ຊາວນະຄອນຫຼວງພຣະບາງ ໄດ້ພາກັນ ສລອງ ບຸນປີໃຫມ່ ລາວ ຢ່າງຄຶກຄື້ນ ຕາມ ປະເພນີ ດັ້ງເດີມ ທີ່ເຄີຍ ປະຕິບັດ ກັນມາ ແຕ່ ດຶກດຳບັນ ໃນ ແຕ່ລະປີ. ເລີ້ມແຕ່ວັນທີ 12 ເມສາ ຊາວຫຼວງພຣະບາງ ກໍມີພິທີ ໄປເອົາ ນ້ຳບໍ່ແກ້ວ ຢູ່ເມືອງຊຽງເງີນ ເພື່ອນໍາມາ ຫົດສົງພຣະ ຕາມວັດຕ່າງໆ.
ໃນວັນທີ 13 ເມສາ ຕອນເຊົາ ກໍມີການ ເລາະຕລາດ ຕາມຖນົນ ສີສະວ່າງວົງ ເລີ້ມແຕ່ ເດີ່ນທາດຫຼວງ ຫາສີ່ແຍກ ທ່າເຮືອ ໃນຕອນທ່ຽງ ກໍມີພີທີ ຕົບຫາດຊາຍ ມົງຄຸນ ຟາກ ເມືອງຊຽງແມນ ແລະ ທີ່ ເມືອງຈອມເພັດ ກໍມີພີທີ ຈູດບັ້ງໄຟ ເພື່ອ ຂໍນ້ຳຝົນ ຕາມຮີດຄອງ ປະເພນີ.
ໃນວັນທີ 14 ເມສາ ກໍຈະມີ ການແຮ່ວໍ ຫລື ແຮ່ ນາງສັງຂານ ຜູ້ທີ່ຖືກ ຄັດເລືອກ ມາກ່ອນຫນ້າ ນີ້ແລ້ວ. ພິທີ ດັ່ງກ່າວ ເລີ້ມຂຶ້ນ ໃນເວລາ 11 ໂມງ ຕອນທ່ຽງ ທີ່ວັດທາດ ນ້ອຍ ເພື່ອແຮ່ ໄປ ວັດຊຽງທອງ ເພື່ອການຫົດສົງ ຢູ່ທີ່ນັ້ນ ພິທີ ດັ່ງກ່າວ ກໍຈົບລົງ ໃນຕອນຄ່ຳ.
ໃນວັນທີ 15 ເມສາ ຊື່ງ ເປັນມື້ເນົາ ຊາວຫຼວງພຣະບາງ ກໍພາກັນ ໄປຫລິ້ນນ້ຳ ຢູ່ຕາດກວງຊີ ແລະ ໃນວັນທີ 16 ເມສາ ກໍເປັນມື້ ຕັກບາດພຣະ ຕອນເຊົ້າ ຫລັງຈາກນັ້ນ ກໍມີພີທີ ບາສີ ສູ່ຂວັນ ຕາມບ້ານເຮືອນ ຫ້າງຮ້ານ ຕ່າງໆ ຕາມສັດທາ ຂອງ ແຕ່ລະຄົນ. ໃນຕອນບ່າຍ ກໍຈະມີ ການແຮ່ວໍ ຈາກ ວັດຊຽງທອງ ກັບຄືນສູ່ ວັດນ້ອຍ.
ໃນປີນີ້ ປະກົດວ່າ ມີນັກທ່ອງທ່ຽວ ຈາກຈີນ ຫຼາຍ ເປັນອັນດັບນຶ່ງ ລອງລົງມາ ແມ່ນ ເກົາຫລີ ຫຼາຍກວ່າ ນັກທ່ອງທ່ຽວ ໄທ ຊຶ່ງ ທີ່ຜ່ານມາ ມີນັກທ່ອງທ່ຽວ ໄທ ຫຼາຍກວ່າ ຫມູ່.