ບຸນປີໃໝ່ລາວ ພ.ສ 2566 ໃນລາວ, ມ່ວນຊື່ນ ທັງຮັກສາ ຮີດ 12 ຄອງ 14

ການສເລີມສລອງບຸນປີໃໝ່ລາວ ປະຈຳ ພ.ສ 2566 ໃນຫຼາຍແຂວງ ຂອງປະເທດລາວ ກໍຖືວ່າດຳເນີນໄປຢ່າງມ່ວນຊື່ນ ແລະ ຍັງຮັກສາໄດ້ ເຊິ່ງວັທນະທັມ, ຮີດຄອງປະເພນີ ອັນດີງາມ ຂອງຊາວລາວບັນດາເຜົ່າ ທັງປະຕິບັດ ຮີດ 12 ຄອງ 14 ໄດ້ຢ່າງສົມບູນ.

ພິທີແຫ່ພຣະພຸທລາວັນ ຫຼື ພຣະບາງ ລົງມາຫົດສົງ ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2566, ນະຄອນຫຼວງພຣະບາງ ວັນທີ 15 ເດືອນເມສາ ປີ 2023. RFA

ສິ້ນສຸດລົງໄປແລ້ວ, ສຳລັບການສເລີມສລອງບຸນປີໃໝ່ລາວ ໃນຫຼາຍແຂວງ ທົ່ວປະເທດລາວ ປະຈຳ ພ.ສ 2566 ນີ້, ເຊິ່ງກໍດຳເນີນໄປຢ່າງຄຶກຄື້ນ ແລະ ມ່ວນຊື່ນ, ໂດຍລວມແລ້ວ ກໍຍັງຮັກສາໄດ້ ເຊິ່ງວັທນະທັມ, ຮີດຄອງປະເພນີ ອັນດີງາມ ຂອງຊາວລາວບັນດາເຜົ່າ ຢ່າງຖ້ວນໜ້າ.

ສະເພາະຢູ່ນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ ນັ້ນ, ໃນປີນີ້ ຖືວ່າມີຜູ້ຄົນມາຮ່ວມສເລີມສລອງ ຢ່າງໜາແໜ້ນ ທັງຊາວລາວຈາກພາຍໃນ ແລະ ນັກທ່ອງທ່ຽວຈາກຕ່າງປະເທດ. ອີງຕາມການບອກເລົ່າ ຂອງສາທຸພໍ່ ມະຫາ ບຸນເພັງ ວິຣະທັມໂມ ແຫ່ງວັດແສນສຸຂາຣາມ ນະຄອນຫຼວງພຣະບາງ ໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ວ່າ ການສເລີມສລອງບຸນປີໃໝ່ລາວ ໃນນະຄອນຫຼວງພຣະບາງ ປີນີ້ ຖືວ່າຄຶກຄື້ນເປັນພິເສດ ເນື່ອງຈາກການໄປມາຫາສູ່ກັນ ສະດວກສບາຍກວ່າແຕ່ກ່ອນ ແລະ ຍັງປະຕິບັດ ຮີດ 12 ຄອງ 14 ໄດ້ ຢ່າງໜຽວແໜ້ນ ຕາມທີ່ເຄີຍປະຕິບັດກັນມາ ແຕ່ບູຮານນະການ ພ້ອມທັງມີກິຈກັມຫຼາຍຢ່າງ ທີ່ຊາວລາວພາຍໃນແຂວງ ແລະ ແຂກຕ່າງປະເທດ ໄດ້ເຂົ້າມາຮ່ວມ.

ຊາວລາວ ໃນນະຄອນຫຼວງວຽງຈັນ ພາກັນໄປສົງພຣະພຸທຮູບ ທີ່ວັດແຫ່ງນຶ່ງ, ວັນທີ 16 ເດືອນເມສາ ປີ 2023. ຮູບພາບ: RFA

ສຽງ1: ສາທຸພໍ່ ມະຫາ ບຸນເພັງ ວິຣະທັມໂມ ແຫ່ງວັດແສນສຸຂາຣາມ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ.

ສາທຸພໍ່ ມະຫາ ບຸນເພັງ ວິຣະທັມໂມ ແຫ່ງວັດແສນສຸຂາຣາມ ນະຄອນຫຼວງພຣະບາງ ຍັງຖືໂອກາດນີ້ ອວຍພອນໄຊ ເນື່ອງໃນໂອກາດຂຶ້ນປີໃໝ່ລາວ ແດ່ພີ່ນ້ອງຮ່ວມຊາຕລາວ ທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະຢູ່ປະເທດໃດ ກໍຂໍໃຫ້ມີແຕ່ຄວາມສຸຂ.

