສົ່ງໃຫ້ ສພາສຫະຣັດ ໃນປີນີ້ ໄດ້ໃຫ້ ຣາຍລະອຽດ ແລະ ສພາບຄວາມເປັນຈິງ ໃນການນັບຖື ສາສນາ ໃນບັນດາ 200 ປະເທດໃນໂລກ, ໃນນັ້ນ ຮ່ວມດ້ວຍ ບົດຣາຍງານ ກ່ຽວກັບ ການຣະເມີດສິດທິ ທາງສາສນາ, ການກົດຂີ່ຂົ່ມເຫັງ ຈາກຣັຖບານ, ກຸ່ມກໍ່ການຮ້າຍ ແລະ ບຸກຄົນ ໂດຍທົ່ວໄປ.

ບົດຣາຍງານ ດັ່ງກ່າວ ໄດ້ຣະບຸ ສປປລາວ ວ່າ ຍັງເປັນປະເທດ ທີ່ຈຳກັດ ການນັບຖື ສາສນາອື່ນ ຫຼາຍຢູ່ໃນລາວ ເປັນຕົ້ນ ສາສນາ ຄຣີສຕຽນ. ທາງການລາວ ໄດ້ຮັບຮູ້ ຢ່າງເປັນທາງການ ໃນ 4 ສາສນາ ໃນລາວ ເປັນຕົ້ນ ສາສນາພຸດ ສາສນາ ຄຣີສຕຽນ ອີສລາມ ແລະ ບາຮາຍ ສ່ວນ ສາສນາ ອື່ນນັ້ນ ໃຫ້ລົງທະບຽນ ເຂົ້າໃນນຶ່ງ ໃນບັນດາສາສນາ ດັ່ງກ່າວ. ແຕ່ພາກປະຕິບັດຕົວຈິງນັ້ນ ຍັງບໍ່ຖືກ ເຄົາຣົບນັບຖື ເລີຍ. ຣາຍງານວ່າ ອີງຕາມ ຄຳ​ເວົ້າ ຂອງຜູ້ນຳ ທາງສາສນາ ສິດເສຣີພາບ ໃນການນັບຖື ສາສນາອື່ນ ໃນລາວ ຍັງຢູ່ໃນ ທ່າອ່ຽງ ຫຼຸດລົງ ຢ່າງຕໍ່ເນື່ອງ, ອົງການ ທີ່ບໍ່ຂື້ນກັບ ຣັຖບານ ເວົ້າວ່າ  ຍັງມີການຈຳກັດ ຊົນກຸ່ມນ້ອຍ ຜູ້ທີ່ນັບຖື ສາສນາອື່ນ ບໍ່ວ່າ ຈະລົງທະບຽນ ຫຼື ບໍ່ລົງທະບຽນ ຫລາຍຢູ່ ໃນເຂດຫ່າງໄກສອກຫລີກ.

ຍັງມີ ຣາຍງານ ກ່ຽວກັບ ການຈັບກຸມ ການກັກຂັງ ແລະ ບັງຄັບ ໃຫ້ອອກຈາກ ການນັບຖື ສາສນາ ໂດຍສເພາະ ສາສນາ ຄຣີສຕຽນ ຂອງ ຊົນກຸ່ມນ້ອຍ ໃນເຂດຊົນນະບົດ ໃນລາວຫຼາຍຢູ່. ຊາວຄຣີສຕຽນ ຊົນກຸ່ມນ້ອຍ ໃນລາວຫຼາຍຄົນ ຖືກຈັບກຸມ ຍ້ອນເຜີຍແຜ່ ແລະ ສິດສອນ ເຣື້ອງສາສນາ ມີຣາຍງານວ່າ ຊາວຄຣີສຕຽນ ບາງຄົນ ໄດ້ສອນສາສນາ ໃນເຮືອນຍ້ອນ ຢູ່ຫ່າງໄກ ຈາກໂບດ ຫຼາຍຄົນ ຖືກຈັບ ແລະ ຖືກລົງໂທດ ຄວາມເຄັ່ງຕຶງ ຣະຫວ່າງ ຜູ້ນັບຖືສາສນາດັ້ງເດີມ ເປັນຕົ້ນ ສາສນາພຸດ ກັບຜູ້ນັບຖື ສາສນາຄຣີສຕຽນ ກໍເກີດຂື້ນ ໃນບາງເຂດ ໃນລາວ ແລະ ຜູ້ນັບຖື ສາສນາຄຣີສຕຽນ ສ່ວນໃຫຍ່ ຈະຖືກຈັບກຸມ ຫຼືຖືກໄລ່ອອກ ຈາກບ້ານ ທັ້ງໆ ທີ່ກົດຫມາຍ ລາວ ຣະບຸວ່າ ປະຊາຊົນລາວ ມີສິດນັບຖື ຫຼື ບໍ່ນັບຖື ສາສນາໃດ ກໍໄດ້.

