ຫຼາຍໜ່ວຍງານ ຕຣຽມພ້ອມ ໃນເທດສະການ ປີໃໝ່ສາກົລ
2022.12.28

ໃນໄລຍະສເລີມສລອງ ສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ສາກົລ ປີ 2023 ທີ່ຈະມາຮອດນີ້ ເຈົ້າໜ້າທີ່ຕໍາຣວດ, ເຈົ້າໜ້າທີ່ກູ້ພັຍ ແລະເຈົ້າໜ້າທີ່ ອົງການກາແດງ ໃນແຕ່ລະພື້ນທີ່ ຢູ່ ສປປ ລາວ ກໍໄດ້ມີການກະຕຣຽມຄວາມພ້ອມ ແລະເຝົ້າລະວັງ ເພື່ອຊ່ອຍເຫຼືອປະຊາຊົນ ທີ່ປະສົບອຸບັດຕິເຫດ ທີ່ຈະເກີດຂຶ້ນຕາມທ້ອງຖນົນ ໂດຍສະເພາະ ບັນດາກູ້ພັຍ ເຊິ່ງເປັນໜ່ວຍງານສໍາຄັນ ໃນການຊ່ອຍເຫຼືອຜູ້ປະສົບອຸບັດຕິເຫດ ຕາມທ້ອງຖນົນ ກໍໄດ້ມີການເສີມກໍາລັງອາສາສມັກ ເພີ່ມຂຶ້ນເປັນ 1 ເທົ່າ ເປັນຕົ້ນ ຈາກທີ່ເຄີຍປະຈໍາການ ມື້ລະ 5 ຄົນ ກໍໄດ້ເພີ່ມເປັນ ມື້ລະ 10-15 ຄົນ ແລະເພີ່ມຣົຖສຸກເສີນ ເມື່ອມີອຸບັດຕິເຫດ ກໍສາມາດເຂົ້າໄປຊ່ອຍເຫຼືອ ປະຊາຊົນ ໄດ້ທັນການ.
ດັ່ງເຈົ້າໜ້າທີ່ກູ້ພັຍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວໃນວັນທີ 28 ທັນວາ ນີ້ວ່າ:
“ກໍໄດ້ມີການຕຣຽມການ ກັນໄວ້ຢູ່ ເຮົາກໍເພີ່ມຈໍານວນຄົນຂຶ້ນປະມານ 10-15 ຄົນຕໍ່ຈຸດ ຣົຖກໍຈະໄດ້ເພີ່ມຂຶ້ນ ຈາກຄັນນຶ່ງ ອາຈເປັນ 2 ຄັນ ເພື່ອໃຫ້ຊ່ອຍເຫຼືອ ສັງຄົມໄດ້.”
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກໍກ່າວວ່າ ໃນແຂວງສວັນນະເຂດ ກໍມີອາສາສມັກ ແລະກູ້ພັຍປະຈໍາການເຊັ່ນກັນ ບໍ່ໄດ້ແຕກຕ່າງຈາກແຂວງອື່ນໆ ແລະກໍຈະມີການເພີ່ມຈໍານວນ ອາສາສມັກຂຶ້ນ ຖ້າມີອຸບັດຕິເຫດ ກໍສາມາດເຂົ້າໄປຊ່ອຍເຫຼືອໄດ້:
“ເຣີ່ມແລ້ວ ກໍຈະມີການຕຣຽມພ້ອມ ສະແຕນບາຍ ໃຫ້ອາສາ ເຮົາມາປະຈໍາການເພີ່ມຂຶ້ນ.”
ສ່ວນເຈົ້າໜ້າທີ່ຕໍາຣວດ ກໍໄດ້ເຮັດໜ້າທີ່ອີກແບບນຶ່ງ ໃນການກວດກາຜູ້ຂັບຂີ່ ທີ່ຜິດກົດຈາຣະຈອນ ແລະກວດກາເອກສານໃບຂັບຂີ່ ວ່າຖືກຕ້ອງຫຼືບໍ່ ເຊິ່ງໃນແຕ່ລະແຂວງ ກໍຈະມີການຕັ້ງດ່ານໃນບາງຈຸດເປັນເຣື່ອງປົກກະຕິ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ແລະຜູ້ຂັບຂີ່ ກໍຕ້ອງຂັບຂີ່ພາຫະນະໂດຍບໍ່ປະໝາດ ແລະປະຕິບັດຕາມກົດຈາຣະຈອນ.
