ການແຂ່ງຂັນຊ່ວງເຮືອ ປະຈຳປີ 2024 ນີ້ ມີເຮືອພຽງແຕ່ 10 ລຳ

ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປີ 2565.
ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປີ 2565. (RFA)

0:00 / 0:00

ການແຂ່ງຂັນຊ່ວງເຮືອ ປະຈຳປີ 2024 ໃນງານບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີເຮືອຊ່ວງພຽງແຕ່ 10 ລຳ ເຂົ້າຮ່ວມການແຂ່ງຂັນ ໃນນັ້ນແມ່ນ ປະເພດເຮືອຊາຍ 55 ສີພາຍ ຈຳນວນ 7 ລຳ ແລະປະເພດເຮືອຍິງ 55 ສີພາຍ ຈຳນວນ 3 ລຳ, ສາເຫດໜຶ່ງ ເຮັດໃຫ້ທີມເຮືອຊ່ວງເຂົ້າແຂ່ງຂັນໜ້ອຍ ສ່ວນໜຶ່ງເປັນຍ້ອນ ເຮືອຊ່ວງຫຼາຍທີມ ປະສົບບັນຫາທາງດ້ານເສດຖະກິດ ແລະຂາດຜູ້ໃຫ້ເງິນທຶນສະໜັບສະໜູນ. ດັ່ງ ຄະນະຈັດງານຊ່ວງເຮືອທ່າວັດຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ຕຸລາ ນີ້ວ່າ:
"ອັນນີ້ກໍເປັນສ່ວນໜຶ່ງ ໃນການອຸປະຖໍາເຮືອ ທີ່ເຂົ້າຮ່ວມການແຂ່ງຂັນຫັ້ນ ເພາະວ່າເຂົາຈັດແຂ່ງຂັນຫັ້ນເປັນເຮືອປະເພນີ 55 ສີພາຍ ແລະໃຊ້ຄົນຈໍານວນຫຼາຍ ແລະກໍທາງດ້ານເສດຖະກິດກໍບໍ່ດີແດ່ ມີຄວາມຫຍຸ້ງຍາກທາງດ້ານທຶນຮອນ ມັນກໍເລີຍວ່າເຮັດໃຫ້ການແຂ່ງຂັນເຮົາ ມີເຮືອຫຼຸດລົງ . "

ໃນຂະນະທີ່ສະມາຊິກທີມເຮືອຊ່ວງ ຢູ່ແຂວງບໍລິຄຳໄຊ ທ່ານໜຶ່ງ ທີ່ເຄີຍເຂົ້າຮ່ວມການແຂ່ງຂັນບຸນເຮືອຊ່ວງທ່າວັດຈັນ ເມື່ອປີກາຍ ແຕ່ປີນີ້ບໍ່ໄດ້ສົ່ງທີມເຂົ້າຮ່ວມແຂ່ງຂັນ ກ່າວວ່າ ເປັນຍ້ອນ ບໍ່ມີຜູ້ໃຫ້ທຶນສະໜັບສະໜູນ ຈຶ່ງຕັດສິນໃຈບໍ່ສົ່ງທີມເຂົ້າຮ່ວມແຂ່ງຂັນໃນປີນີ້ ເນື່ອງຈາກ ບໍ່ມີງົບປະມານສຳລັບເປັນຄ່າເດີນທາງ ແລະ ບຳລຸງສີພາຍ, ເຊິ່ງໃນໄລຍະທີ່ຜ່ານມາ ກໍມີແຕ່ຄູ່ບາປະຈໍາທ້ອງຖິ່ນ ທີ່ອອກເງິນທຶນໃຫ້ແກ່ທີມເຮືອຊ່ວງ ໂດຍບໍ່ກ່ຽວຂ້ອງກັບພາກລັດ, ດັ່ງທ່ານກ່າວວ່າ:

