ໄຟເຍືອງທາງແຄມຂອງ ບາດໃຈ ຊາວນະຄອນຫຼວງ
2020.11.04

ຊາວລາວ ບໍ່ເຫັນດີ ທີ່ພາກສ່ວນກ່ຽວຂ້ອງ ຕິດຕັ້ງໄຟເຍືອງທາງ ຢູ່ເສັ້ນທາງແຄມຂອງ ນະຄອນຫຼວງວຽງຈັນ ທີ່ປະດັບປະດາດ້ວຍສິລປະ ຈີນ ຍ້ອນເຫັນວ່າ ຈີນ ເຣີ່ມຈະຊຶມຊັບສິລປະຂອງຕົນ ຈາກຈຸດນ້ອຍ ໄປຫາໃຫຍ່ ແລ້ວເຮັດໃຫ້ສິລປະ ແລະຮີດຄອງປະເພນີຂອງລາວ ບໍ່ຫຼົງເຫຼືອໄວ້ໃຫ້ລູກຫຼານເບິ່ງ, ດັ່ງຊາວບ້ານ ບ້ານນາທ່ອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ພຶສຈິກາ ນີ້ວ່າ:
“ກໍຢາກໃຫ້ມີວັທນະທັມເຮົາ ປະສົມຢູ່ນໍາຫັ້ນແຫຼະເນາະ ເຖິງທີ່ສຸດແລ້ວ ມັນຮີດຄອງລາວ ຫຼືວ່າປະເພນີ ວັທນະທັມລາວ ມັນຊິບໍ່ມີຫຼົງເຫຼືອ ແລ້ວເນາະ ຄັນໃຫ້ເຂົາເຈົ້າມີແຕ່ຂອງເຂົາເຈົ້າ ຫັ້ນນ່າ ອັນນີ້ພຸ້ນ ດອກໄຟເຈົ້າປານວ່າເມືອງຈີນເນາະ ເດັກນ້ອຍກໍຊິເວົ້າໄປ ແນວນັ້ນເດ້ ຜູ້ເກີດໃໝ່ໃຫຍ່ລຸນ ຄວບຄຸມໃຫ້ຈັກນ່ອຍຕໍ່ໄປກໍຊິຫຼາຍຂຶ້ນ ບ້ານເຮົາກໍຊິບໍ່ມີໃຫ້ຫຼົງເຫຼືອໃຫ້ລູກຫຼານເບິ່ງໂອ້ ອັນນີ້ ແມ່ນສິລປະບ້ານເຮົາ.”
ໃນຂນະທີ່ຊາວບ້ານ ຢູ່ບ້ານບືງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກ່າວວ່າໂຕເອງ ຂີ່ຣົດຈັກໄປເສັ້ນທາງໃນເມືອງ ກໍຈະເຫັນດອກໄຟໃຫຍ່ ສ່ອງແສງສວ່າງທາງເທິງ ແລ້ວກໍຈະເຫັນ ສິລປະ ຈີນ ຢູ່ທາງລຸ່ມ ກໍບໍ່ຢາກເຫັນດີ ທີ່ພາກສ່ວນກ່ຽວຂ້ອງ ຕິດຕັ້ງໄຟເຍືອງທາງ ແລ້ວປະດັບປະດາດ້ວຍ ສິລປະຈີນ, ເນື່ອງຈາກເຫັນວ່າ ຈີນ ກໍາລັງເຂົ້າມາເຜີຍແຜ່ ອິດທິພົລ ທາງວັທນະທັມ ຢູ່ລາວ, ຈະເຮັດໃຫ້ ສິລປະວັທນະທັມລາວ ຖືກເຮັດໃຫ້ເສັຍຫາຍໄປເທື່ອໜ້ອຍ, ດັ່ງທ່ານກ່າວວ່າ:
“ບໍ່ຢາກເຫັນດີ ເພາະວ່າ ເອົາຮີດຄອງປະເພນີ ຂອງຊາວຈີນຫັ້ນນ່າ ມາອານຸຣັກ ຮັກສາ ມາທົດແທນເປັນຮີດຄອງ ປະເພນີຂອງຊາດ ຊາວຈີນຊິມາກວມລວມ ຊິມາຢູ່ ມາກິນ ມາຄຸ້ມ ມາຄອງຈັ້ງຊີ້ເດ້.”
