ຊາວລາວບໍ່ພໍໃຈເຣື້ອງພຣະ ຢູ່ ວັດ ອົງຕື້
2015.01.11
ໃນຕອນເຊົ້າ ຂອງ ວັນສຸກ ທີ 9 ມົກກະຣາ 2015 ໄດ້ມີການ ເຄື່ອນຍ້າຍ ພຣະພຸທຣູບ ເກົ່າແກ່ ຕັ້ງແຕ່ ສມັຍ ພຣະເຈົ້າ ໄຊຍະເສດຖາ ທິຣາດ ໃນວັດອົງຕື້ ມະຫາວິຫານ, ຖ້າມກາງ ຄວາມ ບໍ່ພໍໃຈ ຂອງ ຊາວລາວ ໃນ ທົ່ວ ປະເທດ ຈົນເຮັດ ໃຫ້ເກີດ ບັນຫາ ນອງນັນ ກັນ ຂຶ້ນ ໃນ ສື່ສັງຄົມ ອອນລາຍ.
ເຫດການ ດັ່ງກ່າວ ເກີດຂຶ້ນ ໃນຊ່ວງ ປະມານ 11 ໂມງເຊົ້າ ຂອງ ວັນສຸກ ໄດ້ມີຣົດ ຊື່ງ ຄາດວ່າ ເປັນຣົດ ຂອງຄົນ ວຽດນາມ ພາກັນ ມາຂົນເອົາ ພຣະພຸທຮູບ ຂຶ້ນຣົດ Toyota Land Cruiserແລະ ເອົາຖານຮອງ ຂອງ ພຣະພຸທຮູບ ໄວ້ ທ້າຍຣົດ. ຖ້າມກາງ ຄວາມ ຕົກ ຕະລຶງ ຂອງ ອອກຕົນ ຍາດໂຍມ ໃນວັດອົງຕື້ ທີ່ ມາແຈກເພນ ແລະ ຈຶ່ງແວະເບິ່ງ ເຫດການ ດັ່ງກ່າວ ແຕ່ ກໍບໍ່ມີ ຜູ້ໃດ ຮູ້ເຖິງ ກົກປາຍ ສາເຫດ ວ່າ ເຫດການ ແບບນີ້ ເກີດຂຶ້ນໄດ້ ແນວໃດ. ດັ່ງ ຄົນລາວ ຜູ້ນຶ່ງ ທີ່ຂໍສງວນ ຊື່ເວົ້າວ່າ:
"ຍໍຂື້ນຣົດໄປ ມັນ ກໍບໍ່ ພິຖີພິຖັນ ແຫລະ ຄັນ ສົມມຸດວ່າ ຄັນຊິເອົາ ໄປແທ້ໆ ເຈົ້າກໍທຳ ພິທີ ອັນເຊີນ ແລ້ວກ່າວ ໃຫ້ ປະຊາຊົນ ໄດ້ຮູ້ວ່າ ດຽວນີ້ ມີການ ຈັ່ງຊັ້ນ ຈັ່ງຊີ້ ບອກວິທີ ການທີ່ ຈະເອົາໄປ ຫັ້ນ ເອົາໄປດ້ວຍ ວິທີໃດ ເຮັດ ແບບໃດ ເຮັດ ຫຍັງ ເປັນຫຍັງ ຈຶ່ງເອົາໄປ ຍ້ອນຫຍັງ ເຈົ້າມີຫຍັງ ມາແລກປ່ຽນ ມັນຕ້ອງແຈ້ງ ໃຫ້ ປະຊາຊົນ ຮູ້ຄັນຊັ້ນ ກໍເກີດ ຮືຮາກັນ ຈັ່ງຊີ້ແຫລະ".
ຫລັງຈາກ ທີ່ມີການ ນຳເອົາ ພຣະພຸທຮູບ ອົງ ດັ່ງກ່າວ ໄປ ກໍປາກົດວ່າ ໃນເວລາ 16:30 ນາທີ ຂອງ ວັນດຽວກັນ ນັ້ນ ກໍໄດ້ມີ ການນຳ ເອົາ ກັບມາຄືນ ໂດຍ ອ້າງວ່າ ເກີດມີ ອະພິນິຫານ ຫລື ມີ ເກີດອາເພດ ຂຶ້ນ ໃນຣະຫວ່າງ ການ ເດີນທາງ ເຮັດໃຫ້ ຂະບວນຣົດ ທີ່ກຳ ລັງ ຂົນ ພຣະພຸທຮູບ ອົງ ນັ້ນ ຕັດສີນໃຈ ນຳ ພຣະພຸທຮູບ ກັບ ຄືນມາ ບ່ອນເກົ່າ.
ປະຊາຊົນ ກໍເສັຽໃຈ ທີ່ຮູ້ວ່າ ຄົນຕ່າງຊາດ ທີ່ ຄາດວ່າ ເປັນຄົນ ວຽດນາມ ເອົາ ພຣະພຸທຮູບ ອົງ ສັກສິດ ຂອງ ລາວ ອອກໄປ ເປັນການ ຫມິ່ນປະມາດ ພຣະ ພຸທສາສນາ ຂອງລາວ.