ຈູນທີນ ເປັນມື້ພັກ ຣັຖບານກາງ ສະຫະຣັຖ

ທ່ານ ໂຈ ບາຍເດິ໋ນ, ປະທານາທິບໍດີ ສະຫະຣັຖ ອາເມຣິກາ ລົງນາມ ເພື່ອຮັບຮອງເອົາ ວັນຈູນທີນ ເປັນມື້ພັກ ຣັຖບານກາງ ແຫ່ງສະຫະຣັຖ ອາເມຣິກາ.
ທ່ານ ໂຈ ບາຍເດິ໋ນ, ປະທານາທິບໍດີ ສະຫະຣັຖ ອາເມຣິກາ ລົງນາມ ເພື່ອຮັບຮອງເອົາ ວັນຈູນທີນ ເປັນມື້ພັກ ຣັຖບານກາງ ແຫ່ງສະຫະຣັຖ ອາເມຣິກາ. (ຮູບພາບ: ຈາກວີດີໂອ ທຳນຽບຂາວ (WH.GOV))

0:00 / 0:00

ວັ​ນ​ພັກແຫ່ງ​ຊາ​ຕ ໃໝ່​ທີ່​ສຸດ ຂອງ​ຣັ​ຖ​ບານ​ກາງ ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ຄື ວັນ​ “ຈູນ​ທີນ” (Juneteenth), ເປັນ​ວັນ​​ປົດ​ປ່ອຍ​​ທາດ ໃນ​ຊຸມ​ປີ 1860, ຊຶ່ງທ່ານ ໂຈ ບາຍ​ເດິ໋ນ, ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ, ໄດ້​ລົງ​ນາມ ມື້ທີ່​ມີ ຄວາມ​ໝາຍ​ສຳ​ຄັນດັ່ງ​ກ່າວ ໃຫ້​ເປັນ​ວັນ​ພັກ ຂອງຣັ​ຖ​ບານ​ກາງ ເມື່ອ​ວັນ​ທີ 17 ມິ​ຖຸ​ນາ ປີ 2021, ແລະ ປີ​ນີ້ ກໍ​ເປັນ​ປີທີ 2 ທີ່​ເຈົ້າ​ໜ້າ​ທີ່ ຣັ​ຖ​ບານ​ກາງ ໄດ້​ພັກ​ການ, ໂດຍ​ໄດ້ກຳ​ນົດ ​ເອົາ​ວັນ​ຈັນ ວັນ​ທີ 20 ມິຖຸ​ນາ ເປັນ​ມື້​ພັກຣັ​ຖ​ການ.

ຍາ​ນາງ ຄາ​ມາ​ລາ ແຮ​ຣິ​ສ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ, ກ່າວໃນພິ​ທີ​ລົງ​ນາມ ຮັບ​ຮອງ​ວັນ “ຈູນ​ທີນ” ໃຫ້​ເປັນ​ມື້​ພັກ​ແຫ່ງ​ຊາ​ຕ ຂອງ​ອາ​ເມ​ຣິ​ກາ ເມື່ອ​ປີ​ກາຍ​ນີ້ ວ່າ:

