ຂ.ອັດຕະປື ສັ່ງໂຈະ ບຸນປີໃໝ່ ພສ 2564

ສຸພັດຕາ
2021.04.08
ຂ.ອັດຕະປື ສັ່ງໂຈະ ບຸນປີໃໝ່ ພສ 2564 ພິທີສລອງງານ ບຸນປີໃໝ່ ຢູ່ ແຂວງອັດຕະປື ເມື່ອ ພສ 2562
ພາບປະກອບ: ນັກຂ່າວພົລເມືອງ

ຫ້ອງວ່າການປົກຄອງ ແຂວງອັດຕະປື ໄດ້ສັ່ງໂຈະ ການຈັດງານບຸນປີໃໝ່ລາວ ພສ 2564 ແລະຫ້າມບັນດາ ຜແນກການຕ່າງໆ ຈັດງານສເລີມສລອງ ແລະ ຈັດຕັ້ງການອວຍພອນ ຫຼື ນໍາເອົາຂອງຂວັນມາມອບໃຫ້ ຜູ້ນໍາຂັ້ນແຂວງ, ດັ່ງເຈົ້າໜ້າທີ່ ຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ເມສາ ນີ້ວ່າ:

“ໂຈະແລ້ວເຈົ້າ ຫ້ອງວ່າການແຂວງ ບອກໃຫ້ໂຈະແລ້ວ ກ່ອນໜ້ານີ້ແມ່ນ ເພິ່ນຈະອະນຸຍາດໃຫ້ຈັດ ເປັນຕົ້ນວ່າ ທາງສໍານັກງານ, ອົງການອິຫຍັງຕ່າງໆ ເປັນຕົ້ນງານລ້ຽງສເລີມ ສລອງປີໃໝ່ ກໍເນື່ອງຈາກ ວ່າເກີດເຫດການປະສົບອຸບັດຕິເຫດ ຂອງການນໍາຂັ້ນສູງ ໄວ້ອາລັຍ ກໍເລີຍວ່າໂຈະ ບໍ່ໃຫ້ມີການຈັດງານຄຶກຄື້ນ ວ່າຊັ້ນສະ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ສໍາລັບການຈັດງານຕາມຮີດຄອງປະເພນີ ຢູ່ບ້ານແລະວັດ ແມ່ນຍັງສາມາດເຮັດໄດ້ຢູ່ຮວມເຖິງການ ພົບພໍ້ສັງສັນຂອງຄອບຄົວ ແລະເພື່ອນມິດ ຢູ່ໃນບ້ານ ກໍສາມາດເຮັດໄດ້ຄືກັນ.

ກ່ຽວກັບເຣື່ອງນີ້ ພຣະສົງອົງນຶ່ງ ຢູ່ວັດເມືອງສນາມໄຊ ແຂວງອັດຕະປື ກ່າວວ່າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສໍາລັບໃນ ໄລຍະບຸນປີໃໝ່ລາວ ທາງວັດຈະຈັດງານຕາມ ຮີດຄອງປະເພນີເລັກໆນ້ອຍຊື່ໆ ບໍ່ໄດ້ຈັດໃຫຍ່ ເພື່ອປະຕິບັດຕາມແຈ້ງການ ຂອງການນໍາແຂວງ:

“ໄດ້ຈັດຢູ່ ໄດ້ຈັດຢູ່ ແຕ່ວ່າ ບໍ່ໃຫ້ຊຸມນຸມຫຼາຍ ເຮັດຕາມຮີດຄອງປະເພນີຫັ້ນແຫຼະ ເຮັດແບບຈັດງານນ້ອຍໆເນາະ.”

ພຣະສົງອີກອົງນຶ່ງ ຢູ່ວັດເມືອງສາມັກຄີໄຊ ແຂວງອັດຕະປື ກ່າວວ່າ ໄດ້ຮັບແຈ້ງການ ຈາກການນໍາແຂວງແລ້ວ ແລະທາງວັດ ຈະບໍ່ຈັດງານໃຫຍ່ ມີແຕ່ໃສ່ບາດ ລະກໍແລ້ວ:

“ແຈ້ງການມາແລ້ວ ໂຈະໆ ມີແຕ່ບໍ່ໄດ້ຊຸມນຸມອິຫຍັງ ບໍ່ໄດ້ຈັດກິຈກັມ ມີແຕ່ຕັກບາດແລ້ວ ກໍແລ້ວເລີຍ.”

ຊາວບ້ານທ່ານນຶ່ງ ຢູ່ແຂວງອັດຕະປື ເວົ້າວ່າ ກໍຄິດວ່າ ບໍ່ຄວນຈັດ ຍ້ອນສະພາບເສຖກິຈຊ່ວງນີ້ ບໍ່ຄ່ອຍດີ ກໍເຮັດໃຫ້ເປັນການ ຟຸມເຟືອຍ ຕໍ່ຜູ້ທີ່ມີຣາຍໄດ້ໜ້ອຍ:

“ມັນກໍຄິດວ່າບໍ່ຄວນຈັດ ເພາະວ່າການຈັດແລ້ວ ມັນກໍມີຄວາມຟຸມເຟືອຍ ກັບຄອບຄົວ ກັບຜູ້ມີຣາຍໄດ້ໜ້ອຍ ມັນກໍມີໜີ້ມີສິນຫຼາຍ ກິນເຫຼົ້າກິນເບັຍ ຕິດໜີ້ຕິດສິນ ຕາມເສຖກິຈ ວ່າຊັ້ນສະ ເປັນແບບນີ້ ສີ້ນເປືອງຫຼາຍ.”

ໃນຂນະທີ່ ເຈົ້າຂອງຮ້ານກິນດື່ມແຫ່ງນຶ່ງ ໃນແຂວງອັດຕະປື ກ່າວວ່າ ກໍບໍ່ຢາກເຫັນດີ ຍ້ອນປົກກະຕິ ໄລຍະງານບຸນປີໃໝ່ຈະມີ ຄວາມຄຶກຄື້ນ ເຮັດໃຫ້ຮ້ານຂອງຕົນໄດ້ຂາຍດີ, ແຕ່ພໍໂຈະແນວນີ້ ກໍອາຈບໍ່ໄດ້ຂາຍດີຄືແຕ່ກ່ອນ, ດັ່ງທີ່ທ່ານກ່າວວ່າ:

“ຕາມຄວາມຄິດ ກະບໍ່ເຫັນດີນໍາຫັ້ນແຫຼະ ປີໃໝ່ລາວ ຄົນຫຼີ້ນມັນຊິຄຶກຄື້ນ ສົມມຸດວ່າ ຄືເຂົາໂຈະ ມັນກໍຊິແບບບໍ່ຄຶກຄື້ນປານໃດ ກໍຂາຍດີຫັ້ນແຫຼະ ມີແຕ່ຊ່ວງໂຄວິດມາປີກາຍ ປີນີ້ ມັນກໍບໍ່ຄ່ອຍດີປານໃດ ເພາະວ່າ ເສຖກິຈ ມັນກໍຄືເຫັນຫັ້ນແຫຼະ.”

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ເມື່ອວັນທີ 5 ເມສາ 2021 ຣະບຸວ່າ ຫ້ອງວ່າການ ແຂວງອັດຕະປື ອອກແຈ້ງການ ໂຈະການຈັດງານ ບຸນປີໃໝ່ລາວ ພສ 2564 ທີ່ຈະຈັດຂຶ້ນ ໃນວັນທີ 10 ເມສາ 2021 ໂດຍມີເນື້ອໃນດັ່ງນີ້: ຫ້າມບໍ່ໃຫ້ບັນດາ ຜແນກການ, ອົງການທຽບເທົ່າອ້ອມຂ້າງແຂວງແລະເມືອງ ມາອວຍພອນ ຫລື ນໍາເອົາກະຕ່າດອກໄມ້ ແລະຂອງຂັວນຕ່າງໆ ມາມອບໃຫ້ຜູ້ນໍາຂອງແຂວງ ຢູ່ສໍານັກງານ ອົງການປົກຄອງແຂວງ ແລະເມືອງເດັດຂາດ ແລະບໍ່ໃຫ້ຈັດງານ ສເລີມສລອງປີໃໝ່ ຢູ່ສໍານັກງານ ແລະ ອົງການຕ່າງໆ ນັ້ນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.