ບົດຣາຍງານ ຣະບຸ ຕໍ່ໄປວ່າ ສມາຊິກ ສາສນາຄຣີສຕຽນ ຊົນກຸ່ມນ້ອຍໃນລາວ ບາງຄົນຖືກບັງຄັບ ໃຫ້ເຊົາຖືສາສນາ ຖືກຈັບໃສ່ຄຸກ ຫຼື ຖືກນາບຂູ່ ຕ່າງໆນານາ ບາງກໍຣະນີ ເຈົ້າຫນ້າທີ່ທ້ອງຖີ່ນ ນາບຂູ່ ໃຫ້ຂະເຈົ້າ ອອກໜີ ຈາກບ້ານ ຖ້າບໍ່ເຊົາ ຖືສາສນາຄຣີສຕຽນ ແລະ ບໍ່ປະຕິບັດຕາມ ກົດຣະບຽບ ຂອງເຈົ້າຫນ້າທີ່ທ້ອງຖີ່ນ. ອົງການ ບໍ່ຂື້ນກັບຣັຖບານ ເວົ້າວ່າ ເຈົ້າຫນ້າທີ່ ຂັ້ນກາງ ບອກວ່າ ຕົນບໍ່ຮູ້ກ່ຽວກັບ ບັນຫາ ທີ່ເກີດຂື້ນ ຍ້ອນວ່າ ຢູ່ໃນເຂດ ຫ່າງໄກສອກຫລີກ ເຈົ້າຫນ້າທີ່ທ້ອງຖີ່ນ ຜູ້ທີ່ບໍ່ຮູ້ກົດຫມາຍ ປົກປ້ອງສິດເສຣີພາບ ໃນການນັບຖື ສາສນາ ບໍ່ປະຕິບັດຕາມ ກົດຣະບຽບ ຂອງທາງການ ເປັນຜູ້ກະທຳການ ນາບຂູ່ ຊາວບ້ານ ຜູ້ທີ່ ຖືສາສນາ ຄຣີສຕຽນ.

