ສະຖາປະນາ ສປປ ລາວ 48 ປີ, ຊາວລາວ ຫຼັ່ງໄປທ່ຽວໄທຍ
2023.12.07

ໃນວັນທີ 2 ທັນວາ 2023 ທີ່ຜ່ານມາ, ເຊິ່ງຕຣົງກັບ ວັນສະຖາປະນາ ສປປລາວ ຄົບຮອບ 48 ປີ, ຊາວລາວຫຼາຍກວ່າພັນຄົນ ໄປອັ່ງອໍຢູ່ດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ເພື່ອເດີນທາງ ອອກໄປທ່ອງທ່ຽວ ຢູ່ປະເທດໄທຍ ໃນໄລຍະວັນພັກຍາວຫຼາຍມື້ ຕັ້ງແຕ່ວັນທີ 2-4 ທັນວາ ນີ້, ເຊິ່ງຈຸດໝາຍປາຍທາງ ຂອງພວກເຂົາເຈົ້າ ສ່ວນຫຼາຍ ແມ່ນແຂວງໜອງຄາຍ, ແຂວງອຸດອນທານີ ແລະ ແຂວງຂອນແກ່ນ.
ເຖິງແມ່ນວ່າ ທາງການລາວ ໄດ້ອອກມາຕການ ສົ່ງເສີມການທ່ອງທ່ຽວ ໂດຍການເປີດປີທ່ອງທ່ຽວລາວ 2024, ແຕ່ກໍຍັງບໍ່ສາມາດ ດຶງດູດຊາວລາວ ໃຫ້ທ່ອງທ່ຽວພາຍປະເທດ ໄດ້ຫຼາຍປານໃດ.
ດັ່ງທີ່ຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຜ່ານສື່ສັງຄົມອອນລາຍ ໃນວັນທີ 2 ທັນວາ ທີ່ຜ່ານມານີ້ວ່າ:
“ສະຖານະການຢູ່ດ່ານ ຂົວມິຕພາບລາວ-ໄທຍ 1 ເນາະ, ຄົນລາວໄປໄທຍ ວັນຊາດ ຂອງລາວ, ແຕ່ຄົນລາວໄປທ່ຽວໄທຍ, ບໍ່ໄດ້ທ່ຽວລາວ. ຣົຖຕິດແຕ່ປະຕູໂຂງເຂົ້າ ຈົນຮອດດ່ານເນາະ. ໂອ້ຫຼາຍແທ້ຫຼາຍວ່າ ຂົນເງິນໄປຈ່າຍຢູ່ໄທຍເດີ້ ຄົນລາວນີ້ ມີແຕ່ຄົນລວຍໆ, ທຸກແຕ່ເຮົານີ້ແຫຼະ ເຮົາຄົນລາວ. ພຸ້ນລະ ໄປໜອງຄາຍ ຫຼືວ່າໄປອຸດອນ, ຂອນແກ່ນ ກະວ່າກັນໄປ, ແໜ້ນຕຶກ. ແຫ່ຈູງແຂນລູກ ອູ້ມເອົາຫຼານ ປານໜີນ້ຳຖ້ວມຖິ່ນເພັຽ ເອົາໂລດເວີ້ຍ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ, ໂດຍທ່ານກ່າວວ່າ ຊາວລາວ ນິຍົມໄປທ່ຽວປະເທດໄທຍ ໂດຍສະເພາະ ໃນໄລຍະວັນພັກຣັຖການຕ່າງໆ ຍ້ອນຫຼາຍປັດຈັຍ ເປັນຕົ້ນ ສະພາບບັນຍາກາດ ຂອງບ້ານເມືອງ ຢູ່ໄທຍ ມີຄວາມຈເຣີນ, ທັນສໄມ ແລະ ສິນຄ້າອຸປະໂພກ-ບໍຣິໂພກ ລາຄາຖືກກວ່າ ສິນຄ້າທີ່ນຳເຂົ້າມາຂາຍ ຢູ່ປະເທດລາວ.
