ການຮຽນການສອນ ພາສາ ອັງກິດ ຢູ່ ລາວ
2018.03.09

ການຮຽນການສອນ ພາສາອັງກິດ ທີ່ ສປປລາວ ປັດຈຸບັນ ຢູ່ໃນສະພາບຄ່ອຍໆດີຂຶ້ນ ແລະພາສາອັງກິດ ໄດ້ຮັບຄວາມສົນໃຈ ຈາກ ປະຊາຊົນລາວ ຫລາຍຂຶ້ນນັບມື້ ຂນະທີ່ໄດ້ຮັບ ການສນັບສນູນ ຊ່ວຍເຫຼືອເປັນຢ່າງດີ ຈາກຕ່າງປະເທດ ຊຶ່ງຮວມທັງ ສະຫະຣັຖ ອາເມຣິກາ ອອສເຕຣເລັຍ ແລະຈີນ.
ເມື່ອວັນທີ 11 ມົກຣາ 2018 ນີ້ ທີ່ນະຄອນຫລວງວຽງຈັນ ກໍໄດ້ມີພິທີລົງນາມ ໃນສັນຍາຮ່ວມມື ໃນໂຄງການ ຄຣູສອນ ພາສາອັງກິດ ແລະຄຣູຝຶກການສອນ ພາສາອັງກິດ ໃນລະຍະ 5 ປີ ຣະຫວ່າງ ມາດາມ ຣີນາ ບິດເຕີ ທູດ ສະຫະລັດ ອາເມລິກາ ປະຈໍາ ສປປລາວ ແລະ ຍານາງ ແສງເດືອນ ຫຼ້າຈັນທະບູນ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ຂອງລາວ.
ໂຄງການທີ່ວ່ານີ້ ແມ່ນເພື່ອສົ່ງເສີມຄວາມພຍາຍາມ ຂອງ ຣັຖບານ ສະຫະຣັດ ອາເມຣິກາ ໃນການສົ່ງເສີມ ການຮຽນການສອນ ພາສາ ອັງກິດ ແລະຄວາມເຂົ້າໃຈ ທາງດ້ານວັທນະທັມ ໃຫ້ແກ່ນັກສຶກສາ ໃນ ສປປລາວ.
ໃນປີ 2018, ສະຖານທູດ ສະຫະຣັຖ ອາເມຣິກາ ມີແຜນສືບຕໍ່ສນັບສນູນ ມອບໝາຍໃຫ້ຜູ້ຊ່ວຍຄຣູສອນ ພາສາອັງກິດ ຈຳນວນ 10 ຄົນ ແລະ ຜູ້ຊ່ຽວຊານ ທາງດ້ານ ພາສາອັງກິດ ຈໍານວນ 2 ທ່ານ ເພື່ອເຮັດວຽກຮ່ວມກັບ ຣັຖບານລາວ, ກັບກະຊວງ ສຶກສາທິການ ແລະກິລາ, ວິທຍາໄລຄຣູ, ມະຫາວິທຍາໄລແຫ່ງຊາດ, ໂຮງຮຽນມັທຍົມຕອນປາຍ, ແລະສະຖາບັນການສຶກສາ ອື່ນໆພາຍໃນລາວ. ພ້ອມກັນນັ້ນ ຜູ້ຊ່ວຍຄຣູສອນ ພາສາອັງກິດ ຍັງໄດ້ຖືກມອບໝາຍໃຫ້ ຮ່ວມສອນ ພາສາອັງກິດ ຢູ່ ສະຖາບັນ ການສຶກສາຕ່າງໆ ແລະສູນອາເມຣິກາ ທີ່ທາດດຳ ນະຄອນຫລວງວຽງຈັນ.
ສ່ວນຜູ້ຊ່ຽວຊານທາງດ້ານພາສາອັງກິດ ແມ່ນຈະເຮັດວຽກຮ່ວມກັບ ກະຊວງສຶກສາທິການ ແລະກິລາ ແລະຄູ່ຮ່ວມພັທນາອື່ນໆ ໃນລາວ ໃນການທົບທວນ ດ້ານຫຼັກສູດການຮຽນ, ໃຫ້ຄຳແນະນຳ ແລະພັທນາ ເພື່ອສົ່ງເສີມຄວາມສາມາດ ດ້ານການສິດສອນ ພາສາອັງກິດ ແລະສ້າງຄວາມເຂົ້າໃຈ ໃຫ້ແກ່ຄຣູສອນ ພາສາອັງກິດ ແລະນັກສຶກສາ ທີ່ຈະເປັນຄູສອນ ພາສາອັງກິດ ໃນອະນາຄົດ.