ກຸ່ມຜູ້ນຳ ທາງສາສນາ ເວົ້າວ່າ ເຫດທີ່ເກີດຂື້ນ ສ່ວນໃຫຍ່ ຈະຢູ່ໃນເຂດຊົນນະບົດ ບາງລາຍ ກໍໃນເຂດຊານເມືອງ. ກຸ່ມດັ່ງກ່າວເວົ້າວ່າ ມີຣາຍງານ ຢູ່ຕຣອດ ກ່ຽວກັບ ການຈັບກຸມ ກັກຂັງ ຊາວຄຣີສຕຽນ ຜູ້ທີ່ໂອ້ລົມກັນ ທາງສາສນາ ຫຼື ສອນສາສນາ ຂອງພວກຂະເຈົ້າ ແຕ່ໃນບາງກໍຣະນີ ກໍຖືກປ່ອຍຕົວ ຖືກປັບໃໝ ແລະ ຖືກລົງໂທດ. ມີຣາຍງານວ່າ ຊາວຄຣີສຕຽນ ນີກາຍ ໂປຣແຕສຕັນ ບາງກຸ່ມ ໃນບາງບ້ານ ຖືກຈັບກຸມ ຍ້ອນສອນ ສາສນາ ໃນເຮືອນ ຂອງພວກຂະເຈົ້າ ປາສຈາກ ໃບອະນຸຍາດ ກຸ່ມດັ່ງກ່າວ ບໍ່ຖືກອະນຸຍາດ ໃຫ້ສ້າງໂບດ ຫຼື ສຖານທີ່ ສອນສາສນາ ໃນເຂດບ້ານ ຂອງຕົນ. ຜູ້ທີ່ຖືກຈັບ ຈະຖືເປັນຄະດີອາຍາ ເປັນແບບດຽວກັບ ຄະດີອາຍາ ປະເພດອື່ນໆ ຊື່ງການຕັດສິນຄະດີ ຂອງພວກຂະເຈົ້າ ຈະບໍ່ຜ່ານຂບວນການ ຍຸທຕິທັມ ແລະ ຈະບໍ່ມີທະນາຍຄວາມ ປົກປ້ອງສິດທິ ຈະຖືກຄຸກ ເປັນເວລາຫລາຍປີ. ບາງຄົນ ກໍຖືກປ່ອຍຕົວ. ດັ່ງເຈົ້າຫນ້າທີ່ ສິດເສຣີພາບ ທາງສາສນາ ສຫະຣັດ ທ່ານນນີ້ເວົ້າວ່າ:

(ສຽງ...)

ທ່ານວ່າ ສຳລັບ ສປປລາວແລ້ວ ຍັງສືບຕໍ່ ຣະເມີດສິດເສຣີພາບ ໃນການນັບຖືສາສນາ ຂອງຊົນກຸ່ມນ້ອນ ໃນລາວຢູ່ ດ້ວຍການຈັບກຸມ ຊິ່ງຊອມ ນາບຂູ່ ແລະ ບັງຄັບ ໃຫ້ປະລະ ການນັບຖືສາສນາ ອື່ນຢູ່ໃນລາວ. ບົດຣາຍງານ ປະຈຳປີ ຣະບຸຕໍ່ໄປວ່າ ໃນເດືອນຕຸລາ ຜ່ານມາ ທີ່ບ້ານຫົວພູ ເມືອງຊຽງຄໍ້ ແຂວງຫົວພັນ ຜູ້ນຳສາສນາ ທ້ອງຖີິ່ນຣາຍງານວ່າ ເຈົ້າຫນ້າທີ່ບ້ານ ໄດ້ຈັບຄູ່ຜົວເມັຽ ຊາວຄຣີສຕຽນ ມັດສອກໄວ້ ຈົນຫມົດມື້ ແລະ ບອກໃຫ້ຂະເຈົ້າ ເຊົານັບຖືສາສນາ ຄຣີສຕຽນ ຂະເຈົ້າປະຕິເສດ. ໃນເດືອນ ເມສາ ທີ່ເມືອງຄຳເກີດ ແຂວງບໍຣີຄຳໄຊ ຊາວບ້ານ ທ້ອງຖີ່ນໄດ້ ໄລ່ຊາວຄຣີສຕຽນ 10 ຄອບຄົວ ອອກຈາກບ້ານ ໂດຍກ່າວຫາວ່າ ເປັນພວກແບ່ງແຍກ ຊາວບ້ານໃຫ້ເປັນ 2 ກຸ່ມ, ກຸ່ມນື່ງ ສາສນາພຸດ ແລະ ອີກກຸ່ມນື່ງ ສາສນາ ຄຣີສຕຽນ ໃນທີ່ສຸດ ຊາວຄຣີສຕຽນ 10 ຄອບຄົວນີ້ ກໍອອກຫນີຈາກບ້ານ ຍັງບໍ່ມີບ່ອນຢູ່ອາສັຍ ບໍ່ສາມາດ ທຳມາຫາກິນ ແລະ ສົ່ງລູກ ໄປໂຮງຮຽນໄດ້ ຈົນຮອດທຸກມື້ນີ້.

