ອຸບັດຕິເຫດໃນມື້ບຸນ ປີໃໝ່ ລາວ
2017.04.16
ການສເລີມສລອງປີໃໝ່ລາວ ພສ 2560 ເປັນເວລາ 3 ວັນ ຢູ່ນະຄອນຫລວງວຽງຈັນ ໄດ້ດຳເນີນໄປ ຢ່າງຄຶກຄື້ນ ຢູ່ຕາມຖະໜົນ ສາຍ ສຳຄັນຕ່າງໆ ແຕ່ວັນທີ 14-16 ເມສາ 2017 ທີ່ຜ່ານມາ. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 16 ເມສາ ນີ້ວ່າ:
"ເລີ້ມສລອງກັນມາຕັ້ງແຕ່ມື້ວັນທີ 14 ນ່າເຈົ້າ, ເປັນມື້ເອົາພຣະລົງເນາະ, 14 ຫາ 16 ກະຄືແຕ່ລະປີເນາະ. ວັນທີ 14 ກະເອົາພຣະລົງ ມີການແຫ່ນາງສັງຂານ, ແຕ່ລະວັດນີ້ ມີປະຊາຊົນ ໄປສົງພຣະຫົດນ້ຳ ດຳຫົວຜູ້ໃຫ່ຍ, ຫົດນ້ຳດຳຫົວ ຄູບາອາຈານເນາະ, ໄປມັດແຂນ ຂໍພອນ. ບາງເຮືອນ, ເຂົາກະເຮັດ ສູ່ຂວັນປີໃໝ່ເນາະ ລະກະຕາມຫ້ອງລ້າ ຫ້ອງການ ກະກິນລ້ຽງ ສລອງຕ້ອນຮັບປີໃໝ່, ສົ່ງທ້າຍປີເກົ່າ”.
ປີນີ້ຄືກຄື້ນກວ່າປີຜ່ານມາຫຼາຍ ເພາະທາງອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີການສເລີມສລອງ ບຸນປີໃໝ່ລາວ ພ.ສ 2560 ຢ່າງໃຫ່ຍໂຕ, ດັ່ງທ່ານ ກ່າວອີກວ່າ:
"ໂອ່ ປີນີ້ກະຖືວ່າຄຶກຄື້ນຫຼາຍກ່ອນປີກາຍ, ອັນໃດກະເພິ່ນເຮັດ ກະຍິ່ງໃຫ່ຍປີນີ້ ນະຄອນຫຼວງເຮົາກະດາຍ. ບໍ່ວ່າຈະເປັນ ແຫ່ນາງສັງຂານ ເພິ່ນກະເຮັດ ບັກໃຫ່ຍໆ, ຕາມແຄມຂອງ ຫາດດອນຈັນ ເພິ່ນກະມີການ ສ້າງສັນເຮັດຍິ່ງໃຫ່ຍ ຄືປີຜ່ານໆມາ ຫັ້ນແຫຼະ”.
ຄຽງຄູ່ໄປກັບການສລອງປີໃໝ່, ບັນຫານຶ່ງທີ່ພົບເຫັນ ກໍຄື ອຸບັດຕິເຫດ ຕາມທ້ອງຖນົນ ກໍເກີດຂຶ້ນຢ່າງ ຫລີກລ້ຽງບໍ່ໄດ້. ດັ່ງເຈົ້າໜ້າທີ່ ສະມາຄົມ ອາສາກູ້ພັຍ ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ເມສາ ນີ້ວ່າ:
"ຂ້ອນຂ້າງມີທ່າອ່ຽງເກີດ ອຸບັຕຕິເຫຕຫຼາຍຈຸດ, ແຕ່ວ່າເຮົາຈັບ ສະຖິຕິໄດ້ ກະຄືມີຜູ້ບາດເຈັບເນາະ ຈຳນວນ 102 ຄົນເນາະ ຣະຫວ່າງ 7 ມື້ ອັນຕະຣາຍ ມານີ້ເນາະ. ລະກະມີ ຜູ້ເສັຽຊີວິຕ ຫັ້ນ 5 ຄົນ, ຖືວ່າເພີ້ມຂຶ້ນເນາະ 10 ເປີເຊັນເນາະ, ສະເພາະ ໃນນະຄອນຫຼວງເຮົາ”.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທາງການຍັງບໍ່ທັນໄດ້ ເປີດເຜີຍຕົວເລກ ຜູ້ເສັຍຊີວິດ ຈາກການເກີດ ອຸບັດຕິເຫດ ຢ່າງເປັນທາງການ ແລະ ຈະມີການເປີດເຜີຍ ຫລັງປີໃໝ່.