ດັ່ງທີ່ທ່ານກ່າວ ໃນມື້ວັນທີ 4 ທັນວາ ນີ້ວ່າ:
“ຫຼິ້ນຢູ່ໄທຍນີ້ ມັນມ່ວນກວ່າ ຫຼາຍກວ່າ ເພາະວ່າບ້ານເມືອງເຂົາເຈົ້າ ກະເປັນທີ່ໜ້າຈເຣີນຫູ ຈເຣີນຕາ, ຫັ້ນນ່າ. ມັນສະອາດ ມັນຈົບມັນງາມເນາະ. ເຮົາກະໄປເລາະ, ເຮົາກະໄປຊື້ເຄື່ອງກັບມາໃຊ້ ຢູ່ບ້ານເຮົາ, ເພາະມັນຖືກກ່ອນ ຢູ່ບ້ານເຮົາ, ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ນັກທ່ອງທ່ຽວຊາວລາວ ສ່ວນຫຼາຍ ເປັນຄົນມີຖານະ ແລະ ບໍ່ໄດ້ມີບັນຫາ ກ່ຽວກັບອັດຕຣາແລກປ່ຽນເງິນ ຍ້ອນພວກເຂົາເຈົ້າ ແມ່ນຖືເງິນບາທ ໄວ້ຢູ່ແລ້ວ, ເຊິ່ງໄດ້ມາຈາກການຄ້າຂາຍ ຫຼືການເຮັດທຸຣະກິຈ ທີ່ນຳໃຊ້ເງິນບາທ ເປັນຕົ້ນຕໍ.
ທາງດ້ານ ນັກທຸຣະກິຈຊາວລາວ ອີກນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ການສລອງບຸນວັນຊາດ ປີນີ້ ກໍເປັນໄປຢ່າງປົກກະຕິ ບໍ່ໄດ້ມີຫຍັງເປັນພິເສດ ແລະ ຍານາງເອງ ກໍບໍ່ໄດ້ໄປຫຼິ້ນ ຢູ່ປະເທດໄທຍ ດັ່ງທີ່ເຄີຍໄປ ໃນໄລຍະຜ່ານມາ ຍ້ອນຍັງຕ້ອງເປີດຮ້ານ ເພື່ອບໍຣິການລູກຄ້າ ໃນໄລຍະພັກບຸນວັນຊາດ.
ຂະນະທີ່ ທ່ານ ທະນະພົລ ກອງຊັພໄພສານ, ປະທານສະພາ ຫໍການຄ້າ ແຂວງອຸດອນທານີ ປະເທດໄທຍ ກ່າວວ່າ ນັກທ່ອງທ່ຽວຊາວລາວ ທີ່ເຂົ້າມາໄທຍ ໃນໄລຍະວັນພັກຣັຖການຕ່າງໆ ແມ່ນເດີນທາງ ໄປຍັງ ແຂວງອຸດອນທານີ ຫຼາຍກວ່າໝູ່ ຍ້ອນວ່າ ສະພາບໂຕເມືອງ ອຸດອນທານີ ແມ່ນມີຄວາມຈເຣີນ ເປັນທີ່ໜ້າທ່ອງທ່ຽວ ແລະ ພັກຜ່ອນ ສຳລັບຊາວລາວ.
