ອົງການສາກົນຈາກສະຫະຣັດ ຈະໄປລາວ ວຽດນາມ ພະມ້າ
2013.09.19

ຄນະຜູ້ຕາງໜ້າ ສະຖາບັນ ພົວພັນ ຮ່ວມມື ກັບ ສາກົນ ຂອງ ສະຫະຣັຖ ຈະເດີນທາງ ໄປ ລາວ ວຽດນາມ ແລະ ພະມ້າ ໃນ ວັນທີ່ 22 ກັນຍາ ນີ້ ຈົນເຖິງ ວັນທີ່ 5 ຕຸລາ 2013 ເພື່ອຊຸກຍູ້ສົ່ງເສີມ ໃຫ້ມີສິດເສຣີພາບ ໃນການນັບຖືສາສນາ.
ຢູ່ທີ່ນະຄອນຫລວງວຽງຈັນ ທາງຄນະຈະປຶກສາຫາລືກັບເຈົ້າໜ້າທີ່ ຣັຖບານລາວ ແລະຜູ້ຕາງໜ້າ ສາສນາຕ່າງໆໃນລາວ ເພື່ອຕິດຕາມເບິ່ງ ການປະຕິບັດ ຕາມຂໍ້ຕົກລົງຣະຫວ່າງຣັຖບານລາວ ແລະ ຜູ້ຕາງໜ້າອົງການສາສນາ ທີ່ໄດ້ປະຊຸມກັນ ເມື່ອວັນທີ່ 11 ແລະ 12 ເດືອນກໍ ຣະດາປີນີ້. ເຂົ້າຮ່ວມກອງປະຊຸມ ເທື່ອນັ້ນ ມີຜູ້ຕາງໜ້າ ຈາກອົງການສາສນາ ຕ່າງໆໃນລາວເຖິງ 98 ທ່ານ ເຊັ່ນຜູ້ຕາງໜ້າຈາກ ອົງການ ສາສນາພຸດ ກາໂຕລິກ ອິສລາມແລະຄຣິສຕຽນ. ຈຸດປະສົງ ຂອງກອງປະຊຸມ ນັ້ນ ກໍແມ່ນ ເພື່ອຫາລືກັນກ່ຽວດຳຣັດ ນາຍົກ ຣັຖມົນຕຣີ 92 ວ່າດ້ວຍການນັບຖືສາສນາຢູ່ລາວ.
ອີງຕາມຣາຍງານຂອງທາງການ ສະຫະຣັຖ ດຳຣັດ 92 ແມ່ນກົດຣະບຽບກ່ຽວກັບ ການນັບຖືສາສນາຢູ່ລາວ. ນອກຈາກນັ້ນ ດຳຣັດສະບັບນີ້ ຍັງກຳນົດບົດບາດຂອງຣັຖບານ ໃນການນັບຖືສາສນາ ເຊັ່ນຣັຖບານມີສິດຈຳກັດ ການນັບຖືສາສນາແນວໃດ ແລະຄວນເປີດ ໃຫ້ປະຊາຊົນ ມີສິດເສຣີພາບ ໃນການນັບຖືສາສນາ ຫລາຍເທົ່າໃດ. ຜ່ານມາ ເຖິງວ່າຣັຖທັມມະນູນ ຂອງລາວ ຈະຮັບປະກັນວ່າ ປະຊາຊົນລາວ ທຸກຄົນ ມີສິດນັບຖືຫລືບໍ່ນັບຖື ສາສນາກໍຕາມ ແຕ່ເຈົ້າໜ້າທີ່ ທາງການລາວ ໂດຍສະເພາະ ເຈົ້າໜ້າທີ່ທ້ອງຖິ່ນ ຍັງປາບປາມ ພວກທີ່ນັບຖືສາສນາ ອື່ນໆຕລອດມາ ເປັນຕົ້ນພວກທີ່ ນັບຖືສາສນາ ຄຣິສຕຽນ. ອົງການສິດເສຣີພາບ ໃນການນັບຖືສາສນາຢູ່ລາວ ຣາຍງານວ່າເມື່ອທ້າຍເດືອນ ແລ້ວ ຊາວຄຣິສຕຽນ ຈຳນວນ 11 ຄອບຄົວ ຢູ່ແຂວງຄຳມ່ວນ ຖືກບັງຄັບໃຫ້ ປະລະ ຄວາມເຊື່ອຖື ຂອງພວກເຂົາ.