" ໃນ ເວ ລາ ​ທີ່ ພວກ ເຮົາ ກຳ ນົດ ວັນ ພັກ ແຫ່ງ ຊາ , ມັນ ເປັນ ແລງ ການ ທີ່ ສຳ ຄັນ . ວັນ ພັກ ແຫ່ງ ຊາ ເປັນ ສິ່ງ ທີ່ ສຳ ຄັນ . ວັນພັກ ເຫລົ່ ນັ້ນ ເປັນ ມື້ ທີ່ ພວກ ເຮົາ ທັງ ​ປະ ເທດ ຕັດ ສິນໃຈຢຸດ ແລະ ທົບ ທວນ ເບິ່ງ ເຫດ ການດັ່ງ ​ກ່າວ , ແລະ ຍອມ ຮັບ ວັດ ສາຕ ຂອງ ພວກ ເຮົາ . ໃນ ຂະ ນະ ທີ່ ພວກ ເຮົາ ກຳ ນົດ " ຈູນ ທີນ " ໃຫ້ ເປັນ ວັນ ພັກ ແຫ່ງ ຊາ ທີ່ໃໝ່ທີ່ ສຸດ ຂອງ ພວກ ເຮົາ , ພວກ ເຮົາ ຄວນ ເຂົ້າ ໃຈ ວ່າ ມີ ຍັງ ເກີດ ຂຶ້ນ ໃນ ວັນ ທີ 19 ມິ ຖຸ ນາ ປີ 1865, ເປັນ ມື້ ທີ່ ພວກ ເຮົາ ເອີ້ ວ່າ " ຈູນ ທີນ ", ເພາະ ພວກທ່ານ ເຫັນ ວ່າ ມື້ ນັ້ນ ຍັງ ບໍ່ ທັນ ເປັນ ມື້ ສິ້ນ ສຸດ ຂ້າ ທາດ ເທື່ອ ໃນ ເມ ຣິ ກາ . ແມ່ນ ແລ້ວ , ໃນ ມື້ ດັ່ງ ​ກ່າວ​ນັ້ນ , ຂ້າ ທາດ ໃນ ເມືອງ ກາ ເວັ ເຕິນ (Galveston) , ຣັ ເທັກ ຊັ ເຂົ້າ ​ໃຈ​ວ່າ ພວກ ຂະ ເຈົ້າ ໄດ້ ເປັນ ອິ ຣະ ແລ້ວ , ແຕ່ ໃນ ຄວາມ ເປັນ ຈິງ , ກ່ອນ ໜ້າ ນັ້ນ 2 ປີ ເຄິ່ງ , ຄຳ ປະ ກາດ ປົດ ປ່ອຍ ​​ ທາດ ໄດ້ສິ້ນ ສຸດ ການ ເປັນ ທາດ ໃນ ສະ ມາ ພັນ ."

ຍາ​ນາງ ກ່າວ​ຕື່ມ​ວ່າ: ເມື່ອ​ທົບ​ທວນ​ ກ່ຽວ​ກັບເຣື່ອງດັ່ງ​ກ່າວ, ເປັນ​ເວ​ລາ ຫຼາຍ​ກ່​ວາ 2 ປີ ຜ່ານ​ໄປ​ແລ້ວ, ແຕ່ຂ້າ​ທາດ ໃນ​ຣັ​ຖ​ເທັກ​ຊັ​ສ ຍັງ​ຖືກປະ​ຕິ​ບັດ ແບບ​ຂ້າ​ທາດຢູ່. ເປັນ​ເວ​ລາ ຫຼາຍ​ກ່​ວາ 2 ປີແລ້ວ ທີ່ອິ​ສ​ຣະ​ພາບ ຂອງພວກ​ຂ້າ​ທາດ ຖືກກີດ​ກັ້ນ ໂດຍ​ຕັ້ງ​ໃຈ. ເປັນ​ເວ​ລາ ຫຼາຍ​ກ່​ວາ 2 ປີ, ຕໍ່​ມາ ໃນ​ມື້​ຣະ​ດູ​ຮ້ອນ, 156 ປີ​ຜ່ານມາ, ຂ້າ​ທາດ ໃນ​ເທັກ​ຊັ​ສ ໄດ້​ຮັບ​ຊາບ​ຂ່າວ. ພວກ​ເຂົາ​ເຈົ້າ ຮູ້​ວ່າ ພວກ​ຕົນ ໄດ້​ຮັບ​ອິ​ສ​ຣະ​ພາບ ແລະ ໄດ້​ຮຽກ​ຮ້​ອງ ເອົາ​ອິ​ສ​ຣະ​ພາບ ຄືນ​ມາ, ຊຶ່ງມັນ​ເປັນ​ມື້ ທີ່​ສຳ​ຄັນ​ແທ້ໆ.

