ຕຣຽມທົ່ງໄຫຫີນເຂົ້າເປັນ ມໍຣະດົກ ໂລກ
2014.06.09
ພາຍຫລັງ ເຈົ້າໜ້ທີ່ ໄດ້ລົງ ສໍາຫຣວດ ທົ່ງໄຫຫີນ ແລະ ປຶກສາ ຫາລື ກັບ ພາກສ່ວນ ທີ່ ກ່ຽວຂ້ອງ ຂອງແຂວງ ຊຽງຂວາງ ແລ້ວ, ກົມ ມໍຣະດົກ ໂລກ ສເນີໃຫ້ ກະຊວງ ຖແລງ ຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ສປປລາວ ແຕ່ງຕັ້ງ ຄະນະ ຮັບຜິດຊອບ ໃນການ ກະຕຣຽມ ການສເນີ ທົ່ງໄຫຫີນ ເປັນ ມໍຣະດົກ ໂລກ ແລະ ຈະມີການ ຈັດຕັ້ງ ຄະນະກັມການ ຂັ້ນສູນກາງ ໄປດໍາເນີນ ວຽກງານ ກັບທາງແຂວງ ໃນທ້າຍ ປີ 2014 ນີ້. ດັ່ງ ເຈົ້າໜ້າທີ່ ຂອງລາວ ເວົ້າວ່າ:
"ຢູ່ໃນ ກອງປະຊຸມ ກະໄດ້ ຕົກລົງ ສເນີໃຫ້ ທາງ ກະຊວງ ແຕ່ງຕັ້ງ ຄະນະ ຮັບຜິດຊອບ ກ່ຽວກັບ ເຣື່ອງການ ກະກຽມ ເອົາໄຫຫີນ ເຂົ້າເປັນ ມໍຣະດົກ ໂລກ ເພີ່ນຈະຈັດ ຕັ້ງ ຄະນະ ກັມການ ຂັ້ນສູກາງ ລົງມາຫາ ຂັ້ນທ້ອງຖິ່ນ ເພື່ອ ຫ້າງຫາ ກະກຽມ ຄວາມພ້ອມ ກໍຢູ່ໃນ ຣະຫວ່າງ ທ້າຍ ປີ ນີ້ແຫລະ".
ທ່ານກ່າວ ຕໍ່ໄປວ່າ ໃນ ກອງປະຊຸມ ເມື່ອເດືອນ ຜ່ານມາ ທາງກົມ ມໍຣະດົກ ໂລກ ໄດ້ ຝຶກອົບຮົມ ເຈົ້າໜ້າທີ່ ຫລາຍ ພາກສ່ວນ ຢູ່ແຂວງ ຊຽງຂວາງ ກ່ຽວກັບ ຄວາມ ສໍາຄັນ ຂອງ ມໍຣະດົກ ໂລກ ແລະ ຣະບຽບ ການ ຄຸ້ມຄອງ ທົ່ງໄຫຫີນ ແລະວ່າ ຈະມີການ ຈັດຕັ້ງ ຄະນະ ກັມການ ສະເພາະ ເພື່ອເຮັດວຽກ ໃນການຕຣຽມ ຄວາມພ້ອມ ຂອງ ທົ່ງໄຫຫີນ ຮ່ວມກັບ ເຈົ້າໜ້າທີ່ ແຂວງ ຊຶ່ງຄາດວ່າ ວຽກງານ ທັງໝົດ ຈະສໍາເຣັດ ໃນອີກ ບໍ່ເກີນ 3 ປີ.
ທ່ານກ່າວ ຕື່ມອີກວ່າ ປັດຈຸບັນ ທາງ ແຂວງ ຊຽງຂວາງ ກໍາລັງ ປັບປຸງ ສິ່ງທີ່ ກ່ຽວຂ້ອງ ກັບການ ທ່ອງທ່ຽວ ຫຼາຍຢ່າງ ເປັນຕົ້ນການ ປັບປຸງ ຣະບົບ ໂຄງຮ່າງ ຖນົນ ຫົນທາງ, ການຕົບແຕ່ງ ຕົວເມືອງ, ການຕ້ອນຮັບ ແຂກ, ຕ້ອນຮັບ ນັກທ່ອງທ່ຽວ. ສ່ວນວ່າ ໂຄງການ ສ້າງ ສນາມບິນ ຢູ່ເຂດ ທົ່ງໄຫຫີນ ນັ້ນຍັງ ບໍ່ທັນໄດ້ ເລີ້ມສ້າງ ຍ້ອນ ຍັງບໍ່ທັນ ມີທຶນ.
ແຫລ່ງ ທ່ອງທ່ຽວ ທົ່ງໄຫຫີນ ຊຽງຂວາງ ຕັ້ງຢູ່ໄກ ຈາກ ເມືອງແປກ ປະມານ 8-9 ຫລັກ ກິໂລແມັດ, ຈະເປັນ ແຫລ່ງ ທ່ອງທ່ຽວ ທາງ ທັມຊາດ ທີ່ ສວຍງາມ ອີກແຫ່ງນຶ່ງ ຂອງລາວ. ປັດຈຸບັນ ມີໄຫຫີນ ທີ່ຈົດ ເຂົ້າທະບຽນ ແລ້ວ ປະມານ 2,000 ກວ່າໜ່ວຍ ໃນພື້ນທີ່ 73 ແຫ່ງ ແລະ ຍັງຄົ້ນພົບ ຕື່ມນໍາ ເລື້ອຍໆ.