ບຸນປີໃໝ່ລາວ ທີ່ການາດາ ແລະ ສະຫະຣັຖ

ສຸພັດຕາ
2019.04.09
ຊ້າຍມື ພຣະອາຈານ ບຸນມາ ແສງຈັນ ຜູ້ຊ່ວຍເຈົ້າອາວາດ ວັດລາວ ເວລຸວານະຣາມ ທີ່ເມືອງ ໂຕລອນໂຕ, ແຂວງອອງໂຕລິໂອ ຂວາມື ພຣະອາຈານ ຄໍາມູນ ກິຕຕິປັນໂຍ ເຈົ້າອາວາດ ວັດປ່າເທບບັນດົນ ເມືອງແຊ້ງຈູລຽນ ແຂວງ ເກເບັກ, ປະເທດ ການາດາ.
RFA/SS

ໃນໂອກາດບຸນປີໃໝ່ລາວ ພ.ສ. 2562 ນີ້ ຊາວລາວ ທັງຢູ່ພາຍໃນແລະນອກປະເທສ ຮວມທັງສະຫະຣັຖອາເມຣິກາ ແລະ ການາດາ ຊຸມຊົນຊາວລາວ ພາກັນສລອງ ຢູ່ບ້ານເຮືອນ ແລະວັດວາຕ່າງໆ ຕາມຮີດຄອງປະເພນີອັນດີງາມຂອງລາວ, ກ່ຽວກັບວ່າ ການສລອງ ບຸນປີໃໝ່ລາວ ເປັນໄປຄືແນວໃດນັ້ນ ຂ້າພະເຈົ້າ ສຸພັດຕາ ໄດ້ຂໍສໍາພາດ ພຣະອາຈານ ຢູ່ວັດລາວ ທີ່ການາດາ 2 ວັດ ແລະ ທີ່ປຶກສາ ຢູ່ວັດລາວ ທີ່ສະຫະຣັຖ ອະເມຣິກາ, ຊຶ່ງເບື້ອງຕົ້ນ ພຣະອາຈານ ບຸນມາ ແສງຈັນ ຜູ້ຊ່ວຍເຈົ້າອາວາດ ວັດລາວ ເວລຸວານະຣາມ ທີ່ເມືອງ ໂຕລອນໂຕ, ແຂວງອອງໂຕລິໂອ ປະເທດການາດາ, ພະອາຈານ ໄດ້ກ່າວເຖິງຄວາມສໍາຄັນ ຂອງບຸນປີໃໝ່ລາວ ນັ້ນວ່າ:


F-1

ພຣະອາຈານ ຄໍາມູນ ກິຕຕິປັນໂຍ ເຈົ້າອາວາດ ວັດປ່າ ເທບບັນດົນ ທີ່ເມືອງ ແຊ້ງຈູລຽນ, ແຂວງ ເກເບັກ ປະເທດ ການາດາ ກໍໄດ້ກ່າວ ກ່ຽວກັບ ພິທີທາງສາສນາ ແລະ ຄວາມໝາຍ ຂອງປີໃໝ່ລາວ ພ້ອມທັງການສລອງນັ້ນວ່າ:

F-2


ແລະໃນຂນະດຽວກັນ ຊຸມຊົນຊາວລາວ ຢູ່ປະເທດ ສະຫະຣັຖອາເມຣິກາ ກໍມີການສເລີມ ສລອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ ດັ່ງທ່ານ ບຸນຄົງ ອິດທິພົລ, ຊຶ່ງປຶກສາ ຢູ່ວັດລາວ ທັມມສັຈຈະ ທີ່ເມືອງ ແຝສດໂນ, ຣັຖແຄລິຟໍເນັຽ ໄດ້ກ່າວເຖິງ ຮີດຄອງປະເພນີ ກ່ຽວກັບບຸນປີໃໝ່ລາວວ່າ:

F3

ທີ່ທ່ານຜ່ານໄດ້ຮັບຜ່ານນັ້ນ ແມ່ນການສໍາພາດກ່ຽວກັບການສເລີມສລອງບຸນປີໃໝ່ລາວ ພ.ສ 2562  ທີ່ປະເທດການາ ແລະ ສະຫະຣັຖອາເມຣິກາ ສະບາຍດີປີໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.