"ໂອ ຄັນວ່າຊິຂຶ້ນໄປແຂ່ງເບາະ ມັນກະຂຶ້ນກັບວ່າສະໜາມເຮົາໄປ ຢູ່ໃກ້ຫຼືຢູ່ໄກບໍ່ ຖ້າຢູ່ພາຍໃນແຂວງ ມັນກໍບໍ່ໝົດຫຼາຍ ບໍ່ໄກແດ່ຊິປະມານ 10 ລ້ານ ກະມີແຕ່ທາງຄູ່ບາບໍ່ ທາງນີ້ແຫຼະເປັນຫົວໜ້າທີມ ທຶນເພິ່ນຫັ້ນແຫຼະອອກ . "

ສ່ວນສະມາຊິກຈາກທີມເຮືອຊ່ວງ ອີກທ່ານໜຶ່ງ ທີ່ກໍາລັງຝຶກຊ້ອມ ສໍາລັບເຂົ້າແຂ່ງຂັນເຮືອຊ່ວງ ຢູ່ທ່າວັດຈັນ ກໍຍອມຮັບວ່າ ຮູ້ສຶກໜ້າຕົກໃຈ ທີ່ເຫັນຈໍານວນເຮືອຊ່ວງທີ່ເຂົ້າແຂ່ງຂັນ ມີພຽງແຕ່ທັງໝົດ 10 ລໍາ ສ່ວນທີມເຮືອຊ່ວງຂອງຕົນ ກໍໄດ້ຮັບເງິນສະໜັບສະໜູນ ພຽງແຕ່ຈໍານວນໜ້ອຍ ຍ້ອນ ສະພາບທາງດ້ານເສດຖະກິດ, ແຕ່ນັກກິລາສີພາຍ ຢາກເຂົ້າຮ່ວມແຂ່ງຂັນ ຈຶ່ງຕັດສິນໃຈສົ່ງທີມເຂົ້າຮ່ວມ, ດັ່ງທ່ານກ່າວວ່າ:
"ເຫດຜົນເຮືອໜ້ອຍຫວາ ມັນມີແຕ່ເຮືອສະໄໝໃໝ່ ຈະມີໜ້ອຍ ກະຍັງຂາດແຄນຢູ່ ເພາະວ່າໄກມາກແດ່ ບ້ານເພິ່ນເອົາໄປຊຸປີ ມີຜູ້ສະໜັບສະໜູນຢູ່ ແຕ່ຜູ້ສະໜັບສະໜູນຄ່າຫຼັກແກ່ໄປຊື່ໆ ແລະເຮົາກະຢາກເອົາເຮືອໄປ ເອົາສີພາຍອອກສະໜາມ . "

ສ່ວນອີກສາເຫດໜຶ່ງ ທີ່ເຮັດໃຫ້ມີທີມເຮືອຊ່ວງ ເຂົ້າແຂ່ງຂັນຈໍານວນໜ້ອຍ ຢູ່ສະໜາມທ່າວັດຈັນ ຍ້ອນ ທີມເຮືອຊ່ວງ ແລະສີພາຍອີກຫຼາຍຄົນ ໄດ້ກະແຈກກະຈາຍໄປເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ຢູ່ຕາມແຂວງຕ່າງໆ ທີ່ມີກໍານົດຈັດຊ່ວງເຮືອ ໃນໄລຍະເວລາໃກ້ຄຽງກັນ ດັ່ງນັ້ນ, ຈຶ່ງມີຂໍ້ຈໍາກັດໃນການເດີນທາງໄປມາ ແລະການຝຶກຊ້ອມ, ດັ່ງ ສີພາຍຊ່ວງເຮືອ ອີກທ່ານໜຶ່ງ ທີ່ເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ທ່າວັດຈັນ ກ່າວວ່າ:
"ຕໍາກັບງານໃຫຍ່ໆທົ່ວປະເທດແດ່ ຫຼັກໆກະຄືວ່າ ມັນເປັນງານລະດັບແຂວງ ລະດັບປະເທດເລີຍ ທີ່ວ່າເຂົາເຈົ້າຈັດງານ ບໍ່ວ່າຈະເປັນຢູ່ໄຊຍະບູລີ ສະຫວັນນະເຂດ ແລ້ວກະຈະມີຢູ່ຫຼວງພະບາງ ແລ້ວກະຈະມີຢູ່ສາລະວັນ ປາກເຊ ບໍ່ແກ້ວແດ່ ຖ້າວ່າບໍ່ເຈິຫຼາຍສະໜາມນີ້ ເຮືອຕ້ອງຫຼາຍແນ່ນອນ . "

