ໃນຍຸຄນີ້ຊາວໜຸ່ມຫ່າງເຫີນ ສາສນາ

 ໃນຍຸຄນີ້ຊາວໜຸ່ມຫ່າງເຫີນ ສາສນາ
ໃນຍຸຄນີ້ຊາວໜຸ່ມຫ່າງເຫີນ ສາສນາ (RFA)

0:00 / 0:00

ເຈົ້າອາວາດ ວັດ ແຫ່ງນຶ່ງ ຢູ່ ນະຄອນຫຼວງ ວຽງຈັນ, ກ່າວເຖິງ ສະພາບການ ບວດຮຽນ ທາງ ສາສນາ ຂອງ ຊາວຫນຸ່ມ ລາວ ໃນ ປັດຈຸບັນ ວ່າ, ຫລຸດລົງ ຫຼາຍ, ເພາະທາງ ໂລກ ຈະເຣີນກວ່າ, ເຮັດໃຫ້ ຊາວຫນຸ່ມ ສົນໃຈ ຮຽນ ທາງໂລກ ຫຼາຍກວ່າ ທາງທັມ.

ສຳລັບ ພຣະສົງ ກໍເຊັ່ນກັນດ ຈະເຫຼືອຢູ່ ກໍຈະມີແຕ່ ພຣະ ຜູ້ທີ່ ປະຕິບັດ ທັມ ໃນປ່າ ສ່ວນພຣະ ໃນເມືອງ ນັ້ນ, ຈະຮຽນທາງ ໂລກ ເພື່ອທຽບຊັ້ນ ຫຼາຍກວ່າ. ປັດຈຸບັນ ຊາວ ຫນຸ່ມລາວ ຢູ່ຕາມ ຫົວເມືອງ ໃຫຍ່ໆ, ບໍ່ມັກ ບວດຮຽນ ຫຼາຍປານໃດ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ໝາຍຄວາມ ວ່າ ຄົນທີ່ ບວດຮຽນ ຄືຄົນ ໃນ ຊົນນະບົດ ລາວ ຕ້ອງໄດ້ ບວດຮຽນ ຫນັງສື ຄັນໃນເມືອງ ແທ້ໆ ຂະເຈົ້າ ບໍ່ບວດດອກ ບວດ 3 ມື້ 7 ມື້ ກະຊິ ໃຈຂາດ ຕາຍ ແລ້ວ, ຢູ່ບໍ່ໄດ້ ມັນທຸກ ບ້ານເຂົາ ສະນຸກ ກວ່າ, ຟັງສຳນຽງ ກໍໄດ້ ແຕ່ລະວັດ ມີແຕ່ຄົນ ໄທໃຕ້ ແຖວ ວຽງຈັນ ນັບເບີ່ງ ບໍ່ມີ ຈັກຄົນ ເດັກນ້ອຍ ຍາພໍ່ ຍາຕາ ມາບວດ ທັມມະດາ ບໍ່ເວົ້າ ດອກ ນັ້ນຄື ມາບວດ ຊື່ໆ".

ທ່ານວ່າ ໃນ ທຸກມື້ນີ້ ຊາວຫນຸ່ມ ໃນ ນະຄອນຫຼວງ ວຽງຈັນ ມັກພາກັນ ດື່ມເຫລົ້າ ທ່ຽວຫລິ້ນ ແຂ່ງຣົດ ກັນ, ເປັນກຸ່ມ ອັນຕະພານ ທາງ ພຣະສົງ ກໍ ບອກສອນ ບໍ່ໄດ້, ທາງການ ບໍ່ມີການ ຈັບກຸມ ທ່ານກ່າວ ເພີ້ມວ່າ:

"ລຽນແບບ ກັນແລ້ວ ເບີ່ງໃນ ທີວີຫັ້ນ ເວົ້າ ບໍ່ໄດ້ດອກ ແຕະຕ້ອງ ພໍ່ແມ່ ເຂົາບໍ່ໄດ້ ຂະເຈົ້າ ຄົນລວຍ ໜ່າ ເວົ້າຍາກດ ຂນາດມາຫລິນ ຕາມວັດ ຕາມວາ ພຣະ ຍັງເວົ້ານຳ ຍາກ, ບາດນີ້ ເຈົ້າຫນ້າທີ່ ກໍບໍ່ສົນໃຈ ຄືກັນ ເຂົາເຈັບ ເຂົາເປັນ ເຂົາຕາຍ ໃຜ ຊີ່ຊ່ອຍ, ຈົນມັນ ເກີນ ຂອບເຂດ ແລ້ວ ເຂົາຈຶ່ງ ເອົາໃສ່ຄຸກ ໃສ່ ຕະລາງ ກະຊິ ເຂົ້າດ ທຸກຄົນ ຕ້ອງຫາຢູ່ ຫາກິນ ທຸກມື້ ນີ້ຫນາ ສັງຄົມ ມັນ ບໍ່ຄືເກົ່າ ແລ້ວ ດຽວນີ້".

ແຕ່ ເຖິງຢ່າງໃດ ກໍຕາມ ພຣະອາຈານ ອົງ ດັ່ງກ່າວ ຍັງຢາກ ຝາກເຖິງ ຊາວຫນຸ່ມ ລາວ ວ່າ ໃຫ້ຄິດເຖິງ ບຸນຄຸນ ພໍ່ແມ່ ຫຼາຍໆ ເພາະຖ້າ ບໍ່ມີ ພໍ່ແມ່ ຈະບໍ່ເກີດ ເປັນຄົນ ໃນ ທຸກມື້ນີ້, ພ້ອມທັງ ໃຫ້ຊ່ອຍກັນ ຮັກສາ ວັທນະທັມ ປະເພນີ ຄວາມເປັນ ລາວ ບໍ່ໃຫ້ ສູນເສັຽ ໄປ ໃນ ອະນາຄົດ ຂ້າງຫນ້າ.