ຊາວລາວ ພາກັນໄປທ່ຽວ ບຸນທາດຫລວງ ທີ່ນະຄອນຫລວງວຽງຈັນ ຫລາຍ ໃນປີ 2022 ນີ້. ງານບຸນຖືກຈັດຂຶ້ນ ແຕ່ມື້ວັນທີ 4 ເຖິງວັນທີ 8 ພຶສຈິກາ. ມີກິຈກໍາຫລາຍຢ່າງ ຮວມທັງຄອນເສີດ, ຮ້ານຂາຍອາຫານ, ເຄື່ອງດື່ມ ແລະທັງຮ້ານຂາຍສິນຄ້າຕ່າງໆ ບໍ່ຕໍ່າກວ່າ 1,000 ຮ້ານ. ນອກຈາກຄົນລາວແລ້ວ ຄົນຕ່າງປະເທດ ກໍໄປທ່ຽວນໍາ, ເສັຍແຕ່ວ່າຖົນນົນ ຫົນທາງໄປ-ມາ ແອອັດ, ຣົຖຕິດກັນຫລາຍ.
ໃນຕອນບ່າຍຂອງວັນທີ 7 ພຶສຈິການີ້ ມີການແຫ່ປະສາດເຜິ້ງ ແລະຕອນເຊົ້າວັນທີ 8 ພຶສຈິກາ ຈະມີການຕັກບາດ.
ດັ່ງເຈົ້າໜ້າທີ່ ຈັດງານບຸນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິການີ້ວ່າ:
" ໂດຍ ມື້ນີ້ວັນທີ 7 ຊຶ່ງວ່າມື້ນີ້ຈະມີແຮ່ຫາສາດເຫິ້ງ ແຕ່ວ່າມື້ອື່ນ ແມ່ນຈະມີການຕັກບາດ ຕອນເຊົ້າ ແລ້ວກະຖືວ່າສິ້ນສຸດບຸນ. ຄຶກຄຶ້ນແຮງເພາະວ່າຕ່າງຊາຕ ແລະກະເພື່ອນບ້ານ ເຂົ້າມາຫລີ້ນຫລາຍນະ ເຈົ້າ ເພິ່ນເຮັດໃຫຍ່ທີ່ສຸດ ເພາະວ່າບໍ່ໄດ້ຈັດມາປະມານ 2 ປີເຄິ່ງແລ້ວນ່າ. "
ທ່ານກ່າວຕື່ມວ່າ ໃນມື້ວັນທີ 8 ພຶສຈິກາ ຊຶ່ງເປັນມື້ສຸດທ້າຍ ຂອງງານບຸນນະມັສການ ພຣະທາດຫລວງປີນີ້ ພິທີຕັກບາດ ຖວາຍສັງຄະທານ ຈະເຣີ່ມແຕ່ເວລາ 7 ໂມງເຊົ້າ ເປັນຕົ້ນໄປ ແລະໃນເວລາ 11 ໂມງເຊົ້ານັ້ນ ກໍຈະມີການແຂ່ງຂັນກິລາຕີຄີ ຊຶ່ງເປັນກິລາພື້ນເມືອງລາວ ທີ່ຖືກໃຊ້ຫລິ້ນໃນງານ ບຸນທາດຫລວງ. ຫລັງຈາກນັ້ນ ກໍເປັນອັນຊິ້ນສຸດ ຂອງງານບຸນນີ້ ຢ່າງເປັນທາງການ.
ບັນຍາກາດ ຂອງງານບຸນທາດຫລວງ ປີນີ້ ຄຶກຄື້ນດີ ພາຍຫລັງທີ່ບໍ່ໄດ້ຈັດ ງານບຸນໃຫຍ່ ມາໄດ້ 2 ປີ ຍ້ອນການຣະບາດ ຂອງໂຄວິດ-19.
ແມ່ຄ້າຂາຍອາຫານ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີຊາວລາວ ຈໍານວນນຶ່ງ ພາກັນໄປທ່ຽວບຸນ, ຟັງເພັງ, ເບິ່ງຄອນເສີດ, ນັກຮ້ອງຈາກປະເທດໄທຍ ກໍມາສະແດງໃນມື້ວັນທີ 5 ພຶສຈິກາ, ໄປກິນ, ໄປດື່ມ, ໄປຊື້ເຄື່ອງໃຊ້ ຂອງສອຍກໍມີ, ບຸນທາດຫລວງປີນີ້ມ່ວນຢູ່.
" ໂດຍມ່ວນຢູ່ ບັກຫລາຍໆ ຂະເຈົ້າກະມາສູ່ມື້ໆ ບັກຫລາຍໆຄົນເດ໋ ຄົນລາວກະມາທ່ຽວກັນ ອາຫານເປັນເຄື່ອງດື່ມ ເປັນນໍ້າເປັນເບັຽເປັນອາຫານຕາມສັ່ງ ເປັນສົ້ມຕໍາແມ່ນຫຍັງເຮົາກະມີຄົບທຸກຢ່າງເລີຍ. "
ແມ່ນຄ້າຂາຍ ອາຫານອີກຜູ້ນຶ່ງ ກໍເວົ້າວ່າ ບຸນທາດຫລວງປີນີ້ ຜູ້ຄົນມາທ່ຽວຫລາຍ ຣົຖຈັກ ຣົຖໃຫຍ່ເຕັມຕາມຖນົນຫົນທາງ, ບໍ່ມີບ່ອນຈອດຣົຖ, ຢູ່ແຖວນາງຂາຍອາຫານ ຣົຖກໍເຕັມ ແຕ່ກໍພໍໄດ້ຂາຍຢູ່, ບໍ່ຂາດທຶນ.
