ທົ່ງໄຫຫີນອາຈເປັນ ມໍຣະດົກ ຂອງໂລກ

ທັມມະຊາດ ຄວາມງາມ ທົ່ງໄຫຫີນ ແຂວງຊຽງຂວາງ
ທັມມະຊາດ ຄວາມງາມ ທົ່ງໄຫຫີນ ແຂວງຊຽງຂວາງ (RFA)

0:00 / 0:00

ທົ່ງໄຫຫີນແຂວງຊຽງຂວາງ ຈະສາມາດເຂົ້າເປັນມໍລະດົກແຫ່ງທີ 3 ຂອງລາວໄດ້ຫລືບໍ່ນັ້ນ ຫົວໜ້າກົມມໍຣະດົກໂລກ ກະຊວງຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ໃຫ້ເຫດຜົນວ່າ ມີຈຸດແຂງຢູ່ສອງເງື່ອນໄຂ.

ໃນນັ້ນເງື່ອນໄຂດ້ານວິຊາການແລ້ວ ລັກສນະຂອງທົ່ງໄຫຫີນ ແຂວງຊຽງຂວາງ ແມ່ນບໍ່ຄ່ອຍມີໃນໂລກນີ້ ເທົ່າທີ່ເຫັນກໍ່ມີຢູ່ປະເທດອິນເດັຍ ແລະ ປະເທດອິນໂດເນເຊັຍ ເຊິ່ງເປັນແຫລ່ງໄຫຫີນ ຂະໜາດນ້ອຍ, ບໍ່ມີເອກລັກ, ບໍ່ໂດດເດັ່ນ ເຊີ່ງຕ່າງຈາກແຂວງຊຽງຂວາງມີຈຳນວນ ຫລາຍ ແລະ ຢູ່ໃນບໍຣິເວັນກວ້າງຂວາງ ຖ້າເວົ້າເຖິງຈຸດນີ້ ເຮົາມີໂອກາດໄດ້ 100%

ເງື່ອນໄຂທີສອງ ທາງດ້ານປວັດສາດ ທີ່ພົວພັນເຖິງຂະບວນການວິວັດຂອງມະນຸດ ໃນຂົງເຂດ ເຊີ່ງມັນເປັນຫລັກຖານນຶ່ງດຽວ ທີ່ຍັງມີຢູ່.

ເປັນເວລາ 20 ປີ ທາງການລາວພຍາຍາມ ສເນີໃຫ້ອົງການ UNESCO ພິຈາຣະນາ ຮັບຮອງ ທົ່ງໄຫຫີນ ເປັນມໍຣະດົກໂລກ ແຕ່ກໍ່ຖືກ ເລື່ອນມາຫຼາຍຄັ້ງ ເພາະວ່າທາງການລາວ ຍັງຂາດການສຶກສາຣາຍລະອຽດ ການກຳນົດແຜນການຄຸ້ມຄອງ ແລະ ການອານຸຮັກທົ່ງໄຫຫີນ ທີ່ຜ່ານມາຍັງປະຕິບັດ ຕາມເງື່ອນໄຂຂອງ UNESCO ກຳນົດໄວ້ບໍ່ໄດ້ ເຊັ່ນ ໄຫຫີນ ຫລາຍກວ່າ 2 ພັນໜ່ວຍ ຢູ່ກະແຈກກະຈາຍ ເຮັດໃຫ້ການຂຶ້ນທະບຽນໄຫຫີນ ບໍ່ທົ່ວເຖິງ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທາງການໄດ້ເລືອກເອົາສະເພາະ 11 ຈຸດເທົ່ານັ້ນ ທີ່ນຳສເນີຕໍ່ UNESCO ເພື່ອຮັບຮອງໃຫ້ເປັນມໍຣະດົກໂລກ. ໂດຍເດືອນ ສິງຫາ ປີ 2018 ຜ່ານມາ ຄນະຊ່ຽວຊານຂອງ UNESCO ໄດ້ເດີນທາງມາເກັບກຳສຳຣວດ ໃນເບື້ອງຕົ້ນໄປແລ້ວ ແລະໄດ້ ຂຶ້ນທະບຽນ ໄຫຫີນໄວ້ແລ້ວ 900 ປາຍໜ່ວຍທັງ 11 ຈຸດ ທີ່ຕ້ັງຢູ່ເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ .

ດັ່ງເຈົ້າໜ້າທີ່ ກົມມໍຣະດົກໂລກ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

"ມີແຕ່ເຂົາເຈົ້າຮັບຮອງແລ້ວດຽວນີ້ຫັ້ນ ຂະເຈົ້າຮັບຮອງເຂົ້າໃນບັນຊີແລ້ວ ແຕ່ວ່າຕ້ອງໄດ້ຜ່ານການກວດກາເພີ່ມ ໃນໄລຍະເດືອນໜ້າ ຣະຫວ່າງ ວັນທີ 25 ເດືອນຕຸລາ ເພີ່ນຈະແຈ້ງມາໃຫ້ແລ້ວ."