ດັ່ງເຈົ້າໜ້າທີ່ຕໍາຣວດຈາຣະຈອນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ:
“ຊ່ວງໄລຍະປ້ອງກັນປີໃໝ່ນີ້ເນາະ ວຽກງານຈາຣະຈອນ ມີການຕຣຽມຄວາມພ້ອມແລ້ວເນາະ ກໍໄດ້ລົງຕັ້ງດ່ານກວດກາຕາມເສັ້ນທາງ ເອົາແຜນຜແນກແຫ ລະມາປະຕິບັດຕາມການຄາດການນີ້ ອາຈມີພາຫະນະ ຫຼືວ່າຜູ້ຂັບຂີ່ເພີ່ມຂຶ້ນກວ່າປີກາຍ.”
ດ້ານເຈົ້າໜ້າທີ່ຕໍາຣວດຈາຣະຈອນ ໃນແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນ ໃນແຂວງສວັນນະເຂດ ຍັງບໍ່ທັນມີມາຕການຕັ້ງດ່ານ ຫຼືແຈ້ງການອອກມາເທື່ອ ແຕ່ທ່ານຄິດວ່າ ໃນໄລຍະມື້ປີໃໝ່ສາກົລ ຫຼາຍພື້ນທີ່ກໍອາຈມີການຕັ້ງດ່ານ ເພື່ອເປັນຈຸດກວດກາ ການເຂົ້າ-ອອກແນ່ນອນ ເຊິ່ງປັດຈຸບັນນີ້ ເສັ້ນທາງຕາມທ້ອງຖນົນ ກໍມີພຽງມາຕການ ລະບາຍການສັນຈອນໃຫ້ປະຊາຊົນ ເດີນທາງໄປ-ມາສະດວກຂຶ້ນ.
“ສວັນເພິ່ນຍັງບໍ່ໄດ້ມີແຈ້ງການແນວໃດ ວ່າມີການຕັ້ງດ່ານເນາະ ມີແຕ່ວາງແຜນ ປ້ອງກັນຊື່ໆ ລະບາຍການສັນຈອນ ຢ້ານຣົຖຕິດແອອັດເນາະ ຢ້ານເກີດອຸບັດຕິເຫດ.”
ຢ່າງໃດກໍຕາມ ອົງການກາແດງແຫ່ງຊາຕ ກໍໄດ້ຕຣຽມຄວາມພ້ອມ ສໍາຮອງເລືອດໄວ້ຈໍານວນນຶ່ງເຊັ່ນກັນ ແຕ່ກໍຍັງບໍ່ໄດ້ພຽງພໍຕໍ່ຄວາມຕ້ອງການ ຖ້າຫາກມີຜູ້ປະສົບອຸບັດຕິເຫດຫຼາຍເກີນໄປ ກໍຈະບໍ່ພຽງພໍ ຍ້ອນວ່າ ຜູ້ປະສົບອຸບັດຕິເຫດ ນຶ່ງຄົນ ໃຊ້ເລືອດໄປຈໍານວນຫຼາຍຖົງ ແລະທາງອົງການກາແດງ ກໍຍັງຢາກໄດ້ເລືອດເພີ່ມນໍາດ້ວຍ ເຊິ່ງກໍຢາກໃຫ້ຄົນມາບໍຣິຈາກເລືອດເພີ່ມຂຶ້ນ.
ດັ່ງເຈົ້າໜ້າທີ່ອົງການກາແດງແຫ່ງຊາຕ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ໃນຊ່ວງປີໃໝ່ເນາະ ເຮົາກໍຕ້ອງຕຣຽມເລືອດສະຕ໊ອກ ຈໍານວນນຶ່ງໄດ້ ແຕ່ວ່າປັດຈຸບັນນີ້ ເລືອດຢູ່ສະຖາບັນເລືອດຂອງພວກເຮົາເນາະ ມັນຈະບໍ່ພຽງກັບຄວາມຕ້ອງການ ເຊິ່ງຄົນເຈັບຈະໃຊ້ເລືອດຫຼາຍ ມື້ນຶ່ງກໍປະມານ 150-200 ຖົງ.”