ດັ່ງທີ່ທ່ານກ່າວວ່າ:
(ພາສາໄທຍ): “ຂ້ອຍວ່າ 70% ຂຶ້ນໄປ ແມ່ນຍັງມຸ່ງເຂົ້າຫາອຸດອນ. ຖ້າຄົນທີ່ມີຖານະ ແມ່ນມຸ່ງເຂົ້າຫາອຸດອນ ແນ່ນອນ ເພາະວ່າ ເຂົາເຈົ້າມາຈັບຈ່າຍໃຊ້ສອຍ ໃນລັກສະນະ ເປັນການໃຊ້ຊີວິຕ ຫຼາຍກວ່າ ບໍ່ໄດ້ເຂົ້າມາ ເພື່ອມາທ່ຽວ. ກໍມາທ່ຽວໃນທີ່ນີ້ ຂອງເຂົາ ກໍຄືມາໃຊ້ຊີວິຕ ມາກິນ, ມາຫາຫຍັງກິນ, ມາພົບພໍ້, ພາໝູ່ມາຍ່າງ ຄືເຮົາເລາະຫ້າງ ຈັ່ງຊີ້ດີກວ່າ. ກະຄືໝາຍເຖິງ ເຂົາກໍມາໃຊ້ຊີວິຕ ເພາະເຂົາກໍຢາກມາພັກຜ່ອນ ແລ້ວກໍມີໝູ່ເພື່ອນຄົນໄທຍ, ຄົນລາວ.”
ທ່ານຍັງກ່າວຕື່ມອີກວ່າ ທາງພາກຣັຖ ແລະ ພາກທຸຣະກິຈ ຂອງໄທຍ ຢູ່ແຂວງໜອງຄາຍ ກໍ່ເຣີ່ມພະຍາຍາມ ພັທນາໂຕເມືອງ ແລະ ສູນການຄ້າ ໃຫ້ມີຄວາມທັນສໄມຫຼາຍຂຶ້ນ ເພື່ອດຶງດູດຊາວລາວ ໃຫ້ເຂົ້າມາຈັບຈ່າຍໃຊ້ສອຍ ຢູ່ແຂວງໜອງຄາຍຫຼາຍຂຶ້ນ, ອັນເປັນການອຳນວຍ ຄວາມສດວກ ໃຫ້ແກ່ນັກທ່ອງທ່ຽວຊາວລາວ ທີ່ບໍ່ຕ້ອງການເດີນທາງ ໄປຮອດແຂວງອຸດອນທານີ, ເຊິ່ງຈະເຮັດໃຫ້ ການຄ້າຊາຍແດນ ຢູ່ແຂວງໜອງຄາຍ ມີມູລຄ່າຫຼາຍຂຶ້ນຕື່ມ ໃນອະນາຄົດ.
ທາງດ້ານ ເຈົ້າໜ້າທີ່ ຂແນງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວແຕ່ພຽງສັ້ນໆ ວ່າ ບັນຍາກາດ ການສເລີມສລອງ ວັນຊາດລາວ ໃນປີນີ້ ບໍ່ໄດ້ຄຶກຄື້ນປານໃດ.
ນອກຈາກນີ້ແລ້ວ, ການທີ່ນັກທ່ອງທ່ຽວຊາວລາວ ນິຍົມເດີນທາງ ເຂົ້າມາປະເທດໄທຍ ກໍ່ຍ້ອນສະພາບຖນົນຫົນທາງ ທີ່ດີ ແລະ ກວ້າງຂວາງ ເຮັດໃຫ້ການຂັບຂີ່ຣົຖ ສດວກສບາຍ, ເຊິ່ງເຮັດໃຫ້ຊາວລາວ ຈຳນວນຫຼາຍ ຫັນມາເດີນທາງ ດ້ວຍຣົຖສ່ວນໂຕ ແລະ ຣົຖໂດຍສານສາທາຣະນະ ຂອງໄທຍ ຜ່ານເຂດພາກອີສານ ແລະ ພາກເໜືອ ຂອງປະເທດໄທຍ ເພື່ອໄປຍັງບັນດາແຂວງຕ່າງໆ ຂອງລາວ ທີ່ມີຊາຍແດນຕິດກັບໄທຍ, ເຊິ່ງສາມາດຫຼີກເວັ້ນ ເສັ້ນທາງທີ່ເປ່ເພ ຢູ່ໃນລາວ ແລະ ໃຊ້ເວລາເດີນທາງ ໜ້ອຍກວ່າ.