ທ່ານກ່າວຕື່ມວ່າ ກົມມໍຣະດົກໂລກ ກໍ່ໄດ້ດຳເນີນການເຣື່ອງຂອບເຂດ ຂອງທົ່ງໄຫຫີນທັງໝົດ 11 ແຫ່ງ ( Core Zone ) ເຊີ່ງແຍກເປັນ ແຫລ່ງຕັດຫີນ 3 ແຫ່ງ ແລະ ແຫລ່ງທີ່ຕັ້ງຫີນ 8 ແຫ່ງ ຈຳນວນໄຫຫີນ ທັງໝົດ 900 ປາຍໜ່ວຍ.

ສ່ວນເຂດໃກ້ຄຽງ ມໍຣະດົກໂລກ ຫລື Buffer Zone ໄດ້ອອກກົດຣະບຽບຫ້າມບໍ່ໃຫ້ ນັກລົງທືນ ຫລື ປະຊາຊົນ ໃນພື້ນທີ່ເຂົ້າມາສ້າງ ຫລື ດັດແປງໃນຣະຍະຫ່າງ 500 ແມັດ ຈາກເຂດທີ່ມີໄຫຫີນທັງ 11 ແຫ່ງ ຫາກຜູ້ໃດຣະເມີດຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມກົດໝາຍ ຄຸ້ມຄອງພື້ນທີ່ ມໍຣະດົກໂລກ.

ບັນຫາສຳຄັນໃນຂນະນີ້ ກົມມໍຣະດົກໂລກ ມີບຸຄລາກອນ ປະຈຳຢູ່ທົ່ງໄຫຫີນ ພຽງ 10 ປາຍຄົນ ເທົ່ານັ້ນ ແລະ ຍັງຕ້ອງການບຸຄລາກອນ ເພີ່ມອີກ 37 ຄົນ ເຂົ້າມາປະຈຳການ ຢູ່ທົ່ງໄຫຫີນ ທັງໝົດ 11 ແຫ່ງ ຈື່ງຈະພຽງພໍ.

ເຊິ່ງໃນເວລານີ້ ກຳລັງເລັ່ງສເນີໄປຍັງຣັຖບານລາວ ພິຈາຣະນາຄັດເລືອກ ບຸຄລາກອນພິເສດ ເພື່ອໃຫ້ພຽງພໍກ່ອນກຳນົດ ຂອງອົງການ UNESCO ຈະລົງພື້ນທີ່ມາກວດກາ ທົ່ງໄຫຫີນ ໃນເດືອນຕຸລານີ້. ດັ່ງທ່ານໄດ້ກ່າວຕື່ມວ່າ:

"ພວກເຮົາມີບັນຫານຶ່ງທີ່ວ່າ ພວກເຮົາຈະຕ້ອງໄດ້ແກ້ດ່ວນ ແມ່ນເຣື່ອງ ບຸຄລາກອນ, ບຸຄລາກອນຂອງພວກເຮົາ ຢູ່ເຂດມໍຣະດົກຊຽງຂວາງ ກໍ່ສິມີຄວາມຂາດເຂີນຫລາຍຫັ້ນແຫລະ ເພາະວ່າມັນກໍ່ບໍ່ທັນໄດ້ ພຽງພໍກັບໜ້າວຽກງານຂອງເຮົາຈັ່ງມາເລັ່ງສເນີ ກັບຣັຖບານເພື່ອປະກອບ ບຸຄລາກອນ ເຂົ້າຕື່ມອີກ ເພື່ອຮັບຮອງມໍຣະດົກໂລກ ນີ້ເນາະ."

ການສເນີ ທົ່ງໃຫ້ຫີນເປັນມໍຣະດົກໂລກນັ້ນ ກະຊວງຖແຫລງຂ່າວ ວັທນະທັມແລະທ່ອງທ່ຽວ ໄດ້ຣາຍງານຄວາມເປັນມາ ຄືເຣີ່ມໂຄງການ ໄລຍະ ທີ 1 ແຕ່ປີ 1998 ຫາ ປີ 2000 ໂດຍໄດ້ຮັບເງີນຊ່ວຍເຫຼືອ ຈາກອົງການ UNESCO 25 ພັນໂດລາສະຫະຣັຖ ເພື່ອນຳໃຊ້ເຂົ້າ ໃນການສຳຣວດ, ເກັບກຳຂໍ້ມູນທີ່ຕັ້ງ ແລະ ພູມສັນຖານ ຂອງແຫລ່ງ ມໍຣະດົກໄຫຫີນ ເພື່ອເປັນຂໍ້ມູນພື້ນຖານ ກຳນົດຂອບເຂດອະນຸຮັກ ແລະ ປົກປັກຮັກສາ ແຫລ່ງມໍຣະດົກ ໄຫຫີນ.