ສຽງ2: ສາທຸພໍ່ ມະຫາ ບຸນເພັງ ວິຣະທັມໂມ ແຫ່ງວັດແສນສຸຂາຣາມ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ.

ໃນແຂວງສວັນນະເຂດ ກໍມີການສເລີມສລອງບຸນປີໃໝ່ລາວ ພ.ສ 2566 ຢ່າງມ່ວນຊື່ນ ເຊັ່ນກັນ ເນື່ອງຈາກປີນີ້ ຊາວລາວ ທີ່ໄປເຮັດວຽກຢູ່ປະເທດໄທຍ ກໍເດີນທາງກັບຄືນພູມລຳເນົາ ເປັນຈຳນວນຫຼາຍ ເຮັດໃຫ້ການສເລີມສລອງ ໃນແຕ່ລະບ້ານ ແຕ່ລະເມືອງ ອ່າວຄຶກຄື້ນ ກວ່າ 3 ປີທີ່ຜ່ານມາ. ດັ່ງພຣະອາຈານ ທອງສີ ສີຣິຍະ ແຫ່ງວັດໄຊຍະຣັຕນຣັງສີ ຫຼື ວັດທົ່ງ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ໄດ້ເລົ່າສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນວັນທີ 20 ເມສາ 2023 ນີ້ວ່າ:

ສຽງ3: ພຣະອາຈານ ທອງສີ ສີຣິຍະ ແຫ່ງວັດໄຊຍະຣັຕນຣັງສີ ຫຼື ວັດທົ່ງ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ.

ປີໃໝ່ລາວ ພ.ສ 2566 ວຽງຈັນ 1: ບັນຍາກາດ ການສເລີມສລອງບຸນປີໃໝ່ລາວ ພ.ສ 2566 ຂອງຊາວລາວ ແລະ ຕ່າງປະເທດ ໃນນະຄອນຫຼວງວຽງຈັນ, ວັນທີ 16 ເດືອນເມສາ ປີ 2023. ຮູບພາບ: RFA

ສ່ວນໃນນະຄອນຫຼວງວຽງຈັນ ການສເລີມສລອງບຸນປີໃໝ່ລາວ ໃນປີນີ້ ກໍເຫັນວ່າມ່ວນຊື່ນ ເປັນພິເສດ ແລະ ພຸທສາສະນິກຊົນ ກໍພາກັນຮ່ວມເຮັດບຸນ ໄປສົງພຣະພຸທຮູບ ຕາມວັດຕ່າງໆ ໃກ້ເຮືອນຊານ ຢ່າງເປັນຂະບວນ.

ຕາງໜ້າຄະນະເຈົ້າອະທິການວັດ ວັດສີເມືອງ ໃນນະຄອນຫຼວງວຽງຈັນ ກໍໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ 2023 ນີ້ວ່າ ຕາມທຳນຽມແລ້ວ ວັດສີເມືອງ ກໍມີພິທີທາງສາສນາ ຕາມທີ່ເຄີຍໄດ້ປະຕິບັດກັນມາ, ເຊິ່ງກໍເຫັນວ່າ ມີຊາວລາວ ເຂົ້າມາຮ່ວມເປັນຈຳນວນຫຼາຍ ແລະ ການສເລີມສລອງໂດຍທົ່ວໄປ ກໍເຫັນວ່າມີຄວາມຄຶກຄື້ນມ່ວນຊື່ນ ໄປຕາມອັດທະຍາສັຍ ຂອງຊາວລາວ ໃນນະຄອນຫຼວງວຽງຈັນ.

ສຽງ4: ຕາງໜ້າຄະນະເຈົ້າອະທິການວັດ ວັດສີເມືອງ ເມືອງສີສັຕນາກ ນະຄອນຫຼວງວຽງຈັນ.

ທັງໝົດນັ້ນ, ກໍແມ່ນການບອກເລົ່າ ເຖິງການສເລີມສລອງບຸນປີໃໝ່ລາວ ພ.ສ 2566 ຂອງຊາວລາວພາຍໃນປະເທດ ໃນແຂວງຕ່າງໆ ຜ່ານການໃຫ້ສັມພາດ ຂອງຄະນະເຈົ້າອະທິການວັດ ວັດແສນສຸຂາຣາມ ໃນແຂວງຫຼວງພຣະບາງ, ວັດໄຊຍະຣັຕນຣັງສີ ຫຼື ວັດທົ່ງ ໃນແຂວງສວັນນະເຂດ ແລະ ວັດສີເມືອງ ໃນນະຄອນຫຼວງວຽງຈັນ. ສບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org