ກຳແພງເມືອງໂບຮານຖືກ ຄຸກຄາມ
2015.02.11
ກໍແພງ ເມືອງ ບູຮານ ຂອງ ລາວ ຢູ່ເຂດ ເມືອງ ທ່າແຂກ ແຂວງ ຄຳມ່ວນ ແລະ ນະຄອນ ຫລວງ ວຽງຈັນ ກຳລັງ ຖືກ ຄຸກຄາມ ຈາກ ກຸ່ມ ເອກຊົນ.
ມີ ບໍຣິສັດ ເອກຊົນ ໄດ້ໄປ ບຸກເບີກ ເນື້ອທີ່ ເຮັດ ປ້ຳ ນ້ຳມັນ ຢູ່ ເຂດ ບໍຣິເວນ ກໍແພງ ເມືອງ ບູຮານ ຢູ່ ເມືອງ ທ່າແຂກ ແຂວງ ຄຳມ່ວນ ຊຶ່ງ ເຮັດໃຫ້ ເຈົ້າໜ້າທີ່ ທາງການ ເປັນຫ່ວງ ໃນ ເຣື້ອງນີ້ ແລະ ຮຽກຮ້ອງ ໃຫ້ ໜ່ວຍງານ ຂອງ ຣັຖບານ ມາ ອະນຸຮັກ ແລະ ບູຣະນະ ເອົາໄວ້. ດັ່ງ ເຈົ້າໜ້າທີ່ ຜູ້ນຶ່ງ ກ່າວວ່າ:
"ແລະ ເຮົາຄິດວ່າ ທາງ ພາກຣັຖ ຫັ້ນແຫລະ ເນາະ ໂດຍ ສະເພາະ ຣັຖບານ ກໍຄື ຜແນກ ວັທນະທັມ ເບາະ ທ່ອງທ່ຽວ ຄວນຈະ ອະນຸຮັກ ຫລື ວ່າ ຄວນຈະ ບູຣະນະ ໃຫ້ມັນ ຍັງຢູ່ໄປ ຊົ່ວລູກ ຊົ່ວຫລານ ຕໍ່ໄປ".
ເຈົ້າໜ້າທີ່ ຍັງເວົ້າ ອີກວ່າ ຄົນລາວ ຜູ້ທີ່ ເກີດໃໝ່ ໃຫຍ່ລຸນ ກໍຄວນຈະ ໄດ້ຮູ້ ແລະ ໄດ້ສຶກສາ ປວັດສາດ ຂອງ ບັນພະບຸຣຸດ ທີ່ ໄດ້ສ້າງສາ ໄວ້. ກໍແພງ ເມືອງ ບູຮານ ທີ່ຕັ້ງຢູ່ ເຂດ ເມືອງ ທ່າແຂກ ຖະໝົນ ເລກ ທີ 13 ໃຕ້ ຫ່າງ ຈາກ ຕົວເມືອງ ທ່າແຂກ ປະມານ 5 ກິໂລແມັດ ຊຶ່ງ ເຊື່ອກັນວ່າ ຖືກສ້າງຂຶ້ນ ໃນ ສໄມ ອານາຈັກ ສີໂຄດ ຕະບູນ ມີອາຍຸ ຫລາຍ 100 ປີ.
ນອກຈາກ ນັ້ນ ກໍຍັງມີ ກຳແພງ ເມືອງ ເກົ່າ ຢູ່ ເຂດບ້ານ ໜອງໄຮ ເມືອງ ຫາດຊາຍ ຟອງ, ແລະ ອີກຈຸດນຶ່ງ ຢູ່ ເຂດ ບ້ານ ຮ່ອງແຊງ ເມືອງ ຈັນທະບູຣີ ນະຄອນ ຫລວງ ວຽງຈັນ ກໍບໍ່ໄດ້ ຮັບການ ປົວແປງ ແລະ ບູລະນະ ຮັກສາ ເອົາໄວ້ ຈົນ ສະຖານທີ່ ດັ່ງກ່າວ ເກີດການ ຊຸດໂຊມ ແລະ ເພພັງ ຍ້ອນຂາດ ການ ເອົາໃຈໃສ່ ຈາກ ໜ່ວຍງານ ທີ່ ຮັບຜິດ ຊອບ.