ຄົນວຽດນາມເອົາພຣະຢູ່ວັດ ອົງຕື້ ໄປ

ອຸ່ນແກ້ວ ສຸກສະຫວັນ
2015.01.10
F-Buddha ພະພຸດທະຮູບ ອົງນີ້ ເປັນ ໂລຫະທອງ ມີຂະໜາດໃຫຍ່ ມີຄວາມສູງ ປະມານ 1 ແມັດ ສັນນິຖານວ່າ ຖືກສ້າງຂຶ້ນ ໃນສະໄໝ ພະເຈົ້າ ໄຊເສດຖາ ຫຼືກ່ອນໜ້ານັ້ນ. ພະພຸດທະຮູບ ອົງນີ້ ຖືກປະດິດ ສະຖານຢູ່ ວັດອົງຕື້ ມະຫາວິຫານມາ ໄດ້ຫຼາຍເຊັ່ນຄົນ.
RFA

ເກີດເຫດ ມີກຸ່ມຄົນ ວຽດນາມ ຈໍານວນ ນຶ່ງ ເຂົ້າມາ ຫາມ ເອົາ ພຣະພຸດທະຮູບ ແຕ່ປາງ ບູຮານ ຢູ່ ໃນວັດ ອົງຕື້ ມະຫາວິຫານ ໄປ ໂດຍທີ່ ເຈົ້າໜ້າທີ່ ບ້ານເມືອງ ບໍ່ໄດ້ ເຂົ້າມາ ຫ້າມ ປາມ ຫຼື ສະກັດກັ້ນ ແຕ່ຢ່າງໃດ ເລີຍ.

ຜູ້ທີ່ເຫັນ ເຫດການ ໄດ້ເລົ່າວ່າ, ເຫດເກີດຂຶ້ນ ໃນ ວັນທີ 9 ມົກກະຣາ ເວລາ ປະມານ 11 ໂມງ ຕອນເຊົ້າ, ໄດ້ມີກຸ່ມ ຄົນວຽດນາມ ຈໍານວນ ນຶ່ງ ເຂົ້າມາ ຂົນເອົາ ພຣະພຸດທະຮູບ ເກົ່າແກ່ ຢູ່ ວັດອົງຕື້ ຂະໜາດ ໜ້າຕັກ 50 ເຊັນ ອອກໄປ ຊຶ່ງ ກຸ່ມ ຄົນ ວຽດນາມ ດັ່ງກ່າວ ໄດ້ໃຊ້ ຣົດໂຕໂຍຕ້າ ແລນກຣູເຊີ ເປັນ ພາຫະນະ.

ຕໍ່ກັບ ເຫດການ ດັ່ງກ່າວ ເຈົ້າໜ້າທີ່ ຢູ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ກ່າວ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ ວຽດນາມ ກຸ່ມ ດັ່ງກ່າວ ຕັ້ງໃຈ ທີ່ ຈະເຂົ້າ ມາເອົາ ພຣະພຸດທະຮູບ ບູຮານ ອົງ ດັ່ງກ່າວ.

ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ທ່ານ ນັ້ນ ຍັງກ່າວ ອີກວ່າ ສາເຫດ ກໍຍ້ອນວ່າ ໃນຊ້ວງ ປະມານ ກາງປີ ທີ່ ຜ່ານມາ ມີກຸມ ສະຖາບັນ ການເງິນ ຫລື ກຸ່ມ ນັກ ທຸຣະກິດ ວຽດນາມ ໄດ້ ມາ ບໍຣິຈາກ ເງິນເພື່ອ ປະຕິສັງຂອນ ວັດອົງຕື້ ມະຫາວິຫານ ແລ້ວ ຕ້ອງການ ຢາກໄດ້ ພຣະພຸດທະຮູບ ອົງ ດັ່ງກ່າວ, ແຕ່ ທາງການລາວ ບໍ່ໃຫ້ ເພາະ ເປັນພຣະ ເກົ່າແກ່.

ນອກຈາກ ນີ້ ຍັງມີຂ່າວ ອີກວ່າ ທາງການລາວ ຈະຫລໍ່ ພຣະພຸດທະຮູບ ອົງ ຈໍາລອງ ໃຫ້ ກັບຄົນ ວຽດນາມ ກຸ່ມ ດັ່ງກ່າວ, ແຕ່ວ່າ ຄົນ ວຽດນາມ ກຸ່ມ ດັ່ງກ່າວ ບໍ່ຍອມເອົາ ແລະ ຍັງ ຢືນຢັນ ຢາກໄດ້ ພຣະພຸດທະຮູບ ອົງ ດັ່ງກ່າວ.

ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ຍັງ ໄດ້ຮູ້ວ່າ ຫລັງຈາກ ທີ່ ກຸ່ມຄົນ ດັ່ງກ່າວ ໄດ້ຂົນເອົາ ພຣະ ພຸດທະຮູບ ອອກໄປແລ້ວ ຕໍ່ມາ ຈຶ່ງມີຄໍາສັ່ງ ຈາກ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໃຫ້ນໍາເອົາ ພຣະ ພຸດທະຮູບ ອົງ ດັ່ງກ່າວ ກັບ ຄືນມາ.

ແລະ ໃນເວລາ ປະມານ 16 ໂມງ ຂອງ ວັນດຽວກັນ (9 ມົກກະຣາ) ກໍມີຣາຍງານ ວ່າ ພຣະ ພຸດທະຮູບ ດັ່ງກ່າວ ຖືກນໍາ ກັບຄືນມາ ຢູ່ ວັດອົງຕື້ ມະຫາວິຫານ ຄືເກົ່າ. ນອກຈາກ ນີ້ ກໍຍັງມີ ຣາຍງານ ວ່າ ໃນເວລາ ເກີດເຫດ ເຈົ້າ ອະທິການ ວັດອົງຕື້ ບໍ່ໄດ້ ຢູ່ໃນ ວັດ.

ເຖີງຢ່າງໃດ ກໍຕາມ, ຄົນລາວ ສ່ວນຫລາຍ ກໍຍັງບໍ່ ປັກໃຈ ເຊື່ອວ່າ ພຣະ ພຸດທະຮູບ ອົງ ທີ່ເອົາກັບ ຄືນມານັ້ນ ຈະເປັນຂອງ ຈິງ ຫລື ວ່າ ຈະມີການ ສັບປ່ຽນ ເປັນທີ່ ຮຽບຮ້ອຍ ແລ້ວ.

ຂໍ້ສົງໄສ ຂອງ ຄົນລາວ:

ຂ່າວຍັງ ຣາຍງານວ່າ ໃນຕອນເຊົ້າ ຂອງ ວັນທີ 10 ມົກກະຣາ ມີ ປະຊາຊົນ ຫລາຍ ຮ້ອຍ ຄົນ ມາ ເຕົ້າໂຮມກັນ ຢູ່ ວັດອົງຕື້ ມະຫາວິຫານ ຫລັງຈາກ ໄດ້ ຮັບຂ່າວ ຈາກ ສື່ສັງຄົມ ອອນລາຍ ແລະ ພາກັນ ຕັ້ງຂໍ້ສົງໄສ ຂຶ້ນ ຫລາຍຢ່າງ. ດັ່ງທ່ານ ໄດ້ສະແດງ ຄວາມຄິດເຫັນ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ:

“ຕາມເຫັນ ກໍເປັນ ໄປຕາມ ຄວາມ ຈິງຫັ້ນ ແມ່ນແທ້, ເພາະວ່າ ຫາກໍ່ຮູ້ ຫວ່າງຄໍ່າພຸ້ນ ແຫລະ ລະກະເລີຍ ມາສົມທົບ ຄູບາ ເພີ່ນກະວ່າ ມີແທ້ ແຕ່ກໍຍັງ ບໍ່ຮູ້ສາເຫດ ວ່າ ເອົາໄປ ເຫດການ ແນວໃດ? ແນວໃດ ຫັ້ນນ່່າ?, ແມ່ນ ແນວໃດ? ແມ່ນໃຜ ສັ່ງໃຜ, ຄູ ບາກະຍັງ ບໍ່ຮູ້”.