ມາດາມ ຣີນາ ບິດເຕີ ທູດສະຫະຣັຖ ອາເມຣິກາ ປະຈໍາລາວ ກ່າວວ່າ “ທັກສະ ພາສາອັງກິດ ແລະຄວາມເຂົ້າໃຈ ທີ່ເລິກເຊິ່ງ ກ່ຽວກັບ ວັທນະທັມ ແມ່ນມີຄວາມສຳຄັນ ສຳລັບນັກສຶກສາ, ຄຣູອາຈານ, ນັກທຸຣະກິດ ແລະ ເຈົ້າຫນ້າທີ່ຣັຖ ເພື່ອຊອກຫາ ໂອກາດໃຫມ່ໆ ໃນການຮ່ວມມືກັບ ຜູ້ຄົນຈາກສະຫະຣັຖ ອາເມລິກາ, ລວມທັງຜູ້ຄົນຈາກ ຂົງເຂດເອເຊັຍ ແລະຈາກທົ່ວໂລກ.
ພ້ອມກັນນັ້ນ ມາດາມ ຣີນາ ບິດເຕີ ຍັງໄດ້ກ່າວຕື່ມອິກວ່າ “ໂຄງການດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ການຮ່ວມມືກັນ ຣະຫວ່າງຣັຖບານ ສະຫະຣັຖອາເມລິກາ ແລະ ສປປລາວ ໃນການສນັບສນູນ ຄວາມພຍາຍາມ ຂອງສະຫະຣັຖ ເພື່ອໃຫ້ບັນລຸ ເປົ້າໝາຍການພັທນາ.
ນັບຕັ້ງແຕ່ປີ 2011 ມາ ຣັຖບານສະຫະຣັຖອາເມລິກາ ໄດ້ມອບໝາຍໃຫ້ຜູ້ຊ່ວຍ ຄຣູສອນພາສາອັງກິດ (ETAs) ທັງໝົດ 50 ປາຍຄົນ ເພື່ອຊ່ວຍສອນພາສາອັງກິດ ຊຶ່ງເລີ່ມຈາກ ມະຫາວິທຍາໄລແຫ່ງຊາດ ແລະຄ່ອຍໆຂຍາຍໄປ ສະຖາບັນການສຶກສາ ຫຼາຍແຫ່ງ ທັງໃນນະຄອນຫຼວງວຽງຈັນ ແລະແຂວງ ອື່ນໆ. ແລະຈຳນວນຜູ້ຊ່ຽວຊານ ພາສາອັງກິດ (ELFs) ກໍຂຍາຍໂຕຂຶ້ນເລື້ອຍໆ ຊຶ່ງຫຼັກໆແລ້ວ ກໍແມ່ນໃຫ້ຄຳແນະນຳ ໃນການພັທນາຫຼັກສູດ ການຮຽນການສອນ,
ການຝຶກອົບຮົມຄຣູອາຈານ ໃຫ້ແກ່ກະຊວງສຶກສາ ແລະກິລາ ແລະອົງການທີ່ກ່ຽວຂ້ອງໃນລາວ.
ເວົ້າເຣື່ອງການຮຽນ ການສອນ ພາສາອັງກິດຢູ່ລາວ ໂດຍສະເພາະໃນຕົວເມືອງໃຫຍ່ ເປັນຕົ້ນ ນະຄອນຫລວງວຽງຈັນ ຫລວງພຣະບາງ ສວັນນະເຂດ ແມ່ນບໍ່ຄ່ອຍມີບັນຫາ, ບໍ່ວ່າຈະເປັນເຣື່ອງຄຣູສອນ ຮວມເຖິງອຸປກອນ ການຮຽນການສອນຕ່າງໆ. ແຕ່ມີບັນຫາຢູ່ຕາມ ເມືອງນ້ອຍ, ຕາມບ້ານຢູ່ທີ່ອ່າວໄກແດ່. ຍົກຕົວຢ່າງ ໂຮງຮຽນປະຖົມ ໃນເຂດເມືອງໜອງບົກ ແຂວງຄໍາມ່ວນ ຍັງບໍ່ມີຄຣູສອນພາສາອັງກິດ ສະເພາະເທື່ອ, ຕ້ອງໄດ້ເອົາຄຣູວິຊາອື່ນມາສອນ, ເຮັດໃຫ້ຄວາມຮູ້ ຄວາມສາມາດ ດ້ານພາສາ ອັງກິດ ຂອງເດັກນ້ອຍນັກຮຽນ ທີ່ຈະກ້າວຂຶ້ນເປັນນັກຮຽນມັທຍົມຕົ້ນ, ມັທຍົມປາຍນັ້ນ ມີບັນຫາຫລາຍຢູ່ ໃນເຣື່ອງການອ່ານ ການຂຽນ ແລະການຟັງພາສາອັງກິດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງຄໍາມ່ວນ ຕໍ່ RFA ເມື່ອໄວໆມານີ້:
"ເລີ່ມເອົາພາສາອັງກິດ ເຂົ້າຊັ້ນ ປ. 3 ເປັນຕົ້ນໄປເນາະ ເວົ້າທາງດ້ານໂຮງຮຽນ ປະຖົມຫລາຍເນາະ ປະຖົມ 48 ແຫ່ງມັນກໍບໍ່ມີຄຣູ ພາສາອັງກິດ ເພາະວ່າສ່ວນຫລາຍຄື ຄຣູຊັ້ນ ປ.3 ໃຜສອນ ປ.3 ປ.4 ປ.5 ແມ່ນໄດ້ມາຝຶກວິຊາ ການສອນພາສາອັງກິດ ຈັ່ງໃຫ້ເຂົ້າໄປສອນ ບໍ່ມີຄຣູສອນພາສາອັງກິດ ໂດຍກົງໃນຊັ້ນປະຖົມ."