ໃນເດືອນເມສາ ເຫມືອນກັນ ອີກບ້ານນື່ງຢູ່ແຂວງຫົວພັນ ມີລາຍງານວ່າ ເຈົ້າຫນ້າທີ່ບ້ານ ໄດ້ບັງຄັບໃຫ້ ຊາວຄຣີສຕຽນ 5 ຄອບຄົວ ເອົາປື້ມຄຳພີສອນ ສາສນາ ຄຣີສຕຽນ ໄປໃຫ້ເຈົ້າຫນ້າທີ່ບ້ານ ໃຫ້ເຊົາເປັນ ຄຣີສຕຽນ ແລະ ໃຫ້ບອກຊື່ວ່າ ຜູ້ໃດ ເປັນຜູ້ນຳພາ ໃຫ້ນັບຖື ສາສນາ ຄຣີສຕຽນ. ເຈົ້າຫນ້າທີ່ບ້ານ ຍັງປະຕິເສດ ທີ່ຈະໃສ່ຊື່ ຂະເຈົ້າ ໃນບັນຊີ ສມາຊິກບ້ານ ແລະ ອອກເອກສານຕ່າງໆ ທີ່ເປັນຄົນໃນບ້ານນັ້ນ ຮ່ວມທັງ ກີດກັ້ນບໍ່ໃຫ້ສົ່ງລູກ ໄປໂຮງຮຽນ ແລະ ກິຈັມບ້ານຕ່າງໆ ກໍຫ້າມເຂົ້າຮ່ວມ. ເຈົ້າຫນ້າທີ່ບ້ານ ຍັງຖາມຂະເຈົ້າ ເຣື້ອງເກັບຄ່າແພ່ບຸນວ່າ ເປັນ ຫຍັງພວກຂະເຈົ້າ ບໍ່ເຮັດສັງຄະທານ ນຳຄົນຕາຍ ໃນບ້ານ ແລະ ວ່າ ຊາວຄຣີສຕຽນ ສ້າງຄວາມເຊື່ອຖືສາສນາອື່ນ ເຊື່ອມສັດທາໃນບ້ານ.


ຊາວຄຣີສຕຽນ ຫລາຍຄົນ ບໍ່ຖືກບັນຈຸ ເຂົ້າໃນບັນຊີ ການລົງທະບຽນ ຂອງຊາວບ້ານ ກຸ່ມດັ່ງກ່າວ ຖືກປະຕິເສດ ຈາກພໍ່ບ້ານ ໃນການລົງທະບຽນ ເປັນລູກບ້ານ. ແຕ່ກະຊວງພາຍໃນ ແລະ ສູນກາງ ແນວລາວສ້າງຊາດ, ຊື່ງເປັນຜູ້ຮັບຜິດຊອບ ກ່ຽວກັບ ບັນຫາ ຄຣີສຕຽນ ເວົ້າວ່າ ເປັນຍ້ອນວ່າ ຊາວບ້ານ ຍ້າຍໄປຍ້າຍມາ ບາງຄັ້ງ ຊື່ຂອງພວກຂະເຈົ້າ ກໍບໍ່ຖືກບັນຈຸ ໃນບັນຊີລູກບ້ານ ແຕ່ ກຸ່ມຊາວຄຣີສຕຽນ ກຸ່ມດັ່ງກ່າວ ເວົ້າວ່າ ຂະເຈົ້າ ຢູ່ບ້ານນັ້ນ ມາແຕ່ລຸ້ນພໍ່ລຸ້ນແມ່ ບໍ່ໄດ້ຍ້າຍໄປໃສ ເມື່ອໃບທະບຽນ ສມາຊີກລູກບ້ານ ອອກມາ ກໍມີແຕ່ຊື່ ຊາວບ້ານ ຜູ້ທີ່ນັບຖື ສາສນາພຸດ ຫລື ຜີ ສ່ວນກຸ່ມ ທີ່ນັບຖື ສາສນາ ຄຣີສຕຽນນັ້ນ ບໍ່ມີ. ຊາວຄຣີສຕຽນ ຖືກບອກວ່າ ໃຫ້ອອກຈາກບ້ານ ຫລື ໃຫ້ເຊົາ ນັບຖືສາສນາ ຄຣີສຕຽນ ບໍ່ດັ່ງນັ້ນ ຈະບໍ່ມີຊື່ ໃນບັນຊີລູກບ້ານ.