ແລະ ປະຊາຊົນ ອີກທ່ານນຶ່ງ ກໍໄດ້ ກ່າວວ່າ:

"ຍໍຂຶ້ນລົດໄປ ມັນກະບໍ່ ພິຖີພິຖັນ ແຫລະ, ຄັນສົມມຸດ ວ່າ ຊິເອົາໄປ ແທ້, ເຈົ້າກະຕ້ອງ ທໍາພິທີ ອັນເຊີນ ແລ້ວ ກ່າວໃຫ້ ປະຊາຊົນ ໃຫ້ຮູ້ວ່າ ດຽວນີ້ ມີ ການຈັ່ງຊັ້ນ ຈັ່ງຊີ້ ບອກ ວິທີການ ທີ່ຈະເອົາ ໄປຫັ້ນ, ເອົາໄປດ້ວຍ ວິທີໃດ, ແບບໃດ, ເຮັດຫຍັງ, ເປັນຫຍັງ ຈຶ່ງເອົາໄປ, ເຈົ້າມີຫຍັງ ມາແລກປ່ຽນ ກັນ, ມັນຕ້ອງ ແຈ້ງໃຫ້ ປະຊາຊົນ ຮູ້, ຄັນຊັ້ນກະ ເກີດຮືຮາ ກັນຈັ່ງຊີ້ ແຫລະຢ".

ແລະ ໃນເວລາ ດຽວກັນ ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງ ນະຄອນ ຫລວງ ຜູ້ຮັບຜິດຊອບ ວຽກງານ ຖແລວງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ມາ ພົບປະກັບ ປະຊາຊົນ ທີ່ ມາເຕົ້າໂຮມ ກັນຢູ່ ວັດອົງຕື້ ນັ້ນ ແລະ ຢືນຢັນວ່າ ພຣະພຸດທະຮູບ ທີ່ເຂົາເຈົ້າ ເອົາມາສົ່ງ ນັ້ນ ແມ່ນອົງແທ້, ແຕ່ ທ່ານ ກໍປະເສດ ທີ່ ຈະຕອບ ຄໍາຖາມ ຕໍ່ ປະຊາຊົນ ທີ່ ມາເຕົ້າໂຮມ ຢູ່ວັດ ນັ້ນວ່າ ໃຜເປັນຄົນ ອະນຸຍາດ ໃຫ້ກຸ່ມຄົນ ດັ່ງກ່າວ ເຂົ້າມາເອົາ ພຣະ ພຸດທະຮູບ ດັ່ງກ່າວ.

ປວັດຄວາມ ເປັນມາ ຂອງ ພຣະ ພຸດທະຮູບ ອົງ ດັ່ງກ່າວ:

ມີຣາຍງານ ວ່າ ຖືກສ້າງ ຂຶ້ນໃນ ສັດຕະວັດ ທີ 16 ສະໄໝ ສົມເດັດ ພະເຈົ້າ ໄຊຍະເຊດຖາ ທິຣາຊ ຫລໍ່ ດ້ວຍ ທອງສໍາຣິດ, ເປັນ ພຣະບາງ ມະລະວິໄຊ ຊຶ່ງ ນິຍົມກັນ ສ້າງ ຢ່າງ ແພ່ຫລາຍ ໃນ ສະໄໝ ນັ້ນ.

ຮູບລັກສນະ ທົ່ວໄປ ຄືກັນກັບ ພະເສີມ, ພະໄສ ເນື້ອທອງ ແບບ ດຽວກັນ, ມີ ລັກສນະ ໂດດເດັ່ນ ກໍຄື ລາຍ ຜ້າສັງຄາ ສະຫລັກລາຍ ເປັນ ຮອຍຝັງເງິນ, ຢູ່ ພຣະບາດ (ຕີນ) ມີຮູບ ທັມມະຈັກ ອ້ອມດ້ວຍ ລາຍລາວ ແລະ ມີສັດສ່ວນ ລໍາຄີງບາງ ກວ່າ ພຣະເສີມ ແລະ ພຣະໄສ.

ອີງຕາມ ການບອກເລົ່າ ຂອງ ຜູ້ເຖົ້າ ຢູ່ໃນ ວັດນັ້ນ ໄດ້ຮູ້ວ່າ ພຣະພຸດ ທະຮູບ ອົງ ດັ່ງກ່າວ ແມ່ນ ແບບ ຕົ້ນສະບັບ ທີ່ ໃຊ້ຫລໍ່ ພຣະອົງຕື້, ແຕ່ກໍຍັງ ບໍ່ໄດ້ມີການ ຢືນຢັນ ຈາກ ໜ່ວຍງານ ຂອງ ກົມ ວັດຖຸ ບູຮານ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.