ຫຼວງພຣະບາງຈັດເວນຍາມ ຮັກສາ ພະພຸທຮູບ

ຈໍາປາທອງ
2019.01.24
ນະຄອນຫຼວງພຣະບາງ
RFA

ປັດຈຸບັນ ວັດຫລາຍແຫ່ງ ໃນນະຄອນຫລວງພຣະບາງ ແຂວງຫລວງພະບາງ ຈັດເຈົ້າໜ້າທີ່ກອງຫລອນບ້ານ ປະຈຳວັດ ເພື່ອປ້ອງກັນບໍ່ໃຫ້ ຄົນມາລັກພະພຸທຮູບໄປຕື່ມອີກ ພາຍຫລັງໄດ້ຮັບການຮ້ອງຮຽນ ຈາກຊາວບ້ານ ຍ້ອນວ່າ ເມື່ອປີກາຍ ມີຄົນລັກ ພະພຸທຮູບໄປເຖິງ 6 ຄັ້ງ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ມົກກະຣາ ນີ້ວ່່າ:

"ເພິ່ມການເວນຍາມ ພວກເຮົາກະມີປ້ອງກັນກອງຫຼອນເວນຍາມເດ ເຝົ້າຍາມໝົດມື້ແລະກໍມີປ້ອງກັນ ແລ້ວກໍມີອ້າຍຈົວນອນເວນຍາມ ຢູ່ວັດ."

ຜ່ານມາ ແຕ່ລະວັດມີແຕ່ພະສົງ ແລະສາມະເນນປະຈໍາວັດ ເປັນຜູ້ຄຸ້ມຄອງ ແລະເຝົ້າຍາມພະພຸທຮູບ ເຮັດໃຫ້ກຸ່ມຄົນຮ້າຍບໍ່ຢ້ານ ແລະລັກ ເອົາພະພຸທຮູບໄປໃນຕອນກາງຄືນ. ການເພີ້ມກອງຫຼອນປະຈໍາວັດ ເຮັດໃຫ້ການປ້ອງກັນມີຄວາມເຂັ້ມແຂງຂຶ້ນ ແລະກອງຫຼອນຈະປະສານ ວຽກງານກັບເຈົ້າໜ້າທີ່ຕໍາຣວດ ຫາກມີຄົນຮ້າຍເຂົ້າມາໃນວັດ.

ນາງກ່າວຕື່ມອີກວ່າ ສໍາລັບພະພຸທຮູບ ທັງອົງໃຫຍ່ ແລະອົງນ້ອຍ ທີ່ຖືກຄົນລັກຫລາຍອົງເມື່ອປີກາຍນັ້ນ ມາເຖິງປັດຈຸບັນ ກໍຍັງບໍ່ສາມາດ ຕິດຕາມເອົາຄືນມາໄດ້ ຍ້ອນບໍ່ຮູ້ຄົນຮ້າຍແລະບໍ່ມີຂ່າວຄາວ ເພາະຫຼາຍວັດບໍ່ມີກ້ອງວົງຈອນປິດ ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດ ກໍກໍາລັງສືບຫາ ຮ່ອງຮອຍ ເພື່ອຕາມຈັບຄົນຮ້າຍນັ້ນ ມາດໍາເນີນຄະດີຢູ່.

ປັດຈຸບັນ ທົ່ວນະຄອນຫລວງພຣະບາງ ມີວັດເກົ່າແກ່ຢູ່ປະມານ 60 ປາຍວັດ ຊຶ່ງແຕ່ລະວັດມີພະພຸທຮູບ ເກົ່າແກ່ຫລາຍອົງ ທີ່ຊາວບ້ານ ສັກກະຣະບູຊາ ແລະວັດຫລາຍແຫ່ງ ໄດ້ເປີດຂາຍປີ້ຄ່າຜ່ານປະຕູ ເພື່ອໃຫ້ຜູ້ຄົນ ຮວມທັງນັກທ່ອງທ່ຽວ ເຂົ້າໄປ ສັກກະຣະບູຊາ ແລະເບິ່ງ ສະຖານທີ່ພາຍໃນວັດນັ້ນ. ວັດເກົ່າແກ່ທີ່ນະຄອນຫລວງພຣະບາງ ເປັນສະຖານທີ່ສໍາຄັນໂດດເດັ່ນອັນນຶ່ງ ຂອງເມືອງມໍຣະດົກໂລກແຫ່ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.