ແຕ່ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ພັດເວົ້າວ່າ ຕາມຄວາມເຫັນສ່ວນໂຕ ຕໍ່ເຫດການດັ່ງກ່າວນີ້ ແລ້ວແມ່ນວ່າ ເປັນການ ປະຍຸກວັທນະທັມສາກົລ ຢູ່ໃນປະເທດລາວ ອັນເກົ່າບໍ່ງາມ ກໍເອົາອັນໃໝ່ ມາຕື່ມໃສ່ ເພື່ອສ້າງພາບຮັກ ແບບສາກົລໃຫ້ປະເທດ, ດັ່ງທີ່ ທ່ານກ່າວວ່າ:
“ຕາມສ່ວນຕົວເດີ້ ແມ່ນສີສັນໃໝ່ ອັນເກົ່າຫຼາຍ ມັນເບື່ອໜ່າຍ ອັນໃໝ່ມາຕື່ມ ກໍເປັນອັນດີ ອັນນຶ່ງ ມັນເອີ້ນວ່າ ປະຍຸກນ່າ.”
ໃນຂນະດຽວກັນ ຄູບາ ຢູ່ວັດອົງຕື້ ມະຫາວິຫານ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເວົ້າວ່າຫາກເວົ້າເຣື່ອງວັທນະທັມ ໝາຍຄວາມວ່າ ຕ້ອງເປັນວັທນະທັມ ທີ່ແລກປ່ຽນກັນໄດ້ ເຊັ່ນວ່າ: ຫາກປະດັບປະດາ ສິລປະຈີນ ກໍຕ້ອງມີການປະດັບປະດາ ສິລປະລາວ ຢ່າງເທົ່າທຽມກັນ ນໍາດ້ວຍ, ແລະກ່ອນທີ່ ພາກສ່ວນທີ່ກ່ຽວຂ້ອງ ຈະຕິດຕັ້ງໄຟເຍືອງທາງ ແລ້ວປະດັບດາ ດ້ວຍສິລປະຈີນ ນັ້ນ ກໍຈະຕ້ອງມີການປະກາດ ໃຫ້ສັງຄົມຮູ້ກ່ອນ ບໍ່ແມ່ນຈະມາເຮັດແບບນີ້ ເອົາສິລປະຈີນ ຂຶ້ນໃສ່ເລີຍ:
“ຄໍາວ່າ ວັທນະທັມ ເປັນສິ່ງທີ່ແລກປ່ຽນກັນໄດ້ ເຈົ້າເຮັດແນວນັ້ນ ມັນຕ້ອງເວົ້າເຣື່ອງການແລກປ່ຽນ ມີການຊີ້ແຈງ ມີການປະກາດໃຫ້ສັງຄົມ ໄດ້ຮັບຮູ້ ວ່າເອີ່ ເຮົາຈະມີການແລກປ່ຽນ ເຣື່ອງວັທນະທັມ ມີໂຄມໄຟມີສັນຍາລັກ ໝາກນໍ້າເຕົ້າແບບນີ້ ແບບນີ້ໆຫຼັກນຶ່ງ ອາດຊິເປັນສິລປະ ເຮົາ ແບບນີ້ ແບບນີ້ ແບບນີ້ ຫຼັກນຶ່ງ ເປັນສິລປະຈີນ ແບບນີ້ ຈະສາມາດກົມກືນກັນ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະບໍຣິຫານໂຕເມືອງວຽງຈັນ ຫຼື ຄບຕ ນະຄອນຫຼວງວຽງຈັນ ກ່າວວ່າ ໂຄງການຕິດຕັ້ງ ໄຟເຍືອງທາງຢູ່ເສັ້ນທາງແຄມຂອງ ນະຄອນຫຼວງວຽຈັນ ເປັນໂຄງການ ທີ່ຜແນກພະລັງງານແລະບໍ່ແຮ່ ນະຄອນຫຼວງວຽງຈັນ ເປັນຜູ້ຮັບ ຜິດຊອບ ໂດຍມີບໍຣິສັດ ຂອງນັກລົງທຶນຈີນ ທີ່ເຂົ້າມາຕິດຕັ້ງໄຟເຍືອງທາງນັ້ນ ພ້ອມທັງປະດັບປະດາ ດ້ວຍສິລປະຈີນ ດ້ວຍທຶນຊ່ອຍ ເຫຼືອລ້າ ຢູ່ຕາມເສັ້ນທາງ ແຄມຂອງ ນະຄອນຫຼວງວຽງຈັນ ແບບບໍ່ໄດ້ຂໍອະນຸຍາດ ຈາກເຈົ້າໜ້າທີ່ໂຄງການຝ່າຍລາວ ຈຶ່ງເຮັດໃຫ້ເກີດ ເຫດການປະດັບປະດາ ສິລປະຈີນ ຢູ່ເສົາໄຟເຍືອງທາງ ນັ້ນຂຶ້ນ:
“ດວງໄຟຂອງຈີນ ເພິ່ນເອົາມາຊ່ວຍເຫຼືອ ນະຄອນຫຼວງ ເພາະວ່າ ເຂົາເຈົ້າເຮັດແລ້ວ ເຂົາເຈົ້າບາງເທື່ອ ເຂົາເຈົ້າບໍ່ໄດ້ຜ່ານ ທາງເຈົ້າຂອງ ໂຄງການ ທາງຝ່າຍລາວ ເຂົາກະເອົາອອກ ກໍເອົາເຂົ້າ ກໍໄດ້ນາ ມັນບໍ່ໄດ້ຍາກ ມັນບໍ່ໄດ້ຜລິດມາພ້ອມກັບເສົາເນາະ.”
