ບຸນປີໃໝ່ ຢູ່ລາວ ຄຶກຄື້ນ

ສິດນີ
2016.04.17
F-New-year ຊາວລາວສລອງປີໃໝ່ ຢ່າງມ່ວນຊື່ນ ແລະຄຶກຄື້ນ ໃນທົ່ວປະເທດ
Screen captured from XiengNgeun video

ປະຊາຊົນ ເມືອງກາສີ ແຂວງ ວຽງຈັນ ໃນເຂດ ທີ່ເຄີຍມີ ຄວາມວຸ້ນວາຍ ກໍພາກັນ ສລອງບຸນ ປີໃຫມ່ລາວ ຢ່າງມ່ວນຊື່ນ ຖ້າມກາງ ການ ຮັກສາ ຄວາມປອດພັຍ ຂອງ ເຈົ້າຫນ້າທີ່ ຢ່າງ ເຂັ້ມງວດ, ພາຍຫລັງ ທີ່ມີເຫດການ ລັດຍິງ ລົດ ໃນເດືອນ ຜ່ານມາ. ດັ່ງ ເຈົ້າຫນ້າທີ່ ເມືອງ ກາສີ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 15 ເມສາ ນີ້ວ່າ:

"ກະມີຫຼາຍຢູ່ ກະສ່ວນຫຼາຍ ກະຄົນພື້ນຖານ ນີ້ແຫຼະ ມັນກະຍາກ ເທົ່າໆກັນແຫຼະ ທັງຄົນຫລິ້ນ ຄົນທ່ຽວ ຕາມ ປົກກະຕິ ຫັ້ນແຫຼະ ແຕ່ລະກະ ເພິ່ນກະ ປ້ອງກັນ ຄວາສງົບ ແຕ່ລະບ້ານ ກະປ້ອງກັນ ຄວາມສງົບ".

ທ່ານກ່າວ ຕື່ມວ່າ ຜູ້ທີ່ມາ ຫລິ້ນບຸນ ປີໃຫມ່ ສ່ວນໃຫຍ່ ແມ່ນ ກຸ່ມວັຍລຸ້ນ ແລະ ເດັກນ້ອຍ ສ່ວນຜູ້ ສູງອາຍຸ ນັ້ນ ຈະໄປວັດ ໄປວາ ເພື່ອ ເຮັດບຸນ ຕາມປະເພນີ. ເຈົ້າຫນ້າທີ່ ຕຳຣວດ ກໍຕັ້ງປ້ອມຍາມ ກວດກາ ຄວາມປອດພັຍ ຮອບດ້ານ ແຕ່ບໍ່ມີ ເຫດຜິດ ປົກກະຕິ ເກີດຂື້ນ.

ໃນປີນີ້ ນັກທ່ອງທ່ຽວ ລາວ ແລະ ຕ່າງປະເທດ ບໍ່ຄ່ອຍ ມີຫຼາຍປານໃດ ສ່ວນໃຫຍ່ ຂະເຈົ້າ ຈະໄປທ່ຽວ ເມືອງ ວັງວຽງ. ສຳລັບ ເຂດພູຄູນ ຊຶ່ງເປັນອີກ ແຫ່ງນຶ່ງ ທີ່ເຄີຍມີການ ລັດ ຍິງຣົດ ການສລອງ ບຸນປີໃຫມ່ ປີນີ້ ກໍຜ່ານໄປ ດ້ວຍດີ ຍ້ອນ ເຈົ້າຫນ້າທີ່ ວາງກຳລັງ ຮັກສາ ຄວາມປອດພັຍ ຕາມ ເສັ້ນທາງຫຼວງ ຢ່າງ ເຂັ້ມງວດ. ດັ່ງ ເຈົ້າຫນ້າທີ່ ທີ່ ເມືອງພູຄູນ ກ່າວວ່າ:

"ເສັ້ນທາງ ທີ່ເກິດເຫດ ຫຍັງຕ່າງໆ ຜ່ານມາ ກະບໍ່ທັນມີ ເຫດການ ຫຍັງເດເນາະ ສະພາບ ບ້ານເມືອງເຮົາ ກໍ ປົກກະຕິ ຄືເກົ່າຫັ້ນແຫຼະ ຄວາມສງົບ ປົກກະຕິ".

ທ່ານກ່າວ ຕື່ມວ່າ ໃນຣະຍະ ບຸນປີໃຫມ່ລາວ ປີນີ້ ນັກທ່ອງທ່ຽວ ເຂົ້າມາທ່ຽວ ເມືອງພູຄູນ ຫຼາຍກວ່າປີ ທີ່ຜ່ານມາ ເພາະ ບໍຣິສັດ ເອກກະຊົນ ໄດ້ມາເປີດ ແຫລ່ງທ່ອງທ່ຽວ ສາລາພູຄູນ ເປັນ ສະຖານທີ່ ທ່ອງທ່ຽວ ແຫ່ງໃຫມ່ ພາຍໃນ ເມືອງ ທີ່ໄດ້ຮັບ ການຕອບຮັບ ຈາກແຂກຄົນ ເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.