ກະຊວງພາຍໃນ ເວົ້າວ່າ ຕົນບໍ່ຮູ້ ກ່ຽວກັບເຣື້ອງນີ້. ບົດຣາຍງານ ປະຈຳປີ ຣະບຸຕໍ່ໄປວ່າ ທີ່ເມືອງນ້ຳທາ ແຂວງຫລວງນ້ຳທາ ໃນເດືອນ ມີນາ ຜ່ານມາ ເຈົ້າຫນ້າທີ່ ທ້ອງຖີ່ນ ໄດ້ນາບຂູ່ ຄອບຄົວ ຊາວຄຣີສຕຽນຊາວມົ້ງ 15 ຄອບຄົວ ໃຫ້ເຊົານັບຖື ສາສນາຄຣີສຕຽນ ບໍ່ດັ່ງນັ້ນ ຈະຖືກໄລ່ອອກ ຈາກບ້ານ. ຢູ່ເມືອງຊຳເຫນືອ ແຂວງຫົວພັນ ຜູ້ອຳນວຍການໂຮງຮຽນ ແຫ່ງນື່ງ ໄດ້ສັ່ງໃຫ້ເອົາຊື່ເດັກນ້ອຍ ລູກຊາວ ຄຣີສຕຽນ ອອກຈາກບັນຊີ ໂຮງຮຽນ  ເຮັດໃຫ້ເດັກນ້ອຍ ຊາວຄຣີສຕຽນ ດັ່ງກ່າວບໍ່ສາມາດ ເຂົ້າສອບເສັງໄດ້. ເຈົ້າຫນ້າທີ່ ໂຮງຮຽນ ໄດ້ບອກຄອບຄົວ ຊາວຄຣີສຕຽນ ດັ່ງກ່າວວ່າ ຖ້າບໍ່ເຊົານັບຖື ສາສນາ ຄຣີສຕຽນ  ຈະໄລ່ອອກຈາກໂຮງຮຽນ ແລະ ຍັງມີ ຫລາຍກໍຣະນີ ທີ່ຊາວຄຣີສຕຽນລາວ ຖືກນາບຂູ່ ກັກຂັງ ຈັບກຸມ ແລະ ຖືກບີບບັງຄັບ ໃຫ້ເຊົາ ຖືສາສນາ ຄຮີສຕຽນ.

