ສັມພາດຜູ້ເຂົ້າປະກວດ ນາງງາມ ຈັກວານ 2019

ໄຊຍາ
2020.01.02
F-May ການປະກວດນາງງາມຈັກກະວານ ( Miss Universe 2019 ) ໄດ້ຈັດຂື້ນທີ່ ເມືອງ ແອັດແລນຕ້າ ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ. ນ້ອງ ເມ ວິຈິດຕາ ພອນວິໄລ ຜູ້ເຂົ້າຮ່ວມການປະກວດ ເປັນຕົວແທນ ຈາກ ສປປ ລາວ.
May

ການປະກວດນາງງາມ ຈັກກະວານ ຫຼື Miss Universe 2019 ໄດ້ຈັດຂື້ນທີ່ ເມືອງ ແອັດແລນຕ້າ ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ເມື່ອວັນທີ 8 ເດືອນ ທັນວາ ປີ 2019 ທີ່ຜ່ານມາ. ນ້ອງ ເມ ວິຈິດຕາ ພອນວິໄລ ຜູ້ເຂົ້າຮ່ວມການປະກວດ ເປັນຕົວແທນ ສປປ ລາວ ໄດ້ເລົ່າປະສົພການ ໃນການປະກວດຄັ້ງນີ້ ໂດຍຜ່ານການ ໃຫ້​ສັມພາດ ຕໍ່ນັກຂ່າວ RFA ພາຍຫຼັງ ທີ່ເຂົ້າຮ່ວມການປະກວດວ່າ ຍັງມີສີ່ງ ທີ່ທ້າຍຫຼາຍ ຕໍ່ການກ້າວເຂົ້າສູ່ ການປະກວດເວທີ ຣະດັບສາກົລ.

ການປະກວດ Miss Universe ປະຈຳປີ 2019 ຄັ້ງທີ 68 ມີສາວງາມ ຈາກ ທົ່ວໂລກ ເຂົ້າຮ່ວມປະກວດ 90 ຄົນ ໂດຍຜູ້ຄອງມົງກຸດ ສາວງາມໃນປີ 2019 ນີ້ໄດ້ແກ່ ໂຊຊີບີນີ ທຸນຊີ ຈາກ ປະເທດ ແອຟຟຣິກກາໃຕ້ ສ່ວນນ້ອງ ເມ ວິຈິດຕາ ພອນວິໄລ ໄດ້ອັນດັບ ທີ 25.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.