ໃນ​ຂະ​ນະ​ດຽວ​ກັນ​, ທ່ານໂຈ ບາຍ​ເດິ໋ນ ປະ​ທາ​ນາ​ທິ​ບໍ​ດີ ກ່າວໃນ​ຕອນ​ນຶ່ງ​ວ່າ:

"156 ປີ ຜ່ານ ມາ -- 156 ປີ -- ຄື ວັນ ທີ 19 ມິ ຖຸ ນາ , 1865 -- ​ ທ່ານ ຈອນ , ຂອບ ໃຈ ທີ່ ມາ ຮ່ວມ -- ນາຍ ພົ ຂອງ ສະ ຫະ ພາບ ທະ ​ຫານ ໄດ້ ເດີນ ທາງ ມາ ເຖິງ ເມືອງກາ ເວັ ເຕິນ (Galveston) , ຣັ ເທັກ ຊັ , ເພື່ອ ບັງ ຄັບ ໃຊ້ ຄຳ ປະ ກາດ ປົດ ປ່ອຍ ທາດ ແລະ ເພື່ອປົດ ປ່ອຍ ​​ າດ ອາ ເມ ຣິ ກັນ ກຸ່ມ ສຸດ ທ້າຍ ໃນ ຣັ ເທັກ ຊັ ຈາກ ຄວາມ ເປັນ ທາດ . ດັ່ງ ທີ່ ພວກ ທ່ານ ຮູ້ , ຂ້າ ພະ ເຈົ້າ ຈະ ລຶ້ມ ຄືນ ບາງ ຄຳ ເວົ້າ ທີ່ ໄດ້ ກ່າວ ໄປ ແລ້ວ -- ມື້ ນັ້ນ ກາຍ ເປັນ ທີ່ ຮັບ ຮູ້ ວ່າ ຈູນ ທີນ ."

ບັດ​ນີ້ ພວກ​ເຮົາ ມາ​ຫວນ​ຄືນ ປວັດຄວາມເປັນມາ ຂອງ ຈູນທີນ ໂດຍ​ສັງ​ເຂບ​ວ່າ ມີ​ຄວາມ​ເປັນ​ມາແນວ​ໃດ.

ຈູນທີນ ເປັນວັນລະລຶກເຖິງ ການສິ້ນສຸດຂ້າທາດ ທີ່ເກົ່າແກ່ທີ່ສຸດ ໃນສະຫະຣັຖ ອາເມຣິກາ. ເມື່ອຫວນຄືນ ປີ ຄ.ສ. 1865, ວັນທີ 19 ເດືອນມິຖຸນາ, ຊຶ່ງສະຫະພາບ ທະຫານ, ນຳພາໂດຍ ພົລຕ​ຣີ ກໍ໋ເດິນແກຣງເຈີ້ຣ໌ (Major General Gordon Granger) ໄດ້ມາຕັ້ງຖິ່ນຖານ ໃນເມືອງກາລເວັສເຕິນ (Galveston), ຣັຖເທັກຊັສ (Texas) ພ້ອມກັບ ນຳເອົາຂ່າວ ການສິ້ນສຸດ ສົງຄາມ ແລະ ການ​ໄດ້​ຮັບ ອິ​ສ​ຣະ​ພາບ ຂອງຂ້າທາດ. ເປັນທີ່ສັງເກດເຫັນວ່າ ມັນໃຊ້ເວລາ 2 ປີເຄິ່ງ ພາຍຫຼັງ ທີ່ມີ ການປະກາດ ປົດ​ປ່ອຍທາດ ຂອງປະທານາທິບໍດີ ອາບ​ຣາ​ແຮມ (ອາ-ບຣາແຮມ) ລິນຄອລທ໌ ຂອງສະຫະຣັຖ, ຊຶ່ງຖືກຮັບຮູ້ ຢ່າງເປັນທາງການ ໃນວັນທີ 1 ເດືອນມົກກະຣາ ປີ 1863. ຄໍາປະກາດ ປົດ​ປ່ອຍທາດດັ່ງກ່າວ ສົ່ງຜົລຕໍ່ ຊາວເທັກຊັສ ໜ້ອຍທີ່​ສຸດ ເນື່ອງຈາກວ່າ ສະຫະພາບ ທະຫານ ມີຈຳນວນໜ້ອຍ ທີ່ຈະເຮັດໃຫ້ ຄຳສັ່ງໃໝ່ ຂອງປະທານາທີບໍດີ ມີຜົລບັງຄັບໃຊ້ໄດ້. ເຖິງຢ່າງໃດ ກໍດີ, ການຍອມຈຳນົນ ຂອງນາຍພົລ ລີ໋ ໃນເດືອນເມສາ ຂອງປີ 1865, ແລະ ການມາເຖິງ ຂອງກອງ​ທັບ ຂອງພົລຕ​ຣີ ກະແຣນເຈີ, ໃນທີ່ສຸດ ກອງ​ກຳ​ລັງ ກໍມີຄວາມເຂັ້ມແຂງພຽງພໍ ທີ່​ຈະ​ສົ່ງ​ຜົ​ລແລະ ຜ່ານ​ຜ່າອຸ​ປ​ສັກ​ໄດ້​.