ທາງການລາວ ເວົ້າວ່າ ສປປລາວ ເປີດກວ້າງ ໃນການນັບຖື ຫລືບໍ່ນັບຖືສາສນາໃດ ກໍໄດ້ ໃນລາວ ແຕ່ໃນສພາບຕົວຈີງແລ້ວ ແມ່ນຮອງຮັບ ແຕ່ສາສນາພຸດ ຊື່ງເປັນສາສນາ ດັ້ງເດີມ ຂອງຄົນລາວ ສ່ວນສາສນາ ອື່ນນັ້ນ ມີກົດຫມາຍ ຮອງຮັບ ບາງສາສນາ ແຕ່ ພາກປະຕິບັດຕົວຈີງ ນັ້ນ ຍັງຖືກ ກີດກັ້ນຢູ່ ເປັນຕົ້ນ ສາສນາຄຣີສຕຽນ. ຜູ້ນຳທາງສາສນາ ເວົ້າວ່າ ສາສນາຄຣີສຕຽນ ເປັນສາສນາ ທີ່ມີການແຜ່ຜາຍ ຢ່າງວ່ອງໄວໃນລາວ ແຕ່ຖືກກົດດັນ ຈາກເຈົ້າຫນ້າທີ່ລາວ ແລະ ຊຸມຊົນລາວ ບາງກຸ່ມ. ຜູ້ນຳທາງສາສນາ ຄຣີສຕຽນ ໃນລາວ ກ່າວຕື່ມວ່າ ທາງການລາວ ໄດ້ນາບຂູ່ ຊາວຄຣີສຕຽນ ຫລາຍກວ່າ ສາສນາອື່ນ ຍ້ອນຄິດວ່າ ສາສນາ ຄຣີສຕຽນ ເປັນເຄືື່ອງມື ຂອງຕ່າງຊາດ ເຂົ້າມາປຸກຣະດົມ ທາງສາສນາໃຫ້ມີການແຕກແຍກ ໃນສັງຄົມລາວ ແລະວ່າ ເຖີງແມ່ນວ່າ ບັນຫາຈະເກີດຂື້ນ ໃນເຂດທ້ອງຖີ່ນ ແຕ່ຂັ້ນກາງ ແລະ ຂັ້ນ ແຂວງ ອາດຈະຮູ້ເຫັນ ຫລື ອະນຸຍາດໃຫ້ ກະທຳ.

ໃນການແກ້ໄຂບັນຫາ ຂໍ້ຂັດແຍ່ງ ທາງສາສນາ ກະຊວງພາຍໃນ ຂອງລາວ ປ່ອຍໃຫ້ເປັນ ພາຣະຫນ້າທີ່ ຂອງອຳນາດ ການປົກຄອງ ທ້ອງຖີ່ນ ແກ້ໄຂກ່ອນ ກ່ອນຂັ້ນກາງຈະເຂົ້າໄປຍຸ້ງກ່ຽວ, ກຸ່ມສາສນາເວົ້າວ່າ ອຳນາດ ການປົກຄອງ ທ້ອງຖີ່ນ ໃຊ້ວິທີການ ທີ່ບໍ່ຖືກຕ້ອງ ໃນການ ແກ້ໄຂບັນຫາ ສ່ວນຫລາຍ ຈະໃຊ້ກົດເກນ ດ້ວຍຕົວເອງ ຊື່ງເປັນການສວນທາງ ກັບກົດຫມາຍ ຂອງຊາດ. ກະຊວງພາຍໃນ ຂອງ ສປປລາວ ເວົ້າວ່າ ບັນຫາສ່ວນໃຫຍ່ ເກີດຂຶ້ນ ໃນເຂດ ຫ່າງໄກສອກຫລີກ ໃນລາວ ຍ້ອນຂາດງົບປະມານ ເຈົ້າຫນ້າທີ່ຂັ້ນກາງ ບໍ່ສາມາດ ເຂົ້າໄປແກ້ໄຂໄດ້ ຍັງຈະໃຊ້ເວລາ ຊົ່ວຣະຍະນຶ່ງ ໃນການແກ້ໄຂບັນຫານີ້ ໃຫ້ຫມົດໄປ.

ແຕ່ເຖິງຢ່າງໃດກໍຕາມ, ຣາຍງານ ຂອງກະຊວງຕ່າງ ປະເທດສຫະຣັດ ກ່ຽວກັບ ສິດເສຣີພາບ ໃນການນັບຖືສາສນາ ໃນໂລກ ໃນປີນີ້ ຍັງບອກວ່າ ການນັບຖືສາສນາ ຄຣີສຕຽນ ໃນລາວ ຍັງມີການຣະເມີດຫລາຍຢູ່ ຍ້ອນ ຂາດການບັງຄັບໃຊ້ ກົດຫມາຍ ການປົກປ້ອງ ສິດເສຣີພາບ ທາງສາສນາ ໃນລາວ ຂອງເຈົ້າຫນ້າທີ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.