ທົ່ງໄຫຫີນຂໍເປັນ ມໍຣະດົກໂລກ
2013.06.21
ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ຂອງລາວ ເປີດເຜີຍວ່າ ໃນວັນທີ 1 ແລະ ທີ 2 ກໍຣະກະດາ 2013 ນີ້ ແຂວງ ຊຽງຂວາງ ແລະ ກົມ ມໍຣະດົກໂລກ ຈະຈັດ ກອງປະຊຸມ ເພື່ອ ນໍາສເນີ ສະຖານທີ່ ທ່ອງທ່ຽວ ໂບຮານ ທົ່ງ ໄຫຫີນ ຕໍ່ ຣັຖບານລາວ ໃຫ້ຊຸກຍູ້ ສະຖານທີ່ ທ່ອງທ່ຽວ ແຫ່ງນີ້ ຖືກຈັດເຂົ້າໃນ ບັນຊີ ມໍຣະດົກ ໂລກ ຂອງ ອົງການ UNESCO. ທ່ານ ກ່າວວ່າ:
"ໃນເດືອນ 7 ຕໍ່ໜ້ານີ້ ຈະມີຈັດ ກອງປະຊຸມ ກ່ຽວກັບ ວຽກງານ ການອະນຸຮັກ ທົ່ງໄຫຫີນ ນີ້ແຫລະ ເພື່ອນໍາສເນີ ຣັຖບານຕໍ່ ຫັ້ນນະ ໂດຍແມ່ນ ທຶນ ຂອງອົງການ UNESCO".
ທ່ານວ່າ ແຜນການສເນີ ໃຫ້ ທົ່ງໄຫຫີນ ເຂົ້າເປັນ ມໍຣະດົກ ໂລກ ມີຄວາມ ພຍາຍາມ ມາດົນແລ້ວ ແຕ່ຍັງ ບໍ່ມີຄວາມ ຄືບໜ້າ ເພາະຕ້ອງ ຮວບຮວມ ຂໍ້ມູລ ຢ່າງ ລະອຽດ ແລະ ສເນີຜ່ານ ຣັຖບານລາວ ກ່ອນ.
ເຂດ ໂບຮານ ທົ່ງໄຫຫີນ ຖືກຄົ້ນພົບ ຄັ້ງທໍາອິດ ໃນປີ 1930 ເປັນພື້ນ ທີ່ ປະກອບດ້ວຍ ໄຫຫີນ ປະມານ 2 ພັນ ໜ່ວຍ. ຈາກ ການສຶກສາ ຂອງນັກ ໂບຮານຄະດີ ພົບວ່າ ໄຫຫີນ ເຫລົ່ານີ້ ອາຈມີອາຍຸ ປະມານ 2500 ຫາ 3000 ປີ, ເປັນ ສະຖານທີ່ ທ່ອງທ່ຽວ ສໍາຄັນ ແລະ ມີຊື່ສຽງ ທີ່ສຸດ ຂອງ ແຂວງ ຊຽງຂວາງ ເຖິງຈະຍັງ ບໍ່ໄດ້ຮັບ ການພັທນາ ໃຫ້ເປັນ ສະຖານທີ່ ທ່ອງທ່ຽວ ຢ່າງສົມບູນ ກໍ່ຕາມ.
ຄວາມພຍາຍາມ ທີ່ຈະໃຫ້ ສະຖານທີ່ ທ່ອງທ່ຽວ ຂອງລາວ ຖືກຮັບເປັນ ມໍຣະດົກ ໂລກ ປັຈຈຸບັນ ມີຢູ່ 2 ແຫ່ງ ຄື ທົ່ງໄຫຫີນ ແລະ ພູຫີນ ໜາມໜໍ່ ໃນ ແຂວງຄໍາມ່ວນ.