ສ່ວນໂຄງການໄລຍະທີ 2 ເຣີ້ມແຕ່ປີ 2000 ຫາ 2002 UNESCO ໄດ້ເພີ້ມເງີນຊ່ອຍເຫລືອເປັນ 30 ພັນ ໂດລາ ສະຫະຣັຖ ເພື່ອລົງເລິກວຽກງານ ການສຳຣວດ ພາກສະໜາມສັງລວມ ເອົາຂໍ້ມູນຣະອຽດ ຂອງແຫລ່ງມໍຣະດົກໄຫຫີນ ແຕ່ລະແຫ່ງພ້ອມນັ້ນ ຍັງໄດ້ຝຶກອົບຮົມ ວິຊາການທ້ອງຖີ່ນ ກ່ຽວກັບເຕັກນິກການສຳຣວດ ຂໍ້ມູນພາກສະໜາມ,ການບັນທຶກ ແລະ ການສ້າງເອກະສານ ຂໍ້ມູນຕ່າງໆ.

ໂຄງການໄລຍະທີ 3 ເຣີ້ມດຳເນີນ ໃນປີ 2002 ຫາ 2005 ເຊີ່ງໄດ້ຮັບເງີນຊ່ອຍເຫລືອ ຈາກກອງທຶນ ມໍຣະດົກ 60 ພັນໂດລາ ສະຫະຣັຖ ແລະ ປະເທດ ນີວຊີແລນ 18 ພັນໂດລາ ສະຫະຣັຖ ເພື່ອສຸມໃສ່ການສຳມະນາ ໃຫ້ແກ່ວິຊາການ ທີ່ເຮັດວຽກ ໂດຍກົງ ໃນການຄຸ້ມຄອງ ແລະ ປົກປັກຮັກສາແຫລ່ງ ມໍຣະດົກໄຫຫິນຕ່າງໆ.

ສ່ວນໂຄງການໄລຍະທີ 4 ເຣີ້ມປີ 2006-2010 ໂດຍໄດ້ຮັບເງີນຊ່ອຍເຫລືອຈາກ ນີວຊີແລນຜ່ານ UNESCO 1ແສນ ໂດລາ ສະຫະຣັຖ, ຈາກ UNESCO 74 ພັນປາຍໂດລາ ສະຫະຣັຖ ແລະ ຈາກຣັຖບານລາວ 38 ພັນ ໂດລາ ສະຫະຣັຖ ໂດຍແມ່ນ ອົງການທ່ອງທ່ຽວ ແຫ່ງຊາດ ເປັນຜູ້ຮັບຜິດຊອບ ປະຕິບັດ ແນ່ໃສ່ການພັທນາ ການຄຸ້ມຄອງ ແລະ ການບໍຣິການ ມໍຣະດົກໄຫຫີນ.

ໂຄງການໄລຍະທີ 5 ເຣີ້ມປີ 2015 ເຊີ່ງໄດ້ຮັບເງີນຊ່ອຍເຫລືອ ຈາກອົງການ UNESCO 30 ພັນ ໂດລາ ສະຫະຣັຖ ແລະ ຣັຖບານລາວ ປະກອບສ່ວນ 200 ລ້ານກີບ. ເພື່ອແນ່ໃສ່ໃຫ້ສຳເຣັດ ການເກັບກຳຂໍ້ມູນ ສນອງໃຫ້ແກ່ ການຂຽນຄຳຮ້ອງ ແລະ ປັບປຸງແຜນແມ່ບົດ ໃນການຄຸ້ມຄອງ , ປົກປັກຮັກສາແຫລ່ງ ມໍຣະດົກໄຫຫີນ ເພື່ອນຳສເນີເປັນມໍຣະດົກໂລກ.

ຜ່ານການປະຕິບັດໂຄງການໄລຍະທີ 5 ຈົນມາເຖິງ ປີ 2017 ຄນະຊ່ຽວຊານ ແລະ ວິຊາການໂຄງການໄດ້ທົບທວນຄືນ ຄຳເຫັນຈາກ ກອງປະຊຸມ ຣະດັບຊາດ ໃຫ້ດັດແກ້ ຄຳຮ້ອງ ແລະ ເອກະສານແຜນແມ່ບົດ ຂອງແຫລ່ງ ມໍຣະດົກໄຫຫີນ.

ເດືອນມົກກະຣາ ປີ 2018 ສຳເຣັດ ຮັບຮອງຮ່າງແຜນແມ່ບົດ ສະບັບສົມບູນ ແລະ ເດືອນ ກຸມພາ 2018 ນຳສົ່ງຄຳຮອ້ງ ເຖິງຄນະ ກຳມະການ ມໍຣະດົກໂລກ ທີ່ກຸງປາຣີ ປະເທດຝຣັງ ແລະ ຄາດຫວັງວ່າ ຈະໄດ້ຮັບຂ່າວດີ ພາຍໃນປີ 2019 ຈາກອົງການ UNESCO ທີ່ຈະຮັບຮອງເອົາ ແຫລ່ງທ່ອງທ່ຽວທົ່ງໄຫຫີນ ແຂວງຊຽງຂວາງ ເປັນມໍຣະດົກໂລກ ແຫ່ງທີ່ 3 ຂອງປະເທດລາວ ໂດຍຜ່ານມາ UNESCO ໄດ້ປະກາດແຂວງຫຼວງພຣະບາງ ເປັນເມືອງມໍລະດົກໂລກໃນປີ 1995 ຜາສາດຫີນວັດພູຈຳປາສັກ ເປັນມໍຣະດົກໂລກ ໃນປີ 2015.