ວັນຄົບຮອບ 69 ປີ, ກອງທັບ ພຣະຣາຊອານາຈັກລາວ

0:00 / 0:00

ສະມາຄົມນັກຣົບເກົ່າລາວ ຄືສະມາຄົມນັກຣົບເກົ່າ ແລະຜູ້ປະສົບພັຍສົງຄາມ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ແລະສະມາຄົມ ມິຕພາບທະຫານລາວ ທີ່ປະເທສຝຣັ່ງເສດ ຮ່ວມກັນຈັດງານສລອງ ວັນຄ້າຍວັນກຳເນີດກອງທັບ ແຫ່ງ ພຣະຣາຊອານາຈັກລາວ 23 ມິນາ ຄົບຮອບ 69 ປີ ຢູ່ວັດລາວພຸທວົງສ໌ ໃນຂົງເຂດນະຄອນຫຼວງວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ ໃນມື້ທີ 23 ມິນາ 2019 ໂດຍການເປັນ ປະມຸກ ຂອງສະເດັດເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ອົງຄ໌ຜູ້ສໍາເຣັດຣາຊການ ແຜ່ນດິນ ແລະ ອົງຣັຊທາຍາດແຫ່ງ ສະເຫວດຕະສັດ ຣາຊວົງສ໌ ລ້ານຊ້າງຮົ່ມຂາວ.

ງານສລອງທີ່ນະຄອນຫລວງວໍຊິງຕັນ ດີຊີ ປີນີ້ເປັນປີພິເສດ, ມີສະເດັດເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ແລະພຣະຊາຍາໄດ້ມາຮ່ວມ, ຊຶ່ງ ທຸກປີທີ່ຜ່ານໆມາ ເຈົ້າຟ້າຊາຍ ກໍໄປຮ່ວມງານວັນກອງທັບແຫ່ງຊາດ 23 ມິນາ ທຸກປີ ທີ່ທາງສະມາຄົມ ມິຕພາບ ທະຫານລາວ ທີ່ປະເທດ ຝຣັ່ງເສດ ຈັດຂຶ້ນ ດັ່ງທີ່ທ່ານ ສຸດທາລາວົງສ໌ ບຸຕະ ປະທານຄນະບໍຣິຫານ ສະມາຄົມນັກຣົບເກົ່າ ແລະຜູ້ປະສົບໄພສົງຄາມ ໄດ້ກ່າວວ່າ: ເຊີນທ່ານ ຟັງການສໍາພາດ...