ຄວາມ​ພ​ຍາ​ຍາມ ໃນ​ເວ​ລາ​ຕໍ່ມາ ​ເພື່ອຊີ້​ແຈງ ກ່ຽວ​ກັບ ການ​ຊັກ​ຊ້າ ເປັນ​ເວ​ລາ 2 ປີ​ເຄິ່ງ​ ພາຍ​ຫຼັງ ໄດ້​ຮັບ​ຂ່າວ​ສຳ​ຄັນ​ ທີ່​ມີຫຼາຍ​ສ​ບັບ ຖືກປະ​ກາດ ຜ່າ​ນ​ມາ​ຫຼາຍ​ປີ. ເຣື່ອງ​ທີ່​ໄດ້​ບອກ​ເລົ່າ ​ຕໍ່​ກັນ​ມາເລື້ອຍໆ ກໍ​ຄື ​ຜູ້​ສົ່ງ​ຂ່າວ ກ່ຽວ​ກັບອິ​ສ​ຣະ​ພາບ ຖືກ​ສັງ​ຫານ ໃນ​ເວ​ລາ​ເດີນ​ທາງ ໄປ​ຣັ​ຖ​ເທັກ​ຊັ​ສ. ອີກ​ປະ​ການ​ນຶ່ງ ​ຄື ຂໍ້​ມູນ​​ນັ້ນ ຖືກ​ຍັບ​ຍັ້ງ ຢ່າງ​ຈົງ​ໃຈ ໂດຍ ພວກ​ຂ້າ​ທາດ ເພື່ອ​ຮັກ​ສາ ແຮງ​ງານ​ໄວ້ ໃນສວນ. ນອກ​ຈາກ​ນັ້ນ, ກໍ​ຍັງ​ມີ ສະ​ຫະ​ພັນ ທະ​ຫານ ທີ່ລໍ​ຖ້າ ເຈົ້າ​ຂອງ​ຂ້າ​ທາດ ເພື່ອເກັບ​ກ່ຽວ ຜົ​ລ​ປ​ໂຍດ ຈາກ​ສວນ​ຝ້າຍ ແຫ່ງ​ສຸດ​ທ້າຍ ກ່ອນຈະ​ເດີນ​ທ​າງ​ໄປ​ຍັງ ຣັ​ຖ​ເທັກ​ຊັ​ສ ເພື່ອບັງ​ຄັບ​ໃຊ້ ຄຳ​ປະ​ກາດ ປົດ​ປ່ອຍ​​ທາດ. ທັງ​ໝົດ​ນັ້ນ, ຫຼືວ່າ ຂ່າວ​ເຫຼົ່າ​ນີ້ ບໍ່​ອາດ​ເປັນ​ຄວາມ​ຈິງ​ໄດ້. ແນ່ນອນ, ສຳ​ລັບ ບາງຄົນ, ອຳ​ນາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລິນ​ຄອ​ລນ໌ ຕໍ່​ຣັ​ຖກະ​ບົດ​ທັງ​ຫຼາຍ ຍັງ​ເປັນ​ຄຳ​ຖາມ​ຢູ່. ດ້ວຍ​ເຫດ​ຜົ​ລ​ໃດ ກໍ​ດີ, ສະ​ຖາ​ນະ​ການ ໃນ​ຣັ​ຖ​ເທັກ​ຊັ​ສ ຍັງຢູ່​ໃນສະ​ພາບທີ່​ດີ ນອກ​ຈາກ ກົດໝາຍ ທີ່​ມີ​ຢູ່.