ຣັຖບານລາວ ໄດ້ບັນຈຸຫລັກສູດການຮຽນ ການສອນພາສາອັງກິດ ໃນໂຮງຮຽນຊັ້ນປະຖົມ ຢູ່ເຂດແຂວງຕ່າງໆໃນທົ່ວປະເທດ, ເລີ່ມແຕ່ປີ 2015 ເປັນຕົ້ນມາ. ເວົ້າສະເພາະ ແຂວງຄໍາມ່ວນ, ທາງໂຮງຮຽນປະຖົມ ໄດ້ສົ່ງນາຍຄຣູ ປ.3, ປ.4 ແລະ ປ.5 ໄປອົບຮົມພາສາອັງກິດ ຂັ້ນພື້ນຖານ ທີ່ຜແນກສຶກສາທິການ ແລະກິລາ ແຂວງຄໍາມ່ວນ ຊຶ່ງແມ່ນນາຍຄຣູສອນພາສາອັງກິດ ຊັ້ນມັທຍົມປາຍ ເປັນຜູ້ຝຶກອົບຮົມໃຫ້. ການຝຶກອົບຮົມທີ່ວ່ານີ້ ດໍາເນີນໄປແບບບໍ່ຄ່ອງແຄ້ວປານໃດ ຍ້ອນວ່ານາຍຄຣູ ທີ່ໄປຝຶກ ໃຫ້ນັ້ນສ່ວນໃຫຍ່ ເປັນຄຣູມາໄດ້ 20-30 ປີ, ມີອາຍຸກໍສູງ, ບໍ່ຊໍານານ. ເຮັດໃຫ້ການຝຶກອົບຮົມ ພາສາອັງກິດ ເປັນໄປແບບລ່າຊ້າ ບໍ່ຄືກັນກັບນາຍຄຣູ ໜຸ່ມນ້ອຍ ທີ່ຮຽນຈົບຈາກ ວິທຍາລັຍຄຣູພາສາມາ.
ບັນຫາການຂາດເຂີນຄຣູສອນພາສາອັງກິດນີ້ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ທ່ານດຽວກັນນີ້ແລ້ວແມ່ນວ່າ ບໍ່ມີແຕ່ເມືອງໜອງບົກ ເທົ່ານັ້ນ ທີ່ຂາດເຂີນ ເມືອງອື່ນໆ ກໍຂາດເຂີນຄືກັນ. ແຕ່ເຖິງຢ່າງໃດກໍຕາມ ທ່ານກໍຫວັງວ່າ ອີກບໍ່ນານເກີນລໍ ຄືເພິ່ນວ່າ ການຮຽນການສອນ ພາສາອັງກິດ ໃນໂຮງຮຽນປະຖົມ ຢູ່ເຂດບ້ານ ເຂດເມືອງ ທີ່ຢູ່ຫ່າງໄກ ກໍຈະດີຂຶ້ນ ໃນຂະນະທີ່ມີຕ່າງປະເທດ ໃຫ້ການຊ່ວຍເຫລືອ ກ່ຽວກັບເຣື່ອງນີ້ຢູ່.
ແລະເມື່ອຍ້ອນຄືນຫລັງ ເມື່ອຕົ້ນປີ 2017 ທີ່ຜ່ານມາ ກໍຈະເຫັນຂ່າວ ທີ່ພາດຫົວຂໍ້ວ່າ ສະຖາບັນພາສາອັງກິດ ແລະພາສາຈີນຂອງຈີນ ຊ່ວຍໂຄງການສິດສອນ ພາສາອັງກິດ ໃນລະດັບມະຫາວິທຍາໄລ ແລະວິທຍາໄລຄຣູ ໃນລາວ ໂດຍໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກັບກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະກິລາ ສປປລາວ ເພື່ອຍົກຣະດັບຄວາມຮູ້ ໃຫ້ແກ່ຄຣູສອນ ພາສາອັງກິດຂອງລາວ.
