ສັມພາດຫົວໜ້າບ້ານນາຕາໂພ

ສົມເນ
2014.10.13
F-Natapo ກິຈກັມ ຕໍ່າຜ້າ ແລະ ເປົ່າແຄນ ຍັງເຫລືອໄວ້ ເປັນ ເອກລັກ ຂອງຊາວບ້ານ ບ້ານນາຕາໂພ ເຊື້ອສາຍ ລາວວຽງຈັນ ເມືອງບ້ານໄຮ່ ແຂວງ ໄຊນາດ ປະເທດໄທ.
RFA

 

ກິຈກັມ ຕໍ່າຜ້າ ແລະ ສໍານວນ ສຽງແຄນ ຍັງເຫລືອ ໄວ້ເປັນ ມໍຣະດົກ ຕົກທອດ ຂອງ ຊາວບ້ານ ນາຕາໂພ ເຊື້ອສາຍ ລາວ ວຽງຈັນ ເມືອງ ບ້ານໄຮ່ ແຂວງ ໄຊນາດ.

ຊຸມຊົນ ບ້ານ ນາຕາໂພ ຕາແສງ ບ້ານບຶງ ເມືອງ ບ້ານໄຮ່ ແຂວງ ອຸໄທທານີ ເປັນ ຊຸມຊົນ ນຶ່ງ ທີ່ ມີ ບັນພະບຸຣຸດ ໄປຈາກ ລາວ ໃນ ສມັຍ ກວ່າ 200 ປີ. ບ້ານ ນາຕາໂພ ມີ ປະຊາຊົນ ເຊື້ອສາຍ ລາວວຽງ ອາໄສ ຢູ່ ປະມານ 70 ກ່ວາ ຫລັງຄາ ເຮືອນ. ໃນເວລາ ທີ່ ເຮົາໄດ້ ໄປ ຢ້ຽມຢາມ ເມື່ອ ວັນທີ່ 28 ຕໍ່ 29 ມີຖຸນາ ປີ 2014 ນີ້ ສິ່ງທີ່ ປະທັບໃຈ ກໍຄືການ ຢື້ຢາມ ຖາມຂ່າວ ກັນດ້ວຍ ພາສາລາວ. ບ່ອນນີ້ ເຮົາມີຮູບ ເຮືອນຫລັງ ໃຫ່ຽ ຂອງ ຫົວຫນ້າ ບ້ານ ແລະ ຮູບສູນ ຫັຖກັມ ເຮົາໄດ້ມີ ໂອກາດ ໂອ້ລົມ ກັບ ຍານາງ ອໍາໄພ ອໍາຄາ ຫົວໜ້າບ້ານ ຢູ່ ເດີ່ນບ້ານ ຫລັງໃຫ່ຽ ຂອງ ເພິ່ນເອງ ແລະ ໄດ້ ແຫວະ ຢ້ຽມຢາມ ສູນ ພັທນາ ຫັຖກັມ
ຊຶ່ງ ເປັນສູນ ທີ່ ໄດ້ຮັບ ການສນັບ ສນູນ ຈາກ ທາງການໄທ ໂດຍ ສະເພາະ ກົມມ້ອນໄໝ ພາຍໄຕ້ ພຣະບໍຣົມ ຣາຊອຸປຖັມ ບ່ອນນີ້ ໃຫ້ເອົາຮູບ ພຣະເທບ ຢູ່ໃນ ຄັດ ທີນຶ່ງໃສ່ ເພື່ອສົ່ງເສີມ ໃຫ້ຊາວບ້ານ ຮັກສາ ພູມປັນຍາ ທີ່ ບັນພະບຸຣຸດ ຖືມາພ້ອມ ໃນເວລາ ຖືກ ກວາດຕ້ອນ ມາຢູ່ ປະເທດ ສຍາມ ໃນອະດີດ ປາງສົງຄາມ ແລະ ທັງເປັນບ່ອນ ສ້າງຣາຍໄດ້ ໃຫ້ ກຸ່ມຕໍ່າສິ້ນ ແລະ ແຜ່ນແພ ຂອງ ຊາວລາວ ເຊື້ອສາຍ ລາວ ວຽງ ແລະ ຊາວລາວ ຄັ່ງ ຢູ່ໃນເຂດ ອ້ອມແອ້ມ ດ້ວຍ: ສຽງ ...

