ສໍາພາດການປົກຄອງທ້ອງຖິ່ນ ເຣື້ອງ ລັກ ພຣະ

ພຣະພຸທຮູປ ທີ່ ຖືກຕັດຫົວ ຢູ່ ບ້ານຊອຍນາຟ້າ ແຂວງຊຽງຂວາງ
ພຣະພຸທຮູປ ທີ່ ຖືກຕັດຫົວ ຢູ່ ບ້ານຊອຍນາຟ້າ ແຂວງຊຽງຂວາງ (Screen captured from Tholakhong video)

0:00 / 0:00

ເຫດການ ລັກ ພຣະ ພຸທຮູບ ຢູ່ ປະເທດ ລາວ ຍັງເກີດຂຶ້ນ ຢູ່ ຢ່າງ ຕໍ່ເນື່ອງ ເມື່ອ ບໍ່ດົນ ມານີ້ ມີ ກຸ່ມ ຄົນ ບໍ່ດີ ໄດ້ ລັກ ຕັດ ຫົວ ພຣະ ພຸທຮູບ ຢູ່ ແຂວງ ຊຽງຂວາງ.

ໃນ ຕົ້ນປີ ນີ້ ມີ ຂ່າວວ່າ ຜູ້ ບໍຣິຫານ ທະນາຄານ ວຽດນາມ ສັ່ງ ໃຫ້ ຄົນ ເຂົ້າມາ ເອົາ ພຣະພຸດທະຮູບ ເກົ່າແກ່ ຢູ່ ວັດ ອົງຕື້ ມະຫາ ວິຫານ, ແລະ ເມື່ອ ບໍ່ດົນ ມານີ້ ກໍຍັງ ໄດ້ ຍິນ ຂ່າວວ່າ ມີກຸ່ມ ຄົນ ບໍ່ດີ ຈໍານວນ ນຶ່ງ ພາກັນ ໄປ ລັກ ຕັດ ເອົາ ສຽນ ພຣະ ພຸດທະຮູບ ບ້ານ ຊອຍນາຟ້າ ເມືອງແປກ ແຂວງ ຊຽງຂວາງ. ເຊີນ ທ່ານ ຟັງ ການ ສໍາພາດ ອໍານາດ ການ ປົກຄອງ ບ້ານ ຊອຍນາຟ້່າ ເບິ່ງວ່າ ເຫດການ ນີ້ ເປັນ ແນວໃດ.