" ຊ່ວງນີ້ເປັນງານບຸນເດ໋ເນາະ ບຸນພຣະທາດຫລວງ ຕອນແລງນີ້ເຮົາຊິເຕັມໝົດເລີຍແຖວນີ້ ລູກຄ້າ ກະພໍມີຢູ່. "
ແມ່ຄ້າຂາຍອາຫານ ອີກນາງນຶ່ງກໍເວົ້າວ່າ ການຂາຍອາຫານ ແລະຂາຍສິນ ຄ້າອື່ນໆຢູ່ໃນງານບຸນທາດຫລວງປີນີ້ ຖືວ່າ ບໍ່ໄດ້ຂາຍດີປານໃດ, ພໍໄດ້ຂາຍແບບບໍ່ຂາດທຶນ, ບໍ່ຄືແຕ່ກີ້ ຮ້ານອາຫານນ້ອຍໆ ກໍພໍໄດ້ຂາຍ.
“ເຂົາຊື້ກິນ ໄດ້ຂາຍຢູ່ ຊື້ຢູ່ ຫາກບໍ່ຫລາຍ ບໍ່ຄືແຕ່ກີ້ ຮ້ານອາຫານນ້ອຍໆ ພໍໄດ້ຂາຍຢູ່.”
ຊາວ ນະຄອນຫລວງວຽງຈັນ ຜູ້ນຶ່ງ ທີ່ໄດ້ໄປທ່ຽວບຸນທາດຫລວງ ເວົ້າວ່າ ປີນີ້ບຸນໃຫຍ່, ບັນຍາ ກາດໃນງານບຸນຄຶກຄື້ນດີ, ມີທັງຄົນລາວ ແລະຄົນຕ່າງປະເທດ, ໄດ້ຊື້ເຄື່ອງຂອງມາໃຊ້, ລາຄາກໍບໍ່ແພງ.
" ຄົນຫລາຍ ເຈົ້າ ລາຄາສິນຄ້າ ກະບໍ່ແພງໄດ໋ລະ ເພິ່ນຂາຍເຄື່ອງບຸນ ກະທັມດາ ລາຄາປົກຕິ ປີນີ້ເພິ່ນເຮັດບຸນໃຫຍ່. "
ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ງານບຸນທາດຫລວງປີນີ້ ຜູ້ຄົນມາທ່ຽວຫລາຍ ເຮັດໃຫ້ ຫາບ່ອນຈອດຣົຖຈັກ, ຣົຖໃຫຍ່ຍາກ, ຫາກຫາບ່ອນຈອດບໍ່ໄດ້ ກໍຕ້ອງໄດ້ໄປຈອດຢູ່ບ່ອນຝາກຣົຖ,ໄດ້ຈ່າຍເງິນປະມານ 8 ພັນ ຫລື 10 ພັນກີບຕໍ່ຄັນ.
" ຄົນຢາກຫລາຍໜ້ອຍນຶ່ງ ແຕ່ຂະເຈົ້າກະມີບ່ອນຝາກຣົຖ ອີ່ຫຍັງຫັ້ນແຫລະ ແລ້ວກະໄດ້ຍ່າງ ແລ້ວມັນຈະຂ້ອນຂ້າງເດີ່ນກວ້າງນ້ອຍນຶ່ງ. "
ບຸນທາດຫລວງ ເປັນບຸນປະເພນີ ປະຈໍາຊາຕ ຂອງລາວ ທີ່ມີການສລອງສືບທອດ ກັນມາທຸກໆປີ ຕັ້ງແຕ່ຫລາຍເຊັ່ນຄົນມາແລ້ວ.
ງານບຸນທາດຫລວງປີນີ້ ແມ່ນທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ເປັນຜູ້ເປີດພິທີ ຢ່າງເປັນທາງການໃນຕອນແລງ ຂອງວັນທີ 4 ພຶສຈິກາ 2022.
ໃນທຸກໆຄືນ ມີການສະແດງສິລປະ, ວັນນະຄະດີ ໂດຍມີຄະນະສິລປະກອນສູນກາງ, ສິລປະກອນແຂວງ ແລະພາກສ່ວນອື່ນໆ ຢູ່ນະຄອນຫລວງວຽງຈັນ.
ໃນງານບຸນ ມີການວາງສະແດງສິນຄ້າ ປະເພດຕ່າງໆ ທັງຂອງຣັຖ ແລະຂອງເອກກະຊົນ ຢ່າງຫລວງຫລາຍ, ມີຮ້ານຄ້າບໍ່ຕໍ່າກວ່າ 1,000 ຮ້ານເຂົ້າຮ່ວມ.
ອໍານາດການປົກຄອງ ນະຄອນຫລວງວຽງຈັນ ອໍານວຍຄວາມສະດວກ ໃຫ້ຜູ້ທີ່ຢາກໄປທ່ຽວບຸນທາດຫລວງ ໃນປີນີ້ດ້ວຍການໃຊ້ຣົຖເມ 25 ຄັນໂດຍບໍ່ໄດ້ເສັຍຄ່າ ແຕ່ວັນທີ 4 ຫາວັນທີ 8 ພຶສຈິການີ້, ໃຫ້ບໍຣິການ 10 ຖ້ຽວຕໍ່ມື້ ໃນເຂດ 5 ຕົວເມືອງ ຄື ເມືອງສີໂຄດຕະບອງ, ຈັນທະບູຣີ, ສີສັດຕະນາກ, ໄຊເສດຖາ ແລະເມືອງໄຊທານີ, ເຣີ່ມແຕ່ເວລາ 6 ໂມງແລງເຖິງ 11 ໂມງກາງຄືນ.