ສູນສົ່ງເສີມ ຫັຖກັມ ແຫ່ງນີ້ ຮັບເອົາ ຜລິຕພັນ ປະເພດ ສິ້ນ ຜ້າໄໝ ແລະ ຜ້າແພ ຊນິດຕ່າງໆ ທີ່ຊາວບ້ານ ໃກ້ຄຽງ ເຊື້ອສາຍ ລາວວຽງ ແລະ ລາວຄັ່ງ ເປັນຄົນຕໍ່າ ມາວາງ ຂາຍ. ທາງດ້ານໃນ ຂອງຫ້ອງ ວາງ ສະແດງ ຜ້າສິ້ນ ຂອງສູນ ຍັງມີຫ້ອງ ພິພິຕພັນ ຜ້າໄໝ ຜ້າຝ້າຍ ສິ້ນ ແພຕູ້ມ ອຸປກອນ ສໍາລັບ ເຮັດເສັ້ນຝ້າຍ ແລະໄໝ ໃນເມ່ຶອ ສະໄໝ ກ່ອນນັ້ນ ກ່ອນຈະຕໍ່າ ເປັນ ແຜ່ນແພໄດ້ ນັບແຕ່ ປວັດ ການ ປູກຝ້າຍ ການ ເກັບກູ້ ຝ້າຍ ການໃຊ້ຫລາ ເຂັນຝ້າຍ ອີ້້ວຝ້າຍ ກົງດີດຝ້າຍ ກໍ້ເສັ້ນຝ້າຍ ເຄື່ອງປັ່ນປໍ.

ເມື່ອຖາມເຖິງ ເອກກະລັກ ຂອງລາວ ທີ່ ປູ່ຍ່າ ຕາຍາຍ ນໍາມາພ້ອມ ເມື່ອ 200 ປີ ກ່ອນນັ້ນ ຍັງມີ ອັນໃດແດ່ ທີ່ ຊາວບ້ານ ໄດ້ພາກັນ ຮັກສາໄວ້. ຜູ້ໃຫ່ຽ ສີຫານ ວົງສຣີ ກໍບອກວ່າ ຍັງມີ ສຽງແຄນ ລໍາຍາວ ທີ່ ຜູ້ໃຫ່ຽ ສີຫານ ສາມາດ ເປົ່າໂດຍ ຕົນເອງ ໃຫ້ພວກເຮົາ ຟັງ.

ເປັນອັນວ່າ ການຢ້ຽມຢາມ ຊຸມຊົນ ເຊື້ອສາຍລາວ ຈາກ ວຽງຈັນ ແລະ ຫລວງພະບາງ ຢູ່ແຂວງ ໄຊນາດ ແລະ ແຂວງ ອຸໄທທານີ ເມື່ອ ວັນທີ່ 28 ຕໍ່ 29 ມິຖຸນາ ປີ 2014 ໄດ້ສິ້ນສຸດລົງ ຢູ່ບ້ານ ນາຕາໂພ ດ້ວຍສຽງ ແຄນ ຂອງ ຜູ້ໃຫ່ຽ ສີຫານ. ຂໍໃຫ້ທ່ານ ຜູ້ຟັງ ວາດພາບ ເອົາເອງວ່າ ຜູ້ໃຫ່ຽ ສີຫານ ຕອນທີ່ ເພິ່ນຍັງເປັນ ບ່າວນຸ່ມ ຈະພາໝູ່ ເປົ່າແຄນ ຍ່າງເລາະ ບ້ານ ຈັກຮອບ ໃນແຕ່ລະ ຄືນ ຈຶ່ງ ຈະເປັນທີ່ ຈັບໃຈ ຂອງສາວ ບ້ານ ນາຕະໂພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.