ຄຳ​ສັ່ງ ຂອງ​ນາຍ​ພົ​ລ ຂໍ້ 3:

ນຶ່ງ​ໃນ ຄຳ​ສັ່ງ​ທຳ​ອິດ ກ່ຽວ​ກັບ​ໜ້າ​ທີ່ ຂອງ​ນາຍ​ພົ​ລ ແກຣງເຈີ້ຣ໌ ແມ່ນ​ອ່ານ ໃຫ້​ປະ​ຊາ​ຊົນ ໃນ​ຣັ​ຖ​ເທັກ​ຊັ​ສ ເຂົ້າ​ໃຈ ຄຳ​ສັ່ງ​ດັ່ງ​ກ່າວ, ຄຳ​ສັ່ງ ຂໍ້ 3 ຂອງ​ນາຍ​ພົ​ລ ຊຶ່ງ​ເຣີ່ມ​ຕົ້ນ​ດ້ວຍ ໃຈ​ຄວາມ​ສຳ​ຄັນ ດັ່ງ​ນີ້:

“ປະ​ຊາ​ຊົນ ໃນຣັ​ຖເທັກ​ຊັ​ສ ໄດ້​ຮັບ​ຂໍ້​ມູນ ໃນຄຳ​ປະ​ກາດ ຈາກ​ຄະ​ນະ​ບໍ​ຣິ​ຫານ ຂອງ​ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ, ທີ່​ວ່າ ຂ້າ​ທາດ ທັງ​ໝົດ ໄດ້​ຮັບ​ອິ​ສ​ຣະພາບ. ອິ​ສ​ຣະພາບດັ່ງ​ກ່າວ ກ່ຽວ​ຂ້ອງກັບ ຄວາມ​ສ​ເມີ​ພາບ ທາງ​ດ້ານ ສິ​ທ​ທິ ແລະ ສິ​ທ​ທິ ໃນ​ການ​ຄອບ​ຄອງ​ຊັ​ພ​ສິນ ລະ​ຫວ່າງ ອະ​ດີດຜູ້​ເປັນນາຍ ແລະ ຂ້າ​ທາດ, ແລະ ສາຍສັມພັນໃນ​ເມື່ອ​ກ່ອນ​ ຍັງ​ຄົງ​ຢູ່ ລະ​ຫວ່າງ ພວກ​ຂະ​ເຈົ້າ ທີ່​ປ່ຽນ​ມາ​ເປັນ ນາຍ​ຈ້າງ ແລະ ລູກ​ຈ້າງ.”