ປັດຈຸບັນ ລະດັບນໍ້າໃນແມ່ນໍ້າຂອງ ຢູ່ແຄມທ່າວັດຈັນ ມີລະດັບສູງຢູ່ທີ່ປະມານ 5 ແມັດ ແລະຜົນກະທົບຈາກໄພນໍ້າຖ້ວມເມື່ອເດືອນທີ່ຜ່ານມານີ້ ກໍບໍ່ໄດ້ສົ່ງຜົນກະທົບຕໍ່ການຈັດແຂ່ງຂັນຊ່ວງເຮືອ ໂດຍທາງຄະນະຈັດການແຂ່ງຂັນ ກໍໄດ້ເລືອກຈຸດທີ່ເໝາະສົມ ແລະເປັນບ່ອນທີ່ນໍ້າເລິກພຽງພໍ ສໍາລັບເປັນສະໜາມແຂ່ງຊ່ວງເຮືອ.

ການແຂ່ງຂັນຊ່ວງເຮືອ ຢູ່ທ່າວັດຈັນ ຈະມີຂຶ້ນໃນວັນທີ 18 ຕຸລາ 2024 ນີ້ ໂດຍທີມຊະນະເລີດ ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 27.5 ລ້ານກີບ ພ້ອມເງິນສົດ 40 ລ້ານກີບ, ຮອງຊະນະເລີດ ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 11.5 ລ້ານກີບ ພ້ອມເງິນສົດ 30 ລ້ານກີບ, ອັນດັບ 3 ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 11.5 ລ້ານກີບ ພ້ອມທັງເງິນສົດ 25 ລ້ານກີບ ແລະ ອັນດັບ 4 ໄດ້ຮັບເງິນສົດ 20 ລ້ານກີບ

ເມື່ອຫຼາຍປີກ່ອນ ເຮືອທີ່ເຂົ້າແຂ່ງຂັນມີຈໍານວນ ຫຼາຍກວ່າ 30 ລໍາ ແລະ ການແຂ່ງຂັນຊ່ວງເຮືອ ທ່າວັດຈັນ ປະຈໍາປີ 2023 ກໍມີເຮືອເຂົ້າແຂ່ງຂັນພຽງແຕ່ 10 ລໍາ ເຊັ່ນດຽວກັນ, ປະກອບດ້ວຍ ປະເພດເຮືອຊາຍ 55 ສີພາຍ ຈໍານວນ 6 ລໍາ ແລະ ປະເພດເຮືອຍິງ 55 ສີພາຍ ຈໍານວນ 4 ລໍາ ເນື່ອງຈາກໄດ້ຮັບຜົນກະທົບ ທາງດ້ານເສດຖະກິດ ແລະ ຖືກຈັດຂຶ້ນໃນໄລຍະໃກ້ຄຽງກັນກັບອີກຫຼາຍແຂວງ, ໂດຍທີມ ເຮືອທະນາຄານພັດທະນາລາວ (ນາວາສັກສິດ) ໄດ້ລາງວັນຊະນະເລີດປະເພດທີມຊາຍ ແລະທີມ ເຮືອແພເມືອງຟ້າ ໄດ້ລາງວັນຊະນະເລີດປະເພດທີມຍິງ.

ສ່ວນການແຂ່ງຂັນຊ່ວງເຮືອ ຢູ່ແຂວງອື່ນໆ ກໍໄດ້ມີການແຂ່ງຂັນ ໃນວັນທີ 16 - 17 ຕຸລາ ນີ້, ເປັນຕົ້ນ ຢູ່ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ເມືອງນານ ແຂວງຫຼວງພະບາງ, ນະຄອນປາກເຊ ແຂວງຈໍາປາສັກ, ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ແຂວງສາລະວັນ, ແຕ່ແຂວງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ແມ່ນຢູ່ທ່າວັດຈັນ ນະຄອນຫຼວງວຽງຈັນ ທີ່ຖືກຈັດໃຫ້ເປັນການແຂ່ງຂັນ ລະດັບປະເທດ.