ອົງການຢູແນັສໂກຣາຍງານວ່າດຽວນີ້ເມືອງຊຽງຄໍ້ແຂວງຫົວພັນມີສະຖານີວິທຍຸຣະບົບFMຮັບໃຊ້ຊຸມຊົນແລ້ວມີພາສາລາວລຸ່ມ,ລາວມົ້ງແລະ ລາວຂະມຸ.ສະຖານີທີ່ຖືກຕັ້ງຂຶ້ນນີ້ສ່ວນນຶ່ງແມ່ນດ້ວຍການຮ່ວມມືຂອງວິທຍຸກະຈາຍສຽງແຫ່ງຊາຕສນັບສນູນໂດຍອົງການຢູແນັສໂກແລະ ໂຄງການຕ່າງປະເທດສໍາລັບພັທນາການປະຊາສັມພັນ.ໃນເມື່ອຫລາຍປີກ່ອນການປະຊາສັມພັນກັບປະຊາຊົນຊົນຊາຕຊົນເຜົ້າທີ່ອາສັຍຢູ່ ຕາມພຸຜາຫ່າງໄກສອກຫຼີກ,ໂດຍຜ່ານທາງວິທຍຸກະຈາຍສຽງນັ້ນບໍ່ເຄີຽມີຈັກເທື່ອ.
ຣັຖບານລາວເຫັນວ່າມີຄວາມຈໍາເປັນຈຶ່ງໄດ້ນໍາເອົາສະຖານີວິທຍຸມາຕັ້ງຢູ່ໃນເຂດສອກຫລີກນີ້ເພື່ອໃຫ້ຊົນເຜົ້າຕ່າງໆໄດ້ຮູ້ແລະເຂົ້າໃຈເຖິງ ນະໂຍບາຍຂອງຣັຖບານຂ່າວສານຕ່າງໆແລະການບັນເທິງ.
ໂຄງການດັ່ງກ່າວໄດ້ເລີ້ມຂຶ້ນແຕ່ເດືອນກັນຍາປີ 2012 ໂດຍເລີ້ມສ້ອມແປງອາຄານປະກອບເຄື່ອງສົ່ງລະບົບFM ແລະອຸປກອນສໍາລັບຫ້ອງ ຈັດຣາຍການ.ນອກນັ້ນໄດ້ຝຶກແອບນາຍຊ່າງເທັກນິກ,ຜູ້ຈັດລາຍການ,ແລະນັກຂ່າວຮວມທັງໝົດ 25 ຄົນ.
ໃນຕົ້ນປີ 2013 ສະຖານີວິທຍຸເມືອງຊຽງຄໍ້ສາມາດຖ່າຍທອດລາຍການຈາກວິທຍຸແຫ່ງຊາຕໂດຍກົງວັນລະສາມຄັ້ງ.ມາຮອດກາງປີ 2013 ສະຖານີແລ່ນເຕັມອັດຕຣາ,ຖ່າຍທອດຣາຍການວິທຍຸແຫ່ງຊາຕໂດຍກົງແລະຣາຍການຂ່າວເປັນພາສາລາວລຸ່ມ,ລາວມົ້ງ,ແລະລາວຂະມຸ.