ປະ​ຕິ​ກິ​ຣິ​ຍາ ຕໍ່​ຂ່າວດີ ທີ່​ເລິກ​ເຊິ່ງ​ນີ້ ມີ​ທັງການຕົກ​ຕະ​ລຶງ ແລະ ຄວາມ​ຕື່ນ​ເຕັ້ນ. ໃນ​ຂະ​ນະ​ທີ່ ຫຼາຍໆ​ຄົນ ຍັງ​ຕ້ອງ​ການ​ເວ​ລາ ເພື່ອ​ຮຽນ​ຮູ້ ຄວາມສັມ​ພັນ​ໃໝ່ ລະ​ຫວ່າງ ນາຍ​ຈ້າງ ແລະ ລູກ​ຈ້າງ​, ຫຼາຍ​ຄົນ ໄດ້​ຍ້າຍ​ອອກໄປ ກ່ອນທີ່ ອະ​ດີດເຈົ້າ​ນາຍ ຂອງ​ຂະ​ເຈົ້າ ຈະ​ສ​ເນີ ເງື່ອນ​ໄຂ ທີ່​ແຕກ​ຕ່າ​ງ​ກັນ ກ່ຽວ​ກັບ ການ​ເຮັດ​ວຽກ ຢູ່​ໃນສວນ ແລະ ອິ​ສ​ຣະ​ພາບ. ເຖິງ​ແມ່ນ​ວ່າ ຂ້າ​ທາດ ຫຼາຍໆ​ຄົນ ຈະ​ບໍ່​ມີ​ບ່ອນ​ໄປ, ​ແຕ່ພວກ​ຂະ​ເຈົ້າ ຮູ້​ສຶກ​ວ່າ ການ​ຍ້າຍອອ​ກຈາກ ສວນ​ ເປັນໂອ​ກາດ​ທຳ​ອິດ ທີ່​ຈະ​ໄດ້​ຮັບ ອິ​ສ​ຣະ​ພາບ ຂອງ​ພວກ​ຂະ​ເຈົ້າ. ​ພາກ​ເໜືອ ກໍເປັນຈຸດ​ໝາຍນຶ່ງ ແລະ ສຳ​ລັບ ຫຼາຍໆ​ຄົນ​ແລ້ວ ມັນ​ເປັນ​ໂຕ​ແທນ ອິ​ສ​ຣະ​ພາບ ທີ່​ແທ້​ຈິງ, ໃນ​ຂະ​ນະ​ທີ່ ຄວາມ​ຕ້ອງ​ການ ເພື່ອ​ເຂົ້າ​ເຖິງ ສະ​ມ​າ​ຊິກ ຄອບ​ຄົວ ໃນ​ຣັ​ຖ​ໃກ້​ຄຽງ, ຫຼາຍໆ​ຄົນ ໄດ້​ເດີນ​ທາງ​ໄປຍັງ ຣັ​ຖລຸຍ​ຊີ​ອາ​ນ໋າ, ອາ​ຣ​ແຄນ​ຊໍ​ສ໌ ແລະ ໂອ​ກ​ລາ​ໂຮ​ມາ. ການ​ຕັ້ງ​ຖິ່ນ​ຖານ ໃນ​ຂົ​ງ​ເຂດ​ໃໝ່​ ໃນ​ຖາ​ນະເປັນ ຜູ້​ທີ່​ມີ ​ອິ​ສ​ຣະ​ພາບ, ທັງ​ຊາຍ​ແລະ​ຍິງ, ໄດ້​ນຳ​ເອົາ ຄວາມເປັນ​ຈິງ ແລະ ສິ່ງ​ທ້າ​ທາຍ ທີ່​ໄດ້​ກຳ​ນົດ​ມາ ກ່ອນ​ໜ້າ​ນີ້ ທີ່​ເຮັດ​ໃຫ້ ຊາວຜິວ​ດຳ ບໍ່​ມີ​ສະ​ຖາ​ນະ ໃນ​ອາ​ເມ​ຣິ​ກາ. ການ​ທົບ​ທວນ ຄວາ​ມ​ຊົງ​ຈຳ ຂອງວັນ​ທີ່​ສຳ​ຄັນ ໃນ​ເດືອນ​ມິ​ຖຸ​ນາ ປີ 1865 ແລະ ການ​ສ​ລອງ ວັນ​ດັ່ງ​ກ່າວ ​ເປັນ​ແຮງດົນ​ບັນ​ດານ​ໃຈ ແລະ ຜ່ອນ​ຄາຍ​ຄວາມ​ກົດ​ດັນ ໃນ​ອາ​ນາ​ເຂດ​ໃໝ່ ຂອງ​ ພວກ​ຂະ​ເຈົ້າ. ການ​ສ​ເລີມ​ສ​ລອງ ວັນ​ທີ 19 ມິ​ຖຸ​ນາ ຊຶ່ງ​ເອີ້ນ​ວ່າ ວັນ “ຈູນ​ທີນ” ແລະ ໄດ້​ເຕີບໃຫ​ຍ່​ຂຶ້ນ ໂດຍ​ມີ​ການເຂົ້າ​ຮ່ວມ ຂອງ​ລູກ​ຫຼານ ຊາວຜິວ​ດຳ ຫຼາຍ​ຂຶ້ນ. ການ​ສ​ເລີມ​ສ​ລອງ ວັນ “ຈູນ​ທີນ” ເປັນ​ເວ​ລາ ທີ່ສ້າງ​ຄວາມ​ໝັ້ນ​ໃຈ ຊຶ່ງ​ກັນ​ແລະ​ກັນ, ເພື່ອ​ສູດ​ມົນ ແລະ ເຕົ້າ​ໂຮມ ສະ​ມາ​ຊິກ​ຄອບ​ຄົວ ທີ່​ຍັງ​ມີ​ຊີ​ວິດຢູ່. ​ຈູນ​ທີນ ຍັງ​ຖືເປັນ​ວັນສຳ​ຄັນ ທີ່​ສູງ​ສົ່ງ ໃນ​ຣັ​ຖ​ເທັກ​ຊັ​ສ ຫຼາຍ​ທົ​ສວັດ ຢູ່​ຕໍ່​ມາ, ໂດຍ​ມີ​ອະ​ດີດຂ້າ​ທາດ ແລະ ລູ​ກ​ຫຼານຫຼາຍໆ​ຄົນ ຈັດ​ງານ​ສ​ແວງ​ບຸນ ປະ​ຈຳ​ປີ ທີ່ເມືອງ ກາ​ລ​ເວັ​ສ​ເຕິນ ໃນ​ວັນ​ດັ່ງ​ກ່າວ.

