ໂຊກຕ່າງລ່າງ ຊາຕາຕ່າງລ່າງ: ຄຳຕຸ່ນ ວົງສນິດ

ອາຈານ ຄຳຕຸ່ນ ວົງສນິດ, ສິລປິນ ປະເພດບ້ານນາ ມາກດ້ວຍຄວາມສາມາດ--ຫລິ້ນດົນຕຣີ, ປະພັນ ແລະ ຮ້ອງເພງ.
ອາຈານ ຄຳຕຸ່ນ ວົງສນິດ, ສິລປິນ ປະເພດບ້ານນາ ມາກດ້ວຍຄວາມສາມາດ--ຫລິ້ນດົນຕຣີ, ປະພັນ ແລະ ຮ້ອງເພງ. (ຄຳຕຸ່ນ ວົງສນິດ)

0:00 / 0:00

ສະບາຍດີ ທ່ານຜູ້ຟັງທີເຄົາຣົບ ພົບກັນເຊັ່ນເຄີຍ ໃນຣາຍການບັນເທີງ ປະຈຳສັປດາ ຂ້າພະເຈົ້າ, ພອນ ພູມມີທອນ, ເປັນຜູ້ດຳເນີນຣາຍການ. ສັປດານີ້ ວິທຍຸເອເຊັຽເສຣີ ຈະພາທ່ານ ໄປຮັບຟັງ ຜົລງານເພງມ່ວນໆ ຈາກ ສິລປີນ ທ່ານ ອາຈານ ຄຳຕຸ່ນ ວົງສນິດ, ສິລປີນລາວ ທີ່ມາກດ້ວຍຄວາມສາມາດ, ມີພອນສວັນຮອບດ້ານ ເປັນ​ຕົ້ນ​ແມ່ນ ຮ້ອງ, ປະພັນ ແລະ ຫລິ້ນນດົນຕ​ຣີ ໄດ້ຢ່າງຄ່ອງແຄ້ວ.

ອາຈານ ຄຳຕຸ່ນ ວົງສນິດ ໄດ້ປະພັນຜົລງານ ເພງບ້ານ​ນາ ອະມະຕະ ຫລາຍໆເພງ ຝາກໄວ້ ໃນວົງການບັນເທີງລາວ ເຊັ່ນ: ໂຊກຕ່າງລ່າງ, ຕິບ່ອນໃດ, ອົ່ງຕົ່ງ, ໃຜຕົວະໃຫ້ຕາຍ, ຄັກໃຈເຈົ້າແລ້ວບໍ່, ແຈ້ງຈ່າງປ່າງ ແລະ ອື່ນໆ, ຊຶ່ງເຊຶ່ອວ່າ ຜົລງານເພງ ອະມະຕະ ເຫລົ່ານີ້ ຂອງອາຈານ ຄຳຕຸ່ນ ວົງສນິດ ຍັງຢູ່ໃນຄວາມຊົງຈຳ ຂອງມິຕຮັກແຟນເພງ ຕລອດມາ ຈົນຮອດຊູ່ມື້ນີ້.