ຂ່າວທີ່ວ່ານັ້ນຣາຍງານວ່າ ສະຖາບັນພາສາຂອງຈີນ ໄດ້ໃຫ້ການຊ່ວຍເຫລືອລ້າ ເປັນເງິນຈໍານວນ 4 ລ້ານໂດລາສະຫະຣັຖ ຫລື 32,4 ຕື້ກີບ ເພື່ອພັທນາຊັພຍາກອນມະນຸດໃນລາວ ໂດຍມີເປົ້າໝາຍເລັ່ງໃສ່ ການພັທນາດ້ານພາສາອັງກິດ ໃນມະຫາວິທຍາລັຍ ແລະວິທຍາລັຍຕ່າງໆ.
ໂຄງການຂອງຈີນທີ່ວ່ານີ້ ເປັນໂຄງການຊ່ວຍເຫລືອ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ມະຫາວິທຍາໄລ 4 ແຫ່ງ ແລະວິທຍາໄລຄູ 5 ແຂວງ ຄືມະຫາວິທຍາລັຍແຫ່ງຊາດ ຂອງລາວ ແລະວິທຍາລັຍສິລປະການສຶກສາ ຢູ່ນະຄອນຫລວງວຽງຈັນ, ມະຫາວິທຍາລັຍ ສວັນນະເຂດ ແລະວິທຍາລັຍ ອົບຮົມຄຣູສວັນນະເຂດ, ມະຫາວິທຍາລັຍ ຈໍາປາສັກ ແລະວິທຍາລັຍອົບຮົມຄຣູປາກເຊ, ມະຫາວິທຍາລັຍ ສຸພານຸວົງ, ວິທຍາລັຍອົບຮົມຄຣູ ຫລວງພຣະບາງ ແລະ ວິທຍາລັຍອົບຮົມຄຣູ ຄັງໄຂ ແຂວງຊຽງຂວາງ.
ໂຄງການນີ້ ແມ່ນດໍາເນີນໄປຕາມຂໍ້ຕົກລົງ ທີ່ທາງສະຖາບັນ ພາສາອັງກິດ ແລະ ພາສາຈີນຂອງຈີນ ແລະກະຊວງສຶກສາທິການ ແລະກິລາຂອງລາວ ໄດ້ລົງນາມກັນເມື່ອເດືອນ ມົກຣາ 2017 ຜ່ານມາ. ເປັນໂຄງການຝຶກອົບຮົມ ແລະ ສອນພາສາອັງກິດ ໃນສະຖາບັນຕ່າງໆ ຂອງລາວ ແລະຈະດໍາເນີນໄປ ເປັນເວລາ 5 ປີ ເພື່ອຊ່ວຍໃຫ້ລາວ ມີຄຣູພາສາອັງກິດ ທີ່ມີຄຸນນະພາບ ເປັນຄົນຂອງຕົນເອງ ທີ່ໄດ້ຮັບການຝຶກອົບຮົມ ດ້ານພາສາອັງກິດ ເປັນຢ່າງດີ. ນອກຈາກການຝຶກອົບຮົມ ແລະສອນພາສາອັງກິດ ແລ້ວ ໂຄງການດັ່ງກ່າວ ຍັງຊ່ວຍພັທນາຫລັກສູດ ການຮຽນການສອນ, ຊ່ວຍສ້າງຫ້ອງສະໝຸດ ໃຫ້ເປັນແຫຼ່ງສຶກສາຄົ້ນຄວ້າ ສໍາລັບຄຣູ-ອາຈານ ແລະນັກສຶກສາ.
ໂຄງການສອນພາສາອັງກິດໃນລະດັບມະຫາວິທຍາໄລ ແລະວິທຍາໄລຄຣູ ທີ່ວ່ານັ້ນ ແມ່ນຈະປະຕິບັດໄປເຖິງ ເດືອນຕຸລາ 2021 ໂດຍນໍາໃຊ້ງົບປະມານ ຂອງສະຖາບັນພາສາອັງກິດ ແລະພາສາຈີນ ປະຈໍາ ສປປລາວ ຊຶ່ງມີສ່ວນຊ່ວຍເຮັດໃຫ້ຊາວໜຸ່ມ ຍິງສາວລາວ ມີຄວາມຮູ້ ຄວາມສາມາດທາງດ້ານພາສາອັງກິດ ໃນການຕິດຕໍ່ພົວພັນ ແລະສື່ສານກັບຄົນຕ່າງປະເທສ ໃນຂົງເຂດອາຊຽນ ແລະໃນໂລກ ທີ່ວິທຍາສາດ ແລະເທັກໂນໂລຈີ ກໍາລັງຂຍາຍຕົວຢ່າງໄວວາຢູ່ໃນປັດຈຸບັນນີ້.