ນັ້ນ ກໍ​ແມ່ນ​ປ​ວັດ​ຄວາມ​ເປັນ​ມາ ໂດຍ​ສັງ​ເຂບ ຂອງວັນ “ຈູນ​ທີນ”

ທ່ານ ໂຈ ບາຍ​ເດິ໋ນ ກ່າວ​ໃນ​ຕອນ​ທ້າຍ ໃນ​ພິ​ທີ ລົງ​ນາມ ເມື່ອ​ວັນ​ທີ 17 ມິ​ຖຸ​ນາ ປີ 2021 ຜ່ານ​ມາວ່າ:

" ຂ້າ ພະ ເຈົ້າ ຂໍອວຍ ພອນ ໃຫ້ ຊາ ອາ ເມ ຣິ ກັນ ໝົດ ທຸກ ຄົນ ຈົ່ງ ສຸ ສັນ ວັນ ຈູນ ທີນ . ອີກບໍ່ ດົນ ຂ້າ ພະ ເຈົ້າ ກໍ ຈະ ລົງ ນາມ ຮັບ ຮອງ ເປັນ ກົດ ໝາຍ , ເຮັດ ໃຫ້ ເປັນ ມື້ ພັກຣັ ບານ ກາງ . ແລະ ຂ້າ ພະ ເຈົ້າ ຕ້ອງບອກ ໃຫ້ ພວກ ທ່ານຊາບ ວ່າ , ຂ້າ ພະ ເຈົ້າ ເປັນ ປະ ທາ ນາ ທິ ບໍ ດີ ມາ ໄດ້ 6-7 ເດືອນ , ແຕ່ ວ່າ ສຳ ລັບ ຂ້າ ພະ ເຈົ້າແລ້ວ ຄຶ ດວ່າ ເປັນ ​​ ກຽດທີ່ຍິ່ ໃຫ ຍ່ ອີກ ຢ່າງ ນຶ່ງ ທີ່ ໄດ້ ຮັບ ໃນ ຖາ ນະ ເປັນ ປະ ທາ ນາ ທິ ບໍ ດີ , ເພາະ ບໍ່ ແມ່ນ ສິ່ງ ທີ່ ຂ້າ ພະ ເຈົ້າ ໄດ້ ກະ ທຳ , ແຕ່ ວ່າ ພວກ ທ່ານ ເປັນ ຜູ້ ກະ ທຳ , ທັງ ພັກ ດີ ໂມ ກະ ແຣດ ແລະ ຣີ ພັບ ລິກ ແກນ . ມັນ ເປັນ ກຽດ ອັນ ຍິ່ງ ໃຫ ຍ່ . ຂອບ ໃຈ ກັບ ສິ່ງ ທີ່ ພວກ ທ່ານ ກະ ທຳ ມາ . "

ສ່ວນ​ການ​ສ​ເລີມ​ສ​ລອງ ວັນ “ຈູນ​ທີນ” ດັ່ງ​ກ່າວ, ຖື​ວ່າ ເປັນ​ມື້​ພັກ ທ້າຍ​ສັ​ປ​ດາ ທີ່​ຍາວ ຄື ວັນ​ເສົາ, ອາ​ທິດ ແລະ ວັນ​ຈັນ, ຊຶ່ງຊາວ​ອາ​ເມ​ຣິ​ກັນ ມັກ​ຈະ​ຈັດ​ງານ​ສັງ​ສັນ​ມ່ວນ​ຊື່ນ ເປັນ​ຕົ້ນ​ແມ່ນ ຂະ​ບວນແຫ່ ຕາມ​ຖ​ນົນ ໃນ​ເມືອ​ງ​ໃຫ​ຍ່ໆ, ການ​ແຂ່ງ​ຂັນ​ກິ​ລາ, ຄອນ​ເສີ​ຣ໌​ທ, ບາ​ບີ​ຄິວ, ຊຸມ​ເຂົ້າ​ກັນ, ການ​ໄຫວ​ພ​ຣະ ແລະ ກິ​ຈ​ກັມອື່ນໆ. ສ່ວນ​ຊາວ​ລາວ ກໍ​ຊຸມ​ເຂົ້າ ບ້ານ​ຍາດ​ຕິ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຮັກ​ແພງ, ຊຶ່ງ​ຣາຍ​ການ​ອາ​ຫານ ຄົງ​ຈະ​ບໍ່​ນອກ​ເໜືອ ຈາກ​ປີ້ງ​ຊີ້ນ, ປີ້​ໄກ່, ລາບ, ກ້ອຍ, ຕຳ​ໝາກ​ຮຸ່ງ ແລະ ອື່ນໆ.

ສຳ​ລັບ ໃນ​ຂົງ​ເຂດ ວໍ​ຊິງ​ຕັນ ດີ​ຊີ​ແລ້ວ, ການ​ສ​ລອງໃນ​ປີ​ນີ້ ໄດ້​ເຣີ່ມ​ຂຶ້ນ ແຕ່​ວັນທີ 17 ຫາ 19 ເດືອນ​ມິ​ຖຸ​ນາ. ສະ​ບາຍ​ດີ