ໃນຂນະດຽວກັນ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ໂຄງການຂຍາຍແສງສວ່າງ 7 ເສັ້ນ ທາງພາຍໃນນະຄອນຫຼວງວຽງຈັນ ນັ້ນເປັນໂຄງການທີ່ ຜແນກ ພະລັງງານ ແລະບໍ່ແຮ່ ນະຄອນຫຼວງວຽງຈັນ ຂຶ້ນແຜນ ຂໍງົບປະມານ ຊ່ອຍເຫຼືອລ້າ ຈາກຣັຖບານຈີນ ຜ່ານໜ່ວຍງານຄວາມຮ່ວມມື ລາວ-ຈີນ ແລ້ວຣັຖບານຈີນ ອະນຸມັດງົບປະມານ ຕິດຕັ້ງໄຟເຍືອງທາງ ທັງໝົດ 300 ປາຍດອກ ໃນປີ 2018-2019 ຈົນຮອດປັດຈຸບັນ ການຕິດຕັ້ງໄຟເຍືອງທາງ ຂອງໂຄງການດັ່ງກ່າວກໍສໍາເຣັດ, ດັ່ງທ່ານ ກ່າວວ່າ:
“ໄທເຮົາໄດ້ຂຽນແຜນໂຄງການ ມັນຍັງບໍ່ມີງົບປະມານຮ່ວງໃດ ທີ່ຈະມາສນອງ ໄດ້ຫັ້ນແຫຼະ ແລ້ວເຮົາກໍເລີຍວ່າ ຫາຣັຖບານຈີນ ພາຍຫຼັງ ນີ້ແລ້ວ ໃນປີ 2018-2019 ນີ້ ແລ້ວເພິ່ນກໍເລີຍ ອະນຸມັດໂຄງການ ຊ່ວຍເຫຼືອນີ້ມາ ບໍ່ແມ່ນສະເພາະປຸມເປົ້າ ທັງຕົ້ນ ທັງຫຍັງນັ້ນແຫຼະ ເພິ່ນໃຫ້ຟລີເລີຍ ເປັນໂຄງການຊ່ວຍເຫຼືອລ້າ ແລ້ວເຮົາມາຈັດຕັ້ງປະຕິບັດ ໃນນີ້ ປີນີ້ແຫຼະ.”
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ເມື່ອວັນ 3 ພຶສຈິການີ້ ບັນດາທ່ານ ສະມາຊິກສະພາ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງ ຕິດຕາມກວດກາ ການຕິດຕັ້ງເສົາໄຟເຍືອງທາງ ແລະລົງກວດກາ ສະຖານທີ່ໂຕຈິງ ທີ່ປະດັບປະດາ ເສົາໄຟເຍືອງທາງ ດ້ວຍລວດລາຍ ທີ່ເປັນເອກກະຣັກ ທາງວັທນະທັມ ຂອງຕ່າງປະເທດ ຢູ່ຕາມເສັ້ນທາງແຄມຂອງ ນະຄອນຫຼວງວຽງຈັນ ຕາມການສເນີ ຂອງ ປະຊາຊົນ ຜ່ານທາງໂທຣະສັບ ສາຍດ່ວນ 156 ຫຼ້າສຸດ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮື້ຖອນການ ປະດັບປະດາ ຣວດຣາຍ ດັ່ງກ່າວນັ້ນ ອອກໝົດແລ້ວ.