ໄວ້ອາລັຍ ບໍຣົມມາຈາຣຍ໌ ພົມມະ ພິມມະສອນ

0:00 / 0:00

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຍິນດີຕ້ອນຮັບ ທຸກທ່ານ ເຂົ້າສູ່ ຣາຍການບັນເທີງ ປະຈຳສັປດາ. ຂ້າພະເຈົ້າ, ພອນ ພູມມີທອນ, ເປັນຜູ້ດຳເນີນຣາຍການ, ຫວັງວ່າ ທ່ານຜູ້ຟັງທາງບ້ານ ຄົງສະບາຍດີ. ແລະ ຄົງຕິດຕາມ ຮັບຟັງຣາຍການ ຂອງພວກເຮົາ ເປັນປະຈຳ ເໝືອນເຊັ່ນເຄີຍ.

ສຳລັບສັປດານີ້, ພອນ ໄດ້ນຳເອົາ ບັນຍາກາດ ອັນເສົ້າສລົດໃຈ ໃນວັນ ຊາປະນະກິສົບ ແລະ ງານທຳບຸນຕັດບາດ ໃຫ້ແດ່ ທ່ານ ບໍຣົມມາຈາຣ​ຍ໌ ພົມມະ ພິມມະສອນ ສິລປິນແຫ່ງຊາຕ, ນັກປະພັນເອກ/ນັກຮ້ອງ ທີ່ມີຄວາມສາມາດ ລະ​ດັບຊາ​ຕ ແລະ ສາກົລ.