ພິທີບຳເພັນກຸສົນແດ່ ພຣະ ອາຈານ ດຣ.ມະຫາຜ່ອງ ສະມາເລິກ
2015.10.12

ທີ່ ວັດອົງຕື້ ມະຫາວິຫາຣ ນະຄອນຫຼວງ ວຽງຈັນ ໄດ້ ເປີດ ໃຫ້ ປະຊາຊົນ ເຂົ້າກາບ ສັກກາຣະ ສະຣີຣະສັງຂາລ ຂອງ ພຣະ ອາຈານ ໃຫຽ່ ດຣ. ມະຫາ ຜ່ອງ ສະມາເລິກ ປະທານ ສູນກາງ ອົງການ ພຸດທະສາສນາ ສັມພັນລາວ, ມາ ຕັ້ງແຕ່ ວັນພະຫັດ ທີ 8 ຕຸລາ 2015.
ປະຊາຊົນ ສາມາດ ມາຮ່ວມ ພິທີ ສວດບຳເພັນ ກຸສົນ ໃນເວລາ 7 ໂມງແລງ ທຸກມື້ ແລະ ຈະດຳເນີນ ໄປ ເປັນເວລາ 100 ວັນ ຂນະທີ່ ລໍຖ້າ ທາງການ ລາວ ຈະ ປະກາດ ກຳນົດ ວັນ ພິທີ ຊາປະນະກິດສົບ ນັ້ນ. ພະອາຈານ ສຸຂີ ລູກສິດ ພຣະອາຈານ ໃຫຍ່ ມະຫາ ຜ່ອງ ເປີດເຜີຍ ຕໍ່ ເອເຊັຽ ເສຣີ ວ່າ ກ່ອນ ພຣະອາຈານ ໃຫຍ່ ຈະ ມໍຣະນະພາບ ເພິ່ນ ໄດ້ບອກ ລູກຫລານ ປະຊາຊົນ ໃຫ້ ຮັກແພງ ສາມັຄຄີ ກັນ. ພຣະອາຈານ ໄດ້ ກ່າວ ສອນ ໄວ້ວ່າ:
“ເປັນການລົມ ນຳລູກ ນຳຫຼານ ມີແຕ່ວ່າ ໃຫ້ຮັກ ໃຫ້ແພງ ໃຫ້ ສາມັກຄີ ກັນ. ໄປພັກ ຢູ່ ໂຮງຫມໍ ພຣະອາຈານ ກໍ ມີແຕ່ວ່າ ໃຫ້ຮັກ ໃຫ້ແພງ ໃຫ້ ສາມັກຄີ ກັນເດີ”.
ພຣະອາຈານ ໃຫຍ່ ມະຫາ ຜ່ອງ ສະມາເລິກ ໄດ້ເຖິງແກ່ ມໍຣະນະພາບ ໃນ ຕອນແລງ ຂອງ ວັນທີ 7 ຕຸລາ 2015 ລວມ ອາຍຸ ໄດ້ 100 ປີ ກັບ 6 ເດືອນ. ປັດຈຸບັນ ພິທີ ສວດມົນ ບຳເພັນ ກຸສົນ ຈັດຢູ່ ສາລາ ໃຫຍ່ ວັດອົງຕື້ ມະຫາ ວິຫາຣ, ໂດຍ ລູກສິດ ລູກຫາ ແລະ ປະຊາຊົນ ທີ່ ຮູ້ຂ່າວ ຕ່າງ ກໍພາກັນ ເດີນທາງ ມາ ຮ່ວມພິທີ ຢູ່ ຕໍ່ເນື່ອງ ແລະ ຄາດວ່າ ຈະມີ ປະຊາຊົນ ຈາກ ປະເທດໄທ ຊຶ່ງເປັນ ບ້ານເກີດ ຂອງ ພຣະ ອາຈານ ໃຫຍ່ ເດີນທາງ ມາ ຮ່ວມງານ ນຳດ້ວຍ.