ປີໃໝ່ໃຫ້ມ່ວນຊື່ນຢ່າງມີ ສະຕິ
2016.12.29
ທາງການແຂວງຫຼວງພຣະບາງ ໄດ້ມີການ ປະຊາສຳພັນ ໃຫ້ນັກທ່ອງທ່ຽວ ໃຫ້ລະມັດ ລະວັງ ຮັກສາ ຊັພສິນ ຂອງຕົນເອງ ໃນເວລາ ທີ່ເຂົ້າມາ ສລອງບຸນ ປີໃໝ່ສາກົນ. ດັ່ງ ເຈົ້າໜ້າທີ່ ຈາກຫ້ອງການ ຖະແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 29 ທັນວາ ວ່າ:
"ແຕ່ຄວາມປອດໄພ ທາງດ້ານຊັບສິນ ກຽມຄວາມພ້ອມ ໄວ້ກະດີ ເພາະວ່າທຸກໆປະເທດ ມັນກໍມີຢູ່ແລ້ວ ເລື້ອງລັກເລັກ ຂະໂມຍນ້ອຍ ເຮົາຕ້ອງທວນວ່າ ຊັບສິນ ທີ່ມີຄ່າ ເຮົາຕ້ອງ ຕິດໂຕໄວ້ ສະເໝີ ບໍ່ວ່າຂະເປັນ ກ້ອງຖ່າຍຮູບ ຫລື ເງິນຄຳ ຕ້ອງເອົາ ໄວ້ຕິດໂຕ".
ເຈົ້າໜ້າທີ່ຍັງ ກ່າວວ່າ ຫ້ອງການ ຖະແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ ປະສານງານ ກັບ ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ຄວາມສະຫງົບ ທັງ ໃນເຄື່ອງແບບ ແລະ ນອກເຄື່ອງແບບ ເພື່ອກຽມວາງ ມາດຕະການ ແລະ ຈັດວາງ ເຈົ້າໜ້າທີ່ ຢູ່ຕາມຈຸດຕ່າງໆ ເພື່ອຮັກສາ ຄວາມປອດໄພ ໃຫ້ແກ່ນັກ ທ່ອງທ່ຽວ ແລະ ປ້ອງກັນ ບຸກຄົນ ທີ່ຈະເຂົ້າມາລັກ ງັດແງະ ແລະ ການດຶງ ກະເປົ່າ ນັກທ່ອງທ່ຽວ ໃນຊ້ວງ ບຸນປີໃໝ່ ສາກົນ.
ນອກຈາກນີ້ ແຂວງຫຼວງພຣະບາງ ກໍຍັງໄດ້ກຽມ ສະຖານທີ່ ພັກແລະຣະບົບ ຂົນສົ່ງ ສາທາຣະນະ ຮອງຮັບກັບຈຳນວນ ນັກທ່ອງທ່ຽວ ທີ່ຈະເຂົ້າມາ ຊ້ວງບຸນປີໃໝ່ ສາກົນ ແລະ ຍັງຄາດການວ່າ ຈະມີນັກທ່ອງທ່ຽວ ເຂົ້າມາຫຼາຍ ກວ່າປີທີ່ ຜ່ານມາ.
ໃນຄືນວັນທີ 31 ທັນວາ ຊຶ່ງເປັນວັນ ນັບຖອຍຫລັງ ເຈົ້າໜ້າທີ່ແຂວງ ໄດ້ມີການ ຈັດການສະແດງ ທີ່ມີເອກກະລັກສະເພາະ ກຽມໄວ້ໃຫ້ ນັກທ່ອງທ່ຽວ ໄດ້ເບິ່ງໄດ້ຊົມ ເພື່ອສ້າງ ຄວາມ ປະທັບໃຈ.