ເຈົ້າໜ້າທີ່ ອົງການກາແດງແຫ່ງຊາຕ ທ່ານນີ້ ຍັງກ່າວຕື່ມວ່າ ໃນໄລຍະປີໃໝ່ສາກົລນີ້ ທາງອົງການກາແດງແຫ່ງຊາຕ ຈະບໍ່ໄດ້ລົງໃຫ້ບໍຣິການ ຂໍຮັບບໍຣິຈາກເລືອດ ຕາມຈຸດຕ່າງໆ ຍ້ອນບໍ່ມີງົປມານພຽງພໍ ຈຶ່ງຕ້ອງໄດ້ອາສັຍ ຜູ້ທີ່ຕ້ອງການມາບໍຣິຈາກເລືອດແບບຈິງຈັງ ມາບໍຣິຈາກພາຍໃນສູນເທົ່ານັ້ນ ເຊິ່ງກໍຢາກໃຫ້ຄົນມາບໍຣິຈາກເລືອດເພີ່ມຂຶ້ນ ເພາະເລືອດຍັງບໍ່ພຽງພໍ ສໍາລັບແມ່ຍິງຜູ້ໃດ ທີ່ມີອາຍຸ 17 ປີ-60 ປີ, ຜູ້ຊາຍ 17-65 ປີ ນໍ້າໜັກບໍ່ຫຼຸດ 45 ກິໂລ ຕ້ອງການບໍຣິຈາກເລືອດ ກໍສາມາດໄປຮັບການກວດ ຢູ່ສະຖາບັນເລືອດແຫ່ງຊາຕ ອົງການກາແດງ ແຫ່ງຊາຕລາວໄດ້.
ນອກຈາກນີ້ ອີງຕາມການຣາຍງານຂອງທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຣວດ ຈາຣະຈອນ ກະຊວງປ້ອງກັນຄວາມສງົບ ໄດ້ຖແລງຂ່າວຕໍ່ສື່ມວນຊົນລາວ ໃນວັນທີ 26 ທັນວາ 2022 ທີ່ຜ່ານມາ ກ່ຽວກັບຂໍ້ຫ້າມ ໃນການຂັບຂີ່ພາຫະນະ ໃນໄລຍະສເລີມສລອງປີໃໝ່ສາກົລ 2023 ນີ້ ຈະມີຂໍ້ຫ້າມແລະຂໍ້ກໍານົດຫຼາຍຢ່າງ ເປັນຕົ້ນ ຜູ້ຂັບຂີ່ພາຫະນະ ຕ້ອງມີຄວາມພ້ອມດ້ານສຸຂພາບ ແລະຕຣຽມພ້ອມເອກສານຂອງຜູ້ຂັບຂີ່ພາຫະນະໃຫ້ຖືກຕ້ອງ, ຜູ້ຂັບຂີ່ຣົຖຈັກ ຈະຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະຜູ້ຊ້ອນທ້າຍ ເພື່ອປ້ອງກັນອຸບັດຕິເຫດ, ຜູ້ຂັບຂີ່ຣົຖໃຫຍ່ ຕ້ອງຮັດສາຍແອວນິຣະພັຍ ເພື່ອຮັບປະກັນຄວາມປອດພັຍໃຫ້ຜູ້ຂັບຂີ່ ແລະຜູ້ໂດຍສານ.
ສ່ວນຣົຖໂດຍສານທາງໄກ ຕ້ອງມີຄົນຂັບສໍາຮອງ ສະເພາະເສັ້ນທາງດ່ວນ ການໃຊ້ຄວາມໄວ ບໍ່ເກີນ 120 ກິໂລແມັດຕໍ່ຊົ່ວໂມງ ຄວາມໄວຕໍ່າສຸດ ບໍ່ຕໍ່າກວ່າ 80 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະມີເຈົ້າໜ້າທີ່ ກວດຈັບຄວາມໄວຕາມກ້ອງວົງຈອນປິດ.
ພ້ອມດຽວກັນນັ້ນ ຍັງຫ້າມຜູ້ຂັບຂີ່ໃຊ້ໂທຣະສັບ ໃນເວລາຂັບຂີ່ຢ່າງເດັດຂາດ ເພາະຈະເກີດອຸບັດຕິເຫດ ທັງຫ້າມເມົາແລ້ວຂັບຂີ່, ຫ້າມຂີ່ຣົຖເກີນຄວາມໄວທີ່ກໍານົດ ເຊັ່ນ ຣົຖຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງຕາມທາງຫຼວງ ແລະຫ້າມນໍາຣົຖກະບະ ບັນທຸກຄົນໂດຍສານໃສ່ກະບະ.